ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ສາມຫຼ່ຽມຜີສາດ ( Bermuda-Triangle )

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີມີວດາ Bermuda ( ສາມຫຼ່ຽມຜີສາດ )

ສະຖານທີ່ເລິກລັບທີ່ຍັງບໍ່ມີໃຜສາມາດໃຫ້ຄຳຕອບແລະຄົ້ນພົບຄວາມຈິງທີ່ແນ່ນອນໄດ້ ຈົນເຖິງປະຈຸບັນ.!
ສາມຫຼ່ຽມເບີມີວດາ ເປັນອານາບໍລິເວນສ່ວນໜຶ່ງຂອງມະຫາສະໝຸດແອັດແລນຕິກ
ທິດຕາເວັນຕົກ ເນື້ອທີ່ທັງໝົດເລີ່ມແຕ່ ທາງເໜືອຂອງເບີມີວດາ ໄປເຖິງທາງໃຕ້ຂອງລັຖຟໍຣີດ້າ ແລະ ຈາກຟໍຣີດ້າມຸ່ງຕົງໄປທາງຕາເວັນອອກມຸມສີ່ສິບອົງສາກັບເສັ້ນຣຸ້ງ ຜ່ານບາຮາມັດ(BAHAMAS)ແລະເປີໂຕຣິໂກ(PUERTORICO) ຈາກນັ້ນກໍ່ຍ້ອນສ່ຽງກັບໄປສູ່ທິດໃຕ້ທາງເໜືອຂອງເບີມີວດາອີກ ຊຶ່ງເຮັດໃຫ້ອານາ
ບໍລິເວນແຫ່ງນີ້ ກາຍເປັນຮູບສາມຫຼ່ຽມແລະສາມຫຼ່ຽມແຫ່ງນີ້ເອງທີ່ເປັນແຫລ່ງກຳເນີດ ປະກົດການ ອັນເລິກ
ລັບ ແລະ ມະຫັດສະຈັນ ເປັນສິ່ງລີ້ລັບແລະເຫລືອເຊື່ອ.ເລີ່ມຕັ້ງແຕ່ສົງຄາມໂລກຄັ້ງທີ II ໃນປີຄ.ສ1945
ມາຈົນເຖິງປະຈຸບັນ ມີຍົນຈຳນວນ100ກວ່າລຳ ແລະ ເຮືອເດີນສະໝຸດອີກເປັນຈຳນວນຫລວງຫລາຍໄດ້
ຫາຍໄປໃນບັນຍາກາດ ແລະ ພື້ນທະເລຂອງ ສາມຫຼ່ຽມເບີມິວດາແຫ່ງນີ້ ໂດຍບໍ່ມີຮ່ອງຮອຍ ຊິວີດມະນຸດ
ຈຳນວນພັນໃນໄລຍະເວລາ20ກວ່າປີຜ່ານມາ ໄດ້ຫາຍໄປພ້ອມກັບພາຫະນະ ໂດຍບໍ່ມີຊາກສົບແມ່ນແຕ່
ລາຍດຽວ ຫລືເສດຊີ້ນສ່ວນອັນໃດອັນນື່ງຂອງເຮືອແລະຍົນທີ່ຫາຍໄປເຫລືອໃຫ້ເຫັນ ການຫາຍສາບສູນ
ຂອງຊີວິດມະນຸດ,ເຮືອ ແລະ ຍົນ ໃນບໍລິເວນດິນແດນແຫ່ງນີ້ ຍັງຄົງເກີດຂື້ແລະມີປະລິມານເພີ່ມຂື້ນ
ເລື້ອຍໆ ຂະນະທີ່ຊາດຕ່າງໆຊຶ່ງກ່ຽວຂ້ອງກັບການສູນເສຍເຫລົ່ານີ້ ຕ່າງກໍ່ພະຍາຍາມຄົ້ນຄວ້າ ຊອກຫາ
ສາເຫດ ແຫ່ງປະກົດການອັນປະຫລາດແລະເລິກລັບນີ້ຍ່າງເລັ່ງດ່ວນ ແຕ່ກໍ່ບໍ່ມີໃຜສາມາດບອກໄດ້ເຖິງ
ສາເຫດ ແລະ ຫາທາງປ້ອງກັນ ຈາກໄພທີ່ເກີດຂື້ນໃນບໍລິເວນແຫ່ງນີ້ໄດ້ເລີຍ.
ຍົນທີ່ຫາຍໄປເໜືອພື້ນມະຫາສະໝຸດແຫ່ງນີ້ສ່ວນຫລາຍກ່ອນທີ່ຈະຂາດການຕິດຕໍ່ກັບຖານປະຕິບັດ
ການ ຫລື ສະຖານີປາຍທາງນັ້ນ ສະພາບອາກາດແມ່ນແຈ່ມໃສ່ເປັນໄປຢ່າງປົກກະຕິ ບໍ່ມີພະຍຸໃດໆ ແຕ່
ແລ້ວຢູ່ໆກໍ່ຫາຍໄປຢ່າງວ່ອງໄວໂດຍບໍ່ມີຮ່ອງຮອຍ ( ແບບວ່າບິນມາຊື່ໆກະຫາຍຈົມລົງໄປເລີຍ ) ຊຶ່ງນັກ
ບິນບໍ່ມີໂອກາດທີ່ຈະແຈ້ງຂ່າວທາງວິທະຍຸໃຫ້ໜ່ວຍງານຄວບຄຸມການບິນຮັບຊາບໄດ້ວ່າເກີດຫຍັງຂື້ນ, ບໍ່
ສາມາດຄວບຄຸມກົນໄກຕ່າງໆໃຫ້ດຳເນີນໄປຕາມປົກກະຕິໄດ້ ເຂັມທິດປະຈຳເຄື່ອງບິນຈະໝຸ່ນປິ່ນຊຶ່ງເຮັດ
ໃຫ້ບໍ່ສາມາດບອກທິດທາງໄດ້ ທ້ອງຟ້າບໍລິເວນນັ້ນຈະກາຍເປັນສີເຫຼືອງ ແລະ ເບິ່ງຄ້າຍໆຄືໝອກໜາທືບ
ທັງໆທີ່ເປັນວັນທີ່ບັນຍາກາດແຈ່ມໃສມີແດດຊ່ອງຈ້າມາກ່ອນ ແລະ ພື້ນທະເລທີ່ງຽບສະຫງົບ ແຕ່ພັດປັ່ນປ່ວນຂື້ນ
ມາໂດຍບໍ່ຮູ້ສາເຫດ. ເຫດການປະຫລາດທີ່ບໍ່ສາມາດໃຫ້ຄຳອະທິບາຍໄດ້ກ່ຽວກັບການຫາຍສາບສູນຂອງ
ເຮືອເດີນສະໝຸດ ແລະ ເຄື່ອງບິນເປັນຈຳນວນຫລວງຫລາຍ ໃນດິນແດນແຫ່ງສາມຫຼ່ຽມເບີມິວດາ ຍັງຄົງ
ເກີດຂື້ນເລື້ອຍໆບໍ່ໄດ້ຂາດ ຈົນກະທັ່ງໃນປະຈຸບັນ ທຸກຄັ້ງທີ່ໄດ້ຮັບການລາຍງານການສູນຫາຍໜ່ວຍຍາມ
ຝັ່ງທີເຈັດ ຂອງກອງທັບສະຫາລັດອາເມຣິກາ ຈະທຳການຄົ້ນຫາຮ່ອງຮອຍຢ່າງລະອຽດລະອໍ ແຕ່ກໍ່ປະສົບ
ຄວາມລົ້ມເຫຼວທີ່ຈະພົບພະຍານຫຼັກຖານ ເພື່ອຈະນຳໄປສູ່ການແກ້ໄຂບັນຫາເລິກລັບນີ້ໄດ້ທຸກຄັ້ງ, ແລະໃນ
ທີ່ສຸດ ກອງທັບເຮືອສະຫາລັດ ກໍ່ໄດ້ເກັບເລື່ອງເຫຼົ່ານີ້ໄວ້ເປັນຄວາມລັບ ບໍ່ຍອມເປີດເຜີຍຫລືໃຫ້ຄຳວິຈານ
ໃດໆແກ່ປະຊາຊົນຜູ້ທີ່ຢາກຮູ້ຢາກເຫັນວ່າ ອຸບັດການເລິກລັບເຫຼົ່ານີ້ ກ່ຽວຂ້ອງກັບຄວາມອາຖັນຂອງດິນ
ແດນແຫ່ງສາມຫຼ່ຽມເບີມິວດາຫລືບໍ ? ແຕ່ເຖິງແມ່ນວ່າ ກອງທັບເຮືອສະຫາລັດພະຍາຍາມຈະປົກປິດ
ເລື່ອງລາວເຫຼົ່ານີ້ໄວ້ປານໃດກໍ່ຕາມ ປະຊາຊົນທົ່ວໄປກໍ່ເລີ່ມຮູ້ແລະເຊື່ອວ່າຈະຕ້ອງມີແຮງອາຖັນ ຫລືພະລັງ
ອຳນາດອັນລຶກລັບ ຢ່າງໃດຢ່າງໜຶ່ງພາຍໃນບໍລິເວນ ສາມຫຼ່ຽມເບີມິວດາຢ່າງແນ່ນອນ. ແຕ່ເຖິງຢ່າງໃດກໍ່
ດີ ຈວບຈົນເຖິງປະຈຸບັນນີ້ກໍ່ຍັງບໍ່ໃຜທີ່ຈະສາມາດໃຫ້ຄຳອະທິບາຍແຈ່ມແຈ້ງກ່ຽວກັບຄວາມເລິກລັບ ແລະ
ຄວາມອາຖັນຂອງສາມຫຼ່ຽມເບີມິວດາໄດ້, ແລະການຫາຍສາບສູນກໍ່ຍັງຄົງປະກົດຢູ່ຕໍ່ໄປໂດຍບໍ່ມີທາງປ້ອງ
ກັນຫລືຂັດຂວາງໄດ້.
ຫລາຍຊື່ຍົນທີ່ຫາຍສາບສູນໄປໃນສາມເຂດອາຖັນ.
- ນັບແຕ່ວັນທີ 5 ເດືອນ ທັນວາ ປີ 1945 ຍົນຖີ້ມລະເບີດແບບ TBM ຂອງກອງທັບເຮືອສະຫະຣັຖ
ຈຳນວນ 5 ລຳ ພ້ອມດ້ວຍເຈົ້າໜ້າທີປະຈຳເຄື່ອງ14 ຄົນ ຫາຍໄປໃນຂະນະທີ່ຝຶກບິນຖີ້ມລະເບີດ
ຢູ່ເໜືອດີນແດນສາມຫຼ່ຽມເບີມີວດາ ຫ່າງຈາກຖານທັບຟອດລ໊ອດເດີເດວ ປະມານ 225 ໄມລ໌.
- ຕໍ່ມາວັນທີ 5 ເດືອນ ທັນວາ ປີ 1945 ( ວັນ,ເດືອນ,ປີ ດຽວກັນ ) ຍົນຊ່ວຍເຫຼືອຜູ້ປະສົບໄພ Martin Mariner ແບບ PBM ຈຳນວນ 5 ລຳ ພ້ອມດ້ວຍຄົນປະຈຳເຄື່ອງ 13 ຄົນ ໄດ້ຫາຍໄປເຊັ່ນກັນ
ປະມານ 20 ນາທີຫລັງຈາກທຳການຊ່ວຍເຫຼືອຍົນຝຶກບິນຖີ້ມລະເບີດແບບ TBM 5ລຳ
ທີ່ຂາດການຕິດຕໍ່ກັບຫໍບັງຄັບການແລະຫາຍໄປຢ່າງລຶກລັບເຊັ່ນດຽວກັນ.
- ວັນທີ 3 ເດືອນ ກໍຣະກົດ ( 7 ) ປີ 1947 ຍົນລຳລຽງພົນແບບ C-54 ຂອງກອງທັບບົກສະຫະ
ຣັຖ ຈາກ Bermuda ຫາ Miami ກໍ່ຫາຍໄປແບບບໍ່ມີຮ່ອງຮອຍເຊັ່ນກັນ.
-
-
- ເອົາເປັນວ່າເບິ່ງລາຍລະອຽດຕື່ມກົດອ່ານຕໍ່ Click here
ເບິ່ງຮູບພາບບັນດາຍົນທີ່ຫາຍສາບສູນ
-


ກົດເບິ່ງຮູບຍົນທັງໝົດ Click here
ເບິ່ງຮູບພາບແລະລາຍຊື່ເຮືອທີ່ຫາຍສາບສູນລຸ່ມນີ້.



ເບິ່ງຮູບພາບທັງໝົດກົດຕໍ່ທີ່ນີ້ Click here
v
v
ເບິ່ງລາຍຊື່ເຮືອທັງໝົດກົດທີ່ອ່ານຕໍ່ Click here

ຂໍ້ມູນແລະຮູບພາບທັງໝົດ Credit By:http://www.bermuda-triangle.org/
(( ຂາດຕົກບົກຜ່ອງຫລືຜິດພາດບ່ອນໃດແຕ່ງເຕີມຕັດຕື່ມ(ຂໍ້ມູນ)ໄດ້ເດີ ))

v
v
v
ປລ: ຖ້າວ່າພີ່ນ້ອງພັນລາວເຮົາໄປຕຶກເບັດໃສ່ມອງຄວ່າງແຫ່ແຖວນັ້ນກະລະວັງແດ່ເດີ ຢ້ານເບີມິວດາມັນຊິດູດເອົາ







-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງຄືຍາວເນາະ..! ແຕ່ວ່າອ່ານໄປອ່ານໄປຄືສັ້ນໆໃດ໋

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂໍຈອງແຖວຫນ້າເດີ້ ດຽວມານັ່ງອ່ານ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບ້ງເອີ້ຍຍ ຢ່າຫາແນວຍາວ

ມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້

ລະອ່ານໃຫ້ ກະແຕຟັງແນ່

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຂອບໃຈທີ່ເອົາມາເລົ່າສູ່ກັນຟັງ ພໍໄດ້ເປັນບົດຮຽນ

<td>
<a href="linkout.php?referal=http://istorelao.com" target="_blank"><img src="http://img.laoupload.com/images/0tmwxnslwc9c30g4dbp.jpg" onload="thumbImg(this)" alt="" width="430" height="88"><br>
ແນະນຳເວບມືຖືຂອງຄົນລາວເພື່ອຄົນລາວ</a></td>

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ເລື້ອງນີ້ຂ້ອຍກະສົງໃສມາແຕ່ດົນແລ້ວຄືກັນ ບໍ່ຈັກວ່າຊາດນີ້ຊິໄດ້ຮູ້ຄວາມລັບມັນບໍ່ບຸ


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ແມ່ນ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ໃນຊີວິດນີ້ກ່ອນຈະຕາຍ ຂໍໃຫ້ຮູ້ເລື້ອງຄວາມລັບພວກນີ້ກ່ອນສະ ເຊັ່ນວ່າ: ເລື້ອງສິ່ງທີ່ມີຊີວິດຄືກັບມະນຸດເຮົາທີ່ຢູ່ດວງດາວອື່ນວ່າມີແທ້ຫລືບໍ່ ດວງດາວທີ່ຄ້າຍໆກັບໂລກເຮົານັ້ນ ມັນມີຢູ່ແທ້ຫລືບໍ່ ແລ້ວກໍເລື້ອງທີ່ວ່າ ມະນຸດໂລກເຮົາມີຕົ້ນກຳເນີດມາຈາກໃສກັນແທ້ ທະນີ ຫລື ວ່າມາຈາກດາວອື່ນ ຫລືບໍ່ ຖ້າໄດ້ຮູ້ເລື້ອງແບບນີ້ກ່ອນຕາຍ ຖືວ່າເປັນສິ່ງປະເສີດທີ່ສຸດແກ່ມະນຸດເຮົາແລ້ວ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຊາວແອດແລນຕິສ ຢູ່ໃຕ້ນ້ຳ ຍິງຍົນຕົກ ດູດເຮືອຈົມ ຫມົດເພາະຮຸກລ້ຳອານາເຂດ ຮ່າໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ເປັນຕາຢ້ານ


໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
oh ho

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓ ກະທູ້
໑໙໓ ໂພສ
ນັກການກະທູ້
wow!!!!!!!!!


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ເວົ້າອັນນີ້ມາລະຢາກຫົວ ມື້ນັ້ນຮຽນໜັງສື ອາຈານຖາມວ່າ
ຕໍ່ໄປຖ້າຄົນຢູ່ໂລກຢາກສົ່ງເຄື່ອງໄປຫາຍານອາວະກາດຈະເຮັດແນວໃດ?? ນອກຈາກຍິງຈະຫລວດຂື້ນໄປ ເພາະມັນໃຊ້ຄ່າໃຊ່ຈ່າຍສູງເກີນໄປ
ອາຈານກາເລິຍໃຫ້ແຕ່ລະຄົນເວົ້າ ບາງຄົນກາວ່າເອົາເຊືອກຍ່ອນລົງມາ, ຕ່າງໆນາໆຕາມຄວາມຜີບ້າ
ມີຄົນໜື່ງຄິດອອກ ໄປຝາກມະນຸດອີທີຢູ່ສາມລ່ຽງເບີມິວດ້າ

ເຮີໆໆ ຝອຍໄປຊັ້ນ ແຕ່ເວົ້າມາກາສົນໃຈຄືກັນ ກາພະຍາຍາມມຫາອ່ານ ແຕ່ກາຍັງງົງ ເພາະນັກວິທະຍາສາດກາຍັງງົງ ເຮົາກາງົງໄປຕາມໆ

有自信不一定赢 没自信一定输

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຊາວແອດແລນຕິສ ຢູ່ໃຕ້ນ້ຳ ຍິງຍົນຕົກ ດູດເຮືອຈົມ ຫມົດເພາະຮຸກລ້ຳອານາເຂດ ຮ່າໆ


ມີນັກວິທະຍາສາບາງຄົນກໍ່ສັນນິຖານວ່າມີUFOພື້ນນ້ຳແຫ່ງນັ້ນພ້ອມດ້ວຍເທັກໂນໂລຢີທີ່ທັນສະໄຫມກວ່າມະນຸດໂລກຫລາຍເທົ່າ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ...
-----------------
ເວົ້າມາກາສົນໃຈຄືກັນ ກາພະຍາຍາມມຫາອ່ານ ແຕ່ກາຍັງງົງ ເພາະນັກວິທະຍາສາດກາຍັງງົງ ເຮົາກາງົງໄປຕາມໆ


ຖ້າເອື້ອຍມີເວລາອ່ານ ເປັນພາສາໄທກໍ່ມີ, ແຕ່ມັນຍາວວວວສົມຄວນຕາມລີ້ງລຸ່ມນິ້


อ่านสามเหลี่ยมเบอร์มิวดา Bermuda Triangle

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວເຄີຍອ່ານຈົບເຣື່ອງ ເຂົາວ່າເປັນຫຼຸມດຳ ເຮືອເດີນສະໝຸດ ຍົນເດີນອາກາດໄປເສັດຢູ່ທີ່ນັ້ນນັບບໍ່ຖ້ວນ ວ່າຊັ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ເຄີຍໄດ້ຍິນຢູ່ໃນກາຕູນໂດຣາເອມອນ ຖ້າວ່າງໆວ່າຈະຊອກຂໍ້ມູນເບິ່ງຢູ່
ຂອບໃຈທີ່ເອົາມາໃຫ້ອ່ານ

ຫວານຕົ້ນຈືດປາຍ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ແບ້ງເອີ້ຍຍ ຢ່າຫາແນວຍາວ

ມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້

ລະອ່ານໃຫ້ ກະແຕຟັງແນ່


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ເນາະ ກະ ແຕເນາະ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຢາກໃປເບີ່ງ ແຕ່ບໍ່ມີຄົນໃປເປັນຫມຸ່

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ແບ້ງເອີ້ຍຍ ຢ່າຫາແນວຍາວ

ມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້

ລະອ່ານໃຫ້ ກະແຕຟັງແນ່



ຂະໜາດວ່າຫຍໍ້ສຸດຫຍໍ້ລະໃດນິ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ເບິ່ງແລ້ວເປັນຕາຍ້ານຢູ່...ແບບນີ້ບໍ່ເປັນຕາລົບຫລູ່ໄດ໋


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ເຄີຍເບິ່ງໜັງ (ໜັງຊີລີ້ສ) ເນື້ອເລື່ອງມ່ວນ ແຕ່ຈັກເປັນຫຍັງສ້າງມາບໍ່ປະທັບໃຈປານໃດ໊ ຢາກສັບສົນ ສັບສົນແນວໃດບຸ -"-

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານ ເວີ້ຍ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ຂໍ້ມູນນິລະອຽດ.....................ລະອໍຂະໜາດເນາະ



໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ອ່ານບໍ່ຫມົດເດີຍາວໂພດ

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຄວາມຮູ້ທັງນັ້ນ ຂອບໃຈຫຼາຍ ETarBank

sTUpId....!!!!

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ມັນຍາວອີ່ຫຼີ່

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໔ ກະທູ້
໑໒໓ ໂພສ
ນັກການກະທູ້
ເຄີຍອ່ານຢູ່ໃນປື້ມ(ແຕ່ລືມແລ້ວວ່າແມ່ນປື້ມຫົວໃດ ໄດ້ເວົ້າໄວ້ວ່າ) ທີ່ສາມຫຼ່ຽມນັ້ນມີສະໜາມແມ່ເຫຼັກສູງຈື່ງເຮັດໃຫ້ວັດຖຸທີ່ເຮັດດ້ວຍເຫຼັກຖືກດູດລົງໄປ
ຮູ້ແຕ່ທໍ່ນີ້ຫຼະ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວແທ້ ແບ໋ງ ອ່ານສູ່ກະແຕນ້ອຍທີ່ຣັກຟັງເບີ່ງດຸ

ເວົ້າກ່ຽວກັບຫັຍງນີ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>