ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ພະຍານາກແທ້ຈິງແລ້ວເປັນພຽງປາຊະນິດນື່ງ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ພະຍານາກແທ້ຈິງແລ້ວເປັນພຽງປາຊະນິດນື່ງ ປາຊະນິດນີ້ມີຊື່ວ່າ Oar fish ມັງກອນທະເລເລີກ
ຫຼືບາງບ່ອນກໍ່ເອີ້ນວ່າribbon fish







ປາຊະນິດນີ້ມີຄາງຍາວ ໜ້າຜາກໂໜກຄ້າຍມ້າ ຕາໃຫຍ່ ມີຄີສີແດງດັ່ງແປວໄຟຢູ່ຫຼັງຍາວອອກມາເລີຍຫົວ ມີຄີພິເສດຍື່ນອອກມາທັງສອງຂ້າງຂອງສ່ວນຫົວຄ້າຍໃບພາຍ ແລະມີລຳຕົວຍາວ,ແປແບນ ມີສີເງີນເຫຼື້ອມ,
ປາປະຫຼາດຊະນິດນີ້ຫາເບີ່ງໄດ້ຍາກສຸດ ເພາະມັນຢູ່ໃນທະເລເລິກເຖິງ3000ຟຸດທ໌ ແລະ ເຄີຍພົບ
ເຫັນຕົວທີ່ຍາວສຸດມີຄວາມຍາວເຖິງ 200ຟຸດທ໌ ຫຼືປະມານ 6000ຊັງຕີແມັດ. ເຖິງຈະເປັນປາຂະໜາດ
ໃຫຍ່ ແຕ່ມັນກໍ່ບໍ່ມີພິດໄພຕໍ່ມະນຸດ ເພາະມັນບໍ່ມີແຂ້ວ,ເລັບ ຫຍັງເລີຍ ແຖມຍັງເປັນປາທີ່ສວຍງາມໜ້າ
ເບີ່ງຊະນິດນື່ງ.



ພາບຂ້າງເທີງເປັນພາບຊຸດດຽວກັນ ພາບທີ່ມີອັກສອນລາວນັ້ນຫຼາຍຄົນເຊື່ອວ່າເປັນນາງພະຍານາກທີ່ທະຫານອາເມລິກາຈັບໄດ້ໃນນ້ຳຂອງ
ແລະເຊື່ອເຖິງຂະໜາດມີບາງຄົນນຳເອົາຮູບດັ່ງກ່າວໄປບູຊາ ແລະ ພວກສວຍໂອກາດກໍ່ຖືເປັນຊ່ອງທາງຫາເງິນ.
ແທ້ທີ່ຈິງແລ້ວມັນແມ່ນປາທະເລທີ່ທະຫານອາເມກາຈັບໄດ້ໃນເກາະໂຄໂຣນາໂດ ຊານດິເອໂກ້ ຄາລິຟໍຼເນີຍ ໃນຂະນະຝືກຊ້ອມ.
ປາຊະນິດນີ້ສ່ວນໃຫຍ່ຈະພົບໃນສະພາບທີ່ຕາຍແລ້ວ ເພາະເມື່ອມັນພັດຫຼົງມາໃນເຂດນ້ຳຕື້ນມັນກໍ່ຈະຕາຍທັນທີ.
ຂ້າງລຸ່ມນີ້ແມ່ນຮູບປາ Oar ທີ່ພົບເຫັນໃນຫຼາຍສະຖານທີ່ທົ່ວໂລກ

























ທີ່ມາLink

~Vਕਆpïrєی™~

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ ຈັ່ງຊີ້ນີ້ເອງ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ອືມ ຂອບໃຈເດີ້ທີ່ເອົາມາໃຫ້ອ່ານ ຢາກຮູ້ວ່າ ປາຊະນິດນີ້ ມີໄຟຟ້າໃນຕົວຄືກັບເພິ່ນເວົ້່າຫວະ


໐ ກະທູ້
໑໕໕ ໂພສ
ນັກການກະທູ້
u lao ka c mii wa pa un ni?

ຂໍມືຄົນໂສດ ໂສດແທ້ໆໄດ໋ ບໍ່ແມ່ນໂສດທຽມ]

໔ ກະທູ້
໑໐໗ ໂພສ
ນັກການກະທູ້
ມັນຢູ່ເລິກປານນັ້ນໄປຈັບມັນມາເຮັດຫບັງນໍ...............ຈັ່ງແມ່ນ

ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anlee ຂຽນວ່າ...
u lao ka c mii wa pa un ni?



ມັນເປັນປາທະເລ ຢູ່ລາວບໍ່ມີ

~Vਕਆpïrєی™~

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveTVXQSuJu ຂຽນວ່າ...
ອືມ ຂອບໃຈເດີ້ທີ່ເອົາມາໃຫ້ອ່ານ ຢາກຮູ້ວ່າ ປາຊະນິດນີ້ ມີໄຟຟ້າໃນຕົວຄືກັບເພິ່ນເວົ້່າຫວະ



ໜ້າຈະບໍ່ມີ ເພາະໃນບົດຄວາມທີ່ ຂພຈໄດ້ອ່ານບໍ່ໄດ້ກ່າວເຖິງວ່າປາຊະນິດນີ້ມີໄຟຟ້າ

~Vਕਆpïrєی™~

໐ ກະທູ້
໑໕໕ ໂພສ
ນັກການກະທູ້
sun ka pae va u lao bor mii phayanark tua

ຂໍມືຄົນໂສດ ໂສດແທ້ໆໄດ໋ ບໍ່ແມ່ນໂສດທຽມ]

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ພະຍານາກອາເມຣິກາກະມີເນາະ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anlee ຂຽນວ່າ...
sun ka pae va u lao bor mii phayanark tua



ບໍ່ຮູ້ຄືກັນວ່າທີ່ຄົນໃນສະໄໝກ່ອນເຫັນນັ້ນເປັນແນວໃດ ແຕ່ຮູບທີ່ຂຽນບອກວ່ານາງພະຍານາກນັ້ນແມ່ນປາOar

~Vਕਆpïrєی™~

໐ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
gnam nnoc pa ya nark ni eieieiei


໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ວ້າວວວວວວວວວວວວວວວວວວວວວວວ

Keep Walking.... SKN

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ປາອັນນີ້ແມ່ນປາທະເລ ມີຄວາມຍາວ ເປັນປາ

ແຕ່ວ່າບໍ່ແມ່ນພະຍານາກ ແຕ່ຮູບທີ່ເຂົາເຈົ້າຂຽນມາວ່າ ນາງພະຍານາກ ແມ່ນ

ຮູບໂຄສະນາຊວນໃຫ້ເຊື່ອວ່າເຄີຍມີຝຣັ່ງຈັບພະຍານາກໄດ້ ສ່ວນຫຼາຍຈະມານຳລົດຂາຍຍາ

ພະຍານາກບໍ່ມີໄຜຈັບໄດ້ ແຕ່ວ່າມີຄົນເຄີຍເຫັນ ມີມາດົນນານແລ້ວ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວໂຕນາກທີ່ເຫັນຢູ່ນຳວັດ ມັນຄືບໍ່ແບບນີ້


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວໂຕນາກທີ່ເຫັນຢູ່ນຳວັດ ມັນຄືບໍ່ແບບນີ້



ພະຍານາກທີ່ຢູ່ຕາມວັດກໍ່ເປັນພຽງຮູບພາບທີ່ຄົນສະໄໝກ່ອນຕິນຕະນາການຕາມການເລົ່າຂຽນແຕ້ມຂີດບອກຕໍ່ກັນມາ
ຄົນທີ່ເຄີຍເຫັນພະຍານາກຕົວຈິງໃນປະຈຸບັນຄົງບໍ່ເຫຼືອໃນໂລກແລ້ວລະ ເຮີໆໆ

~Vਕਆpïrєی™~

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ແບບນີ້ນິເອງເນາະ ແຕ່ພະຍານາກຕົວຈິງນິເປັນແບບໃດນໍ ຊິມີໃຜເຄີຍເຫັນບໍຖ້າໄດ້ເຫັນເພິ່ນແລ້ວກະຢ່າລືມເອົາມາເລົ່າສູ່ຟັງແນ່ເນີ້


໒ ກະທູ້
໙໙ ໂພສ
ນັກການກະທູ້
ເງີ້ ເຈົ້າຂອງກະທູ້ບໍ່ຄວນໃສ່ຊື່ແນວນັ້ນ ຄົນອ່ານເຂົ້າໃຈຜິດຫມົດ ຫນ້າຈະໃສ່ວ່າ "ຮູບທີ່ຄົນລາວເຄີຍຄຶດວ່າແມ່ນພະຍານາກທີ່ແທ້ແມ່ນປາຊະນິດນຶ່ງ" ຄືສິດີກວ່າ ສ່ວນເລື່ອງປາ Oar fish ນິ ເຮົາກໍເຄີຍສຶກສາຫາອ່ານຈາກປຶ້ມມາດົນແລ້ວ ແລະສ່ວນໂຕຄຶດວ່າມັນບໍ່ແມ່ນພະຍານາກດອກ ເພາະມັນຢູ່ໃນທະເລເປັນນ້ຳເຄັມ ສ່ວນພະຍານາກທີ່ຄົນລາວເຊື່ອຖືນີ້ ມີແທ້ຫລືບໍ່ມີ ກໍບໍ່ອາດຢັ້ງຢືນໄດ້ ແຕ່ໃຜຈະຮູ້ລະຖ້າມີພະຍານາກແທ້ ອາດຈະຢູ່ພື້ນນ້ຳຂອງພຸ້່ນ ໃຜຢາກເຫັນກໍລອງມຸດລົງໄປເບິ່ງຫະຫະ ແຕ່ແປກບ່ອນຖ້າພະຍານາກມີແທ້ ແລະເປັນສັດຊະນິດນຶ່ງ ເຮົາວ່າຫນ້າຈະມີຄົນເຄີຍພົບຊາກສົບເນາະ ແຕ່ອັນນີ້ບໍ່ເຫັນເລີຍ ຈັກເປັນຫຍັງກໍບໍ່ຮູ້ ຫຶຫຶ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອ່າ...ຮາ...........! ຫຼົງງົມງວາຍຢູ່ຕັ້ງດົນວ່າຮູບນັ້ນແມ່ນພະຍານາກແທ້...........!

ຂອບໃຈ ໆ ໆ..............ກ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ້າວວວວ ພະຍານາກອິນເຕີ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຖາມພະນັກປະຕິບັດວ່າມີແທ້ບໍ່

ຄົນທີ່ມີສີນບໍລິສຸດ ຈັ່ງສິເຫັນເພີ່ນ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຊື່ອຢ່າລົບລູ່
ພຍານາກມີແທ້ ແຕ່ຮູບຫັ້ນບໍ່ແມ່ນ

ຮັກນ້ອງຕອນເມົາ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວໂຕນາກທີ່ເຫັນຢູ່ນຳວັດ ມັນຄືບໍ່ແບບນີ້



ພະຍານາກທີ່ຢູ່ຕາມວັດກໍ່ເປັນພຽງຮູບພາບທີ່ຄົນສະໄໝກ່ອນຕິນຕະນາການຕາມການເລົ່າຂຽນແຕ້ມຂີດບອກຕໍ່ກັນມາ
ຄົນທີ່ເຄີຍເຫັນພະຍານາກຕົວຈິງໃນປະຈຸບັນຄົງບໍ່ເຫຼືອໃນໂລກແລ້ວລະ ເຮີໆໆ



ແມ່ນຫວາ ງົງົງງົງົ

ເຮົາຄິດວ່າປາທີ່ທ່ານເອົາມາໃຫ້ເບິ່ງນີ້ ກັບພະຍານາກ ທີ່ຄົນລາວເຮົານັບຖືກັນນັ້ນ ບໍ່ນ່າຈະແມ່ນອັນດຽວກັນ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ພະຍານາກທີ່ເຮົານັບຖືກນັ້ນຕົວບໍ່ຂາວ

ແລ້ວກໍ່ມີແທ້ໃນໂລກ ບໍ່ແມ່ນຂຽນຂຶ້ນຕາມຈິນຕນາການ

ແລ້ວເພີ່ນກະນັບຖືສາສນາພຸດ


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ພະຍານາກຈະອອກໄປທາງງູຫຼາຍກວ່າປາ

Sin tu amor en mi vida, mi vida no se
como podre yo vivir

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາມາຕົ້ມສົ້ມໃສ່ໃບຫມາກຂາມອ່ອນຄືຊິຄັກນໍ!
ແລະຫຼາຍຄົນກໍຈະອີ່ມຫນຳສຳຣານໃຈດີ!!


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ໂຫດແທ້ເປັນກິນບໍ່

ຄົນໄກບ້ານ........ຍາກກັບບ້ານເດ່

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Alexis ຂຽນວ່າ...
ບໍ່ເຊື່ອຢ່າລົບລູ່
ພຍານາກມີແທ້ ແຕ່ຮູບຫັ້ນບໍ່ແມ່ນ


ບໍ່ໄດ້ວ່າບໍ່ເຊື່ອແຕ່ທີ່ເວົ້າມາແມ່ນຮູບໃບນັ້ນທີ່ຄົນລາວຫຼົງເຊື່ອວ່າແມ່ນພະຍານາກ
ແຕ່ຫົວຂໍ້ກະທູ້ມັນອາດລໍ້ແຫຼມໄປໃນທາງທີ່ບໍ່ເຊື່ອຊື່ໆ ອິອິອິ

~Vਕਆpïrєی™~

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວໂຕນາກທີ່ເຫັນຢູ່ນຳວັດ ມັນຄືບໍ່ແບບນີ້



ພະຍານາກທີ່ຢູ່ຕາມວັດກໍ່ເປັນພຽງຮູບພາບທີ່ຄົນສະໄໝກ່ອນຕິນຕະນາການຕາມການເລົ່າຂຽນແຕ້ມຂີດບອກຕໍ່ກັນມາ
ຄົນທີ່ເຄີຍເຫັນພະຍານາກຕົວຈິງໃນປະຈຸບັນຄົງບໍ່ເຫຼືອໃນໂລກແລ້ວລະ ເຮີໆໆ



ແມ່ນຫວາ ງົງົງງົງົ

ເຮົາຄິດວ່າປາທີ່ທ່ານເອົາມາໃຫ້ເບິ່ງນີ້ ກັບພະຍານາກ ທີ່ຄົນລາວເຮົານັບຖືກັນນັ້ນ ບໍ່ນ່າຈະແມ່ນອັນດຽວກັນ



ແມ່ນແລ້ວເພາະຮູບໂຕທີ່ເຫັນທະຫານຈັບໄດ້ນັ້ນແມ່ນປາທີ່ຢູ່ທະເລ ສ່ວນພະຍານາກຢູ່ນ້ຳຂອງເຊື່ງເປັນນ້ຳຈືດ

~Vਕਆpïrєی™~

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ love4nut ຂຽນວ່າ...
ພະຍານາກທີ່ເຮົານັບຖືກນັ້ນຕົວບໍ່ຂາວ

ແລ້ວກໍ່ມີແທ້ໃນໂລກ ບໍ່ແມ່ນຂຽນຂຶ້ນຕາມຈິນຕນາການ

ແລ້ວເພີ່ນກະນັບຖືສາສນາພຸດ


ແຕ່ໄດ້ຍິນຜູ້ເຖົ້າຜູ້ແກ່ເພີ່ນວ່າພະຍານາກທີ່ປັ້ນ,ແຕ້ມອອກມາປະດັບຕາມວັດນັ້ນເປັນພຽງຮູບປັ້ນ ແລະ ແຕ້ມຕາມ
ຄຳທີ່ເຄີຍມີຄົນບອກເລົ່າວ່າພະຍານາກເປັນໂຕແນວໃດ ສ່ວນວ່າພະຍານາກຕົວຈິງນັ້ນຄົງຈະບໍ່ມີໃຜເຫັນໄດ້ນອກຈາກຜູ້ວິເສດ

~Vਕਆpïrєی™~

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>