ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ເລື່ອງເລິກລັບ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເກັ່ງເນາະ ໄປຫາຮູບມາໄດ້ປານນີ້
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເອີ............ເປັນຈັ່ງຊີ້.......ຄິດວ່າຊິຄືພະຍານາກໜັງພະໂອລົດ.......ແບບນີ້ເອງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍຢາກຮູ້ວ່າປັດຈຸບັນນີ້ ຍັງມີປາຊະນິດນີ້ຢູ່ບໍ່ ຫລືວ່າ ປາຊະນິດນີ້ສູນພັນໄປແລ້ວ
liverpool you"ll never walk alone
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ດີໆປະທັບໃຈຫຼາຍ ທີ່ໄດ້ເຫັນແນວແປກໆ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະຍານາກອາເມລິກາບໍ່ຄືພະຍານາກບ້ານເຮົາເນາະ
ຂ້ອຍແມ່ນ ”ລາວ“
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຕອນຢູ່ນ້ຳຫັ່ນງາມເນາະ ໃຜວ່າພະຍານາກບໍ່ມີແທ້ ບໍ່ເຊື່ອຢ່າລົບລູ່ເດີ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະຍານາກມີແທ້, ຄົນບໍ່ມີສັດທາ ຍ່ອມບໍ່ມີວັນເຫັນໃນສິ່ງທີ່ເປັນໄປບໍ່ໄດ້. ປ່ຽນຫົວຂໍ້ເດີ້ ບໍ່ມ່ວນປານໃດ
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢູ່ລາວນີ້ ກະຊິມີຢູ່ບໍ່ ປາແບບນີ້ນະ
ຢູ່ຫ່າງໆ ຢ່າງຫ່ວງໆ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເປັນຕາແຊບເນາະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄືກັບໂຕທີ່ຢູ່ຫົວຜູ້ເຖົ້າເລີຍເນາະ... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ແມ່ນປານ້ຳເລິກຫວາ ມັນໃກ້ສິຕາຍເລີຍຂຶ້ນມາຫາຍໃຈຊື່ໆ ເຫັນກະເຈົ້າວ່າຊັ້ນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ແມ່ນປາລາດທະເລເບາະນີ້
(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເອົາມາຕົ້ມສົ້ມກີນເດເນາະຄືສິແຊບ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
man leo mun ka man pa sa nit 1 |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະຍານາກ ແມ່ນປາຊະນິດໜື່ງ ຄັນຊັນເຮົາຄວນຈະໃສ່ຊື່ວ່າ ພະຍາປາ ໜ້າຈະເໝາະກວ່າ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ love4nut ຂຽນວ່າ... ພະຍານາກທີ່ເຮົານັບຖືກນັ້ນຕົວບໍ່ຂາວ ແລ້ວກໍ່ມີແທ້ໃນໂລກ ບໍ່ແມ່ນຂຽນຂຶ້ນຕາມຈິນຕນາການ ແລ້ວເພີ່ນກະນັບຖືສາສນາພຸດ ແຕ່ໄດ້ຍິນຜູ້ເຖົ້າຜູ້ແກ່ເພີ່ນວ່າພະຍານາກທີ່ປັ້ນ,ແຕ້ມອອກມາປະດັບຕາມວັດນັ້ນເປັນພຽງຮູບປັ້ນ ແລະ ແຕ້ມຕາມ ຄຳທີ່ເຄີຍມີຄົນບອກເລົ່າວ່າພະຍານາກເປັນໂຕແນວໃດ ສ່ວນວ່າພະຍານາກຕົວຈິງນັ້ນຄົງຈະບໍ່ມີໃຜເຫັນໄດ້ນອກຈາກຜູ້ວິເສດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພະຍານາກມີແທ້ເດີພີ່ນອ້ງເຄີຍມີຄົນເຫັນມາແລ້ວ ລັກສະນາຈະຄ້າຍງູຫຼາຍກ່ວາປາ ໃນຄັງພຸດທະການການຍັງໄດ້ກວ່າໄວ້ ບັງໄຟກະຍັງມີ ສະແດງວ່າ ກະຕອ້ງມີແທ້ ສ່ວນປານັ້ນກະເປັນປາໃນທະເລຊະນິດໜື່ງບໍ່ແມ່ນພະບານາກ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ທ່ານບໍ່ຮູ້ບໍ່ແນ່ໃຈຢ່າເວົ້ານັ້ນແມ່ນປາທີ່ຢູ່ທະເລບໍ່ແມ່ນຢູ່ນ້ຳຂອງ ສ່ວນຢູ່ນ້ຳຂອງຈະເປັນອີກແບບໜຶ່ງແຕ່ຂ້ອຍບໍ່ມີຮູບມາໃຫ້ເບິ່ງດອກ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໃຜເຄີຍເຫັນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ... ເງີ້ ເຈົ້າຂອງກະທູ້ບໍ່ຄວນໃສ່ຊື່ແນວນັ້ນ ຄົນອ່ານເຂົ້າໃຈຜິດຫມົດ ຫນ້າຈະໃສ່ວ່າ "ຮູບທີ່ຄົນລາວເຄີຍຄຶດວ່າແມ່ນພະຍານາກທີ່ແທ້ແມ່ນປາຊະນິດນຶ່ງ" ຄືສິດີກວ່າ ສ່ວນເລື່ອງປາ Oar fish ນິ ເຮົາກໍເຄີຍສຶກສາຫາອ່ານຈາກປຶ້ມມາດົນແລ້ວ ແລະສ່ວນໂຕຄຶດວ່າມັນບໍ່ແມ່ນພະຍານາກດອກ ເພາະມັນຢູ່ໃນທະເລເປັນນ້ຳເຄັມ ສ່ວນພະຍານາກທີ່ຄົນລາວເຊື່ອຖືນີ້ ມີແທ້ຫລືບໍ່ມີ ກໍບໍ່ອາດຢັ້ງຢືນໄດ້ ແຕ່ໃຜຈະຮູ້ລະຖ້າມີພະຍານາກແທ້ ອາດຈະຢູ່ພື້ນນ້ຳຂອງພຸ້່ນ ໃຜຢາກເຫັນກໍລອງມຸດລົງໄປເບິ່ງຫະຫະ ແຕ່ແປກບ່ອນຖ້າພະຍານາກມີແທ້ ແລະເປັນສັດຊະນິດນຶ່ງ ເຮົາວ່າຫນ້າຈະມີຄົນເຄີຍພົບຊາກສົບເນາະ ແຕ່ອັນນີ້ບໍ່ເຫັນເລີຍ ຈັກເປັນຫຍັງກໍບໍ່ຮູ້ ຫຶຫຶເຫັນດີນຳທ່ານ , ເຈົ້າຂອງກະທູ້ຄວນຕັ້ງປະເດັນໃຫ້ລະອຽດກວ່ານີ້ເພາະຈະເຮັດໃຫ້ຜູ້ອ່ານເຂົ້າໃຈປະເດັນຜິດປາຊະນິດນີ້ຄົນລະເລື່ອງ ກັບພະຍານາກເຊິ່ງເປັນສັດໃນຕຳນານ ມີແທ້ຫລືບໍ່ ບໍ່ມີໃຜຕອບໄດ້(ພະຍານາກເປັນສັດຄຽງຄູ່ກັບວັດທະນະທຳລາວມາດົນນານ) ເລື່ອງ ນີ້ຈິ່ງເປັນເລື່ອງລະອຽດອອ່ນ ແລະ ອີກຢ່າງສິ່ງທີ່ເຮົາບໍ່ເຫັນບໍ່ໄດ້ຫມາຍຄວາມວ່າບໍ່ມີ, ໂລກເຮົາມີ ພື້ນດິນບໍ່ພໍເທົ່າໃດ % ແລ້ວມະນຸດເອງບໍ່ທັນສຳຫລວດໂລກໄດ້ທັງຫມົດ ສັດບາງສະນິດມະນຸດເຮົາກະຍັງບໍ່ຮູ້ຊ້ຳ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮູບແບບນີ້ເຄີຍເຫັນມາແລ້ວ ອັນທີ່ຄົນລາວເຮົາເອີ້ນວ່າພະຍານາກນັ້ນ ໄດ້ຍິນແຕ່ແມ່ໂກະຂອງແມ່ໂກະຂອງແມ່ໂກະຂອງແມ່ໂກະອີກເລົ່ງສູ່ແມ່ໂກະຂ້ອຍຟັງວ່າມັນເປັນງູໃຫຍ່ທີ່ຢູ່ໃນນ້ຳຫຼືເຂົາເອີ້ນວ່າເງືອກ ຮູ້ມາຊ່ຳນີ້ແຫຼະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້າກະເຈົ້າກະຍັງບໍ່ເຄີຍເຫັນເທຶ່ອດອກພະຍານາກຫັນນະ ແຕ່ຄິດວ່າຄືຊິບໍ່ເປັນແບບນີ້ແນ່ນອນ ຮູບນີ້ເຂົ້າກະບອກແລ້ວວ່າແມ່ນປາ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຄີຍ ອ່ານໃນໜັງສືພິມ ແຕ່ດົນແລ້ວ ຕອນ ທ້າຍປີ 2009 ຊາວເມືອງ ໄກສອນ ພາກັນ ຊາລືວ່າ ເຫັນພະຍາ ຂື້ນ ມາ ໜ້າວັດໃຫ່ຍ ໄຊຍະພູມ ແລະ ບໍລິເວນ ໜ້າຫໍມະເຫສັກ ກັບ ດ່ານຂົວ ມິດຕະພາບ ລາວ- ໄທ ນິ ແລະ ມີ ແຜ່ນ cd ກັອບ ຂາຍເຕັມ ເລີຍ ບໍ່ຮູ່ ວ່າ ເຮົາ ມີບຸນ ຫລື ກຳແຕ່ ຢ່າງໃດ ໄປ ໂຮງຮຽນ ແຖວ ນັ້ນທຸກມື້ ບໍໄດ້ ເຫັນເລີຍ ເຫັນ ແຕ່ ແມ່ ຄ້າເພີ່ນເອົາ ເຄື່ອງມາຂາຍ ຈົນສຸດຫູສຸດ ຕາ ຕາມ ແຄມ ທາງ ລຽບແມ່ນ້ຳຂອງ ບັນຍາກາດ ຄຶດຄັກດີ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອັນນີ້ມັນປາແລ້ວບໍ່ແມ່ນພະຍານາກ ຮູບຮ່າງກໍ່ບໍ່ຄືກັນເລີຍ ຄົນທີ່ບໍ່ຮູ້ກໍ່ຄິດເອົາເອງວ່າເປັນພະຍານາກ ເຮັດໄຫ້ຄົນອື້ນສັບສົນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອາດຈະແມ່ນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
Oh my budda ... beautiful fish beautiful naga |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ dader ຂຽນວ່າ... ຂ້າກະເຈົ້າກະຍັງບໍ່ເຄີຍເຫັນເທຶ່ອດອກພະຍານາກຫັນນະແຕ່ຄິດວ່າຄືຊິບໍ່ເປັນແບບນີ້ແນ່ນອນ ຮູບນີ້ເຂົ້າກະບອກແລ້ວວ່າແມ່ນປາ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໂອ ງາມ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແປກດີເນາະ
ບໍມີໃຜແຊງຄວາມໄວເຮົາເປັນເລີດ 555
|