ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຫໍສະໝຸດກັບຮ້ານເຫລົ້າ

໔ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ມາກແລະອັງແກນເຄີຍກ່າວໄວ້ວ່າ ມະນຸດກໍ່ສ້າງສະພາບແວດລ້ອມຄືແນວໃດ ສະພາບແວດລ້ອມກໍ່ຈະຫລໍ່ຫລອມມະນຸດຄືແນວນັ້ນ. ຂ້າພະເຈົ້າຄຶດສົງສານໃນໃຈທີ່ບ້ານເຮົາເມືອງເຮົາສ້າງສະພາບແວດລ້ອມທີ່ເຕັມໄປດ້ວຍສິ່ງມຶ່ນເມົາຈົນເໜືອທີ່ຈະພັນລະນາໄດ້. ຂ້າພະເຈົ້າຂີ່ລົດໄປຕາມຖະໜົນບໍ່ຫ່າງກັນຮ້ອຍແມັດກໍຈະເຫັນປ້າຍຮ້ານເຫລົ້າກະຈາຍໄປໝົດ, ຮ້າຍແຮງໄປກວ່ານັ້ນໃກ້ກັບສະຖານການສຶກສາກໍແທບວ່ານັບບໍ່ລົ້ນ, ຖ້າສົມທຽບລະຫວ່າງສະຖານທີ່ໃຫ້ຄວາມຮູ້ໃຫ້ການສຶກສາ ເປັນຕົ້ນຫໍສະໝຸດ, ຮ້ານຂາຍປຶ້ມ..ແລ້ວມັນໂລດໂຕນກັນປານຟ້າກັບດິນ. ເຮັດໃຫ້ທັງຜູ້ໃຫຍ່ຜູ້ນ້ອຍນັກຮຽນນັກສຶກສາໃສ່ໃຈການຮຽນພຽງແຕ່ໃນຫ້ອງທີ່ເຫລືອຢູ່ຮ້ານຕ່າງໆທີ່ກະຈາຍກັນໄປ. ຫລາຍຄົນຄົງໄດ້ຍິນນົກກາງແກຂາວກາງຮ້ານ, ເບິ່ງໄປຮ້ານໃດກໍແມ່ນແຕ່ຊຸດນັກສຶກສາຂາວອ້າບລ້າບ, ບາດເບິ່ງຢູ່ຫໍສະໝຸດບໍ່ເຫັນພໍຄົນ. ເມື່ອຊາວໜຸ່ມຂອງຊາດເປັນແນວນີ້ ເຮັດໃດປະເທດຊາດຈຶ່ງຊິພັດໄປກັບປະເທດບ້ານເພິ່ນ. ເວົ້າແນວນີ້ກໍບໍ່ແມ່ນທັງໝົດບໍ່ຕັ້ງໃຈຮຽນ ກໍມີຢູ່ທີ່ຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນ, ແຕ່ກໍຄືວ່າເຫລັກຫລາຍກວ່າຖ່ານ.


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຄົນມັກກິນເບຍແຕ່ຮຽນດີກະມີ

ຊົ່ວຢ່າງສ້າງສັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າປ່ຽນຮ້ານເບຍໃຫ້ເປັນຫ້ອງສະໝຸດໄດ້ຄືຊິດີເນາະຊັ້ນນະ ອິອິອິ


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ແມ່ນ ຜູ້ໃຫຍ່ຄວນເບິ່ງຈູດນີ້ໃຫ້ດີ ບໍ່ແມ່ນວ່າຫາແຕ່ຜົນປະໂຫຍດໃຫ້ແກ່ຕົນເອັງຢ່າງດຽວ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮິໆ ມາຈອບ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ...
ເຮິໆ ມາຈອບ

ປ່ວນດີເນາະ ຮ່າໆໆໆ​

ຄັນຈະເວົ້າແລ້ວ: ຮ້ານເຫຼົ້າເຂົ້າໄປກະດື່ມແຕ່ນ້ຳເມົາ ເຂົ້າຫ້ອງສະມຸດບໍ່ຕ້ອງຂຸດກໍຫາກເຈິຄວາມຮູ້ເດີ້ ພີ່ນ້ອງເອີຍ

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຄົນລາວທີ່ມັກອ່ານ ໄດ້ເຄິ່ງໜຶ່ງຂອງຄົນຫວຽດນາມກໍຄົງດີ....


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍທັງມັກອ່ານແລະມັກດື່ມ.

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີເວລາຮຽນແດ່ ມີຫຼີ້ນມີດື່ມແດ່ອອກສັງຄົມ
ເອົາແຕ່ຮຽນຢ່າງດຽວ ບຶດຫນື່ງກະເປັນບ້າ

ຮັກນ້ອງຕອນເມົາ

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ເຮັດວຽກແລ້ວ...


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຄົນມັກກິນເບຍແຕ່ຮຽນດີກະມີ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສດຖະກິດ ການຕະຫຼາດ ກະແບບນີ້ລະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄົນມັກກິນເບຍກະຮຽນເກັງຄືກັນເຂົ້າຮ້ານເຫຼົ້າຮ້ານເບຍລະມີຄວາມສຸກດີ

ວິທີຂຽນເວບໄຊມີຫຍັງແນ່?

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງຄົນລາວກະມັກອ່ານໄດ໋..
ເຫັນໜັງສືທຳນາຍຝັນ..
ມີມັນທຸກບ້ານ..................................


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເມົາດີກວ່າວຸ້ນວານຍແນວອື່ນ

ພັນທະຫົວໃຈ::

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ກະແວະເຂົ້າກິນເບຍເນາະ

ຄົນເຮົາເລືອກເກິດບໍ່ໄດ້....

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ໂທດຂອງຄວາມເມົາ
ເຫຼົ້າເບຍປະເພດເຄື່ອງມືນເມົາຕ່າງໆເຫຼົ່ານີ້ປະຈຸບັນເຫັນວ່າເປັນສິ່ງທີ່ຂາດບໍ່ໄດ້ໃນການພົບປະສ້າງສັນໃນສັງຄົມແຕ່ບາງຄັ້ງເຮົາອາດຈະບໍ່ຮູ້ ແລະ ເຂົ້າໃຈລະອຽດກ່ຽວກັບໂທດຂອງມັນຈຶ່ງພາກັນມ່ວນຊື່ນເພີ້ດເພີນໄປກັບມັນ ຄວາມຈິງປະເພດສິ່ງມືນເມົາເຫຼົ່ານີ້ເປັນເຫດໃຫ້ເຮົາເສຍທັ້ງຊັບສິນເສຍໝູ່ຄູ່ເສຍຄວາມຮູ້ສຶກຂອງຄວາມເຄີຍເປັນຄົນທີ່ຮູ້ຈັກກັນມາກ່ອນເພາະສຸລາກໍ່ໃຫ້ເກີດປາກສຽງທະເລາະວິວາດກັບບຸກຄົນເຫຼົ່ານີ້,ເມື່ອດື່ມເຂົ້າຫຼາຍແລ້ວຈະເກີດພະຍາດ,ຖືກດູໝິ່ນນິນທາຈາກຄົນທັ້ງຫຼາຍ,ເຮັດໃຫ້ເຮົາໝົດມາລະຍາດອັນດີງາມ ແລະ ບໍ່ມີຄວາມລະອາຍກັບບຸກຄົນທຸກຊັ້ນ,ໝົດຄວາມເຄົາລົບນັບຖືຈາກບຸກຄົນອ້ອມຂ້າງເຮັດໃຫ້ຄົນອື່ນຂາດຄວາມເຊື່ອໝັ້ນໃນຕົນເອງບໍ່ມີຄວາມເຄົາລົບບຸກຄົນທີ່ຄວນເຄົາລົບ ແລະ ສະຖານທີ່ຕ່າງໆ, ພ້ອມນັ້ນຍັງເຮັດໃຫ້ປັນຍາເຊື່ອມຖອຍຕາມລໍາດັບຕາມປະລິມານຂອງສຸລາ ຫາກລິດສຸລາໄດ້ແຜ່ໄປໃນສະຖານທີ່ແຫ່ງໃດແແຫ່ງໜຶ່ງແລ້ວສະຖານທີ່ແຫ່ງນັ້ນຈະບໍ່ມີຄວາມສຸກ ແຕ່ຈະເຕັມໄປດ້ວຍເລື່ອງລາວຕ່າງໆ ມີການຊົກຕີກັນ ບາງຄັ້ງເຄື່ອງມືນເມົາເຫຼົ່ານີ້ກໍ່ປຽບເໝື່ອນດັ່ງຢາເສີມບ້າເພາະຄົນດີໆມີສະຕິສົມບູນພໍດື່ມຢານີ້ເຂົ້າໄປບໍ່ພໍເທົ່າໃດນາທີ ຄວາມບໍ່ມີສະຕິຈະເລີ່ມສະແດງອອກມາທັນທີທາງກາຍວາຈາໂດຍການອວດຮັ່ງອວດມີອວດດີອວດສະຫຼາດ ແລະ ອວດເກັ່ງກ້າສາມາດເຫຼົ້ານີ້ເປັນຕົ້ນ ຍ້ອນລິດຂອງສຸລາເຂົ້າໄປທຳລາຍໃຈເຮັດໃຫ້ໃຈເສຍຫຼັກແລ້ວ ສະຕິປັນຍາເຊິ່ງເປັນເຄື່ອງຮັກສາກາຍ,ຮັກສາວາຈາ ແລະ ຮັກສາຄວາມດີຕ້ອງລົ້ມສະລາຍ ສາມາດທຳຄວາມຊົ່ວໄດ້ສາລະພັດຢ່າງໂດຍບໍ່ຮູ້ສຶກຕົວສິ່ງທີ່ເຮົາກະທຳໃນເວລາເມົາຂາດສະຕິນັ້ນຄົນປົກກະຕິທຳມະດາບໍ່ສາມາດເຮັດໄດ້ ການທຳຄວາມຊົ່ວໃນເວລາເມົາບໍ່ໄດ້ປະກອບດ້ວຍສະຕິເພາະສະຕິ ຫຼື ເຄື່ອງຄອບຄຸມກາຍ,ວາຈາ ແລະ ໃຈນັ້ນຖືກທຳລາຍດ້ວຍອານຸພາບຂອງລິດສຸລາອັນເປັນເຫດໃຫ້ ຂາດຄວາມລະອາຍເສຍຄວາມເປັນມະນຸດ
ສະນັ້ນທ່ານທັງຫຼາຍທີ່ໄດ້ຮູ້ເຫັນ ແລະ ເຄີຍເປັນທາດຂອງຄວາມເມົາມາແລ້ວບໍ່ຫຼາຍກໍ່ໜ້ອຍກໍ່ຄົງຈະເຂົ້າໃຈ ແລະ ຮັບຮູ້ເຖິງອາລົມດັ່ງກ່າວວ່າເປັນລັກສະນະແບບໃດເຖິງຈະຮູ້ເຂົ້າໃຈລະອຽດປານໃດກໍ່ຕາມເມື່ອເຮົາບໍ່ສາມາດປະຕິເສດ ແລະ ຫຼີກລ້ຽງກັບສິ່ງນີ້ໄດ້ແຕ່ກໍ່ໍຂໍໃຫ້ຢູ່ກັບສິ່ງນີ້ກີນດື່ມແບບມີສະຕິໃຫ້ສົມມາພາຄວນເພື່ອປ້ອງກັນຕົວເອງບໍ່ໃຫ້ເປັນທາດຄວາມເມົາແລ້ວຈະນຳຄວາມເດືອດຮ້ອນຄວາມສູນເສຍອັນເກີດຈາກປາກສຽງການທະເລາະວິວາດຮ້າຍໄປກວ່ານັ້ນອຸປະຕິເຫດຕາມມາໃຫ້ເຮົາຕ້ອງສູນເສຍເວລາສູນເສຍຊັບສິນສູນເສຍອະໄວຍະວະບາງສ່ວນບາງຄັ້ງອາດເຖິງແກ່ຊີວິດສະນັ້ນຈົ່ງຢຸດສາເພື່ອອານາຄົດທີ່ດີເພື່ອຄົນທີ່ເຮົາຮັກ ແລະ ຮັກເຮົາ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ອາມິດຕະພຸດ.ເກີດແກ່ເຈັບຕາຍ.ກຳກົດບ່ໍໄດ້,ດັ່ງນັ້ນຈົ່ງປ່ອຍວ່າງ.ປ່ອຍໃຫ້ເປັນໄປຕາມເວນກຳ.ສຸດແລ້ວແຕ່ບຸກຄົນໃດຊີເລືອກທາງເດີນຂອງຊີວິດ.ຖ້າຊີວິດນີ້ຈະໄປຖີ້ມໄວ້ກັບຮ້ານເຫຼົ້າຮ້ານເບຍກະຢ່າເຂົາເຈົ້າຊະ.ເຮົາພະຍາຍາມເຮັດໃນສີ່ງທີ່ມີປະໂຫຍດແກ່ສັງຄົມ,ແກ່ປະເທດຊາດ ແລະ ຍາດວົງຕະກູນເຮົາກໍ່ພໍແລ້ວ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິງ

ຮັກແທ້ຄືແມ່

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມີສຸລາ ຕ້ອງມີນາລີ.....
ມີນາລີ ບໍ່ມີສຸລາກໍ່ໄດ້
ຖ້າເວົ້າເລື້ອງເຫຼົ້າເລື້ອງເບຍ ບ້ານເຮົາມີການໂຄສະນາໜ້ອຍທີ່ສຸດເຖິງຜົນກະທົບ....ບາດໂຄສະນາຂາຍລຸດແລກແຈກແຫມ ຮ້ານເບຍປົ່ງປານໜໍ່ໄມ້
ຖ້າຈະໃຫ້ຢຸດດື່ມສິ່ງມືນເມົາຄືຈະເປັນໄປກໍ່ໄດ້ ຖ້າດື່ມໜ້ອຍເປັນໄປໄດ້ຢູ່ ແລະ ຍັງບໍ່ມີກົດໝາຍວ່າ ເດັກນ້ອຍອາຍຸ ຈັກປີບໍ່ໃຫ້ດື່ມ ມີແຕ່ຫ້າມດື່ມເກິນຂະໜາດ

ດອກຈຳປາ ດອກໄມ້ປະຈຳຊາດລາວ ທີ່ປວງຊົນເບິ່ງຂ້າມ

໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຂະໜາດໃກ້ສິເສັງ ຊວນກັນໄປຕິວບົດຮຽນກະຍັງກິນເບຍ = =


໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ຂໍແຈມນຳແນ່ ຄວາມຈິງແລ້ວການສ້າງຮ້ານເຫຼົ້າເບຍແມ່ນໃຜເປັນຜູ້ອະນຸຍາດ ສົ່ງເສີມສິ່ງມຶນເມົາແມ່ນໃຜເປັນໂຕການ ຜົນປະໂຫຍດສູງສຸດແມ່ນໃຜເປັນຜູ້ໄດ້ ຜົນກະທົບແມ່ນໃຜເປັນຜູ້ຮັບ ຖ້າຢາກແກ້ໄຂເຮົາຕ້ອງແກ້ໄຂບ່ອນຕົ້ນເຫດພຸ້ນ ຂ້ອຍກະບໍ່ມັກປານໃດ ທີ່ເຫັນ ນ.ສ ເຂົ້າຮ້ານເຫຼົ້າຮ້ານເບຍ ບາງກຸ່ມເມົາແລ້ວກະເຂົ້າຮອດບ້ານພັກ (ໃຜກ້າຢືນຢັນໄດ້ວ່າບໍ່ມີ)