ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສາເຫດໄດອານາຈັກລາວລ້ານຊ້າງ ຈິງເສີຍດິນເເດນໃຫ້ປະເທດສະຫຍາມ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຮຽນມາຍັງສະມາຊິກທຸກໆຄົນ ນັກຮຽນນັກສຶກສາທັ້ງຫລາຍ ໃຜໆກະຮູ່ຢູ່ວ່າ ລ້ານຊ້າງ ຕົກເປັນຫົວເມືອງຂື້ນ
ຂອງປະເທດສະຫຍາມ ເປັນເວລາ ຫລາຍປີພໍສົມຄວນ ສິ່ງທີ່ເກີດຂື້ນແບບນີ້ເຮັດໃຫ້ຄົນລາວເຮົາ ເຈັບອົກເຈັບໃຈ
ຢ່າງໜັກໜ່ວງຕໍ່ເຫດການຕ່າງໆ ເຖິງຢ່າງໄດກໍຕາມເຫດການມັນກະຜ່ານມາຫລາຍປີແລ້ວ ມັນກະເປັນຄວາມຊົງຈຳ
ທີ່ເຮົາຄວນເອົາເປັນບົດຮຽນ ປະດັບອົງຄວາມຮູ້ເຮົາ ຊິເຫດການເກີດຂື້ນແບບໄດໃນໄລຍະຕ່າໆໃນທ່າມກາງສະຫຍາມ
ປົກຄອງລ້ານຊ້າງ ຂຈພ ຢາກຂໍຄຳປຶກສາຈາກທ່ານສະມາຊິກທັ້ງຫລາຍວ່າ ຊ່ວຍວິເຄາະນຳກັນ ວ່າເປັນຫຍັງສະຫຍາມ
ຄືມາເອົາລ້ານຊ້າງມາເປັນປະເທດອະນານິຄົມ .
ຂອບໃຈທຸກໆຄົນເດີ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ແມ່ນຫັຍງນໍບາດນິ ຄືຕອບແບບນັ້ນເນາະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫຍາມຄືມາເອົາລ້ານຊ້າງມາເປັນປະເທດອະນານິຄົມ?
ສະຫຍາມເອົາລ້ານຊ້າງເປັນປະເທດສະລາດ ຫຼື ປະເທດເມືອງຂຶ້ນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
1.ແຕກແຍກກັນ,,,ແບ່ງເປັນສາມອານາຈັກ,,,ເກີດສົງຄາມພາຍໃນ ລະຫວ່າງ ສາມອານາຈັກ ລາວຂ້າລາວ,,,,ທັງສາມອານາຈັກ ອ່ອນກໍາລັງລົງ,,,,
2,ເມື່ອອ່ອນກໍາລັງລົງ ສະຫຍາມ ກໍ່ໄດ້ສວຍໂອກາດ ຮຸຮານ
3,ຄວາມຄິດຂອງສະຫຍາມ ຕອນນັ້ນແມ່ນ,,,ບໍ່ຮູ້ວ່າມີຫຍັງ ຢຶດໄວ້ກ່ອນ ແລ້ວຈັງວ່າກັນ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫັຍງນໍບາດນິ ຄືຕອບແບບນັ້ນເນາະ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນປະເທດລາວ ມີຊັບສົມບັດວັດຖຸບູຮານທີ່ມີຄ່າຢ່າງຫຼວງຫຼາຍ ແລະມີນັກປາດທີ່ເກ່ງ
ບໍ່ຮູ້ວ່າຂຽນຄຳສັບຖືກຫຼືບໍ່

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະນິດຈັງ ທຸກຂັງ ອະນັດຕາ
ບໍ່ມີໄຜ ຊະນະຕະຫຼອດໄປ ແລະບໍ່ມີໄຜ ພ່າຍແພ້ ສະເໝີ ໄປ
ຄົນເຮົາ ມີສຸກ ມີທຸກ ມີຊ່ວງທີ່ເຂ້ມແຊງ ແລະມີຊ່ວງທີ່ອ່ອນແອ
ປຽບເໜືອນກີລາ ມີແພ້ ມີຊະນະ
ຊາດໄທເອງ ກະເຄີຍຕົກເປັນເມືອງຂຶ້ນຊອງພະມ່າ ຕັ້ງຫລາຍເທືອ
ແຕ່ປັດຈຸບັນ ຊົນຊາວໄທ ກັບຊາວພະມ່າ ກະບໍ່ໄດ້ຄຽດ ໄດ້ຂົມກັນ
ກັບເລື່ອງໃນອະດີດ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາໃຈລະ


໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ນັນເປັນອາດີເເລ້ວອານະຄົດຊີ໋ເປັນຈັ່ງໄດປະຈຸບັນຊາວຈີນກັບວຽດນາມໄປໄສກ໋່ເຈີ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍປັດໄຈ ບໍ່ຂໍເວົ້າດອກ ດຽວນີ້ລາວກໍ່ເໝືອນຕົກເປັນອະນານິຄົມຂອງໄທຢູ່ແລ້ວ ເດັກນ້ອຍລາວໃຊ້ພາສາໄທຫຼາຍກວ່າພາສາລາວຢູ່ເບິ່ງແຕ່ລາຍການໂທລະທັດໄທຫຼາຍ ຄົນມີເງິນເອົາເງິນໄປຊື້ເຄື່ຶງຢູ່ໄທ(ຄືສົ່ງສວຍນີ້ລະ)

ຄິດດີ ເວົ້າດີ ເຮັດດີ

໔ ກະທູ້
໑໘໓ ໂພສ
ນັກການກະທູ້
...............

ถ้าคุณคิดถึงผม ผมก็คิดถึงคุณ.

໔ ກະທູ້
໑໘໓ ໂພສ
ນັກການກະທູ້
อะไรที่เกิดขึ้นในอดีต ก็อย่าเอามาเป็นกำแพงขว้างกั้นความสัมพันธ์ในปัจจุบัน
อย่าเพิ่งขุ่นข้องหมองใจกัน คำว่าบ้านพี่เมืองน้องยังมีความหมายอยู่ในใจตลอด

ถ้าคุณคิดถึงผม ผมก็คิดถึงคุณ.

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Khonbanna ຂຽນວ່າ...
ນັນເປັນອາດີເເລ້ວອານະຄົດຊີ໋ເປັນຈັ່ງໄດປະຈຸບັນຊາວຈີນກັບວຽດນາມໄປໄສກ໋່ເຈີ



ຫາກຍັງຮັກໃນພາສາລາວ ຢາກຂໍຄວາມກະຣຸນາເອົາໃຈໃສ່ໃນການຂຽນຕື່ມອີກແດ່.
ເຖິງແມ່ນວ່າຊິບໍ່ແມ່ນບັນຫາໃຫຍ່ໂຕມະໂຫລານອີຫຍັງກໍ່ຕາມ ກໍ່ຢາກຂໍຄວາມກະຣຸນາຈັກຫນ່ອຍຫນຶ່ງ.
ແຕ່ຖ້າບໍ່ຮັກລະກາບໍ່ເປັນຫຍັງ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຫຼາຍປັດໄຈ ບໍ່ຂໍເວົ້າດອກ ດຽວນີ້ລາວກໍ່ເໝືອນຕົກເປັນອະນານິຄົມຂອງໄທຢູ່ແລ້ວ ເດັກນ້ອຍລາວໃຊ້ພາສາໄທຫຼາຍກວ່າພາສາລາວຢູ່ເບິ່ງແຕ່ລາຍການໂທລະທັດໄທຫຼາຍ ຄົນມີເງິນເອົາເງິນໄປຊື້ເຄື່ຶງຢູ່ໄທ(ຄືສົ່ງສວຍນີ້ລະ)


ເວົ້າປານນັ້ນ ມີພຽງສ່ວນໜຶ່ງເທົ່ານັ້ນດອກ

ຊົ່ວຢ່າງສ້າງສັນ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຄວາມຈິງກ່າມີຫຼາຍປະເທດຢູ່ໄດທີ່ມາຮຸກຮານລາວນະ ບໍ່ວ່າຈະເປັນອາເມຣິກາ(ທຸກມື້ນີ້ລະເບີດຍັງເກັບບໍ່ໝົດ), ຝລັ່ງທໍລະຍົດຄົນລາວຈົນກະທັ້ງຈັບເອົາແມ່ມານ ແລະ ເດັກນ້ອຍໃສ່ກະສອບຖິ້ມລົງນ້ຳຂອງທັງເປັນ, ສະຫຍາມມາລັກຫອບເອົາວັດຖຸອັນມີຄ່າທີ່ເປັນພູມເປັນຍາຊາວບ້ານ ແລະ ວັດຖຸທາງດ້ານພຸດທະສາດສະໜາ ຈາກລາວໄປ, ເກນຄົນລາວໄປຂຸດຄອງແສນແສບ, ຈູດເຜົາວຽງຈັນໃຫ້ໄໝ້ຮາບຄາບ, ຕີຍາດເອົາແຜ່ນດິນລ້ານຊ້າງຈົນລາວເສຍແຜ່ນດິນ(ລາວອີ່ສານ ແລະ ລາວລ້ານນາໃນປະຈຸບັນ ຄົນລາວຢູ່ໃສກໍ່ດີກໍ່ຍັງຮັກ ແລະ ຫ່ວງແຫນຕໍ່ແຜ່ນດິນແມ່ສະເໝີ ຂໍແຕ່ວ່າຄົນປະເທດນັ້ນຢ່າກົດຂີ່ຂົ່ມເຫັງຄົນລາວກໍ່ພໍ) ນອກຈາກນີ້ຍັງມີປະເທດອື່ນໆທີ່ມາຮຸກຮານລາວ. ແຕ່ວ່າຕໍ່ກັບປະເທດອື່ນ ຄົນລາວຖືວ່າອາດີດເປັນບົດຮຽນທີ່ຜ່ານພົ້ນໄປ ຫັນມາເປັນມິດຕໍ່ກັນ ທຸກມື້ນີ້ຮ່ວມມືກັນພັດທະນາຊາດ ແຕ່ວ່າຕໍ່ກັບໄທນີ້ເປັນຫຍັງຄົນລາວສ່ວນໃຫຍ່ຈຶ່ງກຽດຊັງຝັງໃຈຕະຫຼອດມາ ຄຳຕອບມີຢູ່ວ່າ ຍ້ອນຄົນໄທສ່ວນໃຫຍ່ບໍ່ຮັກຄວາມສະຫງົບ ແລະ ດູຖູກຄົນລາວ ແລະ ປະເທດລາວມາໂດຍຕະຫຼອດ ຖ້າຢາກໃຫ້ຄົນລາວມີຄວາມຮູ້ສຶກຕໍ່ໄທດີຂຶ້ນ ໄທຕ້ອງປັບນິດໄສຂອງຕົວເອງ


໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ຄັນຊັ້ນເຮົາພາກັນໄປຕໍ່ສູ້ເອົາຄືນບໍ່


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍມີປື້ມປະຫວັດມັນ
ວ່າງໆລະຈິມາພີມໃຫ້ອ່ານເດີ່

ຮັກນ້ອງຕອນເມົາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຄົນຈຳນວນໜຶ່ງທີ່ມີອຳນາດມີເງິນແລ້ວສະສົມກຳລັງແລ້ວຮຸກຮານຍາດແຍ່ງຊາດໜຶ່ງ
ຄົນທີ່ຖືກຮຸກຮານແລະຍາດແຍ້ງ ບໍ່ມີກຳລັງ, ບໍ່ມີອຳນາດພຽງພໍທີ່ຈະຕອບໂຕ້, ບໍ່ມີການນຳທີ່ຖືກຕ້ອງ, ບໍ່ມີການເຕົ້າໂຮມກຳລັງສາມັກຄີທີ່ໜາແໜ້ນ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງແບບນີ້ຂ້ອຍວ່າເກັບໄວ້ເປັນບົດຮຽນດີກວ່າ..
ມັນກະຈົບມາດົນແລ້ວ..
ຄົນທີ່ກ່ຽວຂ້ອງ..
ປານນີ້ເກີດໃໝ່ໄດ້ສິບຊາດລ່ະຕີ້..
ຫັນມາສົນໃຈເລື່ອງຂອງດຽວນີ້ດີກວ່າ..
ຄືຄວາມເຫັນທາງເທິງຯທີ່ວ່າມາ..
ໄປທັງໃດກະເຈິແຕ່ດົ່ງໂດ່ຍ..


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຜູ້ອອກຄຳເຫັນທັດຈາກຂ້ອຍໄປທາງເທິງນີ້ປົກກະຕິລາວເຄີຍປະຈານລາວມາຕະຫຼອດ ບາດນີ້ມາແບບນຽນໆ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຄວາມຈິງກ່າມີຫຼາຍປະເທດຢູ່ໄດທີ່ມາຮຸກຮານລາວນະ ບໍ່ວ່າຈະເປັນອາເມຣິກາ(ທຸກມື້ນີ້ລະເບີດຍັງເກັບບໍ່ໝົດ), ຝລັ່ງທໍລະຍົດຄົນລາວຈົນກະທັ້ງຈັບເອົາແມ່ມານ ແລະ ເດັກນ້ອຍໃສ່ກະສອບຖິ້ມລົງນ້ຳຂອງທັງເປັນ, ສະຫຍາມມາລັກຫອບເອົາວັດຖຸອັນມີຄ່າທີ່ເປັນພູມເປັນຍາຊາວບ້ານ ແລະ ວັດຖຸທາງດ້ານພຸດທະສາດສະໜາ ຈາກລາວໄປ, ເກນຄົນລາວໄປຂຸດຄອງແສນແສບ, ຈູດເຜົາວຽງຈັນໃຫ້ໄໝ້ຮາບຄາບ, ຕີຍາດເອົາແຜ່ນດິນລ້ານຊ້າງຈົນລາວເສຍແຜ່ນດິນ(ລາວອີ່ສານ ແລະ ລາວລ້ານນາໃນປະຈຸບັນ ຄົນລາວຢູ່ໃສກໍ່ດີກໍ່ຍັງຮັກ ແລະ ຫ່ວງແຫນຕໍ່ແຜ່ນດິນແມ່ສະເໝີ ຂໍແຕ່ວ່າຄົນປະເທດນັ້ນຢ່າກົດຂີ່ຂົ່ມເຫັງຄົນລາວກໍ່ພໍ) ນອກຈາກນີ້ຍັງມີປະເທດອື່ນໆທີ່ມາຮຸກຮານລາວ. ແຕ່ວ່າຕໍ່ກັບປະເທດອື່ນ ຄົນລາວຖືວ່າອາດີດເປັນບົດຮຽນທີ່ຜ່ານພົ້ນໄປ ຫັນມາເປັນມິດຕໍ່ກັນ ທຸກມື້ນີ້ຮ່ວມມືກັນພັດທະນາຊາດ ແຕ່ວ່າຕໍ່ກັບໄທນີ້ເປັນຫຍັງຄົນລາວສ່ວນໃຫຍ່ຈຶ່ງກຽດຊັງຝັງໃຈຕະຫຼອດມາ ຄຳຕອບມີຢູ່ວ່າ ຍ້ອນຄົນໄທສ່ວນໃຫຍ່ບໍ່ຮັກຄວາມສະຫງົບ ແລະ ດູຖູກຄົນລາວ ແລະ ປະເທດລາວມາໂດຍຕະຫຼອດ ຖ້າຢາກໃຫ້ຄົນລາວມີຄວາມຮູ້ສຶກຕໍ່ໄທດີຂຶ້ນ ໄທຕ້ອງປັບນິດໄສຂອງຕົວເອງ



ແມ່ນແລ້ວ ເວົ້າໄດ້ຖືກຕ້ອງຫຼາຍ


໑ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ສາເຫດທີ່ ອານາຈັກລາວລ້ານຊ້າງ ເສີຍໃຫ້ອານາຈັກສະຍາມ ເພາະ
1. ຄົນລາວເຮົາເອງ ທີ່ ແຕກແຍກກັນເອງກ່ອນ
2. ສະຍາມ ເລ່ງ ຫາອານານິຄົມ ໃນ ອີນໂດຈີນ ແລະ ຖືກຊ່ວງໄລຍະນັ້ນ ພໍດີ
3. ການທໍ່ລະຍົດຂອງ ນາງ ໂມ.....ທີ່ເຮັດໃຫ້ລ້ານຊ້າງເສຍເອກະລາດໃຫ້ແກ່ ສະຍາມ
4. ຄວາມໂຊກຮ້າຍຂອງ ອານາຈັກລ້ານຊ້າງ
ສະຫລຸ່ບແລ້ວ ພວກເຮາສູນເສຍ ທຸກສີ່ງທຸກຍ່າງ ໃນການ ຮຸກຮານຂອງສະຍາມ ຊາວລ້ານລ້ານ ເກືອບ 40 ລ້ານຄົນ ຕົກເປັນ ສະເລີຍສືກ ຖືກກວດຕ້ອນເອົາ ວັດທະນາທຳ ຮີດຄອງປະເພນີ ແລະ ວັດຖຸລ້ຳຄ່າ ສັບສີນເງີນຄຳ ລ່ວມ ທັງ ຄວາມເປັນຊາດໃຫ້ແກ່ ສະຍາມ ໄປ ຍ່າງ ຫນ້າເສີຍດາຍ
ສຫລຸ່ບຮ່ວມແລ້ວ ຖ້າລ້ານຊ້າງເຮົາຫາກບໍ່ສູນເສຍ ສີ່ງເຫລົ່ານີ້ໄປ ລາວເຮາຈະມີອາລິຍະທຳສູງຫລາຍ.....ເກືອບເທົ່າ ອາລິຍະທຳຂອງອິນເດຍ
ເຮົາຈົ່ງມາຮັກປະເທດຂອງເຮາ ແລະ ພູມໃຈໃນປະເທດຂອງເຮາ ......
ຂໍ້ຂອບໃຈ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຂໍວິຈານນຳເເດ່ເດີຈັກຊຸດ ພໍໄດ້ຫອມປາກຫອມຄໍເນາະ
ຄືເລື່ອງປະຫວັດສາດນິໃຜໆ ກະເຂົ້າຂ້າງໂຕເອງທັ້ງນັ້ນແຫລະ ໃຜກະວ່າຕົນເອງເປັນພະເອກຕະຫລອດການ
ແຕ່ລະຄົນອອກມາວິຈານມາວິເຄາະ ສ່ວນຫລາຍກະມີແຕ່ສ້າງຄວາມຊອບທຳໃຫ້ແກ່ຕົນເອງຕະຫລອດ ບໍ່ຄ່ອຍເຫັນນັກວິຊາ
ການປະເທດໄດຕັ້ງໂຕຢູ່ກາງຈັກເທື່ອ ຄູບາເຄີຍຢູ່ໄທຫລາຍປີໄດ້ຍິນຄົນໄທບາງຄົນເວົ້າວ່າ ລາວເປັນອະນາເຂດຂອງໄທມາກ່ອນ
ບາງຄົນກະວ່າ ໄທຢູ່ພາກອີສານເປັນຂອງລາວມາກ່ອນ ຄືແຕ່ລະຄົນວິຈານປະຫວັດສາດບໍ່ຄືກັນ ເພາະວ່າການຮັບຂໍ້ມູນແຕ່ລະຄົນ
ມັນແຕກຕ່າງກັນ ນັກຂຽນປະຫວັດສາດທັ້ງຫລາຍບິດເບືອນເເດ່ ບາງເທື່ອກະຂຽນເຂົ້າຂ້າງຕົນເອງເເດ່ ມັນກະເລີຍເຮັດໃຫ້ຂໍ້ມູນ
ຄາດເຄື່ອນຈາກຄວາມເປັນຈີງ ຖ້າຈະມາຖຽງວ່າດິນເເດນບ່ອນນັ້ນ ບ່ອນນີ້ເປັນຂອງຄົນນັ້ນ ຄົນນີ້ ຄູບາວ່າຄືຊິບໍ່ຈົບຈັກເທື່ອດອກ
ຕາມຄວາມຄິດຄູບານິ ຄິດວ່າແຕ່ກ່ອນນິ ຕອນໄລຍະ ກຸ່ມພັກພວກອ້າຍລາວ ແລະຊາວໄທ ອົບພະຍົບມາຈາກກວ້າງຕຸງຈີນຕອນໃຕ້
ໂດຍຖືກໄລ່ຈາກຈັກກະພັດຈີນ ຂະຫຍາຍດິນແດນ ແລະໄດ້ແຍກໂຕມາຕັ້ງຖິ່ນຖານຢູ່ແຄມແມ່ນ້ຳຂອງ ແລະແມ່ນ້ຳເຈົ້າພະຍາ ຕັ້ງ
ອານາຈັກຂື້ນມາ ມີການບຽດບຽນໃຊ້ກຳລັງ ຍຶດຄອງທີ່ດິນເເດນຂອງກັນ ແລະກັນຕະຫລອດໃຜມີກຳລັງແຂງກວ່າກະໄດ້ປຽບເເດ່
ໃຜບໍ່ມີກຳລັງເຂັ້ມແຂງກະຕົກເປັນຫົວເມືອງຂື້ນ ຕອນນັ້ນຮູ້ສຶກວ່າມີຫລາຍອານາຈັກ ເຊັ່ນ ລ້ານຊ້າງ,ລ້ານນາ,ສຸໂຂໄທ,ພຸກາມ,ແລະ
ອະຍຸດທະຍາເປັນຕົ້ນ ແຕ່ລະອານາຈັກມີກະສັດປົກຄອງ ບາງອານາຈັກກະເປັນພັນທະມິດກັນ ໃນບາງເວລາ ບາງອານາຈັກກະເປັນ
ສັດຕູກັນ ໃນທີ່ນີ້ຢາກເວົ້າກ່ຽວກັບລ້ານນາ ເພາະວ່າມີຄົນວ່າເປັນຂອງລາວມາກ່ອນ ຖາມວ່າແມ່ນຢູ່ບໍ່ ແມ່ນແທ້ເພາະວ່າລ້ານນາເປັນພັນທະມິດ
ກັບລ້ານຊ້າງ ຕອນໜຶ່ງລ້ານນາ ກະສັດວ່າງກະສັດລົງພະເຈົ້າໂພທິສານ ເປັນກະສັດລ້ານຊ້າງໄດ້ສົ່ງຣາຊບຸດຄືພະເຈົ້າໄຊຍະເສດຖາທິລາດ ໄປປົກຄອງລ້ານນາ ເຖິງ 16 ປີ
ຫລັງຈາກພະເຈົ້າໂພທິສານຕາຍ ພະເຈົ້າໄຊຍະເສດຖາທິລາດກັບມາລ້ານຊ້າງຄືນ ແລະໄດ້ນຳພະເເກ້ວມໍລະກົດຈາກ ວັດບຸບຜາລາມມານຳ
ເຮັດໃຫ້ກະສັດຢູ່ລ້ານນາວ່າງກະສັດລົງ ຄົນທີ່ທຳໜ້າທີ່ແທນຄືເສນາອຳມາດໃນພະລາດຊະວັງບໍລິງານອານາຈັກ ຕໍ່ມາເສນາເກີດຄວາມຂັດແຍ້ງກັນ
ເປັນໃຫຍ່ ເຮັດໃຫ້ອານາຈັກພຸກາມ ຂອງມຽນມາໄດ້ໂອກາດບຸກໂຈມຕີເອົາຮຽບຮ້ອຍ ສະຫລຸບວ່າລ້ານນາເຄີຍເປັນຫົວເມືອງຂື້ນລ້ານຊ້າງ 11 ເດືອນ
ປະເດັນທີ່ ຂພຈ ຢາກວິເຄາະກະຄືມີຄົນມາອ້າງວ່າລ້ານນາເປັນຂອງລາວ ຂພຈ ວ່າບໍ່ຢາກຖືກປານໄດ ເພາະວ່າຖ້າສະຫຍາມມາອ້າງວ່າລາວເປັນຂອງສະຫຍາມ ແບບເຮົາອ້າງວ່າລ້ານນາເປັນຂອງລາວ ເຂົາກະບໍ່ຜິດໄດ ຖ້າເຮົາຊິຕັ້ງຂໍ້ສັງເກດແບບນີ້ ເພາະວ່າລ້ານຊ້າງ ຖືກສະຫຍາມປົກຄອງຫລາຍປີ ຕັ້ງແຕ່ 1728 ເຖິງ 1893 ໂດຍປະມານບໍ່ແນ່ໃຈ ເດີ ເລື່ອງ ຄສ ແຕ່ 1893 ນີ້ແມ່ນແນ່ນອນຢູ່ແລ້ວ
ເພາະວ່າປີ ຄສ ນີ້ຝຣັ່ງເສດມາໄລ່ໄທອອກໄປແລ້ວ .





ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຍອ້ນວ່າກຳລັງພົນແລະກຳລັງປະກອບອາວຸດຂອງຄົນລາວສະໄຫມນັ້ນຍັງບໍ່ເຂັ້ມແຂງເທື່ອດວ້ຍເຫດນີ້ລາວເຮົາຈື່ງບໍ່ສາມາດປົກປ້ອງອານາຈັກລາວລ້ານຊ້າງເອົາໄວ້ໄດ້


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຂອບໃຈເດີສຳຫລັບ ຄອມເມັນທຸກໆຄົນທີ່ໃຫ້ຄວາມຮ່ວມມື

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔ ກະທູ້
໑໘໓ ໂພສ
ນັກການກະທູ້
คนที่จะตอบได้ดีที่สุดคือคนในอดีต ณ เวลานั้น

ถ้าคุณคิดถึงผม ผมก็คิดถึงคุณ.

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຊິຕອບໄດ້ແນວໄດ ຕາຍໝົດແລ້ວເດ ມີແຕ່ພວກເຮົາຊາວໜຸ່ມນີ້ແຫລະມັ່ນສຶກສາຄົ້ນຄວ້າ
ຫາຂໍ້ເທັດຈີງເບະ່ງເຫດເບິ່ງຜົນເອົາ ຢ່າໄປເຊື່ອໃນຕຳລາຫົວດຽວຕ້ອງສຶກສາຫລາຍໆຫົວ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Singchai ຂຽນວ່າ...
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ


ແມ່ນລະເຫັນນຳທີ່ວ່າຊາວຈີນມາມີອິດທິພົນໃນລາວຫລາຍ ບໍ່ມັກແທ້ໆໄດແບບນີ້ເນາະ ເລື່ອງເລັກໆນ້ອຍໆ ກະຍັງໃຫ້ຊາວຕ່າງຊາດມາຄອງ
ຫລືວ່າລາວເຮົາບໍ່ມີໃຜເຮັດບໍນໍ ມີ 2 ປະທດດຽວນີ້ຊິກືນກິນລາວໃນອະນາຄົດອັນໄກ້ຫວຽດນາມ ແລະຈີນ ລະວັງໂຕໄວ້ລາວ ຢ່າປ່ອຍປະລະເລີຍ
ຢ່າໄປຄິດວ່າເຂົາມີບຸນຄຸນຕໍ່ເຮົາ ເຄີຍຮ່ວມສຸກຮ່ວມມທຸກກັນມາກ່ອນ ໃນການກອບກູ້ເອກະລາດ ແລະມາປ່ອຍໃຫ້ຫວຽດຄອງລາວບາງຄົນມີບໍ່ມີຮອດໜັງສືຍັງຢູ່ໄດ້ຕຳຫລວດປ່ອຍປະລະເລີຍບໍ່ສົນໃຈຊ້ຳ ຫວຽດເຂົ້າມາເກີດລູກເກີດຫລານ ເຕັມບ້ານ ເຕັມເມືອງ ໄດ້ຮຽນສຶກສາສູງໆ ໄດ້ມີວຽກເຮັດຂັ້ນສູງສຸດທ້າຍຍຶດລາວໂດຍປະລິຍາຍອັນນີ້ເວົ້າແບບຫຍໍ້ໆເດີ ຢ່າໃຫ້ອະທິບາຍຍາວຫລາຍເດີ ຈັກໜ່ອຍຊິວ່າບໍ່ເຂົ້າກັບເຈຕະນາລົມພັກລັດ ເພີ່ນອີກລະ ເອີມີອີກຄຳຂັວນໜຶ່ງ ທີ່ວ່າ ພັກນຳພາ ລັດຄຸ້ມຄອງ ປະຊາຊົນ ເປັນເຈົ້າ ຄຳຂວັນ 3 ພະຍາງນີ້ ຂ້ອຍຕັ້ງຂໍ້ສັງເກດວ່າ ໂຕທຳອິດ ແລະທີ່2 ນິ ພັກນຳພາ ລັດຄຸ້ມຄອງ ເອີຖືກ ແຕ່ໂຕ ທີ 3 ນິ ຄູບາບໍ່ຄ່ອຍແນ່ໃຈປານໄດເດີ ເພາະວ່າ ຢູ່ໃນເມືອງນິ ຮູ້ສຶກວ່າ ໃນຕະຫລາດ ຮ້ານຄ້າ ທີ່ດິນ ແຖວນອກ ຊານເມືອງນິ ປະຊາຊົນບໍ່ໄດ້ເປັນເຈົ້າແລ້ວ ແຕ່ຫວຽດນາມ ກັບຈີນເປັນເຈົ້າ. ແປກໃຈເດ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>