ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສາເຫດໄດອານາຈັກລາວລ້ານຊ້າງ ຈິງເສີຍດິນເເດນໃຫ້ປະເທດສະຫຍາມ

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Singchai ຂຽນວ່າ...
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ

ເຫດຜົນພໍຟັງໄດ້

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ສາທຸ ສາທຸ ທ່ານທັງຫຼາຍ ເວົ້າຄວາມເກົ່າ ມັນເລົ່າຜິດກັນ ຈິງຢູ່ວ່າ ອະດີດບໍ່ສຳຄັນ ປັດຈະບັນສຳຄັນກວ່າ ແຕ່ເຮົາຕ້ອງຮູ້ຈັກຕົ້ນປາຍສາເຫດ ວ່າເຮົາເປັນໃຜ ມາແຕ່ໃສ ແລະ ຈະໄປໃສ ທ່ານຮູ້ບໍວ່າ ອ້າຍນ້ອງຫຼຽດ ອ້າຍນ້ອງຈີນ ເຂົາສອນລູກ ສອນຫຼານເຂົາແນວໃດ໋ “ຖ້າລູກເຂົາໃຫ້ເຂົາບອກລູກເຂົາວ່າ ເຊົາສາລູກເອີຍ ຫຼຽວລຸງໂຮ່ຈີນມິນ ບໍ່ຮັກໃດ໋ (ອ້າຍນ້ອງຫວຽດ)​ ) ເຊິ່ງກົງກັນຂ້າມກັບຄົນລາວເຮົາສອນລູກຫຼານ ຄົນທີ່ຍ່າງກ່ອນໝູ່ເທົ່ານັ້ນ ຈີ່ງຈະໄປເຖິງຈຸດໝາຍປາຍທາງ ທີ່ຫຼາຍໆຄົນຕັ້ງໄວ້ ຖ້າເຮົາເມົາມົວແຕ່ ເອີ ມັນເປັນອະດີດໄປແລ້ວ ບໍ່ສຳຄັນ ຖ້າເຮົາຄິດກັນແບບນີ້ ປະເທດຂອງທ່ານຈະຢູ່ໃນອັນດັບ ຕ່ຳສຸດໃນທຸກໆດ້ານ ແຕ່ເວົ້າແບບນີ້ ບໍ່ໝາຍຄວາມວ່າຈ ະເອົາກຳລັງພົນ ໄປຍາດເອົາຄືນດອກ ແຕ່ເຮົາຕ້ອງເຮັດໃຫ້ເຂົາຮູ້ວ່າ ປະຊາຊົນປະເທດເຂົາກີນປາ ປະຊາຊົນບ້ານເຮົາກໍຕ້ອງກີນປາ ເຂົາມີຍານຂີ່ຂຶ້ນເທີງດາວອັງຄານ ເຮົາກະຕ້ອງໃຫ້ມີຄືເຂົາ
ແບບນີ້ຕົ໋ວມັນຈັ່ງແມ່ນຄົນລາວແທ້ຈີງ ກະແມ່ນຢູ່ວ່າ ປະເທດລາວໃດ້ແຍກອອກເປັນສາມອານາຈັກໃນປີ ຄສ1713 ແລະ ກໍເກີດຄວາມຂັດແຍ່ງພາຍໃນ. ທີເປັນສາເຫດຕົ້ນຕໍນັ້ນ1.ອາວຸດບໍ່ທັນສະໄໝ 2.ກຳລັງພົນບໍ່ຫຼາຍ 3.ສະຫຍາມມີກອງທະຫານຮັບຈ້າງຕ່າງຊາດເຊັ່ນ: ອັງກິດ, ຂະແມ, ພະມ້າ... ຂ້າພະເຈົ້າຜູ້ເວົ້າກະມີແມ່ເປັນຄົນອີ່ສານ ເລີພີ່ນ້ອງ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຄົນລາວ ສະໄໝໜັ້ນ ບໍ່ມີຄວາສາມັກຄື

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນປະເທດລາວອຸດົມສົມບູນທັງຊັບໃນດິນ ສິນໃນນ້ຳ ແລະ ຊັບພະຍາກອນມະນຸດທີ່ມີແຕ່ນັກປາດ

I believe in the IMPOSSIBLE

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ເລື່ອງປະຫວັດສາດອານາຈັກລາວລ້ານຊ້າງ ຫຼືປະເທດລາວປັດຈຸບັນ ເຫດການກະບໍ່ຕ່າງຫຍັງກັບປະຫວັດສາດຈີນ ຍຸກ ສາມກົກ ອານາຈັກລ້ານຊ້າງແບ່ງອອກເປັນ ສາມ ອານາຈັກ ຕັ້ງແຕ່ປີ ຄສ1713 ແຕ່ລະອານາຈັກ ຢາກຄອບຄອງແຜ່ນດິນພຽງຜູ້ດຽວ ຍາດຊີ່ງອະນາເຂດດິນເເດນຂອງກັນແລະກັນ
ເຮັດສົງຄາມກັນຢູ່ຕະຫລອດເວລາ ສຸດທ້າຍມາເຖິງບັ້ນປາຍຕົກເປັນທາດເສືອປ່າ ຊັກເສິກເຂົ້າບ້ານ ໂດນເສືອຄາບຄໍ ຕາຍໄປທັ້ງຄູ່ ສະຫລຸບ ເຮົາເສຍດິນເເດນ ຍ້ອນຜູ້ຫລັກຜູ້ໃຫຍ່ ຜູ້ປົກຄອງ ບໍ່ມີຄວາມສາມານສາມັກຄີກັນ ຫວັງກອບໂກຍເອົາຜົນປະໂຫຍດໃສ່ຕົນ ຄົນທີ່ເດືອອດຮ້ອນຢ່າ
ແທ້ຈີງ ຄືປະຊາຊົນເປັນຕົວປະກັນ ບໍ່ວ່າຍຸກສະໄຫມໃດ ມັນເປັນລັກສະນະເເບບນີ້ຕະຫລອດ ປັດຈຸບັນລາວເຮົາກຳລັງມີສົງຄາມເກີດຂື້ນທຸກຍ່ອມຫຍ້າ ສົງຄາມທີ່ວ່ານັ້ນຄືສົງຄາມ ຢາເສບຕິດ ສົງຄາມຄວາມຍາກຈົນ ສົງຄາມທຸຈະລິດ ຄໍລັບຊັ່ນ ແລະສົງຄາມດ້ອຍການສຶກສາຂອງຄົນຊົນນະບົດ ເປັນຕົ້ນ ມື້ໃດນໍ ລັດຖະບານຊິປະກາດອອກມາດຕະການເດັດຂາດກັບສັດຕູເຫລົ່ານີ້ໃຫ້ພັງທະລາຍໄປໃນທີ່ສຸດ ກ່ອນທີ່ຈະຊະນະສົງຄາມເຫລົ່ານີ້ໄດ້ນັ້ນ ຜູ້ນຳທັບຕີເສິກກັບພວກນີ້ ຕ້ອງເປັນແບບຢ່າງທີ່ດີໃຫ້ຂະບວນ ແລະຊື່ສັດ ມີຄຸນນະທຳ ອັນສູງສົ່ງ ມື້ໃດຜູ້ນຳບໍ່ມີຄຸນສົມບັດລັກສະນະນີ້ ຊິປາບປາມຊ່ຳໃດ ສັດຕູກະຍາກແຕກແນນອນ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການແຂ່ງຂັນຕ້ອງມີໄດ້ມີເສຍເປັນທຳມະດາ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒ ກະທູ້
໑໓໘ ໂພສ
ນັກການກະທູ້
ເມື່ອຍນຳເລື່ອງປະຫວັດສາດ
ເສັງຕົກພາກຮຽນທີ1ຕອນມໍ4ຍ້ອນປະຫວັດສາດນີ້ແຫລະ ຍາວຫລາຍເລົ່າຈັ່ງໄດ໋ກະບໍ່ຈື່

ALWAYS KEEP THE FAITH

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ noi2min2 ຂຽນວ່າ...
ເມື່ອຍນຳເລື່ອງປະຫວັດສາດ
ເສັງຕົກພາກຮຽນທີ1ຕອນມໍ4ຍ້ອນປະຫວັດສາດນີ້ແຫລະ ຍາວຫລາຍເລົ່າຈັ່ງໄດ໋ກະບໍ່ຈື່

ຈັດລຽງເຫດການ ຈື່ປີ ພສ ໃຫ້ຖືກ ກະໂອເຊແລ້ວ ເດັກຊ້າເອີຍ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໒ ກະທູ້
໑໓໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ noi2min2 ຂຽນວ່າ...
ເມື່ອຍນຳເລື່ອງປະຫວັດສາດ
ເສັງຕົກພາກຮຽນທີ1ຕອນມໍ4ຍ້ອນປະຫວັດສາດນີ້ແຫລະ ຍາວຫລາຍເລົ່າຈັ່ງໄດ໋ກະບໍ່ຈື່

ຈັດລຽງເຫດການ ຈື່ປີ ພສ ໃຫ້ຖືກ ກະໂອເຊແລ້ວ ເດັກຊ້າເອີຍ

ເສັງຕົກໄປແລ້ວເດ

ALWAYS KEEP THE FAITH

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຍ້ອນເຮົາບ໋່ສ໋າມະຄີກັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອກ່ອນລາວເສີຍດິນແດນຍ້ອນສົງຄາມລ່າອານານິຄົມ, ແພ່ອຳນາດ ແລະກວດຕ້ອນເອົາຊັບສິນ.
ແຕ່ປະຈຸບັນແມ່ນສົງຄາມດ້ານເສດຖະກິດ ທີ່ເຮົາເສີຍຫາຍຄືຊັບພະຍາກອນທາງທຳມະຊາດ ປະລາໄຊໃຫ້ຫວຽດນາມ ແລະຈີນ.

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເມື່ອກ່ອນລາວເສີຍດິນແດນຍ້ອນສົງຄາມລ່າອານານິຄົມ, ແພ່ອຳນາດ ແລະກວດຕ້ອນເອົາຊັບສິນ.
ແຕ່ປະຈຸບັນແມ່ນສົງຄາມດ້ານເສດຖະກິດ ທີ່ເຮົາເສີຍຫາຍຄືຊັບພະຍາກອນທາງທຳມະຊາດ ປະລາໄຊໃຫ້ຫວຽດນາມ ແລະຈີນ.

ແມ່ນໆ ແຕ່ກ່ອນສົງຄາມເລວເສິກກກັນດ້ວຍອາວຸດ ຍຸດໂທປະກອນ ແຕ່ສູ້ມື້ນີ້ຄືສົງຄາມເສດຖະກິດ ແລະຍຸດທະການສົ່ງຄົນມາຄອບຄອງ
ຄອບໄດ້ຈຳນວນທີ່ຕ້ອງການແລ້ວ ກືນກິນພົນະເມືອງເດີມໂດຍປະລິຍາຍເລີຍ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
yorn khart khuam sa muk khee lae hu bao

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Singchai ຂຽນວ່າ...
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ

ເຫດຜົນພໍຟັງໄດ້

ຢ່າເວົ້າແຕ່ເມື່ອກ່ອນເລີຍວ່າໂລບມາກ... ນະປະຈຸບັນນີ້ກະຍັງມີໃຫ້ເຫັນຢ່າງແພ່ຫລາຍໃນສັງຄົມລາວ ກາຍເປັນພະຍາດຊ້ຳເຮື້ອໄປແລ້ວ
ຜູ້ນ້ອຍກະໂລບຕາມຕຳແໜ່ງນ້ອຍ ຜູ້ໃຫຍ່ກະແຫ່ງໂລບຫລາຍຂື້ນໄປຕາມລຳດັບ ແລ້ວພາກັນເວົ້າວ່າຢາກໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ...ແນວນີ້ກະມີແຕ່ສິທຸກລົງຫັ້ນຕິ ທຸກມື້ນີ້ຍັງເລີຍແຄ່ງເລີຍຂາຈີນ ກັບຫວຽດນາມຢູ່ ເມື່ອເອົາຂອງເຂົາມາແລ້ວກະແນ່ນອນຫັ້ນແລະໃນທາງກົງຫລືທາງອ້ອມເຈົ້າກະເປັນໄມ້ກັນໝາ ແລະອູ່ເຂົ້າອູ່ປາໃຫ້ເຂົາຢູ່ດີ.

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ຍ້ອນ ນາລີ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຂາດຄວາມສາມັກຄີ
ເພາະການແຍ່ງຊີງບັນລັງ

ພັນທະຫົວໃຈ::

໓ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
1 ລາວແຕກແຍກຫຼັງຈາກເຈົ້າສຸລິຍະວົງສາທເພິ່ນສິ້ນພະຊົນ ເສນາອາໝາດເລີຍຍາດກັນຄອງບັນລັງ
2 ລາວຄືຂຸມຊັບສົມບັດໃຜກໍ່ຢາກໄດ້
3 ຄວາມສາມະຄີ ຄືພະລັງເພິ່ນວ່າ
4 ອື່ນ......

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຫຼາຍປັດໄຈ ບໍ່ຂໍເວົ້າດອກ ດຽວນີ້ລາວກໍ່ເໝືອນຕົກເປັນອະນານິຄົມຂອງໄທຢູ່ແລ້ວ ເດັກນ້ອຍລາວໃຊ້ພາສາໄທຫຼາຍກວ່າພາສາລາວຢູ່ເບິ່ງແຕ່ລາຍການໂທລະທັດໄທຫຼາຍ ຄົນມີເງິນເອົາເງິນໄປຊື້ເຄື່ຶງຢູ່ໄທ(ຄືສົ່ງສວຍນີ້ລະ)

เป็นการค้าขายตามแนวชายแดนครับ ซึ่งทุกประเทศก็เป็นแบบนี้ คนไทยก็ไปซื้อของที่ประเทศลาวเหมือนกัน

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tonnum77 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຫຼາຍປັດໄຈ ບໍ່ຂໍເວົ້າດອກ ດຽວນີ້ລາວກໍ່ເໝືອນຕົກເປັນອະນານິຄົມຂອງໄທຢູ່ແລ້ວ ເດັກນ້ອຍລາວໃຊ້ພາສາໄທຫຼາຍກວ່າພາສາລາວຢູ່ເບິ່ງແຕ່ລາຍການໂທລະທັດໄທຫຼາຍ ຄົນມີເງິນເອົາເງິນໄປຊື້ເຄື່ຶງຢູ່ໄທ(ຄືສົ່ງສວຍນີ້ລະ)

เป็นการค้าขายตามแนวชายแดนครับ ซึ่งทุกประเทศก็เป็นแบบนี้ คนไทยก็ไปซื้อของที่ประเทศลาวเหมือนกัน

ລາວກັບໄທ ມັນບໍ່ໄດ້ຕ່າງກັນບ່ອນໄດດອກ ຄວາມສຳພັນປະເທດ ມີຜົນປະໂຫຍດທັ້ງສອງຝ່າຍ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ອະນິດຈັງ ທຸກຂັງ ອະນັດຕາ
ບໍ່ມີໄຜ ຊະນະຕະຫຼອດໄປ ແລະບໍ່ມີໄຜ ພ່າຍແພ້ ສະເໝີ ໄປ
ຄົນເຮົາ ມີສຸກ ມີທຸກ ມີຊ່ວງທີ່ເຂ້ມແຊງ ແລະມີຊ່ວງທີ່ອ່ອນແອ
ປຽບເໜືອນກີລາ ມີແພ້ ມີຊະນະ
ຊາດໄທເອງ ກະເຄີຍຕົກເປັນເມືອງຂຶ້ນຊອງພະມ່າ ຕັ້ງຫລາຍເທືອ
ແຕ່ປັດຈຸບັນ ຊົນຊາວໄທ ກັບຊາວພະມ່າ ກະບໍ່ໄດ້ຄຽດ ໄດ້ຂົມກັນ
ກັບເລື່ອງໃນອະດີດ

ຄະນາດຍົກຈອກ ອ້າຍລາວຍັງເທດໄດ້ດີ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ทุกชาติ ถ้าขาดความสามัคคี จุดจบก็จะไม่สวย.

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໘ ກະທູ້
໒໔໑ ໂພສ
ນັກການກະທູ້

ເປີດປະເດັນໃນອະດີດຄຶດວ່າ ມັນສິຖືກຕ້ອງຢູ່ຈັກເປີເຊັນລ່ະທ່ານເອີຍ
ປັຈຸບັນນີ້ລາວຄືລາວ ບໍ່ເປັນເມືອງຂຶ້ນຂອງໃຜແລ້ວ

ເຮົາວ່າ ເປັນການສະສົມຄວາມແຄ້ນ ປັ່ນປຸກຄວາມຮັກຊາດໃຫ້ລາວຊັງໄທຍ໌ຫລາຍກວ່າບໍ່ ເທົ່າທີ່ເຫັນມາ
ຕອນລ້ານຊ້າງແຕກສາມັຄຄີນັ້ນ 1 ໃນ 3 ນັ້ນ ຢາກໃຫ້ຊອກເບີ່ງວ່າ ສ່ວນໃດມາຂໍໃຫ້ໄທຍ໌ຊ່ອຍແດ່ ຕອນຣາຊວົງວຽງຈັນຖືກມາເປັນໂຕປະກັນຢູ່ສຫຍາມ ຢາກຮູ້ວ່າຣາຊວົງຫລວງພະບາງແລະຣາຊວົງຈຳປາສັກໄດ້ລົງມານຳບໍ່ ອະດີດໆໆໆໆໆໆໆໆໆໆໆໆໆ ໃຜເວົ້າກະຢ່າຟ້າວເສື່ອເຂົາໄປເຫມີດ ຂະຫນາດຕຳຣາທີ່ຮຳ່ຮຽນມາກະຢ່າຟ້າວໄປເສື່ອປານໃດ ເພາະວ່າມັນເປັນອະດີດ ເຮົາຂໍໃຊ້ສິດທີ່ເຄີຍອະດີດເປັນຄົນລ້ານຊ້າງ ອະທິບາຍ ເປັນບົດຮຽນວ່າ ໃຫ້ມີຄວາມສາມັກຄີກັນ ບໍ່ຕ້ອງເປັນຊາດນິຍົມກະໄດ້ ຂໍແຄ່ຄົນລາວເປັນຫນຶ່ງໃຈດຽວກັນ!!!! ຫັນຄືນມາໃສ່ເຫດການບ້ານເມືອງໄທຍ໌ຂອງຂ້ອຍໃນຕອນນີ້ ເຈົ້າສິອິໂຕນຫລືສົມນ້ຳຫນ້າກະແລ້ວແຕ່ໃຈເຈົ້າ ສ່ວນຂ້ອຍຄົນອີສານທຸກຂ໌ໃຈຫນັກທີ່ສຸດແລ້ວໄປຢູ່ເມືອງໃດກະແຕກແຍກກັນທຸກເມືອງ

ປະຫວັດສາດໄທຍ໌ເຮົາກະບໍ່ເຊື່ອເຊັ່ນກັນ ຍ້ອນວ່າ ປຶ້ມຖືກສ້າງຂຶ້ນສະຫມັຍຈອມພົນ ປ ພິບູນສົງຄາມ ປຸກປັ່ນຄວາມຮັກຊາດຂຶ້ນ

ອີກຢ່າງຫນຶ່ງນັ້ນຄຳວ່າໄທຍ໌ແຕກຕ່າງກັບຄຳວ່າສຫຍາມ ມັນເປັນຄົນລະອັນກັນແລ້ວ!!!
ໄທຍ໌ມີຄົນຫລາຍເຊື້ອສາຍຢູ່ອາສັຍ ບໍ່ວ່າສິເປັນ ຂເມນ ລາວ ມອນ ຈີນ ຫວຽດ ມາເລ ແມ້ວ ໄທໃຫຍ່ etc ບໍ່ແມ່ນຊາວສຫຍາມລ້ວນໆ ຄືແຕ່ກ່ອນກີ້ ແມ່ນວ່າຕອນນີ້ສິໄດ້ເປັນໄທຍ໌ເຕັມໂຕ ສັນດານກຳພືດຈັ່ງໃດ໋ມັນກະລຶບອອກໄປບໍ່ໄດ້ ກິນລາບ ກິນເຝີ ຕຸສຈີນ ມັນກະຮັກໄວ້ໃຫ້ມີຄືເກົ່າ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ love4nut ຂຽນວ່າ...

ດີໆ ຂອບໃຈຫລາຍໆ ຕາມປະຫວັດສາດເທົ່າທີ່ໄດ້ສຶກສາມາ ອະນາຈັກລາວລ້ານຊ້າງທັ້ງ3ອານາຈັກ ບໍ່ເຄີຍຮຽກຮ້ອງໃຫ້ສະຫຍາມມາຊ່ວຍເຫລືອໃດໆທັ້ງສິ້ນ ແຕ່ໄປຜິດເຂ່ລະຫວ່າງ ພະວໍ ພະຕາ ຕອນເຈົ້າສີຣິບຸນຍະສານ ບິດາຂອງເຈົ້າອະນຸວົງ ຍົກທັບມາຕີພະວໍ ພະຕາຢູ່ດອນມົດເເດງ ເຊີ່ງຕອນນັ້ນພະວໍ ພະຕາ ຢູ່ພາຍໃຕ້ອານັດຂອງພະເຈົ້າຕາກສິນ ເຮັດໃຫ້ພະເຈົ້າຕາກສິນບໍ່ພໍໃຈທີ່ເຈົ້າສີຣິບຸນຍະສານ ມາຕີຫົວເມືອງຂື້ນຕົນ ຈິງໄດ້ຍົກກຳລັງທັບ 2 ກອງທັບ ກອງທັບເຮືອ ແລະບົກ ກອງທັບເຮືອນຳໂດຍພະຍາສຸລະສີ ກອງທັບບົກໂດຍພະຍາມະຫາກະສັດສຶກ ມາຕີອານາຈັກວຽງຈັນ ແລະໄດ້ໂຮມອານາຈັກທັ້ງສາມຂື້ນກັບສະຫຍາມໃນເວລາຕໍ່ມາ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຄວາມຈິງກ່າມີຫຼາຍປະເທດຢູ່ໄດທີ່ມາຮຸກຮານລາວນະ ບໍ່ວ່າຈະເປັນອາເມຣິກາ(ທຸກມື້ນີ້ລະເບີດຍັງເກັບບໍ່ໝົດ), ຝລັ່ງທໍລະຍົດຄົນລາວຈົນກະທັ້ງຈັບເອົາແມ່ມານ ແລະ ເດັກນ້ອຍໃສ່ກະສອບຖິ້ມລົງນ້ຳຂອງທັງເປັນ, ສະຫຍາມມາລັກຫອບເອົາວັດຖຸອັນມີຄ່າທີ່ເປັນພູມເປັນຍາຊາວບ້ານ ແລະ ວັດຖຸທາງດ້ານພຸດທະສາດສະໜາ ຈາກລາວໄປ, ເກນຄົນລາວໄປຂຸດຄອງແສນແສບ, ຈູດເຜົາວຽງຈັນໃຫ້ໄໝ້ຮາບຄາບ, ຕີຍາດເອົາແຜ່ນດິນລ້ານຊ້າງຈົນລາວເສຍແຜ່ນດິນ(ລາວອີ່ສານ ແລະ ລາວລ້ານນາໃນປະຈຸບັນ ຄົນລາວຢູ່ໃສກໍ່ດີກໍ່ຍັງຮັກ ແລະ ຫ່ວງແຫນຕໍ່ແຜ່ນດິນແມ່ສະເໝີ ຂໍແຕ່ວ່າຄົນປະເທດນັ້ນຢ່າກົດຂີ່ຂົ່ມເຫັງຄົນລາວກໍ່ພໍ) ນອກຈາກນີ້ຍັງມີປະເທດອື່ນໆທີ່ມາຮຸກຮານລາວ. ແຕ່ວ່າຕໍ່ກັບປະເທດອື່ນ ຄົນລາວຖືວ່າອາດີດເປັນບົດຮຽນທີ່ຜ່ານພົ້ນໄປ ຫັນມາເປັນມິດຕໍ່ກັນ ທຸກມື້ນີ້ຮ່ວມມືກັນພັດທະນາຊາດ ແຕ່ວ່າຕໍ່ກັບໄທນີ້ເປັນຫຍັງຄົນລາວສ່ວນໃຫຍ່ຈຶ່ງກຽດຊັງຝັງໃຈຕະຫຼອດມາ ຄຳຕອບມີຢູ່ວ່າ ຍ້ອນຄົນໄທສ່ວນໃຫຍ່ບໍ່ຮັກຄວາມສະຫງົບ ແລະ ດູຖູກຄົນລາວ ແລະ ປະເທດລາວມາໂດຍຕະຫຼອດ ຖ້າຢາກໃຫ້ຄົນລາວມີຄວາມຮູ້ສຶກຕໍ່ໄທດີຂຶ້ນ ໄທຕ້ອງປັບນິດໄສຂອງຕົວເອງ

ຕອບຄັກແທ້ ເຫັນດ້ວຍທຸກປະການ

スチャダ。恋愛。

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>