ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໂຮງແຮມທີ່ແພງທີ່ສຸດໃນໂລກ

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ໂຮງແຮມທີ່ແພງທີ່ສຸດໃນໂລກ
ໂຮງແຮມ 7 ດາວແຫ່ງດຽວໃນໂລກໃບນີ້ Burj Al Arab "Tower of Arab" ໂຮງແຮມແຫ່ງນີ້ເຊື້ອວ່າເປັນໂຮງແຮມທີ່ແພງທີ່ສຸດ ແລະ ດີທີສຸດ ກໍ່ວ່າໄດ້ ເຊິ່ງໂຮງແຮມນີ້ເຂົ້າໄປຟຣີໆ ແບບໂຮງແຮມອື່ນບໍ່ໄດ້ ພຽງແຕ່ທ່ານຈະຄິດເຂົ້າໄປທ່ານກໍ່ຕ້ອງເສຍເງິນຄ່າຖ່າຍຮູບໄປແລ້ວ ຫຼັງຈາກນັ້ນທາງ ໂຮງແຮມກໍ່ຈະຈັດລົດ ລີມູຊີມຢ່າງດີ ໄປຮັບໄປສົ່ງທ່ານຈົນເຖິງຫນ້າໂຮງແຮມ ຂ້ອຍເຊື້ອວ່າຖ້າເຂົາເຈົ້າສາມາດສົ່ງທ່ານຈົນຮອດຕຽງນອນໄດ້ ພວກເຂົາຄົງຈະເຮັດໄປແລ້ວ 5555 ໂຮງແຮມນີ້ເປັນໂຮງແຮມທີ່ເຮັດໃຫ້ Duba ຂື້ນຊື່ເປັນປະເທດ ທ່ອງທ່ຽວ ເລີຍລະ ຄິດເບິ່ງວ່າໂຮງແຮມແຫ່ງນີ້ນະ ຫ້ອງພັກເຂົາແມ່ນບໍ່ມີແບບທຳມະດາ ທຸກຫ້ອງເປັນ Suite ຫມົດ ຫ້ອງທີ່ນ້ອຍທີ່ສຸດ ກິນເນື້ອທີ່ເຖິງ 169 ຕາລາງແມັດ ຫ້ອງທີ່ໃຫຍ່ທີ່ສຸດກໍ່ 780 ຕາລາງແມັດ ເຊິ່ງລາຄາຫ້ອງພັກເລີ່ມຕົ້ນທີ່ US$1000-US$15000 The Royal suite ແລະ ຫ້ອງທີ່ແພງທີ່ສຸດຕົກຢູ່ປະມານ US$28000 ຕໍ່ຄືນ ແລະ ເປັນໂຮງແຮມທີ່ມີຫ້ອງໂຖງ Lobby ສູງທີ່ສຸດ ດ້ວຍຄວາມສູງ 590 ຟຸດ
ນີ້ແມ່ນລິ້ງຮູບພາບ
http://statics.atcloud.com/files/comments/97/971779/images/1_display.jpg


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
123


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຢາກໄປຢູ່ເດ ແຕ່ຄືຊິໄດ້ແຕ່ເກັບພາບຈິນຕະນາການເອົາ ຮ່າໆໆ ຊາດນີ້ທັງຊາດກໍ່ຫາເງີນໄປຢູ່ຄືນດຽວບໍ່ໄດ້ຊ້ຳເບາະ


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ແມ່ນບໍ່ຫາ 3 ອາທິດກະໄດ້ລະຕີຖ້າຫາເງິນນະ
ຮ່າໆໆໆໆໆໆໆໆໆໆ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DAODENH ຂຽນວ່າ...
ໂຮງແຮມທີ່ແພງທີ່ສຸດໃນໂລກ
ໂຮງແຮມ 7 ດາວແຫ່ງດຽວໃນໂລກໃບນີ້ Burj Al Arab "Tower of Arab" ໂຮງແຮມແຫ່ງນີ້ເຊື້ອວ່າເປັນໂຮງແຮມທີ່ແພງທີ່ສຸດ ແລະ ດີທີສຸດ ກໍ່ວ່າໄດ້ ເຊິ່ງໂຮງແຮມນີ້ເຂົ້າໄປຟຣີໆ ແບບໂຮງແຮມອື່ນບໍ່ໄດ້ ພຽງແຕ່ທ່ານຈະຄິດເຂົ້າໄປທ່ານກໍ່ຕ້ອງເສຍເງິນຄ່າຖ່າຍຮູບໄປແລ້ວ ຫຼັງຈາກນັ້ນທາງ ໂຮງແຮມກໍ່ຈະຈັດລົດ ລີມູຊີມຢ່າງດີ ໄປຮັບໄປສົ່ງທ່ານຈົນເຖິງຫນ້າໂຮງແຮມ ຂ້ອຍເຊື້ອວ່າຖ້າເຂົາເຈົ້າສາມາດສົ່ງທ່ານຈົນຮອດຕຽງນອນໄດ້ ພວກເຂົາຄົງຈະເຮັດໄປແລ້ວ 5555 ໂຮງແຮມນີ້ເປັນໂຮງແຮມທີ່ເຮັດໃຫ້ Duba ຂື້ນຊື່ເປັນປະເທດ ທ່ອງທ່ຽວ ເລີຍລະ ຄິດເບິ່ງວ່າໂຮງແຮມແຫ່ງນີ້ນະ ຫ້ອງພັກເຂົາແມ່ນບໍ່ມີແບບທຳມະດາ ທຸກຫ້ອງເປັນ Suite ຫມົດ ຫ້ອງທີ່ນ້ອຍທີ່ສຸດ ກິນເນື້ອທີ່ເຖິງ 169 ຕາລາງແມັດ ຫ້ອງທີ່ໃຫຍ່ທີ່ສຸດກໍ່ 780 ຕາລາງແມັດ ເຊິ່ງລາຄາຫ້ອງພັກເລີ່ມຕົ້ນທີ່ US$1000-US$15000 The Royal suite ແລະ ຫ້ອງທີ່ແພງທີ່ສຸດຕົກຢູ່ປະມານ US$28000 ຕໍ່ຄືນ ແລະ ເປັນໂຮງແຮມທີ່ມີຫ້ອງໂຖງ Lobby ສູງທີ່ສຸດ ດ້ວຍຄວາມສູງ 590 ຟຸດ



ແພງຄະນາດເລືຍ ລະດັບໃດຈຶງຈະເຂົ້າເຊົ່າໄດ້? ໂຄດແພງ........

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍບໍ່ເອົາຮູບມາໃສ່


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຢາກໄປຢູ່ເດ ແຕ່ຄືຊິໄດ້ແຕ່ເກັບພາບຈິນຕະນາການເອົາ ຮ່າໆໆ ຊາດນີ້ທັງຊາດກໍ່ຫາເງີນໄປຢູ່ຄືນດຽວບໍ່ໄດ້ຊ້ຳເບາະ


ວ່າຄືກັນຢູ່

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຫັນເດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ເອົາຮູບລົງບໍ່ເປັນ
ອິອິ ບອກແນ່ແລະ ຊິເອົາລົງຕາມຫຼັງ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ສະຫາລັດ ອາຣັບ ເອມິເຣດ ວາວບໍ່ກ້າຄິດ


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຈັດລິ້ງຮູບພາບໃຫ້ຕາມຄຳຂໍ ເພາະເອົາຮູບລົງບໍ່ເປັນ
ອິອິ