
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້,
ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
1.ການຮຽນວິຊາກົດຫມາຍ(ນິຕິສາດ)ມີຜົນປະໂຫຍດຕໍ່ຕົນເອງແລະສັງຄົມຢ່າງແນ່ນອນ ເຮັດວຽກຮັບໃຊ້ຊາດ ແລະ ສັງຄົມດ້ວຍຄວາມຮັກ, ຈິງໃຈ, ຊື່ສັດ, ໝັ້ນທ່ຽງ ແລະ ຫ້າວຫັນເຝິກຜົນຫຼໍ່ຫຼອມຕົນເອງ.

2.ໃນເມື່ອຮຽນກົດໝາຍແລ້ວຕ້ອງປະພຶດຕົວເປັນແບບຢ່າງທີ່ດີໃຫ້ແກ່ຜູ້ອື່ນໃນໜ້າທີ່ວຽກງານກໍ່ຄືການປະພຶດຕົນ

3.ຄວາມຮູ້ທາງກົດໝາຍທີ່ຕົນຮຽນມາພຽງພໍແລ້ວຫຼືບໍແມ່ນຂຶ້ນກັບການສຶກສາຈາກການເຮັດວຽກຈາກບ່ອນທີ່ຕົນສັງກັດຢູ່ ແລະ ຈາກພະນັກງານຜູ້ອື່ນໆ, ຈາກນີ້ໄປຈະຕ້ອງເຊື່ອໝັ້ນຕໍ່ຕົນເອງ ແລະ ຫ້າວຫັນຕໍ່ວຽກງານ

4.ຢາກເປັນນັກກົດໝາຍທີ່ດີ ກໍ່ຄືພະນັກງານທີ່ດີ ຈະຕ້ອງປະພຶດຕົນເອງຮູ້ຈັກຮັບຟັງຄຳຕຳໜິຈາກຜູ້ອື່ນ, ແກ້ໄຂບັນຫາດ້ວຍເຫດຜົນ ແລະ ບໍ່ປະໝາດ

