ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ນີ້ແມ່ນພາສາອັງກິດມໍ7. ທ່ານຄິດວ່າແບບທົດສອບດັ່ງກ່າວນີ້ນັກຮຽນມໍ7 ສາມາດແກ້ໄດ້ບໍ່ ແລະ ທ່ານຄິດວ່ານັກຮຽນສາມາດແປໄດ້ບໍ່? ແລະ ທ່ານມີຄຳເຫັນອື່ນໆແນວໃດ?

ຈາກການສັງເກດມາໃນຫຼາຍໆ ໂຮງຮຽນ ພົບວ່າສ່ວນຫຼາຍ ແມ່ນມີຄວາມຫຍຸ້ງຍາກໃນການອ່ານ ການແປ ໂດຍສະເພາະແມ່ນໂຮງຮຽນໃນເຂດຫ່າງໄກແມ່ນເປັນໄປບໍ່ໄດ້ເລີຍ



Choose and complete

Choose the correct words in the box to complete the text below.

surrounded, around, products, colonial, recreational, outstanding, accommodate, located, friendly, preserved



Laos, a small country is (1)........................... in Indochina Peninsula. It is (2) ________________ by China, Myanmar, Thailand, Cambodia and Vietnam. Laos has two World Heritage Sites. The one is Luang Prabang in the North and the other is Wat Phou in the South. Luang Prabang is a small city 386 kilomatres north of Vientiane Capital. There are many beautiful mountains (3) ___________________ the city. Visitors like to visit Luang Prabang because there are many old temples in the city, waterfalls, and caves in the outskirt of the city. Luang Prabang poeple are very kind and (4) ____________________ . There are enough hotels and guesthouses in Luang Prabang to (5) ___________________ tourists and bussiness people. There is a night market for local people to sell thier (6) ___________________ . The ancient city of Luang Prabang has been described as one of the most charming and best (7) ___________________ city in Southeast Asia.

Luang Prabang has 34 old temples among the (8) ________________ and Lao style architechures. The Mekong River shapes the city's western border and becomes a main navigation route of the northern part of Laos. Luang Prabang has been an important commercial and (9) _________________________ transportation hub. it is an attrative destination for a wide range of local and foriegn holiday makers. In 1995, Luang Prabang was listed as a UNESCO World heritage Site due to its (10) ____________________ culture and nature feature. In fact, Luang Prabang has been a well-known tourist destination worldwide.

ຄຳຕອບທີ່ໜ້າເປັນໄປໄດ້

(1) located, (2) around (3) surrounded, (4) friendly, (5) accommodate, (6) products, (7) recreational, (8) colonial, (9) outstanding, (10) preserved

ລາວ, ເປັນປະເທດນ້ອຍທີ່ຕັ້ງຢູ່ ໃນແຫຼມອິນດູຈີນ. ມີຊາຍແດນຕິດກັບ ຈີນ, ມຽນມ້າ, ໄທ, ກຳປູເຈ້ຍ, ແລະ ຫວຽດນາມ. ປະເທດລາວມີແຫຼ່ງມໍລະດົກໂລກຢູ່ສອງແຫ່ງ. ແຫ່ງທຳອິດແມ່ນ ເມືອງຫຼວງພຣະບາງຢູ່ ທາງພາກເໜືອຂອງລາວ ແລະ ແຫ່ງທີສອງແມ່ນວັດພູ ຢູ່ທາງພາກໃຕ້ຂອງລາວ. ຫຼວງພຣະບາງແມ່ນເມືອງທີ່ນ້ອຍ ຫ່າງຈາດນະຄອນຫຼວງວຽງຈັນ 386 ກິໂລແມັດ ໄປທາງພາກເໝືອ. ມີພູທີ່ງົດງາມຈຳນວນຫຼາຍອ້ອມຮອບເມືອງແຫ່ງນີ້. ນັກທ່ອງທ່ຽວມັກມາທ່ຽວເມືອງຫຼວງພຣະບາງເພາະ ມີວັດວາອາຣາມທີເກົ່າແກ່ຫຼາຍແຫ່ງ ແລະ ມີແຫຼ່ງທ່ອງທ່ຽງນ້ຳຕົກຕາດ, ຖ້ຳຫຼາຍແຫ່ງຕາມເຂດນອກເມືອງ. ຄົນຫຼວງພຣະບາງແມ່ນໃຈດີ ແລະ ເປັນມິດຫຼາຍ. ຢູ່ຫຼວງພຣະບາງມີໂຮງແຮມ, ບ້ານພັກ ສຳລັບໃຫ້ນັກທ່ອງທ່ຽວ, ນັກຖຸລະກິດ ໃຫ້ພັກເຊົາຫຼາຍແຫ່ງ. ມີຕະລາດກາງຄືນສຳລັບໃຫ້ຄົນໃນທ້ອງຖິ່ນຂາຍຜະລິດຕະພັນຕ່າງໆຂອງພວກເຂົາ. ເມື່ອງຫຼວງພະບາງແມ່ນໄດ້ຖືກພັນລະນາວ່າເປັນເມືອງໜື່ງທີ່ມີສະເໜ່ ແລະ ເປັນເມືອງສຳລັບພັກຜ່ອນທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້.

ຫຼວງພຣະບາງມີ ວັດເກົ່າແກ່ຢູ່ 34 ແຫ່ງທ່າມກາງສະຖາປັດຕະຍາກຳແບບເມືອງຂຶ້ນ ແລະ ແບບລາວ. ແມ່ນນ້ຳຂອງໄດ້ສ້າງຊາຍແດນດ້ານຕາເວັນຕົກຂອງເມືອງໃຫ້ກາຍເປັນເສັ້ນທາງເດີນເຮືອຫຼັກຂອງພາກເໜືອງຂອງລາວ. ຫຼວງພຣະບາງໄດ້ກາຍເປັນສູນກາງການຂົນສົ່ງທີ່ມີຄວາມສຳຄັນທາງດ້ານການຄ້າ. ມັນເປັນຈຸດໝາຍປາຍທາງສຳລັບວັນພັກຜ່ອນ ຂອງໃຜຫຼາຍໆຄົນ ທັງພາຍໃນ ແລະຕ່າງປະເທດ. ໃນປີ 1995 ຫຼວງພຣະບາງໄດ້ຖືກຈົດເຂົ້າເປັນເມືອງມໍລະດົກໂລກໂດຍອົງການ ຢູແນັສໂກ ເນື່ອງຈາກເມືອງດັ່ງກ່າວມີການຮັກສາວັດທະນາທຳ ແລະ ລັກສະນະທາງທຳມະຊາດໄວ້ເປັນຢ່າງດີ. ອັນທີ່ຈິງແລ້ວ, ຫຼວງພຣະບາງແມ່ນເປັນທີ່ຮູ້ຈັກກັນດີຂອງນັກທ່ອງທ່ຽວທົ່ວໂລກ.



Text book English Language for Upper Secondary School Year 7 (Provisional edition)

Lesson 2, The world Heritage sites, page 9




໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ໄດ້ເປີດສົດກະທູ້ເປັນທາງການ


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ກາຍາກໃດ໋ເນາະ ແຕ່ຍັງບໍ່ຮຽນເທື່ອ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືວ່າຢາກແລ້ວສຳລັບ ມໍ 7



໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ຖ້າມີຄູສອນ,ອາທິດລະ2ຊົ່ວໂມງ ,ຫົວບົດແນວນີ້ຄືບໍ່ມີບັນຫາຫຍັງ, (ຈາກນັກຮຽນເຂດຫ່າງໄກ)


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
yak pod kue c dai tha dai hn peum


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງແມວເລີຍ

I believe in the IMPOSSIBLE

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
difficult


໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າ ຄຳຕອບຂໍ້ສອງກັບສາມ ຈະສະລັບກັນ
ຂໍ້2. ຄຳຈອບຫນ້າຈະແມ່ນ it's surrounded by ...... = ຈະເປັນ passive voice ຊຶ່ງປະທານ(subject)ບໍ່ໄດ້ເຮັດເຫດການດ້ວຍຕົວເອັງຫລືເວົ້າໄດ້ວ່າປະທານເປັນຜູ້ຖືກກະທຳ ອີກຢ່າງ surrounded ຕ້ອງຕາມດ້ວຍ "by" either by someone or by something
it's surrounded by China, Myanmar, Thailand, Cambodia and Vietnam. ຖ້າແປຕາມຕົວກະປະມານວ່າ ມັນຖືກອ້ອມຮອບໂດຍປະເທດຈີນ, ບລາໆໆ
ສ່ວນຂໍ້3. ແມ່ນ around
ຜິດພາດປະການໃດກະຂໍອະໄພນຳ, ຂພຈ ກະນັກຮຽນຄືກັນ ແລະເທົ່າທີ່ຮຽນມາຫນ້າຈະເປັນແບບນັ້ນ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ນີ້ແມ່ນລະດັບ Intermidiate ແລ້ວ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.