ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກໃຫ້ເພືອນໆໃຫ້ຄວາມຄິດເຫັນກ່ຽວກັບ(ການສຶກສາຢູ່ຊົນນະບົດ)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ວຽກງານການສຶກສາແມ່ນວຽກອັນຮີບດ່ວນ ແລະ ນໍາໜ້າວຽກງານອື່ນ1ບາດກ້າວ ແມ່ນບໍ່? ຢາກໃຫ້ທຸກຄົນທີ່ຢູ່ໃນຕົວເມືອງໄດ້ຮັບຮູ້ເດວ່າພີ່ນ້ອງຮ່ວມຊາດດຽວທ່ານ ກໍາລັງດໍາລົງຊີວິດຢູ່ແນວໃດ? ນ່າສົງສານເດັກນ້ອຍຕາດໍາໆເດ ເຂົາກໍ່ຢາກຮຽນໜັງສືຄືກັບທ່ານ ແຕ່ຄູສອນບໍ່ພຽງພໍ ຄູຜູ້ໜຶ່ງຕໍ່ນັກຮຽນ60ຄົນທ່ານຄິດວ່າຈະເກີດຫຍັງຂື້ນໃນຊົ່ວໂມງການຮຽນ-ການສອນ.ຄູເຫຼືອຢູ່ໃນເມືອງ ແຕ່ເຂດນອກບໍ່ພໍ ແລ້ວແບບນີ້ການສຶກສາບ້ານເຮົາຊິເປັນແນວໃດ................

[suck]

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດກ່ອນຕອບ ອິອິ



໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍແມ່ນໆໆໆໆໆ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະຕອນນີ້ໂຮງຮຽນຢູ່ໃນເຂດຊົນນະຍັງຫລາຍໆແຫ່ງບໍ່ມີທ່ວງທ່າທີ່ຈະດີຂື້ນ
1> ນ້ອງໆນັກຮຽນຕ້ອງຕື່ນນອນແຕ່ 3ໂມງເຊົ້າເພື່ອຍ່າງໄປ ຮຮ ໃຫ້ທັນເຂົ້າຮຽນເວລາ 8 ໂມງ
2> ຄອບຄົວຍາກຈົນນັກຮຽນບາງຄົນແຕ່ປໍ 1-5 ບໍ່ຮູ້ຈ່າຍເງິນຊ້ຳເພາະບໍ່ມີ ພໍ່ແມ່ມີລູກຫລາຍຄົນບາງນ້ອງຈຳເປັນຕ້ອງໄດ້ອອກ ຮຮ ເພື່ອໄປຊ່ວຍວຽກຄອບຄົວ.
3> ບໍ່ມີໂຮງຮຽນທີ່ແໜ້ນໜາຖາວອນ ຂາດອຸປະກອນການສິດສອນ ແລະຕຳລາ ບາງໝວດ ຮຮ ປະຖົມມີນັກຮຽນເປັນ 100-200 ມີຄູສອນພຽງສາມສີ່ຄົນ.
ເອົາທໍ້ນີ້ກ່ອນສາ....



໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈ່ອຍກະຄົນນະບົດ ຈົບມາແລ້ວຈະໄປສອນຢູ່ບ້ານ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppls ຂຽນວ່າ...
ຈ່ອຍກະຄົນນະບົດ ຈົບມາແລ້ວຈະໄປສອນຢູ່ບ້ານ


ໄປແທ້ໆ ເດີຈ່ອຍໄປສອນຢູ່ຊາຍແດນເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງຮຸນແຂວງ ອຸດົມໄຊ ຂີ່ລົດສີ່ຊົ່ວໂມງ ຂີ່ເຮືອສີ່ຊົ່ວໂມງ ແລະຍ່າງຂື້ນພູໄປຫາບ້ານທີ່ຈະສອນອີກແປດຊົ່ວໂມງ...ໄປໄດ້ບໍ???????? ເປັນແຂວງຂອງເຈົ້າເດີເພາະຂ້ອຍເຄີຍໄປແລ້ວຍ່າງຂາຈົນສິລ່ອຍ ອິອິ


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອີດູຕົນຂະເຈົ້າເຊັ່ນກັນ ແຕ່ບໍ່ຮູ້ຈະຊ່ວຍແນວໃດດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຄວາມເຈົ້າຫັ້ນແຫລະ
ໃຜທກໍ່ມຸ່ງສູ່ໃນເມືອງ ບ້ານນອກກໍ່ເລີຍບໍ່ມີຫລາຍ
ພັກລັດຄວນແກ້ໄຂ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ເຮົາກະຮຽນຄູ ຈົບແລ້ວຈະໄປເປັນຄູແນ່ນອນ ເປັນຄູທີ່ດີ
ເດັກນ້ອຍລາວຕ້ອງໄດ້ຮັບໂອກາດທາງການສຶກສາ

ຄົນລາວຄົນມີນ້ຳໃຈ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ outtama ຂຽນວ່າ...
ເຮົາກະຮຽນຄູ ຈົບແລ້ວຈະໄປເປັນຄູແນ່ນອນ ເປັນຄູທີ່ດີ
ເດັກນ້ອຍລາວຕ້ອງໄດ້ຮັບໂອກາດທາງການສຶກສາ


ຄູຫຼາຍເນາະໃນພັນລາວນິ ເຮົາກະສິເປັນຄູ

ຮັກນ້ອງຕອນເມົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ...
ອີດູຕົນຂະເຈົ້າເຊັ່ນກັນ ແຕ່ບໍ່ຮູ້ຈະຊ່ວຍແນວໃດດີ


ຊ່ວຍໄດ້ໂອະ ບໍລິຈາກປື້ມ ສໍ ຫລືອຸປະກອນການສຶກສາຢ່າງອື່ນກະໄດ້ ຢູ່ຫ້ອງການສະຫວັດດີການສັງຄົມເມືອງ ແຂວງ ນະຄອນຫລວງ ຫລືໄດ້ມີໂອກາດອອກໄປແຖວນອກຕ່າງແຂວງກະເອົາໄປບໍລິຈາກເລີຍກະໄດ້ ບໍ່ຈຳເປັນວ່າຈະມີຫລວງຫາຍລະຈຶ່ງໄປບໍລິຈາກ ເຮົາມີສ່ຳໃດພໍທີ່ຈະຊ່ວຍໄດ້ກະຊ່ວຍໄປ... ແຕ່ຢ່າໄປຊ່ວຍຈົນໝົດຕົວຄືຫລິ້ນໄພ້ໄດ໋ລະ ອິອິ ມັນກະກ່ຽວກັນຢູ່ວະນິ?


໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ outtama ຂຽນວ່າ...
ເຮົາກະຮຽນຄູ ຈົບແລ້ວຈະໄປເປັນຄູແນ່ນອນ ເປັນຄູທີ່ດີ
ເດັກນ້ອຍລາວຕ້ອງໄດ້ຮັບໂອກາດທາງການສຶກສາ


ຄູຫຼາຍເນາະໃນພັນລາວນິ ເຮົາກະສິເປັນຄູ


ເປັນແທ້ເດີ

ຄົນລາວຄົນມີນ້ຳໃຈ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ outtama ຂຽນວ່າ...
ເຮົາກະຮຽນຄູ ຈົບແລ້ວຈະໄປເປັນຄູແນ່ນອນ ເປັນຄູທີ່ດີ
ເດັກນ້ອຍລາວຕ້ອງໄດ້ຮັບໂອກາດທາງການສຶກສາ


ຊິໄປເປັນຄືຢູ່ຊົນນະບົດບໍ່ລະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ outtama ຂຽນວ່າ...
ເຮົາກະຮຽນຄູ ຈົບແລ້ວຈະໄປເປັນຄູແນ່ນອນ ເປັນຄູທີ່ດີ
ເດັກນ້ອຍລາວຕ້ອງໄດ້ຮັບໂອກາດທາງການສຶກສາ


ຊິໄປເປັນຄືຢູ່ຊົນນະບົດບໍ່ລະ


ເອົາໂລດແຫຼະ ບໍ່ຢ້ານນະ ບ້ານເຮົາກະຊົນນະບົດພໍແຮງລະ
ຮຽນຈົບກ່ອນເດີ ເດັກໆເອີຍ ຖ້າເອື້ອຍກ່ອນ ອິອິ

ຄົນລາວຄົນມີນ້ຳໃຈ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປັນຫາເຣື່ອງການສຶກສາໃນຊົນນະບົດນັ້ນ..
ຂ້ອຍວ່າຣັຖໜ້າຈະມີນໂຍບາຍໃຫ້ຄອບຄົວທຸກຍາກໄດ້ໃຫ້ລູກຫຼານເຂົາເຈົ້າຮຽນຟຣີ..

ແຕ່ກໍຍັງຕິດບັນຫານາຍຄຣູບໍ່ພຽງພໍ..
ຂ້ອຍຢາກໃຫ້ຣັຖສ້າງຮາກຖານໃຫ້ມີວິທຍາລັຍຄຣູທຸກແຂວງ..
ຈາກນັ້ນກໍຊັບຊ້ອນເຂົ້າສອນຕາມ ຮຮ. ຢູ່ທີ່ຊົນນະບົດ..
ໂດຍອາຈຈະສເນີຜົລປະໂຍຊທີ່ໜ້າພໍໃຈໃນຣະດັບໜຶ່ງໃຫ້..

ສຸດທ້າຍແມ່ນປັນຫາເຣື່ອງອາຄານຮຽນ..
ຂ້ອຍວ່າຣັຖໜ້າຈະລົງທຶນໃນເຣື່ອງນີ້ແດ່..
ກະບໍ່ໄດ້ວ່າຈະຕ້ອງສ້າງໃຫ້ມັນໃຫຍ່ໂຕມໂຫຣານ..
ເພາະປັນຫານີ້ມີແຕ່ ຣັຖ ທີ່ແກ້ໄຂໄດ້..


໑໐ ກະທູ້
໒໔໒ ໂພສ
ນັກການກະທູ້
ອີດູຕົນຂະເຈົ້າເຊັ່ນກັນ ແຕ່ບໍ່ຮູ້ຈະຊ່ວຍແນວໃດດີ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ຮຽນຄູຕ້ອງລ້ຽງຫມູໄປນຳຈຶ່ງຈະພໍກິນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ສາເຫດທີ່ເຮັດໃຫ້ຄູບ້ານນອກບໍ່ພຽງພໍຕາມມູອງຂອງຂ້າພະເຈົ້າສາເຫດມາຈາກເງີນເດືອນ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ເດັກນ້ອຍຢູ່ຊົນນະບົດຈົບຮອດມໍ 7 ຍັງບໍ່ຮູ້ຊ້ຳວ່າຄອມພີວເຕີເປັນແນວໃດ ແທ້ໆເວົາຄວາມຈິງ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ້ວ່າແທ້ ນ້ຳຫວານກະວ່າແທ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີ່ຈະເສຍສະຫລະຍັງມີນ້ອຍ ...................

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຢາກຮຽນພັດທະນາຊຸມຊົນເດບາດນີ້

♡ເເມ່ລູກອ໋ອນ♡



.

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນນະໂຍບາຍຕໍ່ຄູຢູ່ເຂດນອກມັນບໍ່ດີປານໃດຫັ້ນແລ້ວ ຄົນສ່ວນຫຼາຍຈົບມາຈຶ່ງຢາກສອນແຕ່ຢູ່ໃນເມືອງ
ຖ້າມີເງິນເດືອນກຸ້ມກິນ ມີລາຍໄດ້ອື່ນຄືຄູໃນເມືອງມັນກະຄືຊິບໍ່ຂາດຄູຢູ່ແຖວຊົນນະບົດດອກ
e361:

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ເດັກນ້ອຍຢູ່ຊົນນະບົດຈົບຮອດມໍ 7 ຍັງບໍ່ຮູ້ຊ້ຳວ່າຄອມພີວເຕີເປັນແນວໃດ ແທ້ໆເວົາຄວາມຈິງ


ເຈົ້າເວົ້າຖືກແລ້ວ ການຊ່ວຍເຫຼືອກໍ່ຮອດແຕ່ບ່ອນທີ່ອ່າວໄຄແນ່ ບ່ອນຍາກແລະຂາດເຂີນແທ້ໆກັບບໍ່ຄ່ອຍມີໃຜຊ່ວຍ

ຢ່າວ່າແຕ່ຈົບມໍ 6 ຈົບວິຊາຄູມາກະຍັງບໍ່ຮູ້ໃຊ້ຄັອມພິວເຕີ້ກະມີຫຼາຍ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍມີວິທີແກ້
ຍ້າຍຄົນຢູ່ບ້ານນອກມາໃນເມືອງໝົດກໍ່ບໍ່ຂາດຄູອີກອິອິ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ຂ້ອຍມີວິທີແກ້
ຍ້າຍຄົນຢູ່ບ້ານນອກມາໃນເມືອງໝົດກໍ່ບໍ່ຂາດຄູອີກອິອິ


ໂອ້ງ່າຍປານນັ້ນ ເຫີໆໆໆໆ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະຊ່ວຍໄດ້ແຕ່ບໍລິຈາກປຶ້ມທີ່ບໍ່ໃຊ້ແລ້ວໃຫ້ນ້ອງໆໄດ້ອ່ານ, ຖ້າຊິໃຫ້ໄປຢູ່ເຂດນອກ ກະຂໍວອນໃຫ້ພວກຜູ້ໃຫຍ່ຊ່ວຍພິຈະລະນາບັນຫາປາກທ້ອງຄູແດ່ ຄູກະແມ່ນຄົນ ກະຕ້ອງໄດ້ກິນໄດ້ຫຍ້ຳຄືຜູ້ທີ່ມີຕຳແໜ່ງສູງໆຫັ້ນລະ

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວນເອົາໃຈໃສ່ການສຶກສາໃນເຂດຊົນນະບົດໃຫ້ດີຂຶ້ນກວ່າເກົ່າ ອິອິ


໑ ກະທູ້
໔໒ ໂພສ
ຂາປະຈຳເວັບບອດ
ການທີ່ຈະພັດທະນາປະເທດຊາດໄດ້ນັ້ນ ເດັກແລະເຍົາວະຊົນ ນັກຮຽນ ນັກສຶກສາ ເປັນກຳລັງສຳຄັນ! ແລະແຮງທີ່ຈະຂັບເຄື່ອນໄປຂ້າງຫນ້າເພື່ອນກາພັດທະນາໄດ້ນັ້ນກໍ່ເປັນການສຶກສາ ໃຫ້ເດັກແລະເຍົາວະຊົນໄດ້ມີໂອກາດທາງການສຶກສາ ໂດຍທົ່ວເຖິງກັນໃນທົ່ວປະເທດ ບໍ່ແບ່ງຊັ້ນຄົນ ວັນນະ ຖານະ!!! ແຕ່ພະລັງອີກຢ່າງຫນຶ່ງທີ່ຈະຄ່ຽງຄູ່ເປັນສະຫາຍຂອງການສຶກສາກໍ່ຄືຄວາມດີ ຫລືຄຸນນະທຳ !! ເປັນຄົນເກັງຢ່າງດຽວບໍ່ພໍ ຈະຕ້ອງໃຫ້ເປັນຄົນດີນຳອີກ ! ຄູຜູ້ທີ່ທຳຫນ້າທີ່ສິດສອນ ຖືວ່າເປັນຜູ້ໃກ້ສິດນັກຮຽນຫລາຍທີ່ສຸດ ກໍ່ຄວນຜັກດັນໃຫ້ນັກຮຽນຮຽນເກັ່ງແລະມີຄຸນນະສົມບັດທາງສັງຄົມທີ່ດີຄ່ຽງຄູ່ກັນໄປ!!!


ຂໍຝາກໄວ້!!!

ຂ້າພະເຈ້າເຄີຍເປັນຄົນບ້ານນອກ ກໍ່ເຄີຍປະສົບກັບເລື່ອງລາວຕ່າງໆ ໃນຊ່ວງໄວເດັກ !! ປີຜ່ານມາຂ້າພະເຈົ້າໄດ້ມີໂອກາດໄປກັບໄປຢູ່ບ້ານ ໄດ້ເຫັນຄວາມປ່ຽນແປງໃນແງ່ທາງທີດີ້ຂຶ້ນ ຖ້າທຽບກັບສະໄຫມທີ່ຂ້າພະເຈົ້າຍັງເປັນເດັກນ້ອຍ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>