ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີ! ບັນດາທ່ານທີ່ເຂົ້າມາເບິ່ງກະທູ້ນີ້ ຂພຈ ກຳລັງອ່ານບົດລາຍງານທີ່ກຽວກັບປະຫວັດສາດລາວ , ແລະ ກໍເກີດມີບັນຫາຫຼາຍຫຼາຍຢ່າງທີ່ບໍ່ເຂົ້າໃຈ ,ສະນັ້ນຈິ່ງມາ ຕັ້ງກະທູ້ເພື່ອ ຕັ້ງຄຳຖາມດັ່ງລຸ່ມນີ້

1、ອະດີດແຄວ້ນຈູ(Chou kingdom)ແຕ່ກີ້ເປັນອານາຈັກໜຶ່ງຂອງປະເທດຈີນບໍ?
2、ເຂດນ່ານຊານ(Nan Shan)ອັງກິດແປແນວໃດແດ່ ?
3、”ໄດ້ຍົກກອງທັບໄປພິສິດປະເທດອື່ນໆ “ ໃນນັ້ໜ ໄປພິສິດ ມີຄວາມໝາຍເປັນ attack or
offensive ບໍ?
4、 ໃນສະໄໝບູຮານນັ້ນ ຊາວລາວເຮົາ ເຄີຍ ຖື ຮຽກເປັນ“ໂລະ(Luo) ”ບໍ?
5、ແມ່ນໍ້າສາລະວິນ ,ແມ່ນໍ້າປີງ,ແມ່ນໍ້າອູ, ແມ່ນໍ້າດ່ອນ (ແມ່ນໍ້າຂາວ) ແມ່ນໍ້າເຫຼົ່ານີ້ ອັງກິດແປ
ແນວໃດແດ່ ?ໃນນັ້ນ ແມ່ນໍ້າສາລະວິນ ເປັນ Salween River,ແມ່ນໍ້າດ່ອນ (ແມ່ນໍ້າຂາວ)ເປັນ White River,ຖືກບໍ?
6、“ຕຳນານອູຣັງຄະທາຕ ຂອງລາວທີ່ເວົ້າເຖິງການອົບຂອງພວກເງືອກ ອັນເປັນສັນຍເລັກແຫ່ງຕົ້ນຕະກຸນຂອງລາວໜອງແສ .” ປະໂຫຍດນີ້ ພາສາອັງກິດຈັ່ງໃດ?
7、 “ນິທານທ້າວຫຼົງ(ເກົາລົງ-ເກົ້າລວງ)ຊຶ່ງເປັນລູກເງືອກ”
ໃນນັ້ນ ທ້າວຫຼົງ(ເກົາລົງ-ເກົ້າລວງ) ເປັນນີທານຂອງລາວເຮົາ ຫຼືວ່າເປັນຂອງປະເທດອື່ນ ?
ແລະ ລູກເງືອກ ອັງກິດແປຈັ່ງໃດ? , son of ngeak ຖືກບໍ?
9、ເຜົ່າຢ້າ ຊົນເຜົ່ານີ້ ຢູ່ ບ່ອນໃດ?
10、“ອັນເປັນສັນຍເລັກແຫ່ງຕົ້ນຕະກຸນຂອງຊາວລາວ ” ສັນຍເລັກ ຄຳນີ້ຄວາມໝາຍແມ່ນຫຍັງແດ່?
11、ໃນສະໄໝບູຮານນັ້ນ ຊາວລາວເຮົາ ເຄີຍ ຖື ຮຽກເປັນ“ ເຢ້ ”ບໍ?
ຂອບໃຈຫຼາຍໆພວກພີ່ນ້ອງທີ່ມາຕອບ !


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຍາວໂພດ ບໍ່ໄດ້ອ່ານ ຮາໆໆໆໆ ອິອິ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ຈັກຈິຕອບແນວໃດ ອິອິອິ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
บ่ได้เฮียนเลย

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ຢາກຮູ້ຄືກັນ ເຂົ້າມາຈອບເບິ່ງ


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
1、ອະດີດແຄວ້ນຈູ(Chou kingdom)ແຕ່ກີ້ເປັນອານາຈັກໜຶ່ງຂອງປະເທດຈີນບໍ?
ແນະນໍາໃຫ້ໄປອ່ານປະຫວັດສາດຈີນເອງ ,,,,ສໍາລັບແປສັບ ແມ່ນແປຕາມໃຈໂລດ ,,,
11、ໃນສະໄໝບູຮານນັ້ນ ຊາວລາວເຮົາ ເຄີຍ ຖື ຮຽກເປັນ“ ເຢ້ ”ບໍ?
ອັນນີ້ແມ່ນບໍ່ຮູ້ ,,,ແຕ່ວ່າ ຄໍາວ່າ ຄົນ“ ເຢ້ ” ໃນພາສາຈີນ ໝາຍຄວາມ ວ່າ ຄົນ “ ປ່າ ”



໓ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ physician ຂຽນວ່າ...
1、ອະດີດແຄວ້ນຈູ(Chou kingdom)ແຕ່ກີ້ເປັນອານາຈັກໜຶ່ງຂອງປະເທດຈີນບໍ?
ແນະນໍາໃຫ້ໄປອ່ານປະຫວັດສາດຈີນເອງ ,,,,ສໍາລັບແປສັບ ແມ່ນແປຕາມໃຈໂລດ ,,,
11、ໃນສະໄໝບູຮານນັ້ນ ຊາວລາວເຮົາ ເຄີຍ ຖື ຮຽກເປັນ“ ເຢ້ ”ບໍ?
ອັນນີ້ແມ່ນບໍ່ຮູ້ ,,,ແຕ່ວ່າ ຄໍາວ່າ ຄົນ“ ເຢ້ ” ໃນພາສາຈີນ ໝາຍຄວາມ ວ່າ ຄົນ “ ປ່າ ”




Thank u very much