ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ພາບສະທ້ອນ ສັງຄົມລາວຜ່ານສາຍຕາຂ້າພະເຈົ້າ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ດ້ວຍຄວາມຮັກແລະເຄົາລົບແນວໄດກໍດີສີ່ງທີ່ໄດ້ຮູ້ຈາກບົດຄວາມຕ່າງກໍບໍ່ແມ່ນວ່າເຮົາຈະເຊື່ອໂລດສະນ້ັນຢາກໃຫ້ແຕ່ລະຄົນໄປສືກສາເບີ່ງວ່າ
ຄວາມຈິງມັນເປັນແນວໄດແທ້ມີການເຄື່ອນໄຫວແນວໄດຂໍ້ຫາຍ້ອນອັນໄດຈິ່ງຖືກຈັບຫລືບໍ່ຖືກຈັບກໍເປັນໄດ້ແຕ່ເຮົາຕ້ອງໃຊ້ວິຈາລະນາຍານໃນການຄືດວ່າຈີງຫລືບໍ່ເພາະຂ້າພະເຈົ້າຢູ່ລາວແລະຄົນລາວສວ່ນຫລາຍກໍບໍ່ຄ່ອຍໄດ້ຮັບຂ່າວແບບນີ້ເມື່ອມາຫລີ້ນພັນລາວນີ້ແລ້ວ ຈິງຮູ້ວ່າແນວນັ້ນແນວນີ້
ແຕ່ຫລາຍອັນສັງເກດວ່າບໍ່ແມ່ນຄວາມຈິງກໍຫລາຍ ຄວາມຈິງກໍມີ ເຊັ້ນສີ່ງທີ່ປະຕິເສດບໍ່ໄດ້ແມ່ນການຊື້ຈ້າງເຂົ້າຮຽນເຮັດວຽກແລະເເລ່ນເອກະສານ ເອົາເງິນໃຫ້ໄຕ້ໂຕະຂ້າພະເຈົ້າເຫັນກັບຕາ ແລະຂ້າພະເຈົ້າເຊື່ອວ່າທຸກຄົນອາດຈະຜ່ານປະສົບການດ້ວຍຕົນເອງ ແລະທາງອ້ອມມາແລ້ວ ສ່ວນເລື່ອງສາດສະຫນານັ້ນກໍເຫັນມິການເຄື່ອນໄຫວບໍ່ຄ່ອຍງາມປານໄດທີ່ເຫັນມາ ແລະໄດ້ປະສົບເອງ ແນວໄດກໍດີ ພັກລັດບໍ່ໄດ້ປິດເລືອງການນັບຖືສາດສະຫນາແຕ່ການປະຕິບັດຕ້ອງຢູ່ໃນຂອບເຂດ ກົດຫມາຍບ້ານເມືອງ ຖ້າຄິດວ່າພັກລັດຈັບຖ້າບໍ່ຜິດເຮົາກະຟ້ອງໄດ້ບໍ່ແມ່ນບໍ່ ແຕ່ຮູ້ວ່າຖືກຈັບກະຍັງຮູ້ຖ້າວ່າບໍ່ຜິດແທ້ໆເຮົາກະຍືນອຸທອນໄດ້ແນ່ນອນ ປັນຫາຢູ່ທີ່ວ່າສີ່ງທີ່ກ່າວອ້າງມານັ້ນມັນເປັນຈິງຫລາຍປານໄດນ້ັນເປັນຄຳຖາມທີ່ເຮົາຕ້ອງຖາມຕົວເອງ ຫລືແຕ່ລະຄົນຄິດແນວໄດແທ້ ການສໍ້ລາດບັງຫລວງໃນສປປລາວ ກໍລະບາດໄປທຸກທົ່ວສາລະທິດຂອງຫນ່ວຍງານລັດ ແຕ່ທາງພັກ ລັດ ຍັງບໍ່ສາມາດແກ້ປັນນີ້ໄດ້ເທົ່າທີ່ຄວນ ເພາະວ່າ ວາງລະບົບກວດສອບຄວາມໂປ່ງໄສບໍ່ຖືກຕ້ອງປານໃດ໋ ນີ້ຄືຄວາມຄິດຂ້າພະເຈົ້າເດີ ອີກຢ່າງຂັ້ນເທີງບໍ່ເປັນຕົວຢ່າງທີ່ດີ ຈຸດມຸ່ງຫມາຍທາງການເມືອງແມ່ນການຢູ່ເຢັນເປັນສຸກ ແລະການກິນດີຢູ່ດີຂອງປະຊາຊົນ ບໍ່ແມ່ນວ່າພັກ ລັດ ໄດ້ກຳອຳນາດການເມືອງແລ້ວ ຊິເອົາການເມືອງເປັນເຄື່ອງມືສ້າງຄວາມລ້ຳລວຍ ໃຫ້ຕົນເອງ ແລະພວກພ້ອງ ມັນບໍ່ຖືກຕ້ອງ ແບບນີ້ ຂ້າພະເຈົ້າເຫັນມາຫລາຍໆຄົນແລ້ວ ກ່ຽວກັບພຶດຕິກຳເຈົ້າຫນ້າທີ່ພະນັກງານຂອງລັດຫລາຍໆຄົນ ມີພຶດຕິກຳ ເຮັດນາບົນຫລັງຄົນ ຂູດຮີດລາດຊະດອນ ກິລິຍາທ່າທາງ ຫຍຽບຫົວປະຊາຊົນບໍ່ໃຫ້ກຽດປະຊາຊົນໃນຖານະເຈົ້າຂອງອຳນາດແລະແຜ່ນດິນຕົວຈີງເພາະສະນັ້ນໃນຖານະປະຊາຊົນ ພົນລະເມືອງຂອງຊາດ ເຮົາຄວນເຮັດແນວໄດໃຫ້ປະຊາຊົນ ຄົນລາວທັ້ງຫລາຍຕະຫນັກເຖິງຄວາມສຳຄັນຂອງປັນຫາປະເທດຊາດທີ່ເຮົາປະສົບຢູ່ຂະນນີ້ ແລະຫາແນວທາງປັບປຸງລົນລະລົງສະຫນັບສະຫນຸນຕໍ່ຕ້ານພຶດຕິກຳອັນຊົ່ວຮ້າຍນີ້ໃຫ້ອອກຈາກສັງຄົມພວກເຮົາໄປ ໃຫ້ຄິດຊ່ວຍກັນແນ່ເດີພີ່ນ້ອງ ກັບມາເລື່ອງສາດສະຫນານັ້ນບໍ່ໄດ້ແມ່ນປັນຫາຊາດແນ່ນອນເພາະຖ້າເຮົາເຊື່ອຖືໃດກໍໄດ້ ສາມາດເຂົ້າໂບດດໄດ້ ພັກ ລັດບໍ່ໄດ້ຫ້າມ ຂ້າພະເຈົ້າຄິດວ່າ ພັກ ລັດ ຄວນຫັນມາໃສ່ໃຈສາດສະຫນາພຸດຫລາຍຂື້ນ ເພາະເປັນສາດສະຫນາຄົນສ່ວນໃຫຍ່ນັບຖື ແລະເປັນສາດສະຫນາເກົ່າແກ່ອີກດ້ວຍ ນັບຖືມາຕັ້ງແຕ່ປູ່ ສັງກະສາ ຍ່າສັງກະສີພຸ້ນ ແຕ່ທີ່ຂ້າພະເຈົ້າ ສັງເກດ ແມ່ນພັກ ລັດ ຂາດຄວາມເອົາໃຈໃສ່ທີ່ສຸດ ໂດຍສະເພາະວົງການສຶກສາສົງ ຕັ້ງແຕ່ສະຖາປານາລະບອບໃຫມ່ ມາແຕ່ 1975 ເປັນຕົ້ນມາ ພັກ ລັດ ໄປຕັດ ໂຮງຮຽນບາລີ ນັກທັມ ອອກຈາກລະບົບການສຶກສາສົງລາວອອກ ຂ້າພະເຈົ້າໃນຖານະຄົນພຸດຄົນຫນຶ່ງ ເກີດຄວາມບໍ່ພໍໃຈທີ່ສຸດ ເພາະນີ້ ຂ້າພະເຈົ້າເຫັນວ່າຄືຫົວໃຈການສຶກສາສົງແທ້ໆ ລະເປັນຫຍັງຄືໄປຕັດອອກ ຫຼືພັກ ລັດ ຄິດວ່າເປັນຂອງລາຊອານາຈັກລາວຊັ້ນເບາະຈຶງໄປຕັດອອກ ຖ້າຄິດແບບນີ້ໄຮ້ເຫດຜົນທີ່ສຸດ ພວກທ່ານຄິດແນວໃດ໋ກັບປັນຫາ ນີ້ກາລຸນາ ແລກປ່ຽນກັນໄດ້ ດ້ວຍເຫດດ້ວຍຜົນເດີ ຂອບໃຈຫລາຍໆ ທີ່ໃຫ້ພື້ນທີ່ຈົ່ມສູ່ກັນຟັງ

ພາວະນາ ພິກຂຸ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດ ສົດ
ໄຫ້ວພະເຊົ້າ

ນະມັດສະການ ພະອາຈານ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ມາເປີດ ສົດ
ໄຫ້ວພະເຊົ້າ

ນະມັດສະການ ພະອາຈານ

ຂໍອະນຸໂມທະນາ ສາທຸການນຳເດີ

ພາວະນາ ພິກຂຸ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງອິງເຖິງ:templeonline

ກັບມາເລື່ອງສາດສະຫນານັ້ນບໍ່ໄດ້ແມ່ນປັນຫາຊາດແນ່ນອນເພາະຖ້າເຮົາເຊື່ອຖືໃດກໍໄດ້ ສາມາດເຂົ້າໂບດດໄດ້ ພັກ ລັດບໍ່ໄດ້ຫ້າມ ຂ້າພະເຈົ້າຄິດວ່າ ພັກ ລັດ ຄວນຫັນມາໃສ່ໃຈສາດສະຫນາພຸດຫລາຍຂື້ນ ເພາະເປັນສາດສະຫນາຄົນສ່ວນໃຫຍ່ນັບຖື ແລະເປັນສາດສະຫນາເກົ່າແກ່ອີກດ້ວຍ ນັບຖືມາຕັ້ງແຕ່ປູ່ ສັງກະສາ ຍ່າສັງກະສີພຸ້ນ ແຕ່ທີ່ຂ້າພະເຈົ້າ ສັງເກດ ແມ່ນພັກ ລັດ ຂາດຄວາມເອົາໃຈໃສ່ທີ່ສຸດ ໂດຍສະເພາະວົງການສຶກສາສົງ ຕັ້ງແຕ່ສະຖາປານາລະບອບໃຫມ່ ມາແຕ່ 1975 ເປັນຕົ້ນມາ ພັກ ລັດ ໄປຕັດ ໂຮງຮຽນບາລີ ນັກທັມ ອອກຈາກລະບົບການສຶກສາສົງລາວອອກ ຂ້າພະເຈົ້າໃນຖານະຄົນພຸດຄົນຫນຶ່ງ ເກີດຄວາມບໍ່ພໍໃຈທີ່ສຸດ ເພາະນີ້ ຂ້າພະເຈົ້າເຫັນວ່າຄືຫົວໃຈການສຶກສາສົງແທ້ໆ ລະເປັນຫຍັງຄືໄປຕັດອອກ ຫຼືພັກ ລັດ ຄິດວ່າເປັນຂອງລາຊອານາຈັກລາວຊັ້ນເບາະຈຶງໄປຕັດອອກ ຖ້າຄິດແບບນີ້ໄຮ້ເຫດຜົນທີ່ສຸດ ພວກທ່ານຄິດແນວໃດ໋ກັບປັນຫາ ນີ້ກາລຸນາ ແລກປ່ຽນກັນໄດ້ ດ້ວຍເຫດດ້ວຍຜົນເດີ ຂອບໃຈຫລາຍໆ ທີ່ໃຫ້ພື້ນທີ່ຈົ່ມສູ່ກັນຟັງ

ກ່ອນອື່ນຢາກຖາມຈຸດມຸ້ງຫັວງຂອງຄົນທີ່ເຂົ້າບວດໂດຍສະເພາະຕົວທ່ານ...ເຂົ້າບວດເພື່ອຫັຍງ???
ເຂົ້າບວດເພາະຮູ້ຈັກຕົນເອງມີກິເລດຕັນຫາ ຢາກລົດລະປະວາງກິເລດຕັນຫາຄວາມຢາກຕ່າງໆ...
ຫຼືເຂົ້າບວດເພື່ອມຸ້ງຫັວງຢ່າງອຶ່ນ.....
ປະຫັວດພະພຸດທະເຈົ້າ ພະອົງເປັນລູກກະສັດຊີວິດອຸດົມສົມບູນທຸກຢ່າງ...ແຕ່ພະອົງຍັງປະວາງຄວາມສຸກນັ້ນອອກສຸດົງໄປທົ່ວ
ນໍາເອົາສິ່ງທີ່ພະອົງເຫັນພົບພໍ້ນັ້ນມາເປັນບົດຮຽນຊີວິດຂັດເກົາຈິດໃຈຕົວເອງໃຫ້ສະອາດ....
ແຕ່ການທີ່ທ່ານເຂົ້າບວດ..ຍັງລຸ້ມຫົຼງກັບກິເລດ ຍັງຫຍຸ້ງກ່ຽວທາງໂລກ ຍັງອັບເດດໂຕເອງ ແລ້ວທ່ານຈະປ່ອຍວາງໄດ້ຈັ່ງໃດ...???
ຄໍາສອນຂອງສາສະໜາພຸດມີບໍ່....ໃຫ້ຜູ້ອອກບວດຊວຍໃຊ້ສາສະໜາຜ້າເຫຼືອງຫຸ້ຍງກ່ຽວກັບວຽກບ້ານການເມືອງ????....
ແນ່ນອນລະບອບເຮົາແມ່ນລະບອບປະຊາທິປະໄຕ ທຸກຄົນມີສິດ ຄິດ ປະກອບຄວາມຄິດ ຄວາມເຫັນຄວາມຮູ້ສຶກ.....
ແຕ່ຖ້າທ່ານເລືອກທາງເດີນທາງທໍາແລ້ວເປັນຫັຍງບໍ່ປ່ອຍວາງ????

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...

ດີຫລາຍທ່ານ ຂ້າພະເຈົ້າ ມັກຄົນແບບທ່ານຫລາຍ ຖ້າທ່ານໄປສຶກສາພຸດທະປະຫວັດ ຊີວະປະຫວັດຂອງພະພຸດທະເຈົ້າໃຫ້ຈະເເຈ້ງທ່ານຈະເຫັນຂໍ້ວັດ ປະຕິບັດ ຂອງພະອົງ ທີ່ເຂົ້າມາກ່ຽວຂ້ອງກັບການເມືອງ ແລະສັງຄົມຫລາຍນ້ອຍ ຊ່ຳໃດ໋ ເຈົ້າຊາຍສີຖັດຖະເປັນຄົນກຸງກະວິລລະພັດ ໄດ້ສະຫລະລາຊສົມບັດອອກບວດ ເພື່ອຄວາມຫລຸດພົ້ນຈາກຄວາມທຸກ ຫລຸດຈາກກິເລດຕັນຫາ ຫລັງຈາກທີ່ພະອົງບວດໄດ້ 6 ປີ ໄດ້ຊົງຕັດສະຮູ້ເປັນພະອໍລະຫັນ ຫລັງຈາກນັ້ນພະອົງໄດ້ ຈາລິກອອກເດີນທາງໄປ ປະຕິສຳພັນສັງສອນຊາວບ້ານ ຢູ່ແວ້ນ ແຄ້ນຕ່າງໆ ໃນອິນເດຍ ເກືອບທຸກທົ່ວສາລະທິດ ນັບຕັ້ງແຕ່ສອນພະລາຊາ ຂ້າລາດຊະບໍລິພານ ຈົນເຖິງຊາວບ້ານ ລະດັບຕ່ຳສຸດ ຫລັກທຳມະພະພຸດທະເຈົ້າໃຊ້ສອນແຕ່ລະເພດ ບຸກຄົນແຕກຕ່າງກັນ ເຊ່ນສອນລາຊາ ກໍສອນຫົວຂໍ້ທັມ ທີ່ກ່ຽວກັບປົກຄອງບ້ານເມືອງ ສອນຊາວບ້ານທຳມະດາ ກໍສອນຫລັກທັມມະ ຄອງເຮືອນທົ່ວໄປ ລາຍລະອຽດໄປຫາອ່ານເອງຂ້າພະເຈົ້າຈະບໍ່ເນັ້ນ ແຕ່ປະເດັນ ຂອງຂ້າພະເຈົ້າຈະບອກທ່ານ ຄືວ່າ ພະກັບສັງຄົມ ກັບ ຊາວບ້ານ ແຍກອອກຈາກກັນບໍ່ໄດ້ ນ້ຳເພີ່ງເຮືອ ເສືອເພີ່ງປ່າ ພຣະມີຫນ້າທີ່ສຶກສາພະທັມ ສັ່ງສອນຊາວບ້ານ ແຕ່ກ່ອນພຸດທະກິດຂອງພະອົງ ກໍອົບຮົມສັ່ງສອນ ອອກຫາຊາວບ້ານ ຢ່າງບໍ່ຂາດສາຍ ແຕ່ວ່າຮູບແບບການເຂົ້າຫາຊາວບ້ານຕັ້ງແຕ່ພຸດທະການ ກັບ ປັດຈຸບັນນີ້ ມັນບໍ່ຄືກັນ ປັດຈຸບັນນີ້ ມີຊ່ອງທາງເຂົ້າຫາສັງຄົມ ອອກຕົນຍາດໂຍມຫລາຍ ອິນເຕີເນັດ ກໍເປັນສື່ຫນຶ່ງທີ່ເຂົ້າເຖິງຊາວບ້ານ ການທີ່ຂ້າພະເຈົ້າ ວິຈານການເມືອງ ເວົ້າປັນຫາສັງຄົມ ກໍເປັນພາບສະທ້ອນອີກພາບຫນຶ່ງໃຫ້ພວກເຮົາໄດ້ຄິດ ທ່ານຈະເຊື່ອ ຫຼືບໍ່ເຊື່ອແລ້ວແຕ່ທ່ານ ໃຊ້ຫລັກກາລະມະສູດໃນການພິຈາລະນາ ທ່ານວ່າຂ້າພະເຈົ້າບໍ່ປ່ອຍວາງ ທີ່ຂ້າພະເຈົ້າວິຈານນີ້ນະ ບໍ່ໄດ້ຫມາຍຄວາມວ່າຂ້າພະເຈົ້າຢາກໄດ້ ອຳນາດການເມືອງມາປົກຄອງ ມາບໍລິຫານ ບໍ່ແມ່ນເລີຍທ່ານ ຖ້າຂ້າພະເຈົ້າຢາກໄດ້ອຳນາດ ທ່ານສາມາດໂຈມຕີ ດ່າຂ້າພະເຈົ້າໄດ່ເລີຍ ວ່າ ກິເລດ ຫນາ ບໍ່ປ່ອຍວາງທາງໂລກ ອັນນີ້ຂ້າພະເຈົ້າ ພຽງແຕ່ຊີ້ປັນຫາໃຫ້ທ່ານເບິ່ງເທົ່ານັ້ນ ທ່ານຄິດເອົາເອງເດີ
ພາວະນາ ພິກຂຸ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...

ສິ່ງໃດຄືສິ່ງຢັ້ງຢືນວ່າທ່ານບໍ່ມົວເມົາບໍ່ລົ້ມຫົຼງ ບໍ່ຕ້ອງການອໍານາດ ບໍ່ຕ້ອງການສະນັບສະໜູນຈາກມວນຊົນ...
ເຫັນພະຫຼາຍໆອົງທີ່ຮຽນຈົບສູງໆ ຈົບຕີ ໂທ ເອກ ມາຈາກຕ່າງປະເທດ...ພະເຫົ່ຼານັ້ນກໍ່ຍັງບໍ່ໄດ້ຕັ້ງກະທູ້ສະແດງຄວາມຄິດເຫັນຄືດັ່ງທ່ານ...
ພະຫຼາຍໆອົງມີແຕ່ເທດສັ່ງສອນຄົນ...ເອົາຫັຼກທໍາມະມາກ່ອມເກົາຈິດໃຈຄົນເຫັນລາຍການໂທລະທັດຫຼາຍໆຊ້ອງບໍ່ວ່າຊ້ອງລາວ​ໄທ...
ພະທີ່ເທດກໍ່ລ້ວນແຕ່ສັ່ງສອນໄປທາງສິນ ທາງທໍາ...

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າ ຄິດວ່າບຸກຄົນໃດກໍ່ຕາມທີ່ຄິດເຖິງຜົນປະໂຫຍດສ່ວນລວມ,ຄິດເຖິງອະນາຄົດໃນຕໍ່ໜ້າຂອງຊາດ ນັ້ນເເມ່ນເປັນບຸກຄົນທີ່ປະເສິດຢ່າງເເທ້ຈິງ
ເຊິ່ງເເມ່ນຫາຍາກຫຼາຍໃນສັງຄົມລາວປະຈຸບັນເເລະແນ່ນອນຖ້າຢາກໃຫ້ສັງຄົມກ້າວຂື່ນໜ້າໄປສູ່ສັງຄົມທີ່ດີໄດ້ກໍ່ຕ້ອງອາໄສເເຮງ
ກະຕຸ້ນຈາກທຸກຄົນໃນຊາດເພາະວ່າເເຮງກະຕຸ້ນທີ່ມີພະລັງທີ່ສຸດເເມ່ນມາຈາກປະຊາຊົນນັ້ນເອງ

e+1=0

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ຕອນນີ້ເຈົ້າເຮັດຫຍັງຢູ່ ຖືກກັບບ່ອນທີ່ເຈົ້າຢູ່ແລ້ວບໍ່

ໜ້າທີຂອງເຈົ້າຄືຫຍັງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໐ ກະທູ້
໓໘ ໂພສ
ຂາປະຈຳເວັບບອດ
ຄວາມເປັນຈິງແລ້ວຄົນຍິ່ງຮຽນຫຼາຽຍິ່ງຮູ້ຫຼາຽ, ຍິ່ງອອກແຮງງານຫຼາຽຍິ່ງມີປັນຍາຫຼາຽ, ແຕ່ກົງກັນຂ້າມ ຄົນຍິ່ງຫຼິ້ນຫຼາຽ ຍິ່ງຈົນຫຼາຽ, ຍິ່ງນອນຫຼາຽ ຍິ່ງໂງ່ຫຼາຽ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ກ່ອນອື່ນຂໍອ້າງຂໍ້ຄວາມຂອງທັງສອງທ່ານຄື: templeonline ແລະ korng ທີ່ມີການໂຕ້ຕອບກັນໄປມາຂ້າງເທິງ
korng: ຖາມວ່າຜູ່ຊາຍທີ່ບວດຂົ້າມາໃນພຸທທະສາສນາ ເພື່ອຫຍັງ ເຮົາລອງຕັ້ງຄຳຖາມແບບນີ້ໄປຫາຄົນທີ່ບໍ່ແມ່ນພຣະຄືກັນລອງເບິ່ງວ່າ
ຄົນເຮົາທີ່ໄປເຮັດໜ້າທີ່ຕ່າງໆເຊັ່ນ: ພາສີ ຕຳຫຼວດ ຄູ ເປັນຕົ້ນ ເຮັດເພື່ອຫັຍງ ມີຈຸດປະສົງຫຍັງ ຄົນທີ່ເຂົ້າມາເຮັດໜ້າທີ່ເຫຼົ່ານີ້ ໝັ້ນໃຈແລ້ວບໍວ່າພວກ
ເຂົາເປັນຄົນດີໝົດ ທຳຕາມໜ້າທີ່ທີ່ໝອບໝາຍ ແນ່ນອນບໍ່ມີທາງວ່າດີໝົດທຸກຄົນ ຫຼາຍຄົນຊືສັດສຸດຈະລິດທຳຕາມໜ້າທີ່ ແຕ່ຫຼາຍຄົນບໍ່ໄດ້ເຮັດຕາມໜ້າທີ່ ສໍ້ໂກງ ທຸຈະລິດໃນໜ້າທີ່ ເປັນຕົ້ນ
ພຣະສົງກໍ່ເຊັ່ນກັນຫັ້ນລະ ການເຂົ້າມາບວດຂອງພວກທ່ານກໍ່ມີຫຼາຍສາຍເຫດ ຫຼາຍອົງກໍ່ບວດເພື່ອສິ້ນກິເລດຢາກກຳຈັດກິເລດຈິງໆ ຫຼາຍອົງກໍ່ບວດ
ສຶກສາທັມມະດ້ວຍຮຽນວິຊາທາງໂລກດ້ວຍກໍ່ມີ ເພາະທ່ານມາຈາກບ້ານນອກຄອບຄົວຈົນບໍ່ມີເງີນຄຳຕ້ອງຮຽນກໍ່ຕ້ອງອາໃສທາງນີ້ ສ່ວນທ່ານຈະບວດເລີຍ
ຫຼືສິກອອກມານັ້ນມັນກໍ່ເປັນເລື່ອງຂອງທ່ານ ມັນກໍ່ຖືວ່າດີທີ່ໄດ້ຮຽນຮູ້ທັມມະໄປພ້ອມ ຫຼືຫຼາຍອົງກໍ່ອາດບວດຊື່ໆໃນທາງເຈດຕະນາບໍ່ດີກໍ່ອາດມີ ມັນກໍ່ຄືພວກ
ເຮົາທີ່ເປັນຍາດໂຍມນີ້ລະ ເພາະພຣະສົງທ່ານ ກໍ່ເປັນປຸທຸຊົນຄົນທຳມະດາຄືກັນກັບພວກເຮົາ ທ່ານຄື ສົມມຸຕິສົງ ບໍ່ແມ່ນສົງຈິງ ສົງຈິງຄືເປັນ ອະຣິຍະບຸກຄົນຂຶ້ນ
ໄປ ພຣະສົງທ່ານຍັງມີກິເລດຕັນຫາ ອາດໜ້ອຍຫຼາຍແຕກຕ່າງກັນໄປ ຄືພວກເຮົາເປັນຍາດໂຍມນີ້ ສິນຫ້າຍັງຮັກສາບໍ່ໄດ້ເລີຍ
ສຳຫຼັບທີ່ພຮະອາຈານທ່ານມາເວົ້າເລື່ອງການເມືອງແບບນີ້ ກໍ່ບໍ່ເຫັນວ່າເສຍຫາຍປານໃດ ກໍ່ຖືເປັນຄຳສອນໃຫ້ພວກເຮົາໄດ້ຄິດພິຈາລະນານຳກັນ
ສ່ວນເຫັນວ່າບໍ່ເໝາະສົມທີ່ພຮະສົງມາເວົ້າມາຫຼີ້ນໃນພັນລາວນັ້ນ ກໍ່ໃຫ້ສັງຄົມເປັນຄົນຕັດສິນ ຂ້າພະເຈົ້າກໍ່ເຫັນພຣະອາຈານທ່ານເວົ້າມາດົນແລ້ວໃດບໍ່ເຫັນ
ມີຜູ້ໃດວ່າແນວໃດ ເຈົ້າໜ້າທີ່ພັນລາວກໍ່ຄົງຄົງພິຈາລະນາດີແລ້ວແລະມີຄວາມສະຫຼາດພໍແລ້ວລະຈິງບໍ່ໄດ້ມີຂໍ້ຄວາມຫ້າມວ່າ ”ພຣະສົງຫ້າມສົນທະນາເລື່ອງ
ການເມືອງ” ສຳຫຼັບຕົວທ່ານ ຖ້າທ່ານຄິດວ່າບໍ່ເໝາະສົມກໍ່ຕັ້ງແບບສຳຫຼວດຖາມຕິວ່າຄວນບໍໃຫ້ພຣະສົງວິຈານການເມືອງຄວນໃຫ້ມີການວິຈານແບບໃດ
ຫຼືຖ້າວິຈານໄດ້ໜ້ອຍຫຼາຍສ່ຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ແບບພຣະອາຈານທ່ານວ່ານັ້ນລະ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສຶນທັມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຮະສົງທີ່ບໍ່ດີ
ຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່ມີພຽບ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ກ່ອນອື່ນຂໍອ້າງຂໍ້ຄວາມຂອງທັງສອງທ່ານຄື: templeonline ແລະ korng ທີ່ມີການໂຕ້ຕອບກັນໄປມາຂ້າງເທິງ
korng: ຖາມວ່າຜູ່ຊາຍທີ່ບວດຂົ້າມາໃນພຸທທະສາສນາ ເພື່ອຫຍັງ ເຮົາລອງຕັ້ງຄຳຖາມແບບນີ້ໄປຫາຄົນທີ່ແມ່ນພຣະຄືກັນລອງເບິ່ງວ່າ

ຫຼືຖ້າວິຈານໄດ້ໜ້ອຍຫຼາຍຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ແບບພຣະອາຈານທ່ານວ່ານັ້ນລະ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສຶນທັມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຮະສົງທີ່ບໍ່ດີ
ຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາ

ເຫັນດີ ນຳທ່ານຫລາຍໆ ເວົ້າຖືກໃຈແທ້ ໆໆ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ກ່ອນອື່ນຂໍອ້າງຂໍ້ຄວາມຂອງທັງສອງທ່ານຄື: templeonline ແລະ korng ທີ່ມີການໂຕ້ຕອບກັນໄປມາຂ້າງເທິງ
korng: ຖາມວ່າຜູ່ຊາຍທີ່ບວດຂົ້າມາໃນພຸທທະສາສນາ ເພື່ອຫຍັງ ເຮົາລອງຕັ້ງຄຳຖາມແບບນີ້ໄປຫາຄົນທີ່ບໍ່ແມ່ນພຣະຄືກັນລອງເບິ່ງວ່າ
ຄົນເຮົາທີ່ໄປເຮັດໜ້າທີ່ຕ່າງໆເຊັ່ນ: ພາສີ ຕຳຫຼວດ ຄູ ເປັນຕົ້ນ ເຮັດເພື່ອຫັຍງ ມີຈຸດປະສົງຫຍັງ ຄົນທີ່ເຂົ້າມາເຮັດໜ້າທີ່ເຫຼົ່ານີ້ ໝັ້ນໃຈແລ້ວບໍວ່າພວກ
ເຂົາເປັນຄົນດີໝົດ ທຳຕາມໜ້າທີ່ທີ່ໝອບໝາຍ ແນ່ນອນບໍ່ມີທາງວ່າດີໝົດທຸກຄົນ ຫຼາຍຄົນຊືສັດສຸດຈະລິດທຳຕາມໜ້າທີ່ ແຕ່ຫຼາຍຄົນບໍ່ໄດ້ເຮັດຕາມໜ້າທີ່ ສໍ້ໂກງ ທຸຈະລິດໃນໜ້າທີ່ ເປັນຕົ້ນ
ພຣະສົງກໍ່ເຊັ່ນກັນຫັ້ນລະ ການເຂົ້າມາບວດຂອງພວກທ່ານກໍ່ມີຫຼາຍສາຍເຫດ ຫຼາຍອົງກໍ່ບວດເພື່ອສິ້ນກິເລດຢາກກຳຈັດກິເລດຈິງໆ ຫຼາຍອົງກໍ່ບວດ
ສຶກສາທັມມະດ້ວຍຮຽນວິຊາທາງໂລກດ້ວຍກໍ່ມີ ເພາະທ່ານມາຈາກບ້ານນອກຄອບຄົວຈົນບໍ່ມີເງີນຄຳຕ້ອງຮຽນກໍ່ຕ້ອງອາໃສທາງນີ້ ສ່ວນທ່ານຈະບວດເລີຍ
ຫຼືສິກອອກມານັ້ນມັນກໍ່ເປັນເລື່ອງຂອງທ່ານ ມັນກໍ່ຖືວ່າດີທີ່ໄດ້ຮຽນຮູ້ທັມມະໄປພ້ອມ ຫຼືຫຼາຍອົງກໍ່ອາດບວດຊື່ໆໃນທາງເຈດຕະນາບໍ່ດີກໍ່ອາດມີ ມັນກໍ່ຄືພວກ
ເຮົາທີ່ເປັນຍາດໂຍມນີ້ລະ ເພາະພຣະສົງທ່ານ ກໍ່ເປັນປຸທຸຊົນຄົນທຳມະດາຄືກັນກັບພວກເຮົາ ທ່ານຄື ສົມມຸຕິສົງ ບໍ່ແມ່ນສົງຈິງ ສົງຈິງຄືເປັນ ອະຣິຍະບຸກຄົນຂຶ້ນ
ໄປ ພຣະສົງທ່ານຍັງມີກິເລດຕັນຫາ ອາດໜ້ອຍຫຼາຍແຕກຕ່າງກັນໄປ ຄືພວກເຮົາເປັນຍາດໂຍມນີ້ ສິນຫ້າຍັງຮັກສາບໍ່ໄດ້ເລີຍ
ສຳຫຼັບທີ່ພຮະອາຈານທ່ານມາເວົ້າເລື່ອງການເມືອງແບບນີ້ ກໍ່ບໍ່ເຫັນວ່າເສຍຫາຍປານໃດ ກໍ່ຖືເປັນຄຳສອນໃຫ້ພວກເຮົາໄດ້ຄິດພິຈາລະນານຳກັນ
ສ່ວນເຫັນວ່າບໍ່ເໝາະສົມທີ່ພຮະສົງມາເວົ້າມາຫຼີ້ນໃນພັນລາວນັ້ນ ກໍ່ໃຫ້ສັງຄົມເປັນຄົນຕັດສິນ ຂ້າພະເຈົ້າກໍ່ເຫັນພຣະອາຈານທ່ານເວົ້າມາດົນແລ້ວໃດບໍ່ເຫັນ
ມີຜູ້ໃດວ່າແນວໃດ ເຈົ້າໜ້າທີ່ພັນລາວກໍ່ຄົງຄົງພິຈາລະນາດີແລ້ວແລະມີຄວາມສະຫຼາດພໍແລ້ວລະຈິງບໍ່ໄດ້ມີຂໍ້ຄວາມຫ້າມວ່າ ”ພຣະສົງຫ້າມສົນທະນາເລື່ອງ
ການເມືອງ” ສຳຫຼັບຕົວທ່ານ ຖ້າທ່ານຄິດວ່າບໍ່ເໝາະສົມກໍ່ຕັ້ງແບບສຳຫຼວດຖາມຕິວ່າຄວນບໍໃຫ້ພຣະສົງວິຈານການເມືອງຄວນໃຫ້ມີການວິຈານແບບໃດ
ຫຼືຖ້າວິຈານໄດ້ໜ້ອຍຫຼາຍສ່ຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ແບບພຣະອາຈານທ່ານວ່ານັ້ນລະ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສຶນທັມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຮະສົງທີ່ບໍ່ດີ
ຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່ມີພຽບ

ທ່ານປຽບທຽບຄົນທໍາມະດາກັບພະໄດ້ດີຫຼາຍ...
ມາຄິດເບິ່ງແລ້ວດ້ວຍເຫດໃດຄົນທໍາມະດາເພິ່ນຈິ່ງໃຫ້ຖືສິນຫ້າ ແຕ່ເນນ ຄູບາ ພະ ເປັນຫັຍງເພິ່ນຈິ່ງໃຫ້ຖືສິນແປດ ສິບສອງ ຫຼາຍກ່ວານັ້ນ...
ຄູບາ ພະຖືສິນຈັກຂໍ້ ຖ້າຖາມຂ້າພະເຈົ້າບໍ່ຮູ້ຈັກດອກ ແຕ່ຖ້າຖາມຄູບາ ພະ ວ່າຖືສິນຈັກຂໍ້ ແຕ່ລະຂໍ້ ມີຂໍ້ຫ້າມຫັຍງແດ່ ຄູບາ ພະ ຮູ້ດີແມ່ນບໍ່?...
ຂ້າພະເຈົ້າຮູ້ດີວ່າຕົວເອງເປັນຄົນທໍາມະດາ ກິເລດໜາ ປັນຍາທຶບ...ແຕ່ກໍ່ບໍ່ໄດ້ຕົວະຕົວເອງ ບໍ່ໄດ້ຕົວະຄົນອຶ່ນ ບໍ່ໄດ້ນັ່ງໃຫ້ຄົນອຶ່ນກາບໄຫ້ວຢ່າງໜ້າຕາເສີຍ...ຖ້າຍອມຮັບການກາບໄຫ້ວຈາກຄົນອຶ່ນກໍ່ຖືວ່າເປັນຄົນມີບຸນບາລະມີຢູ່ເໜືອຄົນອຶ່ນແມ່ນບໍ່...
ຂໍ້ບາບຢ່າກິນຫົວຂ້າພະເຈົ້າເລີຍ (ພະທີດີ ຢູ່ໃນສິນ ກິນໃນທໍາ ມີຈິດໃຈຕັ້ງໝັ້ນກໍ່ຂໍຍົກໄວ້ ທີ່ສູງ ບໍ່ຂໍລົບລູ່ ເພາະຂ້າພະເຈົ້າກໍ່ເຄີຍເຂົ້າວັດ ຕັກບາດຢູ່ດອກ)
ຂ້າພະເຈົ້າຕັ້ງຄໍາຖາມ ກໍ່ພຽງຢາກຮູ້ຈຸດມຸ້ງຫັວງຂອງ ທ່ານເທົ້ານັ້ນ ວ່າແທ້ທີ່ຈິງແລ້ວ ວ່າທ່ານ ຕ້ອງການຫັຍງແທ້ໃນເປົ້າໝາຍຊີວິດທ່ານ...
ເພາະວ່າຂ້າພະເຈົ້າໄດ້ຮັບຮູ້ວ່າທ່ານເປັນຄົນມີຄວາມຮູ້ສູງ ເປັນຄົນສະຫຼາດ ມີໄຫວພິກ...ຖ້າປະທາງທໍາມະທາງໂລກໄດ້ກໍ່ຄົງຈະດີ
ຊິວິດທ່ານ ຄົງມີອິດສະລະ ສັງຄົມຄົນທໍາມະດາ ໂດຍສະເພາະຄົນທໍາມະດາປັນຍາຊົນ ຄືຈະບໍ່ມີຂໍ້ໂຕ້ແຍ້ງໃດໆກັບທັດສະນະຈຸດຢືນຂອງທ່ານ
ຖ້າມາໃຊ້ຊີວິດທາງໂລກອາໃສຄວາມຮູ້ຄວາມສາມາດ ຄວາມສະຫຼາດໄຫວພິກເຊື່ອວ່າທ່ານຄົງໄຕ່ເຕົ້າເປັນນັການເມືອງທີ່ດີມີຜົນປະໂຫຍດຕໍ່ສັງຄົມປະເທດຊາດຫຼາຍກ່ວານີ້...

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງKHAMSAVAN
ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສຶນທັມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຮະສົງທີ່ບໍ່ດີ
ຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່ມີພຽບ

ອື....ຄິດວ່າມີແຕ່ຂ້າພະເຈົ້າທີ່ບັງອາດ....
ມາອ່ານເບິ່ງແລ້ວທ່ານກໍ່ວິພາກວິຈານ ພະ ຜູ້ທີ່ອອກບວດເຊັ່ນກັນ...ນຶກວ່າທ່ານຈະເຂົ້າຂ້າງ...ຄືກັນກັບທ່ານຊັ້ນດອກ...

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ອ້າງເຖິງKHAMSAVAN
ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສຶນທັມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຮະສົງທີ່ບໍ່ດີ
ຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່ມີພຽບ

ອື....ຄິດວ່າມີແຕ່ຂ້າພະເຈົ້າທີ່ບັງອາດ....
ມາອ່ານເບິ່ງແລ້ວທ່ານກໍ່ວິພາກວິຈານ ພະ ຜູ້ທີ່ອອກບວດເຊັ່ນກັນ...ນຶກວ່າທ່ານຈະເຂົ້າຂ້າງ...ຄືກັນກັບທ່ານຊັ້ນດອກ...

ບໍ່ແມ່ນເດີທ່ານ ຂ້າພະເຈົ້າບໍ່ໄດ້ວິຈານພຣະ ຄຳເວົ້າທີ່ເຈົ້າເອົາມາອ້າງຂ້າງເທິງ ຂ້າພະເຈົ້າອະທິບາຍກ່ຽວກັບຕົວເຈົ້າຫັ້ນລະ ບໍ່ໄດ້ກ່ຽວກັບພຣະສົງເລີຍ ຂ້າພະເຈົ້າວ່າຕົວເຈົ້າຫັ້ນລະ ຢ້ານວ່າເຈົ້າເເປັນຫວ່າງສາສນາ ຫວ່ງພຶດຕິກຳຂອງສົງທຳຜິດສິລທັມ ເພາະເຫັນເຈົ້າເວົ້າໃຫ້ພຣະອາຈານເພີ່ນວ່າ ບໍ່ຄວນຈັ່ງຊີ້ຈັ່ງຊັ້ນ ຫັ້ນນະ ເຂົ້າໃຈຜິດແລ້ວເດີ ອ່ານໃຫມ່ຄັກໆ ສ່ວນພຣະທີ່ບໍ່ດີນັ້ນຂ້າພະເຈົ້າວິຈານແນ່ອນ ແຕ່ພຣະອາຈານທ່ານ ບໍ່ເຫັນທ່ານເຮັດຫຍັງຜິດເລີຍ ຂ້າພຣະເຈົ້າກໍ່ຮູ້ຈັກກກັບທ່ານຢູ່ ເຄີຍໄດ້ລົມກັນແລ້ວ ເທົ່ານີ້ລະ ດີລະທີ່ເຈົ້າເອງກໍ່ຫວ່ງແລະຮັກສາຖາບັນພຣະພຸທທະສາສນາ ກໍ່ຊ່ອຍກັນ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
.....ໂດຍສະເພາະວົງການສຶກສາສົງ ຕັ້ງແຕ່ສະຖາປານາລະບອບໃຫມ່ ມາແຕ່ 1975 ເປັນຕົ້ນມາ ພັກ ລັດ ໄປຕັດ ໂຮງຮຽນບາລີ ນັກທັມ ອອກຈາກລະບົບການສຶກສາສົງລາວອອກ.....

ຂໍໃຫ້ທ່ານຊ່ອຍ ອະທິບາຍແນ່ວ່າ ໂຮງຮຽນບາລີ ນັກທັມ ນັ້ນ ເພິ່ນສອນ ເພິ່ນຮຽນຫຍັງ ແຕ່ກີ້.
ວິຊາທີ່ເຄີຍຮຽນນັ້ນ ແມ່ນເຊົາຮຽນເລີຍບໍ ຫລືວ່າ ພາກັນໄປຮຽນຢູ່ເມືອງໄທ ຫລື ປະເທດອື່ນ?
ເມື່ອພັກລັດ ເພິ່ນຕັດອອກ ເພິ່ນໄດ້ໃຫ້ເຫດຜົນແນວໃດ ບໍ ໃນການຕັດອອກນັ້ນ?

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...

ໂຮງຮຽນບາລີ ຮຽນພາສາບາລີ ເຊີງເປັນພາສາພຸດທະພົດ ມີຊັ້ນຮຽນຕັ້ງແຕ່ ປະໂຫຍກ 1 ຮອດ ປະໂຫຍກ 9 ຖ້າພະອົງໃດ໋ ຈົບຮອດປະໂຫຍກ 3 ໄດ້ນາມວ່າ ມະຫາ ແຕ່ກ່ອນ 1975 ຮຮ ບາລີ ລັກສະນະແບບນີ້ມີຢູ່ ສັງຄົມລາວ
ສ່ວນ ຮຮ ນັກທັມ ແມ່ນ ມີຊັ້ນຮຽນ 3 ຂັ້ນ ຄື 1. ນັກທັມຊັ້ນຕີ 2.ນັກທັມຊັ້ນໂທ 3. ນັກທັມຊັ້ນເອກ ເນື້ອຫາຮຽນໃນ ຮຮ ນີ້ແມ່ນ ຮຽນ 4 ວິຊາ ພຸດທະປະຫວັດ ວິໄນ ທັມມະກະທຶກ ແລະກະທູ້ທັມ ນີ້ກໍລົ້ມຫາຍຕາຍຈາກໄປນຳກັນ ພໍມາຮອດປີ 1999 ໄດ້ເປີດການຮຽນການສອນໃຫມ່ຢູ່ວັດຫລວງປາກເຊ ແຕ່ໃຫ້ຮຽນສະເພາະສັງຄາທິການ ຄືພະຜູ້ໃຫຍ່ ເຈົ້າອະທິການວັດຂື້ນໄປ ພໍມາຮອດ ປີ 2004 ຢູ່ ໂຮງຮຽນມໍປາຍສົງປາກເຊ ໄດ້ເປີດໃຫມ່ ອະນຸຍາດໃຫ້ພະສົງ ອົງເນນ ນ້ອຍເຂົ້າ ໃນຊັ້ນນັກທັມຕີ ແຕ່ມາຮອດສູ່ມື້ນີ້ ຮູ້ສຶກວ່າ ຈະໄປບໍ່ລອດແລ້ວ ປັນຫາພາຍໃນນັ້ນຂ້າພະເຈົ້າບໍ່ຮັບຊາບນຳ ເພາະບໍ່ໄດ້ກັບປາກເຊ ດົນແລ້ວ
ເຫດຜົນ ທີ່ພັກ ລັດ ຍົກເລິກ ລະບົບການສຶກສົງ ຮຮ ພວກນີ້ອອກ ເຫດຜົນນັ້ນ ຂ້າພະເຈົ້າບໍ່ຮູ້ ບໍ່ເຂົ້າໃຈນຳຜູ້ໃຫຍ່ບ້ານເມືອງຄືກັນ ແຕ່ໃຫ້ຂ້າພະເຈົ້າເດົາເຈຕະນາພັກ ລັດ ຄື ຍົກເລິກໃຫ້ໝົດ ຖ້າເປັນຂອງລັດຖະບານ ຝ່າຍລາດຊະອະນາຈັກສ້າງ

ຖ້າທ່ານມີເວລາ ຂໍໃຫ້ ຊ່ອຍເວົ້າເຖິງລະບົບການສຶກສາສົງນີ້ ຕື່ມອີກແດ່
ເຊັ່ນວ່າ ຮຽນຈັກປີ ຈົບຊັ້ນໃດ? ເອີ້ນວ່າຈັ່ງໃດ?
ປະໂຫຍກ 9 ໝາຍຄວາມວ່າ ຮຽນໄດ້ເກົ້າປີ ບໍ? ທໍ່ມັດທະຍົມຕົ້ນ ຂອງໂຮງຮຽນທາງໂລກ ຫັ້ນບໍ?

ໂຕຢ່າງຝ່າຍໂລກ 5 ປີຈົບປະຖົມ, 3 ປີ ມັດທະຍົມ ພາກຕົ້ນ.....ແລະ ຕໍ່ໆໄປ

ຂອບໃຈຫລາຍໆ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
lao4lao ທ່ານ ຕັ້ງຄຳຖາມໄດ້ດີຫຼາຍ. ຄົງຈະເປັນປະໂຫຍດຫຼາຍ ຖ້າຄົນທຳມະດາໄດ້ຮຽນຮູ້ເລື່ອງພະ.

ເອົາເລື່ອງພະ ມາເວົ້າຫຼາຍໆ.