ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ການເມືອງ ຄືເລື່ອງໃກ້ຕົວເຮົາ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ຄວາມເຂົ້າໃຈຕະຫລອດມາຕາມທີ່ຕິດຕາມການເມືອງໃນຂ່າວແລະການເລືອກຕັ້ງການບໍລິຫານງານຂອງລັດຖະບານຕ່າງປະເທດແລະໃນລາວ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນນັ້ນແມ່ນລັດຖະບານມີຫນ້າທີ່ຕ້ອງໄດ້ດູແລເບີ່ງແຍງຄວາມທຸກຄວາມສຸກນັ້ນ ສະນັ້ນການອອກນະໂຍບາຍຕ່າງໆ ການປະຕິບັດນະໂຍບາຍນັ້ນເເມ່ນວຽກບ້ານການເມືອງທັງນັ້ນ ສະນັ້ນຂ້າພະເຈົ້າຈີ່ງສັງເກດວ່າການເມືອງແມ່ນມີຄວາມສຳຄັນທີ່ສຸດຕໍ່ຊິວິດການເປັນຢູ່ຂອງປະຊາຊົນບໍ່ວ່າແຕ່ຄົນມີຄົນທຸກການເມືອງກໍມີຜົນກະທົບຖ້າ
ນັກການເມືອງແລະລັດທະບານບໍ່ລີຫານປະເທດໄປໃນທາງບໍ່ຖືກຕ້ອງ ເຊັ່ນ ການເກັບພາສີທີ່ດິນ ພາສີການລົງທືນຕ່າງ ພາສີລັດຖະກອນ ແລະພາສີອື່ນ ນ້ອກຈາກນີ້ຍັງມີເງີນລົງທະບຽນ ແລະເງິນ ເຮັດເອກະສານຕ່າງ ພາສີບໍລິການ ຖ້າມາເບີ່ງລວມເເລ້ວເງິນພາສີແຕ່ລະປີກໍມະຫາສານພໍສົມຄວນອາດພໍທີ່ຈະພັດທະນາປະເທດໃຫ້ເດິນຫນ້າໄດ້ຢ່າງດີກວ່າທີ່ເປັນຢູ່ ຖ້າຫາກມີການກິນສິນບົນນ້ອຍລົງໃນປະເທດ ນັ້ນແມ່ນພຽງສ່ວນຫນື່ງທີ່ຢາກກ່າວໃຫ້ຮູ້ຄວາມສຳຄັນຂອງການເມືອງແຕ່ຄວາມຈິງແລ້ວການເມືອງແມ່ນມີອົງປະກອບຫລາຍຢ່າງຫລືເວົ້າໄດ້
ວ່າເກືອບທຸກດ້ານທີ່ມີຜົນກະທົບຕໍ່ຄວາມເປັນຢູ່ຂອງປະຊາຊົນພາຍໃນຊາດ ດ້ວຍເຫດນັ້ນເຮົາຄວນເອົາໃຈໃສແລະໃຫ້ຄວາມສົນໃຈການເມືອງເພີ່ມຂື້ນຂ້າພະເຈົ້າຄິດວ່າຖ້າທຸກຄົນມີຄວາມຕື່ນຕົວໃນສັງຄົມລາວເຮົາ ເປັນຫູເປັນຕາຕໍ່ການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ທີ່ເຮັດຜິດນັ້ນໂດຍສະເພາະລັດຖະກອນລັດ ມັນຈະເປັນການດີຂື້ນແທ້ ເພາະຄົນບໍ່ດີເລົ່ານັ້ນຢ່າງນ້ອຍກໍຍັງໄດ້ຄຳເນິງວ່າການເຮັດຜິດບໍ່ດີ ຖ້າຈະເຮັດຜິດກະມີປະຊາຊົນເບີ່ງເຮົາຢູ່ ແຕ່ຖ້າປະຊາຊົນເສິຍເມິຍກໍເປັນການຈູດສະນວນໃຫ້ຄົນບໍ່ດີທີ່ມີອຳນາດໄດ້ໃຈສໍ້ໂກງຕ່າງໆນາໆ
ເຖິງເວລາແລ້ວຕິບໍທີ່ຄົນລາວຈະມີສະຕິແລະຊ່ວຍກັນປູກຝັງແນວຄິດດີໆໃຫ້ຄົນລາວທີ່ຮັກຄົນລາວແທ້ໆໃຫ້ເປັນສັງຄົມທີ່ມີແຕ່ການສ້າງຄວາມດີ

ພາວະນາ ພິກຂຸ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ພວກເຮົາເປັນພົນລະເມືອງ ຢ່າຟ້າວເບື່ອການເມືອງ ເພາະວ່າເຮົາບໍ່ໄດ້ຫລີ້ນກໍເມືອງກໍຕາມແຕ່ການເມືອງຈະຫລີ້ນງານເຮົາບໍ່ທາງກົງ ກໍທາງອ້ອມ

ພາວະນາ ພິກຂຸ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ນັກການເມືອງປະຈຳບອດເຮົານີ້ເອງ

ບາງທີ ຫຼາຍຄົນອາດຈະຍັງບໍ່ຮູ້ຊ້ຳວ່າການເມືອງແມ່ນຫຍັງ? ເອົາຄຳຊັບງ່າຍໆ ອະທິບາຍສັ້ນໆມາເລີຍທ່ານ