ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໃຜແນ້ ເຂົ້າມາຕ່ອຍກັນເລີຍ *********

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ສະບາຍດີທ່ານສະມາຊິກພັນລາວທີ່ເຄົາລົບເປັນຢ່າງສູງ ຊື່ກະທູ້ ຂ້າພະເຈົ້າ ອາດຈະທ້າທາຍສັກກະຍະພາບທ່ານທັ້ງຫລາຍ ເຫດຜົນທີ່ຕັ້ງເພື່ອຢາກໃຫ້ທ່ານທັ້ງຫລາຍ ມາສຸ່ມຄວາມຄິດເຫັນເລື່ອງບ້ານເມືອງນຳກັນ ມື້ວານນີ້ຂ້າພະເຈົ້າໄດ້ອ່ານປື້ມຫົວຫນຶ່ງ ຊື່ ປັດຊະຍາການເມືອງ ມີຫລາຍໆນັກຄິດທາງການເມືອງ ມອງການເມືອງຕ່າງມຸມຕ່າງທັດສະນະກັນ ແຕ່ຂ້າພະເຈົ້າມາສະດຸດກັບ ນັກປາດທາງດ້ານລັດຖະສາດຄົນຫນຶ່ງ ຊື່ ມ່ອງເຕສກີເອີ່ ຊາວຝຣັ່ງເສດ ນັກປາດຄົນນີ້ ຖືວ່າເປັນຕົ້ນສະບັບໄດ້ເເບ່ງອຳນາດອະທິປະໄຕ 3 ຢ່າງຈະແຈ້ງກວ່າຫມູ່ ເນື້ອໃນໃຈຄວາມມີຫລາກຫລາຍ ແຕ່ທີ່ຂ້າພະເຈົ້າ ຈັບໃຈຄວາມໄດ້ ແລະກິນໃຈສຸດໆ ຄືທ່ານບອກວ່າ ອຳນາດສູງ ກໍຄືອຳນາດອະທິປະໄຕ ບໍລິຫານ(ລັດຖະບານ) ນິຕິບັດຍັດ(ສສຊ) ແລະຕຸລາການ(ສານ) ທ່ານບອກວ່າ ຖ້າຜູ້ປົກຄອງຄວບຄຸມອຳນາດທັ້ງ 3 ໄວ້ໃນຄົນກຸ່ມດຽວ ຫຼືຄົນໆດຽວ ຫຼື ກຳອຳນາດໄວ້ 2 ໃນ 3 ຜູ້ປົກຄອງຄົນນັ້ນຈະເປັນຜະເດັດການ ເຖິງແມ່ນວ່າ ຜູ້ປົກຄອງຄົນນັ້ນ ມີເຈຕະນາບໍ່ຢາກເປັນຜະເດັດການກໍຕາມ ເຂົາກໍຍັງເປັນຜະເຜັດການໂດຍລະບົບ ຢູ່ຄືເກົ່າ ໃນເມື່ອໄດ້ເຈີຂໍ້ຄວາມລັກສະນະແບບນີ້ແລ້ວ ເຮັດໃຫ້ຂ້າພະເຈົ້າ ຫວນມອງກັບໄປຫາປະເທດຕົນເອງວ່າເປັນແບບໃດ? ປະເທດລາວໄດ້ເເບ່ງອຳນາດອະທິປະໄຕ ໄວ້ຢ່າງຊັດເຈນ ມີ ລັດຖະບານ ນິຕິບັນຍັດ ແລະຕຸລາການ ຕາມຫລັກການແບ່ງແຍກອຳນາດແລ້ວ ເຂົາແບ່ງຂື້ນມາເພື່ອຖວງດຸນ ກວດສອບກັນ ແລະເຮັດວຽກເປັນອິດສະຫລະຕໍ່ກັນ ບໍ່ສາມາດເເຊກແຊງກັນໄດ້ ນີ້ຄືຫລັກການເທົ່ວໄປຂອງຫລັກການແບ່ງແຍກອຳນາດ ແຕ່ວ່າມາ ສປປລາວເຮົາພັດອຳນາດເຫລົ່ານີ້ ຍັງປະສົມປົນເປກັນຢູ່ ແບ່ງແຍກບໍ່ຊັດເຈນ ຕຸລາການ ຍັງມາຂື້ນກັບສະພາຢູ່ ຖ້າທ່ານໄດ້ເບິ່ງປະຊຸມສະພາແຫ່ງຊາດ ທ່ານຈະເຫັນວ່າ ມີປະທານສານ ປະທານໄອຍະການ ເຂົ້າຮ່ວມປະຊຸມ ແລະລາຍງານຜົນງານໃຫ້ສະພາ ແລະລັດຖະບານຟັງ ຂ້າພະເຂົ້າ ບໍ່ເຂົ້າໃຈວ່າ ສານ ເປັນລູກມືລັດຖະບານ ຫຼືສະຖານະສານສູງກວ່າລັດຖະບານກັນແທ້ ຖ້າວ່າສານຍັງຢູ່ພາຍໃຕ້ອິດທິພົນການເມືອງຢູ່ແບບນີ້ ຂ້າພະເຈົ້າໃນຖານະປະຊາຊົນຄົນຫນຶ່ງ ບໍ່ມີຫລັກປະກັນເລີຍວ່າ ສານນັ້ນຈະປະຕິບັດ ຕໍ່ປະຊາຊົນຢ່າງສະເຫມີພາກກັນ ຫຼືບໍ່ ໂດຍສະເພາະນັກການເມືອງ ເຮັດຄວາມຜິດ ຂ້າພະເຈົ້າ ບໍ່ເຫັນນັກການເມືອງຄົນໃດ໋ ໂດນສານຕັດສິນ ໃຫ້ເຂົ້າຄຸກ ຫຼືປັບໄຫມເລີຍ ຖ້າຜິດແລ້ວ ມີແຕ່ວ່າໂຍກຍ້າຍ ໄປເຮັດວຽກບ່ອນອື່ນ ບໍ່ເຫັນເລີຍວ່າຈະຕັ້ງກຳມະການກວດສອບພຶດຕິກຳ ດັ່ງ ທ່ານອະດີດເຈົ້າແຂວງຈຳປາສັກ ບໍ່ຂໍບົ່ງຊື່ເດີ ທັ້ງໆທີ່ຮູ້ວ່າມີພຶດຕິກຳ ບໍ່ໂປ່ງໄສ ທຸຈະລິດ ສໍ້ລາດ ສຸດທ້າຍໂທດພຽງໂຍກຍ້າຍໄປເຮັດວຽກບ່ອນອື່ນ ນີ້ບໍ ໂທດອັນຮ້າຍແຮງສົ່ງຜົນຕໍ່ຊາດ ບ້ານເມືອງປານນີ້ ຜົນໄດ້ຮັບພຽງແຕ່ໂຍກຍ້າຍເທົ່ານີ້ຫວາ ແລ້ວຖ້າປະຊາຊົນ ຄົນທຳມະດາ ຄືດັ່ງເຮົາເຈົ້າຂ້ອຍເຮັດເດລະ ຈະເປັນແບບໃດ໋ ກັບມາ ເລື່ອງອຳນາດ ທັ້ງ 3 ຢ່າງນໍ ສະຫລຸບໄດ້ວ່າ ອຳນາດ ທັ້ງ3 ຢູ່ລາວແທບ ບໍ່ໄດ້ແຍກອກຈາກກັນເລີຍ ຜູ້ມີອຳນາດທາງການເມືອງ ຍັງອິດທິພົນເຫນືອ ສານ ເຫນືອສະພາ ຢູ່ ແລ້ວຖາມວ່າ ພຶດຕິກຳແບບນີ້ ເປັນຜະເດັດການ ຄືດັ່ງທ່ານ ມ່ອງເຕສກີເອີ່ ວ່າຫຼືບໍ່ ຫຼື ທ່ານຍັງຄິດວ່າ ລາວ ເປັນປະຊາທິປະໄຕຢູ່

ພາວະນາ ພິກຂຸ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ເຖິງຢ່າງໃດກະຢ່າແຕ່ຂ້າພະເຈົ້າແມ່ນເຊື່ອໝັ້ນພັກ-ລັດ, ພັກລັດເພິ່ນມີວິທີການບໍລິຫານອັນເລິກເຊິ່ງຂອງເພິ່ນ , ແນ່ນອນການເຮັດວຽກຕ້ອງມີ ຄົນດີ ແລະ ຄົນບໍ່ດີປະປົນກັນ, ທຸກມື້ນີ້ຍັງມີກຸ້ມຄົນບໍ່ດີຈຳນວນໝຶ່ງທີ່ເຄື່ອນໃຫວຢູ່ຕ່າງປະເທດ ຫາໂອກາດເຂົ້າມາແຊກແຊງລາວ ດ້ວຍຫລາຍ ຮູບການ, ຖ້າເຂົາເຮັດສຳເລັດ ແນ່ນອນບ້ານເມືອງ ຈະເປັນຄືອາດີດ ( ອ່ານປະຫັວດສາດເບິ່ງ) ວ່າເຂົາເຮັດແນວໃດກັບປະຊາຊົນລາວ ດຽວນີ້ປະເທດຊາດພວມພັດທະນາ ເຄີຍໄດ້ຍິນບໍ່ວ່າ ໄປຊ້າໆໄດ້ພ້າເຫລັມງາມ ຄືດັ່ງຄຳກອນບົດໝຶ່ງຂຽນວ່າ
ໄຜວ່າວຽງຈັນຮ້າງ ນ້ອງນາງຢ່າຟ້າວວ່າ
ມັນຊິໂປ້ບາດຫລ້າ ບັກແຕງຊ້າງໝາກປາຍ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເລື່ອງນີ້ .........ຍອມ...!... ປະເທດລາວຫາກະປະກາດເອກະລາດມາໄດ້ 37ປີ ສິເອົາໄປທຽບກັບປະເທດອື່ນມັນກະເປັນໄປບໍ່ໄດ້ທ່ານເອີຍ..!.... ຢູ່ແບບບໍ່ມີເສິກມີເສືອນີ້ລະສະບາຍສຸດໆແລ້ວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິນຫົວອະ ເລື່ອງນີ້

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ບ້ານເຮົາ ບໍ່ມີຜະເດັດການ. ຖ້າຢາກຮູ້ວ່າຜະເດັດການເປັນແນວໃດ ຕ້ອງໄປທ່ຽວ ເກົາຫລີເຫນືອ.

ປະເທດລາວ ກໍ່ແມ່ນສະຫວັນບົນດີນນີ້ແລ້ວ.

໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
มันเป็นอุดมคติทางการเมือง ในทางปฏิบัติ ต้องมีการปรับใช้ตามสภาพแวดล้อมของแต่ละสังคม สังคมหมายถึงอะไร ไม่ทราบ แต่ส่วนมากกลุ่ม
ผู้นำจะเป็นผู้ชี้นำ หรือกำหนดแนวทาง นโยบาย เพื่อให้คนในสังคมเป็นแบบที่เขาต้องการ จะสอดคล้องกับแนวคิด ทฤษฎีของใคร แล้วแต่จะอ้าง แต่จุดหมายปลายทางคือการอยู่ดีกินดี ความสงบเรียบร้อย ของคนในสังคม

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ຍໆໆໆ ຕີມວຍບໍ່ເປັນ ຮ່າໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ຍໆໆໆ ຕີມວຍບໍ່ເປັນ ຮ່າໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວວວວວວວວວວວວວວວວ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນຫຍໍ້ໆໄດ້ບໍ່ ສະຫາຍ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ນ້ອງຊາຍເຈົ້າເປັນ ຄູບາ ຫຼືວ່າ ນັກການເມືອງ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ນ້ອງຊາຍເຈົ້າເປັນ ຄູບາ ຫຼືວ່າ ນັກການເມືອງ

ແມ່ນແລ້ວ... ທຸກທ່ານຄິດເໝືອນກັນບໍ?...

໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ນ້ອງຊາຍເຈົ້າເປັນ ຄູບາ ຫຼືວ່າ ນັກການເມືອງ

ແມ່ນແລ້ວ... ຖ້າເປັນຄູບາ...ອ່ານເບິ່ງແຕ່ລະກະທູ້ເໝືອນກັບວ່າມົກໝົ້ນກັບບັນຫາການເມືອງແທ້ໆ...ທຸກທ່ານຄິດເໝືອນກັນບໍ?...
ຫຼືວ່າເພິ່ນຮຽນສູງໂພດບໍ...ການທີ່ຮຽນຈົບສູງໆມີວິໄສທັດ ຄວາມຮູ້ສູງ ຫູຕາກ້ວາງໄກ
ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນທີ່ຮຽນຈົບສູງໆນັ້ນຈະເປັນຄົນດີໝົດສາທຸກຄົນ...ກົງກັນຂ້າມ ຍິ່ງຮຽນສູງຍິ່ງຮູ້ວິທີ ທໍາຜິດ ລົບລີກ ເຊືອ່ງຊ້ອນ
ຄວາມ ບໍ່ດີຂອງຕົນເອງ ຍິ່ງນໍາເອົາທັດສະນະທີ່ບໍ່ດີອທີຕົນຮຽນມາແປດເປື້ອນສັງຄົມ ...ຖ້າຄົນໆນັ້ນ ບໍ່ມີຫັຼກໝັ້ນຊົນຊັ້ນ ບໍ່ມີຈຸດຢືນ ບໍ່ມີສິນທໍາ
ປະຈໍາຕົວ...

ລອງຢູ່ໃນສັດຊະນະທີ່ເປັນກາງເເລ້ວຈະເບິ່ງເຫັນໃນເເງ່ມຸມທີ່ເເຕກຕ່າງອອກໄປທີ່ທ່ານຄູບາເວົ້າມາມັນມາເພິ່ນອາດຈະເວົ້າຕາມ
ທີເພີ່ນເຫັນຈິງທີ່ວ່ານັກການເມືອງລາວຜູ້ກະທຳຜິດກອບໂກຍຊາດຂູດປະຊາຊົນເເຕ່ພັດຖຶກລົງໂທດພຽງກເເຕ່ການຍົກຍ້າຍເທົ່ານັ້ນ
ເຊິ່ງຂຈເອງແມ່ນບໍ່ຄ່ອຍຈະເຫັນດີກັບໂຕນີ້ປານໃດ

e+1=0

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຂົ້າມາປ້ຳເງິນ ຊື່ໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ນ້ອງຊາຍເຈົ້າເປັນ ຄູບາ ຫຼືວ່າ ນັກການເມືອງ

ຂ້າພະເຈົ້າ ຈະຢູ່ໃນສະຖານະໃດ໋ ບໍ່ສຳຄັນດອກ ແຕ່ສຳຄັນຢູ່ທີ່ວ່າ ໃຫ້ທ່ານພິຈາລະນານຳກັນວ່າ ສິ່ງທີ່ຂ້າພະເຈົ້າວິເຄາະ ວິຈານ ມານັ້ນ ມາກົງກັບສະພາບການບ້ານເມືອງຢູ່ບໍ່ ການເວົ້າເລື່ອງເຫດບ້ານການເມືອງ ຂ້າພະເຈົ້າວ່າ ບໍ່ຈຳເປັນຢູ່ໃນວົງການຂອງນັກການເມືອງເທົ່ານັ້ນດອກເດີ ແຕ່ການເມືອງ ມັນເປັນຫນ້າທີ່ຂອງພົນລະເມືອງທຸກຊົນນັ້ນ ແລະທຸກສະຖານະ ທີ່ຈະອອກມາເວົ້າ ມາລະດົມສະຫມອງ ຫາທາງອອກຮ່ວມກັນ ຖ້າທຸກຄົນມີທັດສະນະຄະຕິວ່າ ການເມືອງ ຄືຂອງນັກການເມືອງ ເຮົາປະຊາຊົນບໍ່ກ່ຽວ ຖ້າຄິດແບບນີ້ ມັນບໍ່ເປັນການເຫັນແກ່ຕົວ ເກີນໄປບໍ່ນໍທ່ານເອີ່ຍ ຂ້າພະເຈົ້າ ຍືນຍັນວ່າ ການເມືອງ ຄືຫນ້ທີ່ຂອງທຸກຄົນ ແຕ່ທຸກຄົນມີຫນ້າທີ່ຕໍ່ການເມືອງໃນບົດບາດຕ່າງກັນ,,

ພາວະນາ ພິກຂຸ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...

ຫນ້າຄິດໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ເອົາອີກແລ້ວນະ ພຣະອາຈານໂດນເວົ້າໃຫ້ອີກແລ້ວ ຄົນທີ່ເວົ້າໃຫ້ທ່ານເປັນຫຍັງເນາະ ເປັນຄູ່ກັມຄູ່ເວນກັບພຣະອາຈານບໍ ຄົນອື່ນຫຼາຍຄົນເຂົາຄືບໍ່ໄດ້ເຫັນວ່າຫຍັງໃຫ້ພຣະອາຈານ ພວກເຂົາກໍ່ບໍ່ໄດ້ໂງ່ດອກ ພວກເຂົາຄົງຄິດດີແລ້ວລະຈິ່ງບໍ່ວ່າ ຂ້າພະເຈົ້າວ່າກໍ່ຖືວ່າດີທີ່ພຣະອາຈານທ່ານເອົາເລື່ອງການເມືອງມາເວົ້າ ເນື້ອຫາກໍ່ດີ ກ້າເວົ້າ ມັນເປັນສິດທິຂອງປະຊາຊົນຕາມລັດຖະທຳມະນູນຢູ່ແລ້ວບໍ່ແມ່ນຕິ
ພຣະອາຈານທ່ານກໍ່ເປັນປະຊາຊົນລາວຄົນໜຶ່ງ ເຫັນຫຼາຍຄົນບໍ່ວິຈານລັດຖະບານເພາະອາດບໍ່ຄວາມຮູ້ໃນທາງນີ້ຫຼືບໍກ້າພວກເຂົາເລີຍບໍ່ວິຈານ,
ລັດຖະບານເຂົາເອງກໍ່ຄົງບໍ່ວ່າຫຍັງດອກ ຖ້າວິຈານຢູ່ພາຍໄຕ້ກົດໝາຍ, ບໍ່ແມ່ນວ່າມີແຕ່ຍ້ອງລັດຖະບານຢ່າງດຽວ ສ່ວນຖ້າທ່ານຄິດວ່າບໍ່ເໝາະສົມກໍ່ຕັ້ງແບບສຳຫຼວດຖາມຕິວ່າຄວນບໍໃຫ້ພຣະສົງວິຈານການເມືອງຄວນໃຫ້ມີການວິຈານແບບໃດ
ຫຼືຖ້າວິຈານໄດ້ໜ້ອຍຫຼາຍສ່ຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ໃນໝາຍເຫດຂ້າງລຸ່ມຂອງເວັບພັນລາວ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານທີ່ເປັນຍາດໂຍມບາງຄົນບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສິນທັມ ບໍ່ເໝາະສົມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຣະສົງທີ່ບໍ່ດີຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່
ມີພຽບ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ນ້ອງຊາຍເຈົ້າເປັນ ຄູບາ ຫຼືວ່າ ນັກການເມືອງ

ຂ້າພະເຈົ້າ ຈະຢູ່ໃນສະຖານະໃດ໋ ບໍ່ສຳຄັນດອກ ແຕ່ສຳຄັນຢູ່ທີ່ວ່າ ໃຫ້ທ່ານພິຈາລະນານຳກັນວ່າ ສິ່ງທີ່ຂ້າພະເຈົ້າວິເຄາະ ວິຈານ ມານັ້ນ ມາກົງກັບສະພາບການບ້ານເມືອງຢູ່ບໍ່ ການເວົ້າເລື່ອງເຫດບ້ານການເມືອງ ຂ້າພະເຈົ້າວ່າ ບໍ່ຈຳເປັນຢູ່ໃນວົງການຂອງນັກການເມືອງເທົ່ານັ້ນດອກເດີ ແຕ່ການເມືອງ ມັນເປັນຫນ້າທີ່ຂອງພົນລະເມືອງທຸກຊົນນັ້ນ ແລະທຸກສະຖານະ ທີ່ຈະອອກມາເວົ້າ ມາລະດົມສະຫມອງ ຫາທາງອອກຮ່ວມກັນ ຖ້າທຸກຄົນມີທັດສະນະຄະຕິວ່າ ການເມືອງ ຄືຂອງນັກການເມືອງ ເຮົາປະຊາຊົນບໍ່ກ່ຽວ ຖ້າຄິດແບບນີ້ ມັນບໍ່ເປັນການເຫັນແກ່ຕົວ ເກີນໄປບໍ່ນໍທ່ານເອີ່ຍ ຂ້າພະເຈົ້າ ຍືນຍັນວ່າ ການເມືອງ ຄືຫນ້ທີ່ຂອງທຸກຄົນ ແຕ່ທຸກຄົນມີຫນ້າທີ່ຕໍ່ການເມືອງໃນບົດບາດຕ່າງກັນ,,

ຖ້າເຈົ້າບໍ່ແມ່ນຄູບາຂ້ອຍກໍ່ເຫັນດີນຳແຕວ່າເຈົ້າຢູ່ໃນຖານະໃດ ອາຍຸກໍ່ໃຫຍ່ປານນີ້ຄົງຈະເຂົ້າໃຈ

ຕອນນີ້ເຈົ້າເປັນໃຜຮູ້ບໍ ເຈົ້າຄືຄົນທຳມະດາທີ່ນູ່ງຜ້າເຫຼືອງເທົ່ານັ້ນເອງ ບໍ່ແມ່ນພະ

ເພາະວ່າພະຄວນຈະປະບັດໂຕແນວໃດເຈົ້າຍັງບໍ່ຮູ້ ແຕ່ລະມື້ກໍ່ຫາເລື່ອງເວົ້າໃຫ້ຄົນນີ້ ຂ້ອຍແຕ່ລະເລື່ອງທີເຈົ້າຂຽນຜ່ານມາ

ມັນບໍ່ສົມຄວນປານ (ຖ້າເປັນຄົນທົ່ວໄປຈະບໍ່ເວົ້າຫຍັງເລີຍ) ຖ້າເຈົ້າຍັງເປັນຫ່ວງສັງຄົມ ເປັນຫ່ວງຄົນນັ້ນຄົນນີ້ຢູ່

ໃຫ້ເຈົ້າຊີກອອກມາເປັນຄົນທຳມະດາຊາ ຈະໃດ້ບໍ່ເສື່ອມເສຍສາດສະໜາ

ໜ້າທີຂອງພະຄືຫຍັງ

ປະຕິບັດທຳ ເຜີຍແຜ່ສາດສະໜາ ເຮັດພິທຳກຳດ້ານສາດສະໜາ ສອນໃຫ້ທຸກຄົນເປັນຄົນດີ

ແຕ່ສຳລັບເຈົ້າແລ້ວມີແຕ່ ດ່າ ວິຈານ

ໃຫຍ່ກັນທຸກຄົນແລ້ວຄິດເອົາເດີນ້ອງຊາຍ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ລືມຖາມໄປ ເຈົ້າຊື້ຫຍັງ ຢູ່ວັດໃດ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khonesl ຂຽນວ່າ...
ລືມຖາມໄປ ເຈົ້າຊື້ຫຍັງ ຢູ່ວັດໃດ

ບໍ່ໄດ້ດ່າໃຜນ່າ ພຽງແຕ່ວິຈານຊື່ໆ ຢາກບອກທ່ານວ່າ ສະພາບຫມົດຈາກ ສິດຄວາມເປັນພະ ຄືຕ້ອງຜິດອາບັດປາລະຊິກ4 ເທົ່ານັ້ນ ທ່ານມາຫາວ່າ ຂ້າພະເຈົ້າບໍ່ແມ່ນພະແນວໃດ ຖ້າທ່ານມີຫຍັງຂ້ອງຄາໃຈສາມາດໂທ ມາຫາໄດ້ເລີຍ ດ່ຽວສົ່ງເບີຫລັງໄມ

ພາວະນາ ພິກຂຸ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ເອົາອີກແລ້ວນະ ພຣະອາຈານໂດນເວົ້າໃຫ້ອີກແລ້ວ ຄົນທີ່ເວົ້າໃຫ້ທ່ານເປັນຫຍັງເນາະ ເປັນຄູ່ກັມຄູ່ເວນກັບພຣະອາຈານບໍ ຄົນອື່ນຫຼາຍຄົນເຂົາຄືບໍ່ໄດ້ເຫັນວ່າຫຍັງໃຫ້ພຣະອາຈານ ພວກເຂົາກໍ່ບໍ່ໄດ້ໂງ່ດອກ ພວກເຂົາຄົງຄິດດີແລ້ວລະຈິ່ງບໍ່ວ່າ ຂ້າພະເຈົ້າວ່າກໍ່ຖືວ່າດີທີ່ພຣະອາຈານທ່ານເອົາເລື່ອງການເມືອງມາເວົ້າ ເນື້ອຫາກໍ່ດີ ກ້າເວົ້າ ມັນເປັນສິດທິຂອງປະຊາຊົນຕາມລັດຖະທຳມະນູນຢູ່ແລ້ວບໍ່ແມ່ນຕິ
ພຣະອາຈານທ່ານກໍ່ເປັນປະຊາຊົນລາວຄົນໜຶ່ງ ເຫັນຫຼາຍຄົນບໍ່ວິຈານລັດຖະບານເພາະອາດບໍ່ຄວາມຮູ້ໃນທາງນີ້ຫຼືບໍກ້າພວກເຂົາເລີຍບໍ່ວິຈານ,
ລັດຖະບານເຂົາເອງກໍ່ຄົງບໍ່ວ່າຫຍັງດອກ ຖ້າວິຈານຢູ່ພາຍໄຕ້ກົດໝາຍ, ບໍ່ແມ່ນວ່າມີແຕ່ຍ້ອງລັດຖະບານຢ່າງດຽວ ສ່ວນຖ້າທ່ານຄິດວ່າບໍ່ເໝາະສົມກໍ່ຕັ້ງແບບສຳຫຼວດຖາມຕິວ່າຄວນບໍໃຫ້ພຣະສົງວິຈານການເມືອງຄວນໃຫ້ມີການວິຈານແບບໃດ
ຫຼືຖ້າວິຈານໄດ້ໜ້ອຍຫຼາຍສ່ຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ໃນໝາຍເຫດຂ້າງລຸ່ມຂອງເວັບພັນລາວ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານທີ່ເປັນຍາດໂຍມບາງຄົນບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສິນທັມ ບໍ່ເໝາະສົມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຣະສົງທີ່ບໍ່ດີຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່
ມີພຽບ

ທ່ານ ກໍ່ອີກຄົນໜຶ່ງ...ເຫັນວ່າຮຽນຈົບຕີມາຈາກຄອນແກ່ນ...
ໄປຮຽນນອກຮຽນນາມາກໍ່ດີມີຄວາມຮູ້ ສູງ ສາຍຫູ ສາຍຕາກ້ວາງໄກ... ແຕ່ທ່ານມາແນມເບິ່ງ ສັງຄົມລາວ ປະເທດລາວ ປະຈຸບັນມັນໂຫດຮ້າຍທາລຸນຕໍ່ທ່ານ ຕໍ່ປະຊາຊົນຄົນລາວຫຼາຍພິລຶກປຶກໜາແທ້ບໍ່...
ກົດໝາຍລັດຖະທໍາມະນູນ ໄດ່ເກີດຫ້າມຄົນລາວບໍ່ໃຫ້ທໍາມາຫາກິນບໍ່...
ປະເທດລາວວຸ້ນວາຍພິລຶກບໍ່...ມີການທາລຸນ ຈໍາກັດສິດກັນພິລຶກບໍ່...
ກະດຽວວ່າເພິ່ນເປີດໂອກາດໃຫ້ປະຊາຊົນຄົນລາວທຸກຄົນດໍາລົງຊີວິດຫາກິນຢ່າງເປີດກ້ວາງ...ບໍ່ໄດ້ຫ້າມວ່າທ່ານຊິຄ້າຂາຍງາຍມື
ຫາກິນແບບສຸດຈະລິດ...ໃຜມີປັນຍາມີຄວາມສະຫຼາດສາມາດແມ່ນເປີດກ້ວາງເຕັມທີ່ຂໍພຽງບໍ່ເຮັດຜິດກົດໝາຍທ່ານກໍ່ຄົງຈະເຫັນ
ຖ້າເປີດຕາແນມເບິ່ງ...
ອັນນີ້ລະມາວິພາກວິຈານໄປຮູຕົວເອງ.. ການທີ່ທ່ານວິພາກມັນສົ່ງຜົນດີຫັຍງແດ່ຕໍ່ຕົວທ່ານປະເທດຊາດບ້ານເມືອງ
ທ່ານວິພາກວ່າສິ່ງນັ້ນບໍ່ດີ ສິ່ງນີ້ບໍ່ດີແລ້ວທ່ານແກ້ໄຂຫັຍງໄດ້​...ວິພາກໄປເລີຍຍິ່ງເປັນການປຸກລະດົມປະຊາຊົນຄົນທີ່ບໍ່ເຂົ້າໃຈບັນຫາ
ຄ້ອຍຕາມເຮັດໃຫ້ເຂົາເຈົ້າມີອະຄະຕິບໍ່ດີຕໍ່ຊາດບ້ານເມືອງ ຖ້າສ້າງບັນຫາເຮັດໃຫ້ປະເທດຊາດສັງຄົມບໍ່ສະຫົງບທ່ານພູມໃຈແລ້ວບໍ່
ທ່ານມັກໃຫ້ປະເທດວຸ້ນວາຍຄືປະເທດທີ່ທ່ານໄປຮຽນມາຊັ້ນບໍ່...
ຖ້າທ່ານເກັ່ງເປັນຫັຍງບໍ່ປະຕິບັດໃຫ້ມັນເກີດດອກອອກຜົນຕາມທ່ານຍົກວ່າເຮັດຈັ່ງຊີ້ດີເຮັດຈັ່ງຊີ້ບໍ່ດີຕາມທ່ານເວົ້າ...
ຕາມຂ້າພະເຈົ້າຄິດເຫັນວ່າບໍ່ຄ່ອຍເໝາະທີ່ເປັນພະເປັນຄູບາຈະມາວິຈານຫຼາຍ
ແນະນໍາແລ້ວເດຖ້າມັກທາງການເມືອງກໍ່ຄວນຊີກອອກມາເປັນນັກການເມືອງ
ຖ້າທ່ານຍັງບວດກໍ່ຄວນປະຕິບັດຕາມວິໃນພະສົງ...ປະຕິບັດຕາມສິນພະສິນເຈົ້າ...

໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມັກການເມຶອງມັນເຈັບຫົວ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍບໍ່ແນ້ ເຂົ້າມາອ່ານຊື່ໆ, ຖ້າຊິຕ່ອຍກັນ ຂ້ອຍຂໍປົບກ່ອນ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ບໍ່ມີຫຍັງຜິດດອກນ້ອງຊາຍ ພຽງແຕ່ບໍ່ເໝາະສົມກັບສິ່ງທີ່ເຈົ້າເປັນ
ແລ້ວຊິໄຫ້ອ້າຍໄປຫາເຈົ້າອ້າຍຄືຊິບໍ່ໄປດອກ ເພາະເຫັນຫົວຂໍ້ກະທູ້ນີ້ກໍ່ເປັນຕາຢ້ານແລ້ວ " ໃຜແນ້ ເຂົ້າມາຕ່ອຍກັນເລີຍ ********* " ໃຜຊິກ້າກັບເຈົ້າ ເບີໂທຂອງເຈົ້າທີ່ສົງມາຫຼັງໄມນີ້ມັນເບີປະເທດໃດນີ້ 08518015XX
ຂໍໄຫ້ສາດສະໜາພຸດຈະເລີນຮຸງເຮືອງ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khamsavan ຂຽນວ່າ...
ເອົາອີກແລ້ວນະ ພຣະອາຈານໂດນເວົ້າໃຫ້ອີກແລ້ວ ຄົນທີ່ເວົ້າໃຫ້ທ່ານເປັນຫຍັງເນາະ ເປັນຄູ່ກັມຄູ່ເວນກັບພຣະອາຈານບໍ ຄົນອື່ນຫຼາຍຄົນເຂົາຄືບໍ່ໄດ້ເຫັນວ່າຫຍັງໃຫ້ພຣະອາຈານ ພວກເຂົາກໍ່ບໍ່ໄດ້ໂງ່ດອກ ພວກເຂົາຄົງຄິດດີແລ້ວລະຈິ່ງບໍ່ວ່າ ຂ້າພະເຈົ້າວ່າກໍ່ຖືວ່າດີທີ່ພຣະອາຈານທ່ານເອົາເລື່ອງການເມືອງມາເວົ້າ ເນື້ອຫາກໍ່ດີ ກ້າເວົ້າ ມັນເປັນສິດທິຂອງປະຊາຊົນຕາມລັດຖະທຳມະນູນຢູ່ແລ້ວບໍ່ແມ່ນຕິ
ພຣະອາຈານທ່ານກໍ່ເປັນປະຊາຊົນລາວຄົນໜຶ່ງ ເຫັນຫຼາຍຄົນບໍ່ວິຈານລັດຖະບານເພາະອາດບໍ່ຄວາມຮູ້ໃນທາງນີ້ຫຼືບໍກ້າພວກເຂົາເລີຍບໍ່ວິຈານ,
ລັດຖະບານເຂົາເອງກໍ່ຄົງບໍ່ວ່າຫຍັງດອກ ຖ້າວິຈານຢູ່ພາຍໄຕ້ກົດໝາຍ, ບໍ່ແມ່ນວ່າມີແຕ່ຍ້ອງລັດຖະບານຢ່າງດຽວ ສ່ວນຖ້າທ່ານຄິດວ່າບໍ່ເໝາະສົມກໍ່ຕັ້ງແບບສຳຫຼວດຖາມຕິວ່າຄວນບໍໃຫ້ພຣະສົງວິຈານການເມືອງຄວນໃຫ້ມີການວິຈານແບບໃດ
ຫຼືຖ້າວິຈານໄດ້ໜ້ອຍຫຼາຍສ່ຳໃດ ບໍ່ແມ່ນເຂົ້າມາກໍ່ເວົ້າທ່ານຢ່າງດຽວ ວ່າມາຫຍຸ້ງຫັຍງ ບໍ່ແມ່ນກິດຂອງສົງ ເຫັນວ່າບໍ່ຄ່ອຍຖືກຕ້ອງປານໃດສ່ວນພຣະອາຈານ
ທ່ານຈະມີເຈດຕະນາດີຫຼືຫວັງຜົນປະໂຫຍດຕົນເອງນັ້ນກໍ່ບໍ່ຮູ້ ໃຊ້ຫຼັກກາລະສູຕ ໃນໝາຍເຫດຂ້າງລຸ່ມຂອງເວັບພັນລາວ ຕົວທ່ານເອງເດດີໝົດທຸກຢ່າງລະບໍ
ຖ້າທ່ານທີ່ເປັນຍາດໂຍມບາງຄົນບອກວ່າເປັນຫ່ວງສາສນາ ຫ່ວງພຶດຕິກຳຂອງພຣະສົງອາດທຳຜິດສິນທັມ ບໍ່ເໝາະສົມ ຖ້າມີເວລາທ່ານກໍ່ໄປຫາຊ່ອຍເຫຼືອຕິ ຂ້າພະເຈົ້າເຊື່ອວ່າພຣະສົງທີ່ບໍ່ດີຜິດສິລທັມອາດມີຢູ່ເຕັມບ້ານເຕັມເມືອງ ບາງວັດພາຍາດໂຍມຊື້ເລກຊື້ຫວຍ ແລະເຮັດຫຼາຍສິ່ງທີ່ຜິດຫຼັກພຸທທະສາສນາກໍ່
ມີພຽບ

ທ່ານ ກໍ່ອີກຄົນໜຶ່ງ...ເຫັນວ່າຮຽນຈົບຕີມາຈາກຄອນແກ່ນ...
ໄປຮຽນນອກຮຽນນາມາກໍ່ດີມີຄວາມຮູ້ ສູງ ສາຍຫູ ສາຍຕາກ້ວາງໄກ... ແຕ່ທ່ານມາແນມເບິ່ງ ສັງຄົມລາວ ປະເທດລາວ ປະຈຸບັນມັນໂຫດຮ້າຍທາລຸນຕໍ່ທ່ານ ຕໍ່ປະຊາຊົນຄົນລາວຫຼາຍພິລຶກປຶກໜາແທ້ບໍ່...
ກົດໝາຍລັດຖະທໍາມະນູນ ໄດ່ເກີດຫ້າມຄົນລາວບໍ່ໃຫ້ທໍາມາຫາກິນບໍ່...
ປະເທດລາວວຸ້ນວາຍພິລຶກບໍ່...ມີການທາລຸນ ຈໍາກັດສິດກັນພິລຶກບໍ່...
ກະດຽວວ່າເພິ່ນເປີດໂອກາດໃຫ້ປະຊາຊົນຄົນລາວທຸກຄົນດໍາລົງຊີວິດຫາກິນຢ່າງເປີດກ້ວາງ...ບໍ່ໄດ້ຫ້າມວ່າທ່ານຊິຄ້າຂາຍງາຍມື
ຫາກິນແບບສຸດຈະລິດ...ໃຜມີປັນຍາມີຄວາມສະຫຼາດສາມາດແມ່ນເປີດກ້ວາງເຕັມທີ່ຂໍພຽງບໍ່ເຮັດຜິດກົດໝາຍທ່ານກໍ່ຄົງຈະເຫັນ
ຖ້າເປີດຕາແນມເບິ່ງ...
ອັນນີ້ລະມາວິພາກວິຈານໄປຮູຕົວເອງ.. ການທີ່ທ່ານວິພາກມັນສົ່ງຜົນດີຫັຍງແດ່ຕໍ່ຕົວທ່ານປະເທດຊາດບ້ານເມືອງ
ທ່ານວິພາກວ່າສິ່ງນັ້ນບໍ່ດີ ສິ່ງນີ້ບໍ່ດີແລ້ວທ່ານແກ້ໄຂຫັຍງໄດ້​...ວິພາກໄປເລີຍຍິ່ງເປັນການປຸກລະດົມປະຊາຊົນຄົນທີ່ບໍ່ເຂົ້າໃຈບັນຫາ
ຄ້ອຍຕາມເຮັດໃຫ້ເຂົາເຈົ້າມີອະຄະຕິບໍ່ດີຕໍ່ຊາດບ້ານເມືອງ ຖ້າສ້າງບັນຫາເຮັດໃຫ້ປະເທດຊາດສັງຄົມບໍ່ສະຫົງບທ່ານພູມໃຈແລ້ວບໍ່
ທ່ານມັກໃຫ້ປະເທດວຸ້ນວາຍຄືປະເທດທີ່ທ່ານໄປຮຽນມາຊັ້ນບໍ່...
ຖ້າທ່ານເກັ່ງເປັນຫັຍງບໍ່ປະຕິບັດໃຫ້ມັນເກີດດອກອອກຜົນຕາມທ່ານຍົກວ່າເຮັດຈັ່ງຊີ້ດີເຮັດຈັ່ງຊີ້ບໍ່ດີຕາມທ່ານເວົ້າ...
ຕາມຂ້າພະເຈົ້າຄິດເຫັນວ່າບໍ່ຄ່ອຍເໝາະທີ່ເປັນພະເປັນຄູບາຈະມາວິຈານຫຼາຍ
ແນະນໍາແລ້ວເດຖ້າມັກທາງການເມືອງກໍ່ຄວນຊີກອອກມາເປັນນັກການເມືອງ
ຖ້າທ່ານຍັງບວດກໍ່ຄວນປະຕິບັດຕາມວິໃນພະສົງ...ປະຕິບັດຕາມສິນພະສິນເຈົ້າ...

ບໍ່ແມ່ນແນວນັ້ນດອກເດີທ່ານ ຂ້າພະເຈົ້າເອງກໍ່ຮັກປະເທດລາວໝົດຫົວໃຈ ບໍ່ຕ້ອງການໃຫ້ມີຄວາມວຸ້ນວາຍແບບທ່ານວ່າດອກ ຢາກໃຫ້ປະເທດຈະເລີນພັດທະນາຄືກັນ ການທີ່ວິພາກວິຈານຂ້າພະເຈົ້າເຫັນວ່າມັນດີຢາກໃຫ້ຄົນທີ່ບໍ່ຮູ້ໄດ້ຮູ້ພໍໄດ້ກ່ຽວກັບປະເທດ
ລາວເຮົາ ເພາະພະນັກງານຄົນດີທີ່ເຮັດວຽກນຳລັດເຮົາກໍ່ມີ ແລະກໍ່ມີສ່ວນໜຶ່ງທີ່ບໍ່ດີ ບໍ່ໄດ້ສ້າງຄວາມແຕກແຍກດອກ ບໍ່ແມ່ນຕົວທ່ານຄົນ
ດຽວທີ່ຮັກປເທດລາວ ໝູ່ເພື່ອນໃນເວັບພັນລາວກໍ່ຮັກເຊັ່ນດຽວກັນຫັ້ນລະ ກໍ່ເຫັນເຂົາວິພາກວິຈານຢູ່ໃດລະ ຫຼືວ່າໃຫ້ຍ້ອງລັດຖະບານ
ຢ່າງດຽວບໍ ທີ່ເວົ້າເລື່ອງການເມືອງກໍ່ເວົ້າໃຫ້ພວກທີ່ບໍ່ດີທີ່ໂກງບ້ານໂກງເມືອງເທົ່ານັ້ນດອກ ສ່ວນຄົນດີຂ້າພະເຈົ້າເຊື່ອວ່າກໍ່ມີຫຼາຍທີ່
ຊື່ສັດສຸດຈະລິດ ການວິພາກວິຈານລັດຖະບານນັ້ນບໍ່ແມ່ນມີແຕ່ໃນເວັບນີ້ໃດລະ ໜັງສືພິມ ສະພາ ເວັບອື່ນໆກໍ່ມີ ຕົວເຈົ້າເອງນັ້ນ ແຕ່ຕົວ
ເຈົ້າເອງບໍ່ຮູ້ເປັນຫຍັງເບິ່ງຄືຮ້ອນໃຈແທ້ ຖ້າເຈົ້າຫວ່ງປະເທດຊາດກໍຂໍຊົມເຊີຍ ຖ້າມີເຈຕຕະນາອື່ນທີ່ແອບແຝງແລ້ວ ຂ້າພະເຈົ້າກໍ່ບໍ່
ເຫັນດີນຳ ຈົ່ງຈຳປະໂຫຍກເຫຼົ່ານີ້ວ່າ ”ຖ້າຮັກປະເທດຊາດແລ້ວ ຢ່າເຫັນດີກັບທຸກຢ່າງທີເຫັນວ່າມັນຜິດ ຕ້ອງກ້າເວົ້າກ້າວິຈານ”
”ການເວົ້າຍ່ອມໄດ້ຍິນສຽງອ່ອນຫວານສຸພາບຫຼືບໍ່ສຸພາບ ຖ້າບໍ່ເວົ້າເລີຍກໍ່ບໍ່ມີທາງໄດ້ຍິນວ່າສຽງນັ້ນອ່ອນຫວານສຸພາບຫຼືບໍ່ສຸພາບ”

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigchai ຂຽນວ່າ...
มันเป็นอุดมคติทางการเมือง ในทางปฏิบัติ ต้องมีการปรับใช้ตามสภาพแวดล้อมของแต่ละสังคม สังคมหมายถึงอะไร ไม่ทราบ แต่ส่วนมากกลุ่ม
ผู้นำจะเป็นผู้ชี้นำ หรือกำหนดแนวทาง นโยบาย เพื่อให้คนในสังคมเป็นแบบที่เขาต้องการ จะสอดคล้องกับแนวคิด ทฤษฎีของใคร แล้วแต่จะอ้าง แต่จุดหมายปลายทางคือการอยู่ดีกินดี ความสงบเรียบร้อย ของคนในสังคม

ເຫັນດີນຳແຕ່
ຖ້າໃຊ້ພາສາລາວອາດຈະດີກ່ວານີ້ແນ່ນອນ

໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ວ໊າວໆໆໆໆໆໆໆໆໆ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງກິນເລື່ອງດື່ມຂ້ອຍສູ້ບໍ່ຖ່ອຍ ແຕ່ເລື່ອງສົກເລື່ອງຕ່ອຍ ຂ້ອຍຖອຍໄວກ່ອນຫມູ່

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ມັນເລີ່ມຈະຮຸນແຮງເຂົ້າຊັກໄຊ້.....ສົງໄສຊິມີ ຕ່ອຍກັນຫຼັງໄມອີ່ຫຼີ

ສະຫງົບສະຕິອາລົມໄວ້ກ່ອນທ່ານທັງຫຼາຍ ດຽວຊິຖືກແບນ ban ກັນຍົກທີມ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>