ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ວາທະການເມືອງ ໜ້າຄິດ ພິຊິດໃຈຄົນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ມື້ນີ້ມີບົດວາທະທາງການເມືອງ ທີ່ຂ້າພະເຈົ້າໄປອ່ານເຈີໃນຫນັງສື ວາທະການເມືອງຂອງນັກການເມືອງໂລກ ກໍເລີຍຢາກຕັດເອົາບາງຕອນມາຝາກທ່ານສະມາຊິກພັນລາວເຮົາໄດ້ຄິດພິຈາລະນານຳກັນ ເພາະເປັນວາທະທີ່ໜ້າຄິດອີຫລີກ່ຽວກັບສະພາບການ
ບ້ານເມືອງເຮົາ ເລື່ອງກໍມີຢູ່ວ່າ ມີຜູ້ນຳລະດັບສູງຂອງປະເທດ ຊື່ວ່າ ທ່ານເຮ່ຍໄດ ໄດ້ສົນທະນາກັບນັກປາດ ແລະໄດ້ຖາມນັກປາດວ່າ ເປັນຫຍັງ
ປະຊາຊົນ ແລະປັນຍາຊົນທັ້ງຫລາຍຈິງຊັງຂ້າພະເຈົ້າ ທ່ານນັກປາດຄົນນັ້ນຕອບວ່າ ຕົວທ່ານນັ້ນເບິ່ງທ່າທີແລ້ວເປັນຜູ້ທີ່ໜ້າເລື້ອມໄສ ກະລິຍາທ່າ
ທາງໜ້າເຄົາລົບ ເບິ່ງແລ້ວຄືຄົນຊິ ຊື່ສັດ ສຸຈະລິດ ເປັນຜູ້ຊົງຄວາມຮູ້ ປັນຍາສະຫລາດຫລັກແຫລມດີ ຄືຊິເປັນຜູ້ທີ່ເສຍສະຫລະເຮັດວຽກເພື່ອບ້ານ ເພື່ອເມືອງ ແຕ່ທ່ານບໍ່ມີຈັກຢ່າງເລີຍ ໃນສິ່ງທີ່ຂ້າພະເຈົ້າເວົ້າມານີ້ພາບທີ່ສວຍສົດງົດງາມທີ່ທ່ານສ້າງຫລອກລວງມາຕະຫລອດ ມັນເລີ້ມຫລົ່ນຫາຍຕາຍຈາກ
ສາຍຕາແລະ ຄວາມເຊື່ອຂອງປະຊາຊົນໄປແລ້ວ ໃນຕອນນີ້ທ່ານເຫລືອແຕ່ຄວາມຈີງທີ່ເຮັດໃຫ້ປະຊາຊົນຄຽດຊັງ ທ່ານນັກປາດບອກວ່າຄວາມຈີງທີ່ທ່ານຜູ້ນຳມີຕອນນີ້ຄືດັ່ງນີ້
1.ທ່ານບໍ່ສາມາດເຮັດໃຫ້ປະຊາຊົນຫລຸດພົ້ນຈາກຄວາມຍາກຈົນ
2.ທ່ານທຳລາຍເສລີພາບຂອງປະຊາຊົນ ທີ່ຄວນຈະມີ
3.ທ່ານສໍ້ລາດບັງຫລວງ ໂກງກິນບ້ານເມືອງຈົນເຮັດໃຫ້ຊາດບ້ານເມືອງຂາດຄວາມຈະເລີນ ສີວິໄລ
ຂ້າພະເຈົ້າວ່າ ສິ່ງທີ່ນັກປາດຄົນນີ້ເວົ້າໃຫ້ຜູ້ນຳສູງສຸດຟັງ ມັນໜ້າຄິດ ໜ້າສຶກສາຫລາຍ ໂດຍສະເພາະປຽບທຽບກັບບ້ານເມືອງທີ່ເຮົາເປັນຢູ່ຂະນະ
ນະນີ້ ເປັນຄືກັນກັບທ່ານຜູ້ນຳຄົນນີ້ບໍ່ ຂໍໃຫ້ທ່ານຄິດທົບທວນນຳກັນເບິ່ງເດີ ຂ້າພະເຈົ້າຢາກໃຫ້ຂໍຄິດໜ່ອຍຫນຶ່ງວ່າ ປະເທດຊາດຈະຈະເລີນຮຸ່ງເຮືອງ ບໍ່ແມ່ນວ່າເບິ່ງແຕ່ຜູ້ນຳແລະລັດຖະບານຮັ່ງມີ ເປັນເສດຖີ ແຕ່ຂ້າພະເຈົ້າວ່າມັນຢູ່ທີ່ປະຊາຊົນຄົນສ່ວນໃຫຍ່ຂອງປະເທດ ກິນດີຢູ່ດີຕ່າງຫາກ ສອດຄ່ອງກັບທ່ານ ຂົງຈື້ ບອກວ່າ ບ້ານເມືອງຈະບໍ່ສະຫງົບສຸກ ຖ້າປະຊາຊົນຍັງທ້ອງບໍ່ອີ່ມພໍ

ພາວະນາ ພິກຂຸ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດກະທູ້ເລີຍເຮົາ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະມັດສະການ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
(ເຮົາໄດ້ຍິນຜູ້ໃຫຍ່ເພິ່ນສົນທະນາກັນໃນວົງເຫຼົ້າ)
ວ່າປະເທດທີ່ກະເຈົ້າພັດທະນາແລ້ວ ແມ່ນວ່າ ລັດຖະບານລວຍກວ່າປະຊາຊົນ ລັດຖະບານຈຶ່ງມີທຶນຮອນພັດທະນາ ສ້າງສາ ບູລະນະ ປະເທດຊາດ
ແຕ່ປະເທດທີ່ດ້ອຍພັດທະນາ ຫຼື ກຳລັງພັດທະນາ ແມ່ນວ່າ ປະຊາຊົນລວຍກວ່າລັດຖະບານ

ແລະປະເທດລາວນັ້ນ ປະຊາຊົນລວຍກວ່າລັດຖະບານອີ່ຫຼີ "ປະຊາຊົນ" ທີ່ບໍລິຫານລັດ-ບໍລິຫານປະເທດ ຫັ້ນເດ້

I believe in the IMPOSSIBLE

໓ ກະທູ້
໒໑໓ ໂພສ
ນັກການກະທູ້
ການເມືອງຕະຫລອດເນາະທ່ານ..

So much I need to say been lonely since the day
the day you went away......

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
(ເຮົາໄດ້ຍິນຜູ້ໃຫຍ່ເພິ່ນສົນທະນາກັນໃນວົງເຫຼົ້າ)
ວ່າປະເທດທີ່ກະເຈົ້າພັດທະນາແລ້ວ ແມ່ນວ່າ ລັດຖະບານລວຍກວ່າປະຊາຊົນ ລັດຖະບານຈຶ່ງມີທຶນຮອນພັດທະນາ ສ້າງສາ ບູລະນະ ປະເທດຊາດ
ແຕ່ປະເທດທີ່ດ້ອຍພັດທະນາ ຫຼື ກຳລັງພັດທະນາ ແມ່ນວ່າ ປະຊາຊົນລວຍກວ່າລັດຖະບານ

ແລະປະເທດລາວນັ້ນ ປະຊາຊົນລວຍກວ່າລັດຖະບານອີ່ຫຼີ "ປະຊາຊົນ" ທີ່ບໍລິຫານລັດ-ບໍລິຫານປະເທດ ຫັ້ນເດ້

ກະສົມຄວນແລ້ວ ແນວຄວາມຄິດຜູ້ໃຫຍ່ຂີ້ເຫຼົ້າ ຄິດໄດ້ແບບນີ້ ປະເທດຊາດຊິລົ້ມຈົມ ກະຍ້ອນຜູ້ໃຫຍ່ຄິດແບບທີ່ທ່ານກ່າວມານີ້ແຫລະ

ພາວະນາ ພິກຂຸ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...

ຂໍໂທດ!
"ຜູ້ໃຫຍ່ທີ່ຄິດໄດ້ແບບນີ້" ທີ່ທ່ານກ່າວມານັ້້ນ ອາດຈະຄິດໄດ້ຫຼາຍ ແລະ ເລິກເຊິ່ງກວ່າທ່ານຊ້ຳ
ຖ້າບໍ່ດັ່ງນັ້່ນ ທ່ານຄົງຈະບໍ່ກ່າວແບບນີ້
ທ່ານເຂົ້າໃຈຄຳວ່າ "ລັດຖະບານ" ແລະ "ປະຊາຊົນ" ວ່າຈັ່ງໃດ?

"ລັດຖະບານ" ແມ່ນອົງການບໍລິຫານແຫ່ງລັດ ລັດຖະບານຄຸ້ມຄອງຢ່າງເປັນເອກະພາບ ການປະຕິບັດໜ້າທີ່ຂອງລັດ ໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບແລະ ການຕ່າງປະເທດ.

ດັ່ງນັ້ນ ປະເທດທີ່ເຂົາພັດທະນາແລ້ວ (ຖ້າທຽບກັບຄຳວ່າລວຍ) ເຂົາຈະມີເສດຖະກິດຂະຫຍາຍຕົວດີ ມີທຶນມີຮອນໄວ້ໝູນ ຊ້ຳຍັງໃຫ້ການຊ່ວຍເຫຼືອລ້າ(ທີ່ຕ້ອງການຄ່າຕອບແທນ) ປ່ອຍເງິນກູ້ໃຫ້ປະເທດຕ່າງໆໄດ້ (ແນ່ນອນ ວ່າເງິນຂອງຄົນທັງປະເທດ ກໍ່ຄົງຫຼາຍກວ່າເງິນຂອງປະຊາຊົນກຸ່ມໃດກຸ່ມໜຶ່ງ)

ສ່ວນປະເທດທີ່ກຳລັງພັດທະນາ ເສດຖະກິດ ອາດຈະເລື້ອຍໆ ສິນຄ້າສົ່ງອອກ ຊ້ຳຍັງຕ້ອງການເງິນໝູນເພື່ອເອົາໄປບູລະນະສ້າງສາພັດທະນາປະເທດຊາດ ແຕ່ຊ້ຳພັດມີ "ປະຊາຊົນ" ທີ່ບໍ່ຄ່ອຍຊື່ສັດ ສໍ້ລາດບັງຫຼວງ ເຮັດໃຫ້ທຶນຮອນທັງໝົດທີ່ຄວນຈະເອົາໄປສ້າງສາ ຊ້ຳຖືກນຳໄປແບ່ງສັນປັນສ່ວນແທນ ເຮັດໃຫ້ "ລັດຖະບານ" ທີ່ຄວນຈະ ຈະເລີນໄດ້ດີກວ່ານີ້ ພັດຈະເລີນໄດ້ໜ້ອຍກວ່າທີ່ຄາດຫວັງ ຍ້ອນ "ປະຊາຊົນກຸ່ມໜຶ່ງ" ລວຍກວ່າລັດຖະບານ

ຫຼື ຂພຈ ກ່າວຜິດພາດບ່ອນໃດ ກະລຸນາຊີ້ແນະແນ່

ຂພຈ ອາດຈະເຮັດໂຕຄືຮູ້ເລື່ອງການເມືອງດີເອົາແທ້ເອົາວ່າ ແລະເຮັດເປັນຮູ້ໝົດ
ແຕ່ມັນບໍ່ແມ່ນ
ທີ່ຂຽນອອກມາໄດ້ ກະຍ້ອນອາໄສການຟັງ "ຜູ້ໃຫຍ່ທີ່ຄິດໄດ້ແບບນີ້" ແລະ "ຜູ້ໃຫຍ່ຂີ້ເມົາ" ສະເໜີຄວາມຄິດກັນໃນວົງເຫຼົ້າຫັ້ນແຫຼະ

ປລ ໑ "ຜູ້ໃຫຍ່ທີ່ຄິດໄດ້ແບບນີ້" ເພິ່ນບໍ່ໄດ້ມີຄວາມກ່ຽວຂ້ອງກັບເລື່ອງການປົກຄອງ ແຕ່ທຸກຄົນມີສິດອອກຄວາມຄິດເຫັນບໍ່ວ່າຈະວົງເຫຼົ້າ ວົງເປບບຊີ່ ວົງເຕົາຮູ້ ວົງສະປອນເຊີ້ ຫຼື ວົງເອັມຮ້ອຍຫ້າສິບ
ແລະ "ແນວຄວາມຄິດຜູ້ໃຫຍ່ຂີ້ເຫຼົ້າ ທີ່ຄິດໄດ້ແບບນີ້" ມັນຈະເຮັດໃຫ້ປະເທດຊາດຫຼົ້ມຈົມໄດ້ແນວໃດ ໃນເມື່ອເພິ່ນເວົ້າເຖິງສະພາບການບ້ານການເມືອງຕົວຈິງ

ຫຼື ທ່ານຈະປະຕິເສດ ວ່າ "ຜູ້ໃຫຍ່ທີ່ຄິດແນວປະເທດຊາດຫຼົ້ມຈົມແບບນີ້ ຄືທ່ານວ່າ" ເພິ່ນເວົ້າບໍ່ຖືກ ?!

ທ່ານສາມາດບັນລະຍາຍໄດ້ຕາມສະບາຍໃຈເດີ ຂ້າພະເຈົ້າຈະຟັງ ຈັງໃດ ຂ້າພະເຈົ້າ ບໍ່ໄດ້ສົນຄົນບ້າ ບໍ່ໄດ້ຊາຄົນເມົາຢູ່ແລ້ວ

ພາວະນາ ພິກຂຸ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫະຫະ ເຂົ້າມາຫົວ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າຄິດໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຂ້ອຍຢາກບອກອາຈາກເອົາເວລາໄປສົນໃຈໃນສີ່ງທີ່ຮອບຂ້າງຕົນເອງກ່ອນໄປ!
ມື້ອື່ນເຮັດຫຍັງໄດ້ເເນ່ ຈະເຮັດຫຍັງເເນ່ ພັດທະນາຕົນເອງເເນວໃດ ຊ່ວຍເຫຼື່ອຄົນຮອບຂ້າງຕົນເອງຫຍັງເເດ່

ເປັນຫຍັງຄືຄີດວ່າ ຄົນໃນພັກລັດຈະຕ້ອງສໍ້ລາດບັງລວງອັນນັ້ນອັນນີ້ຕະຫຼອດ
ຄີດເເຕ່ດ້ານລົບ=ອັດຄະຕິເກີນໄປ ເຮັດໃຫ້ເບີ່ງຫຍັງຂາດຄວາມທ່ຽງທຳ
ຫຼືວ່າຄີດວ່າຫຍັງບໍ່ດີ ບໍ່ຄັກ ຖ້າທ່ານຄີດວ່າມີຄວາມສາມາດກໍ່ລົງມືເລີ່ມຈາກຕົນເອງກ່ອນເລີຍ
ເອົາເເຕ່ເວົ້າປ່ຽນເເປງຫຍັງບໍ່ໄດ້ ນອກຈາກຄຳຄີດເຫັນຂອງຄົນຕອບກະທູ້~

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
"ປະຊາຊົນກຸ່ມໜຶ່ງ" ລວຍກວ່າລັດຖະບານປາກົດການນີ້ມີເເທ້
ເຖີງວ່າຈະເປັນສັງຄົມນີຍັມຢູ່ຮ່ວມທັງສາມຝ່າຍກໍ່ຈີ່ງເເຕກຕ່າງທືນນິສົມ
ເເຕ່ຄວາມຈີ່ງທີ່ຖີ້ມບໍ່ໄດ້ກໍ່ຄື "ໃຜເຮັດຫຼາຍໄດ້ຫຼາຍ"ໂດຍສະເພາະທາງເສດຖະກິດ

ຂ້ອຍເຄີຍໄປຫຼາຍປະເທດເພື່ອນບ້ານທີ່ພັດທະນາ ທຸກບ່ອນຕ່າງກໍ່ມີຄົນດີ ຄົນຊົ່ວ
ປະກົດການຫຍໍ້ທໍ້ຕ່າງໆ ເວົ້າໂດຍຄົນທ້ອງຖີ່ນນັ້ນໆ
ເເລະຕາມທີ່ເຫັນຂ້ອຍກໍ່ຄີດວ່າບໍ່ວ່າປະເທດລວຍຫຼືຈົນປານໃດກໍ່ຕາມ
ມີສີດເສລາໃນການເວົ້າຈາໄດ້ເຕັມ100%ປະເທດນັ້ນຂ້ອຍບໍ່ເຄີຍເຫັນເເທ້ໆ ...

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ການເມືອງກໍ່ແມ່ນເລື່ອງທີ່ໃກ້ຕົວ ແຕ່ໄກເກີນໄປທີ່ຂ້າພະເຈົ້າຈະແກ້ມັນ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ບໍ່ໄດ້ຮູ້ເລິກຮູ້ເຊິ່ງ ຫຼື ອີ່ຫຍັງໆ ກັບເລື່ອງການບ້ານການເມືອງດອກ

ເມື່ອທ່ານຄິດວ່າຄວາມຄິດຂອງທ່ານຖືກ ແລະ ຖ້າທ່ານຈະຮັບຟັງ ແຕ່ບໍ່ນຳໄປພິຈາລະນາ ກໍ່ບໍ່ມີຄວາມໝາຍຫຍັງ ແຕ່ມັນກໍ່ເປັນສິດຂອງງທ່ານ

ເພາະທີ່ທ່ານກ່າວມາ ກໍ່ມີຄົນທີ່ຈະ "ຮັບຟັງ" ເຊັ່ນກັນ

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ templeonline ຂຽນວ່າ...
ມື້ນີ້ມີບົດວາທະທາງການເມືອງ ທີ່ຂ້າພະເຈົ້າໄປອ່ານເຈີໃນຫນັງສື ວາທະການເມືອງຂອງນັກການເມືອງໂລກ ກໍເລີຍຢາກຕັດເອົາບາງຕອນມາຝາກທ່ານສະມາຊິກພັນລາວເຮົາໄດ້ຄິດພິຈາລະນານຳກັນ ເພາະເປັນວາທະທີ່ໜ້າຄິດອີຫລີກ່ຽວກັບສະພາບການ
ບ້ານເມືອງເຮົາ ເລື່ອງກໍມີຢູ່ວ່າ ມີຜູ້ນຳລະດັບສູງຂອງປະເທດ ຊື່ວ່າ ທ່ານເຮ່ຍໄດ ໄດ້ສົນທະນາກັບນັກປາດ ແລະໄດ້ຖາມນັກປາດວ່າ ເປັນຫຍັງ
ປະຊາຊົນ ແລະປັນຍາຊົນທັ້ງຫລາຍຈິງຊັງຂ້າພະເຈົ້າ ທ່ານນັກປາດຄົນນັ້ນຕອບວ່າ ຕົວທ່ານນັ້ນເບິ່ງທ່າທີແລ້ວເປັນຜູ້ທີ່ໜ້າເລື້ອມໄສ ກະລິຍາທ່າ
ທາງໜ້າເຄົາລົບ ເບິ່ງແລ້ວຄືຄົນຊິ ຊື່ສັດ ສຸຈະລິດ ເປັນຜູ້ຊົງຄວາມຮູ້ ປັນຍາສະຫລາດຫລັກແຫລມດີ ຄືຊິເປັນຜູ້ທີ່ເສຍສະຫລະເຮັດວຽກເພື່ອບ້ານ ເພື່ອເມືອງ ແຕ່ທ່ານບໍ່ມີຈັກຢ່າງເລີຍ ໃນສິ່ງທີ່ຂ້າພະເຈົ້າເວົ້າມານີ້ພາບທີ່ສວຍສົດງົດງາມທີ່ທ່ານສ້າງຫລອກລວງມາຕະຫລອດ ມັນເລີ້ມຫລົ່ນຫາຍຕາຍຈາກ
ສາຍຕາແລະ ຄວາມເຊື່ອຂອງປະຊາຊົນໄປແລ້ວ ໃນຕອນນີ້ທ່ານເຫລືອແຕ່ຄວາມຈີງທີ່ເຮັດໃຫ້ປະຊາຊົນຄຽດຊັງ ທ່ານນັກປາດບອກວ່າຄວາມຈີງທີ່ທ່ານຜູ້ນຳມີຕອນນີ້ຄືດັ່ງນີ້
1.ທ່ານບໍ່ສາມາດເຮັດໃຫ້ປະຊາຊົນຫລຸດພົ້ນຈາກຄວາມຍາກຈົນ
2.ທ່ານທຳລາຍເສລີພາບຂອງປະຊາຊົນ ທີ່ຄວນຈະມີ
3.ທ່ານສໍ້ລາດບັງຫລວງ ໂກງກິນບ້ານເມືອງຈົນເຮັດໃຫ້ຊາດບ້ານເມືອງຂາດຄວາມຈະເລີນ ສີວິໄລ
ຂ້າພະເຈົ້າວ່າ ສິ່ງທີ່ນັກປາດຄົນນີ້ເວົ້າໃຫ້ຜູ້ນຳສູງສຸດຟັງ ມັນໜ້າຄິດ ໜ້າສຶກສາຫລາຍ ໂດຍສະເພາະປຽບທຽບກັບບ້ານເມືອງທີ່ເຮົາເປັນຢູ່ຂະນະ
ນະນີ້ ເປັນຄືກັນກັບທ່ານຜູ້ນຳຄົນນີ້ບໍ່ ຂໍໃຫ້ທ່ານຄິດທົບທວນນຳກັນເບິ່ງເດີ ຂ້າພະເຈົ້າຢາກໃຫ້ຂໍຄິດໜ່ອຍຫນຶ່ງວ່າ ປະເທດຊາດຈະຈະເລີນຮຸ່ງເຮືອງ ບໍ່ແມ່ນວ່າເບິ່ງແຕ່ຜູ້ນຳແລະລັດຖະບານຮັ່ງມີ ເປັນເສດຖີ ແຕ່ຂ້າພະເຈົ້າວ່າມັນຢູ່ທີ່ປະຊາຊົນຄົນສ່ວນໃຫຍ່ຂອງປະເທດ ກິນດີຢູ່ດີຕ່າງຫາກ ສອດຄ່ອງກັບທ່ານ ຂົງຈື້ ບອກວ່າ ບ້ານເມືອງຈະບໍ່ສະຫງົບສຸກ ຖ້າປະຊາຊົນຍັງທ້ອງບໍ່ອີ່ມພໍ

ຕຸປີ່...ສຸດຍອດໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໓໘ ໂພສ
ຂາປະຈຳເວັບບອດ
ໃນໂລກໃບນີ້ຍັງບໍ່ມີປະເທດໃດດອກທີ່ມີປະຊາຊທິປະໄຕ. ຄັນເວົ້າວ່າ ອາເມຣິກາມີປະຊາທິປະໄຕ ແຕ່ກໍ່ຍັງບໍ່ເຕັມຮ້ຽ ໄດ້ພຽງ 50/50ທໍ່ນັ້ນ. ແຕ່ຖ້າທຽບໃສ່ລາວ ເຮົາອາດມີປະຊາທິປະໄຕພຽງ 10%ທໍ່ນັ້ນລະ.

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ເອົາເປັນວ່າບໍ່ຕ້ອງຖຽງກັນ ວ່າ ລັດຖະບານ ຫຼືປະຊາຊົນໃຜລວຍຮັ່ງມີກວ່າກັນທັງລັດຖະບານແລະປະຊາຊົນກໍ່ມີທັງລວຍທັງຍາກຈົນຄືກັນທັງສອງຝ່າຍຫັ້ນ
ລະ ການຮັ່ງມີຂອງລັດຖະບານຫຼືຄົນເຮັດວຽກໃນລັດຖະບານອາດເກີດດ້ວຍການສໍ້ໂກງກໍ່ມີ ອາດເກີດຈາກການທຳງານສຸດຈະລິດກໍ່ມີ ປະຊາຊົນກໍ່ເຊັ່ນດຽວ
ກັນອາດຮັ່ງມີດ້ວຍການທຳອາຊີບທີ່ຜິດກົດໝາຍຜິດສິລທັມກໍ່ມີ ອາດຮັ່ງມີດ້ວຍອາຊີບທີ່ຊອບທັມຂະຫຍັນໝັ່ນພຽນກໍ່ມີ
ແຕ່ຖ້າຖາມຂ້າພະເຈົ້າວ່າ ຄວາມຮັ່ງມີລະຫວ່າງທັງສອງຝ່າຍລະຫວ່າງລັດຖະບານແລະປະຊາຊົນ ຝ່າຍໃດໄດ້ມາບໍ່ໂດຍຊອບທັມຫຼາຍກວ່າກັນ ຫຼືຝ່າຍໄດ້ມາໂດຍຊອບທັມຫຼາຍກວ່າກັນ ຂ້າພະເຈົ້າບໍ່ຂໍຕອບ ຂໍໃຫ້ພວກທ່ານໃຊ້ປັນຍາຄິດພິຈາລະນາເອົາເອງ ວ່າຝ່າຍໃດຫຼາຍກວ່າກັນ
ສ່ວນທ່ານໃດຈະວິຈານວ່າລັດຖະບານໂກງກິນແບບນີ້ແບບນັ້ນ ຫຼື ອີກຝ່າຍບອກວ່າລັດຖະບານບໍ່ໄດ້ໂກງກິນ ກໍ່ແລ້ວແຕ່ຈະອ້າງເຫດຜົນຂອງໃຜລາວຕາມສິດ
ຕາມຂໍ້ມູນຈິງດ້ວຍເຫດດ້ວຍຜົນ ດ້ວຍຄວາມເປັນກາງກໍ່ພໍແລ້ວ ລັດຜິດກໍ່ວ່າຜິດ ລັດຖືກກໍ່ວ່າຖືກ ຢ່າເຂົ້າຂ້າງເພາະໄດ້ຜົນປະໂຫຍດນຳ ຢ່າໂຈມຕີເພາະບໍ່ໄດ້
ຜົນປະໂຫຍດນຳ
ຈົ່ງຈຳໄວ້ວ່າ ”ບໍ່ວ່າລັດຖະບານຫຼືປະຊາຊົນກໍ່ຢ່າທຳສິ່ງທີ່ຜິດກົດໝາຍ ທຳຜິດສິລທັມ”
ຢາກຝາກໄປເຖິງລັດຖະບານຫຼືຄົນທີເຮັດວຽກນຳລັດຖະບານຢ່າໄດ້ຫຼົງອຳນາດຢ່າໃຊ້ອຳນາດທີ່ເໜືອກວ່າໄປໃນທາງທີ່ຜິດ ຢ່າຂົ່ມເຫງປະຊາຊົນ
ທີ່ຂ້າພະເຈົ້າເວົ້າແນວນີ້ ເພາະເຄີຍເຫັນຄົນເຮົາໃນໂລກນີ້ສ່ວນຫຼາຍພໍໄດ້ອຳນາດມັກໃຊ້ອຳນາດໄປໃນທາງທີ່ບໍ່ຊອບທັມປານໃດ ສ່ວນທີ່ໄດອຳນາດແລ້ວ
ໃຊ້ອຳນາດໄປໃນທາງທີ່ດີເພື່ອປະໂຫຍດສ່ວນລວມກໍ່ຂໍຊື່ນຊົມໃຫ້ກຳລັງໃຈຕໍ່ໄປ ຂໍໃຫ້ຮັກສາຄວາມດີນັ້ນຕໍ່ໄປ....................

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ condeesangkhom ຂຽນວ່າ...
ໃນໂລກໃບນີ້ຍັງບໍ່ມີປະເທດໃດດອກທີ່ມີປະຊາຊທິປະໄຕ. ຄັນເວົ້າວ່າ ອາເມຣິກາມີປະຊາທິປະໄຕ ແຕ່ກໍ່ຍັງບໍ່ເຕັມຮ້ຽ ໄດ້ພຽງ 50/50ທໍ່ນັ້ນ. ແຕ່ຖ້າທຽບໃສ່ລາວ ເຮົາອາດມີປະຊາທິປະໄຕພຽງ 10%ທໍ່ນັ້ນລະ.

ເຫັນດີນຳທ່ານ ແລະ ບໍ່ມີວັນເປັນໄປໄດ້ທີ່ໂລກຈະມີປະຕິທິປະໄຕສົມບູນ 100​% ເພາະນັ້ນເປັນກົດເກນທຳມະຊາດທີ່ສ້າງຂື້ນມາ
ແນວນັ້ນ ຄວາມແຕກຕ່າງເຮັດໃຫ້ລະບົບທຳມະຊາດດຸ່ນດ່ຽງ, ໃຫ້ທ່ານ ເບິ່ງສັງຄົມຂອງມົດ ຂອງປວກຕິ ທ່ານລອງຄິດເບິ່ງວ່າປະຊາ
ທິປະໄຕແບບມົດ, ປວກ ເປັນແນວໃດ ? ຈິ່ງເຮັດເຜົ່າພັນມັນສາມາດດຳລົງມາໄດ້ເປັນລ້ານໆປີ (ມະນຸດຫາກໍ່ບໍ່ພໍເທົ່າໃດຫມື່ນປີ)

ປລ: ອອກໄປທາງວິທະຍາສາດໂພດແລ້ວ ເບີ່ງ Discovery ມາມື້ຄືນ ແຮະໆ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...

ແມ່ນແລ້ວ...ບໍ່ມີວັນເປັນໄປໄດ້ທີ່ໂລກຈະມີປະຊາທິປະໄຕສົມບູນ100%
ຕາມຄວາມຄິສ່ວນຕົວຂ້າພະເຈົ້າສັງຄົມມົດປວກກໍ່ບໍ່ມີປະຊາທິປະໄຕດອກ...ເພາະມັນຍັງມີການແບ່ງຊົນຊັ້ນ...ມີລາຊີນີ ມີມົດປວກທະຫານ ມົດປວກໃຊ້ແຮງງານ ລ້ຽງເດັກ ມີການກີດຫ້າມຂະຫຍາຍພັນໃນສັງຄົມຂອງມັນ ມີຜູ້ກໍາອໍານາດສູງສຸດແລະມີການແບ່ງງານຕາມຖານະ...
ເພາະສະນັ້ນຢ່າຄິດແລະຝັນໄປເລີຍວ່າສັງຄົມໂລກຈະມີປະຊາທິປະໄຕສົມບູນແບບ...
ທຸກກຸ່ມຄົນທີ່ຂຶ້ນກໍາອໍານາດໃນແຕ່ລະປະເທດແນ່ນອນເຂົາເຈົ້າກໍ່ຕ້ອງປົກປ້ອງສິດຜົນປະໂຫຍດສູງສຸດທີ່ເຂົາຍາດແຍ່ງມາໄດ້ເພື່ອສັ່ງຄົມ
ເພື່ອນຟ້ອງ ພັກພວກຂອງເຂົາ...
ແຕ່ຖ້າກຸ່ມຄົນໃດທີ່ຂຶ້ນກໍາອໍານາດ ໃນແຕ່ລະປະເທດ ແຕ່ລະສັງຄົມ ຫາກ ມີນະໂຍບາຍທີ່ເໝາະສົມ ບໍ່ວ່າທາງດ້ານທິດສະດີພາກປະຕິບັດ...
ແບ່ງສິດຜົນປະໂຫຍດ ແຈກຍາຍກັນທົ່ວເຖິງ ບໍ່ເອົາລັດເອົາປຽບກັນເກີນໄປ...ສັງຄົມນັ້ນກໍ່ຈະຢູລອດໄດ້ຍືນຍາວແດ່...
ແຕ່ກໍ່ບໍ່ປະສາຈາກດອກຂໍ້ຂັດແຍ່ງໃນສັງຄົມນັ້ນ...ເພາະຄົນເຮົາມັນຕ່າງແນວຄິດ ....ຍາມໃດຜູ້ທີ່ມີປົມດ້ອຍກ່ວາ ມີແນວຄິດແຕກຕ່າງກໍ່ຍ່ອມຫາເຫດຜົນຈຸດອ່ອນຂອງຝ່າຍກົງກັນຂ້າມມາເປັນຂໍ້ອ້າງເພື່ອທັບມ້າງສັງຄົມນັ້ນ...ເພື່ອຜົນປະໂຫຍດຂອງຕົນ
ພັກພວກເຊັ່ນກັນ...
ນີ້ແລ້ວຄົນ...ບໍ່ມີໃຜທີ່ບໍ່ເຫັນແກ່ຕົວ....ຕ່າງແຕ່ວ່າມີຜູ້ເຫັນແກ່ຕົວນ້ອຍຫຼາຍເທົ່ານັ້ນ...

໐ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
เขียนสั้นๆ ให้กระชับ อ่านแล้วเข้าใจง่าย ไม่ต้องแปลความมาก ใจกว้าง ยอมรับคำวิจารณ์ของคนอื่น แต่ละคนมีพื้นฐานในการรับรู้ ฐานความรู้ต่างกัน จะมีแนวร่วมและมีคนเข้ามาแลกเปลี่ยนcomment มาก นานาจิตตังครับ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພັກ-ລັດໃດຂື້ນກຳອຳນາດ ກະແນ່ນອນແລະຕ້ອງຍົກຍ້ອງວ່າຕົວເອງດີສະເໝີ ບໍ່ມີໃຜດອກວ່າຄົນອື່ນດີກ່ວາຕົນເອງແມ່ນບໍ?

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ພັກ-ລັດໃດຂື້ນກຳອຳນາດ ກະແນ່ນອນແລະຕ້ອງຍົກຍ້ອງວ່າຕົວເອງດີສະເໝີ ບໍ່ມີໃຜດອກວ່າຄົນອື່ນດີກ່ວາຕົນເອງແມ່ນບໍ?

ຕາມຫລັກການ ມັນກໍເປັນແບບນັ້ນແລ້ວ ແຕ່ຖ້າຄຳນຶ່ງເຖິງຄວາມຍຸດຕິທັມໃນການບໍລິໂພກຂໍ້ມູນຂອງປະຊາຊົນ ວ່າພວກເຮົາໄດ້ຮິບຄວາມຍຸດຕິທັມແລ້ວບໍ່

ພາວະນາ ພິກຂຸ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ປະຊາທິປະໄຕ ເປັນເຫຍື່ອລໍ້ທີ່ດີຫລາຍ ແລະກະໄດ້ຜົນຕະຫລອດ ຂອງນັກການເມືອງ ບໍ່ວ່າລັດຖະບານໄດ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ຂ້ອຍຢາກບອກອາຈາກເອົາເວລາໄປສົນໃຈໃນສີ່ງທີ່ຮອບຂ້າງຕົນເອງກ່ອນໄປ!
ມື້ອື່ນເຮັດຫຍັງໄດ້ເເນ່ ຈະເຮັດຫຍັງເເນ່ ພັດທະນາຕົນເອງເເນວໃດ ຊ່ວຍເຫຼື່ອຄົນຮອບຂ້າງຕົນເອງຫຍັງເເດ່

ເປັນຫຍັງຄືຄີດວ່າ ຄົນໃນພັກລັດຈະຕ້ອງສໍ້ລາດບັງລວງອັນນັ້ນອັນນີ້ຕະຫຼອດ
ຄີດເເຕ່ດ້ານລົບ=ອັດຄະຕິເກີນໄປ ເຮັດໃຫ້ເບີ່ງຫຍັງຂາດຄວາມທ່ຽງທຳ
ຫຼືວ່າຄີດວ່າຫຍັງບໍ່ດີ ບໍ່ຄັກ ຖ້າທ່ານຄີດວ່າມີຄວາມສາມາດກໍ່ລົງມືເລີ່ມຈາກຕົນເອງກ່ອນເລີຍ
ເອົາເເຕ່ເວົ້າປ່ຽນເເປງຫຍັງບໍ່ໄດ້ ນອກຈາກຄຳຄີດເຫັນຂອງຄົນຕອບກະທູ້~

ເປັນຫຍັງຄືຄີດວ່າ ຄົນໃນພັກລັດຈະຕ້ອງສໍ້ລາດບັງລວງອັນນັ້ນອັນນີ້ຕະຫຼອດ
ຄີດເເຕ່ດ້ານລົບ=ອັດຄະຕິເກີນໄປ ເຮັດໃຫ້ເບີ່ງຫຍັງຂາດຄວາມທ່ຽງທຳ
ຫຼືວ່າຄີດວ່າຫຍັງບໍ່ດີ ບໍ່ຄັກ ຖ້າທ່ານຄີດວ່າມີຄວາມສາມາດກໍ່ລົງມືເລີ່ມຈາກຕົນເອງກ່ອນເລີຍ
ເອົາເເຕ່ເວົ້າປ່ຽນເເປງຫຍັງບໍ່ໄດ້ ນອກຈາກຄຳຄີດເຫັນຂອງຄົນຕອບກະທູ້ <=ເຫັນດີນຳ ຂພຈເປັນຄົນໜຶ່ງທີ່ບໍ່ມັກເລື່ອງການເມືອງ ໂຕ້ກັນໄປໂຕ້ກັນມາລະສຸດທ້າຍມັນກະບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນ ດຽວມື້ໜ້າຂພຈສິນຳເອົານິທານມາເລົ່າສູ່ຟັງເດີ ໄດ້ຄວາມບັນເທິງດີແລະກໍ່ມີສາລະກວ່າເລື່ອງການເມືອງຕັ້ງເຍີະ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນກໍ່ແມ່ນແລ້ວ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ໋ອຍ....ທິດສະດີກັບການປະຕິບັດມັນບໍ່ຄືກັນ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔ ກະທູ້
໑໓໐ ໂພສ
ນັກການກະທູ້
ທ່ານ ເວົ້າແນວນີ້ ຢາກມີຄວາມຫມາຍວ່າ ທ່ານບໍ່ເຊື່ອຫມັນຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລັດຖະບານ ຂອງ ສ.ປ.ປ.ລາວ ແມ່ນບໍ່ ?
ທ່ານ ຕ້ອງເຂົ້າໃຈກ່ຽວກັບ ການສ້າງສັງຄົມນິຍົມຢູ່ປະເທດເຮົາກ່ອນ ຈຶ່ງເວົ້າຕໍ່ໄປເດີ້ ບໍ່ແມ່ນຮ່າວເວົ້າສຸມສີ່ສຸມຫ້າ ເວົ້າແບບນ້ຳຖວ້ມທົ່ງແບບນີ້ແມ່ນບໍ່ຢາກຄັກປານໃດ.
ທ່ານ ຮູ້ແລ້ວບໍ່ວ່າ ການສ້າງສັງຄົມນິຍົມຢູ່ໃມນໂລກໃບນີ້ ມັນໄດ້ມີຕົວແບບທີ່ຕ່າງກັນ, ແຕ່ຈະສ້າງສັງຄົມນິຍົມຕາມແບບອັນໃດນັ້ນມັນຂຶ້ນກັບເງື່ອນໄຂຈຳເພາະ ແລະ ສະພາວະຄວາມເປັນຈິງ ຂອງແຕ່ລະປະເທດ.
ສະນັ້ນພັກເຮົາຈຶ່ງໄດ້ຕັ້ງໜ້າຄົ້ນຄ້ວາຮ່ຳຮຽນ ປະສົບການຈາກບັນດາປະເທດສັງຄົມນິຍົມທີໄປກ່ອນ.

Chelsea fc

໐ ກະທູ້
໖໒ ໂພສ
ຂາປະຈຳເວັບບອດ
ການເມືອງຄືເກມກິລາ

໐ ກະທູ້
໖໒ ໂພສ
ຂາປະຈຳເວັບບອດ
ພຣະເພີ່ນສອນວ່າ ຄົນຮູ້ທຳມະ ມັກຢາກເອົາຊະນະຜູ້ອື່ນ
ຄົນມີທຳມະ ມັກເອົາຊະນະໃຈຕົນເອງ
(ເວົ້າກິດຈະວັດ10ຢ່າງຂອງພຣະເນນດີກວ່າ ຢ່າໄປຫຍຸ້ງການເມືອງ ເວົ້າໄປກໍ່ແກ້ໄຂຫຍັງບໍ່ໄດ້ດອກ ພຣະຄຸນເຈົ້າເອີຍ)

໔ ກະທູ້
໑໓໐ ໂພສ
ນັກການກະທູ້

Chelsea fc

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>