ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຂໍຄວາມຮູ້ ແລະ ແບ່ງປັນປະສົບການ ໃນການໄປຮຽນຕໍ່ປະເທດຈີນ ແລະ ປະເທດອື່ນ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Vad ຂຽນວ່າ...
ໂອກາດຈະໄດ້ມີຫຼາຍຢູ່ຫວານີ໋ ຢ້ານຂຽນບໍ່ເຂົ້າຕາກຳມະການ '_'"



ໂອກາດກະພໍມີ ,,ມັນກໍ່ຂື້ນກັບໂຮງຮຽນແລະຈໍານວນຜູ້ສະໝັກ,,ອັນດັບທໍາອິດແມ່ນເອກະສານຕ້ອງຄົບຕາມທີ່ກະຕິກາເຂົາຂຽນໄວ້ ,ຂາດອັນ1ກໍ່ບໍ່ໄດ້ ຖືວ່າບໍ່ມີໂອກາດເລີຍ ຫຼືວ່າກາຍເປັນຕົວເລືອກສຸດທ້າຍ ,ສໍາລັບພາສາທີ່ໃຊ້ໃນການຮຽນຕ້ອງເລືອກເປັນພາສາຈີນຖ້າບໍ່ດັ່ງນັ້ນເອກະສານຂອງເຈົ້າຈະເປັນຕົວເລືອກສຸດທ້າຍ,,ຂ້ອຍເຄີຍຍື່ນທຶນໃຫ້5ຄົນໄດ້ພຽງແຕ່3ຄົນ,,ມັນບໍ່ແມ່ນ100ເປີເຊັນ


໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ເຈົ້າກາໄປຮຽນຢູ່ຈີນຫວາ?
ຖ້າເຮົາຢື່ນໄປຫຼາຍໆໂຮງຮຽນໄດ້ບໍ່? (ກັນບູດຊັ້ນນະ)
ທີ່ຈິງມີຫຼາຍໆຢ່າງຢາກຖາມ ແຕ່ຍັງຄິດບໍ່ອອກເທື່ອ ^^ ແຕ່ກາໄດ້ຄວາມຮູ້ຫຼາຍໆຢ່າງຈາກເຈົ້າ ຕ້ອງຂອບໃຈຫຼາຍໆ
ຖ້າຄິດອອກລະຈະລົບກວນຕື່ມເດີ້ ຢ່າຟ້າວລຳຄານກັນໄດ໋ ໃຫ້ຂ້ອຍໄດ້ທຶນກ່ອນ :D

^_^ sleepy girl

໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Vad ຂຽນວ່າ...
ເຈົ້າກາໄປຮຽນຢູ່ຈີນຫວາ?
ຖ້າເຮົາຢື່ນໄປຫຼາຍໆໂຮງຮຽນໄດ້ບໍ່? (ກັນບູດຊັ້ນນະ)
ທີ່ຈິງມີຫຼາຍໆຢ່າງຢາກຖາມ ແຕ່ຍັງຄິດບໍ່ອອກເທື່ອ ^^ ແຕ່ກາໄດ້ຄວາມຮູ້ຫຼາຍໆຢ່າງຈາກເຈົ້າ ຕ້ອງຂອບໃຈຫຼາຍໆ
ຖ້າຄິດອອກລະຈະລົບກວນຕື່ມເດີ້ ຢ່າຟ້າວລຳຄານກັນໄດ໋ ໃຫ້ຂ້ອຍໄດ້ທຶນກ່ອນ :D



ເນື່ອງຈາກເປັນທຶນທີ່ຕິດຕໍ່ກັບໂຮງຮຽນໂດຍກົງແລະຂຽນປະຫວັດໃນhttp://laihua.csc.edu.cn/inscholarship/student/stuChooseLocale.do?chooseLocale=chooseLocale&language=english ບ່ອນດຽວທົ່ວປະເທດ ,,,,ໃນນັ້ນຈະມີໃຫ້ຂຽນໃສ່ທ່ານຢາກໄປ 3ໂຮງຮຽນໂດຍມີການຈັດລໍາດັບ 1,2,3, ເວລາແຕ່ລະໂຮງຮຽນເລືອກ ເຂົາຈະພິຈາລະນາ ຜູ້ໃດ ທີ່ໝາຍໂຮງຮຽນເຂົາ ເບີ1 ກ່ອນ ,,ຫຼັງຈາກນັ້ນພິຈາລະນາ 2,3 ,,ດັງ່ນັ້ນ ການທີ່ຈະໄດ້ທຶນການສຶກສາຈາກໂຮງຮຽນ ທີ່ເຮົາຂຽນ ໃນ 2,3 ແມ່ນມີໜ້ອຍໆໆໆໆ,,,


໒ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ aaawww ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Vad ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ aaawww ຂຽນວ່າ...
ໃຫ້ເຂົ້າໄປຫາທີ່ປຶກສາທູດຝ່າຍການສືກສາ ສະຖານທູດ ສປຈີນ ທີ່ນະຄອນຫຼວງວຽງຈັນ ທ່ານຈະໃຫ້ຄຳແນະນຳ ຢ່າງລະອຽດ.ໃຫ້ເຂົ້າໄປຫາທ່ານໂລດ ທ່ານເປັນຄົນໃຈດີ ແລະຕ້ອນຮັບແບບເປັນກັນເອງທີ່ສຸດ.
ຊົມເຊີຍເດີ ຄິດຖືກແລ້ວທີ່ຢາກໄປຮຽນທີ່ປະເທດຈີນ ເພາະຈີນຄືມະຫາອຳນາດໃນອະນາຄົດ.

ຂອບໃຈ!!!



thank you for your advice der. i'll try it ^_^



ລືມບອກໄປວ່າ ຂ້ອຍມີປະສົບການ ໄດ້ສົ່ງນ້ອງສາວໄປຮຽນທີ່ ເມືອງ ນານກິ່ງສປຈີນ ຈຶ່ງຮູ້ເລື່ອງນີ້ດີ. ທາງການຈີນເອົາໃຈໃສ່ຕໍ່ນັກສືກສາລາວທີ່ສຸດ ຕອນນ້ອງຂ້ອຍໄປທາງສະຖານທູດ ໄດ້ຈັດງານລ້ຽງສົ່ງຢູ່ທີ່ໂຮງແຮມ ລາວພລາຊາ ແລະອອກໄປສົ່ງທີ່ສະໜາມບິນອີກດ້ວຍ.

ຂໍໃຫ້ເຈົ້າໂຊກດີເດີ ໄປໃຫ້ເຖິງຝັນ!!!!



ລະຂໍຖາມເລື່ອງຄ່າໃຊ້ຈ່າຍແນ່ວ່າເປັນແນວໃດ. ເຮົາຕ້ອງໃຊ້ທືນໂຕເອງຫຼາຍປານໃດ...ປີນີ້ວ່າຈະໄປສະໝັກແຕ່ທາງຈີນເພີ່ນຕອບກັບມາຊ້າເກີນໄປກະເລີຍບໍ່ທັນ..ຄິດວ່າຈະຄົ້ນຂໍ້ມູນໄວ້ຫຼາຍໆເພື່ອຫາທືນຕໍ່ ປ.ໂທ ໃນປີໜ້າ ສ່ວນປີນີ້ກະຮຽນກຽມພາສາໄປກ່ອນ..ລະຖ້າໄປຈີນຄວນຈະເລືອກຮຽນວິຊາໃດດີທີ່ສຸດ..ຝາກຂໍທິດເນາະນຳຈາກຜູ້ມີປະສົບການແນ່ເດີ້. ຂອບໃຈ!


໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ຂໍຖາມແດ່ Duration of the Major Study ທີ່ຢູ່ໃນແບບຟອມປະຫວັດຂອງຜູ້ສະໝັກ ຈະຮູ້ໄດ້ແນວໃດ ວັນເດືອນປີທີ່ແນ່ນອນ

^_^ sleepy girl

໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
Contact in China (Guarantor's Name) ຈຳເປັນຕ້ອງມີໃສ່ຫວາ ບໍ່ມີຈະເຮັດແນວໃດ

^_^ sleepy girl

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>