ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ປະຈຸບັນລັດຖະບານແມ່ນເລີມເອົາໃຈໃສ່ພັດທະນາເສັ້ນທາງໃນຕົວເມືອງຕ່າງໆ, ນັ້ນແມ່ນຈຸດປະສົງຈະສ້າງເຮັດໃຫ້ສັງຄົມມີຄວາມຈະເລີນ, ສະດວກ ສະບາຍ. ແຕ່ການພັດທະນານັ້ນກໍ່ປະສະຈາກບໍ່ໄດ້ທີ່ຈະສ້າງຜົນກະທົບຕໍ່ກັບປະຊາຊົນເຊັ່ນ: ແລວທາງຖຶກດິນ,ເຮືອນ, ປະຊາຊົນຕ້ອງໄດ້ຍົກຍ້າຍ ອອກ(ບໍ່ມີສິດນຳໃຊ້ທີ່ດິນດັ່ງກ່າວຈັກແມັດເລີຍ), ເນື່ອງຈາກບໍ່ມີໃບຕາດິນ, ໃບອະນຸຍາດປຸກສ້າງ. ແຕ່ເຮືອນນັ້ນຕັ້ງມາກ່ອນຜັ່ງເມືອງຫລາຍປີແລ້ວ, ເຄີຍມີໃບຕາດິນຊົ່ວຄາວ(ບໍ່ແມ່ນຂອບທອງ) ແລະ ເມື່ອກ່ອນແມ່ນຍັງບໍ່ມີກົດໝາຍໃຫ້ເອົາໃບອະນຸຊຍາດປຸກສ້າງເທືອ, ປະຈຸບັນພາກລັດແມ່ນ ໄດ້ໄລ່ ປະຊາຊົນອອກຈາກດິນຕອນດັ່ງກ່າວໂດຍຈະ ບໍ່ມີການຊ່ວຍເຫລື່ອຜູ້ຖຶກຜົນກະທົບແຕ່ຢ່າງໃດ. ນີ້ທ່ານຄິດວ່າປະຊາຊົນໄດ້ຮັບຄວາມຍຸດຕິທຳແລ້ວ ບໍ່?.ຊ່ວຍໃຫ້ຄຳເຫັນແດ່ເພື່ອນເອີຍ.
ຂ້ອຍຄິດວ່າການພັດທະນາຕ້ອງແມ່ນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນກວ່າເກົ່າແມ່ນບໍ່. ແຕ່ນີ້ແມ່ນເຮັດໃຫ້ປະຊາຊົນຂາດທທີ່ຢູ່ອາໃສ, ຂາດທີ່ທຳມາຫາກິນ, ມັນບໍ່ສົມເຫດສົມຜົນເລີຍ.


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ໃດມີການກົດຂີ່ ທີ່ນັ້ນມີການຕໍ່ສູ້
ຊຸນຍັດເຊນນຳພາປະຊາຊົນຕໍ່ສູ້ ປະຕິວັດ ເພາະຍາກໃຫ້ປະຊາຊົນຢູ່ດີ ມີສຸກ
ບໍ່ມີການກົດຂີ່ຂົ່ມເຫງ ອອງຊານຊູຈີກະເຊັ່ນດຽວກັນ ຢາກໄດ້ປະຊາທິປະໄຕ ຫລຸດພົ້ນຈາກການ
ຂົ່ມເຫງຂອງລັດທະບານທະຫານ ............. ສ່ວນລາວດີລະຕິເບາະຊ່ຳນີ້ ລັດເພິ່ນກະດີຢູ່ເດ ຊັງແຕ່ໂກງຫັ້ນແຫລະ???

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ດີແບບໃດ, ກໍ່ຍັງຄ້າຍຄືກັບລະບອບອາດຍາສິດຢູ່ນ່າເພາະວ່າຜູ້ນ້ອຍເວົ້າໄປຜິດສະເໝີ, ແຕ່ຜູ້ໃຫຍ່ເວົ້າແນວໃດກໍ່ສຳຄັນກວ່າເຊັ່ນ: 1+1=ຕາມໃຈຜູ້ສັງ, ແຕ່ຄວາມຈິງໃນໂລກຄະນິດສາດເທົ່າກັບ 1.
ຈະໃຫ້ຕໍ່ສູ້ແບບໃດ, ກະດູນາບອກວິທີແດ່.


໗ ກະທູ້
໑໖໔ ໂພສ
ນັກການກະທູ້
ນີ້ແຫລະໂຄງການລັດຖະບານ


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ໜ້າຈະໃຫ້ເງີນຊົດເຊຍແດ່ເນາະ ຫຼືຕ້ອງຈັດຫາທີ່ທາງໃຫ້ເຂົາເຈົ້າໃໝ່ ໄດ້ຢູ່ໄດ້ເຮັດກິນ
ຫຼືໜ້າຈະສ້າງເສ້ນທາງອອກໄປນອກເຂດຊຸມຊົນ ເພື່ອຈະເປັນການກະຈາຍເສ້ນທາງໂດຍຮອບ ເພື່ອເສດຖະກິດຈະໄດ້ຂະຍາຍອອກໄປຄອບຄຸມພື້ນທີ່ໂດຍຮອບ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ເວົ້າຄື bpp ນີ້ກະຄືການພັດທະນາແດ່. ຊຶ່ງ bpp ໄດ້ເວົ້າວ່າ:ໜ້າຈະໃຫ້ເງີນຊົດເຊຍແດ່ເນາະ ຫຼືຕ້ອງຈັດຫາທີ່ທາງໃຫ້ເຂົາເຈົ້າໃໝ່ ໄດ້ຢູ່ໄດ້ເຮັດກິນ
ຫຼືໜ້າຈະສ້າງເສ້ນທາງອອກໄປນອກເຂດຊຸມຊົນ ເພື່ອຈະເປັນການກະຈາຍເສ້ນທາງໂດຍຮອບ ເພື່ອເສດຖະກິດຈະໄດ້ຂະຍາຍອອກໄປຄອບຄຸມພື້ນທີ່ໂດຍຮອບ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ທຸກການປຸກສ້າງທີ່ເກີດກ່ອນມີໂຄງການ ລັດຕ້ອງໃຫ້ບໍລິສັດຮັບເໝົາຊົດເຊີຍໃຫ້ປະຊາຊົນ ມັນຈຶ່ງຍຸດຕິທຳສຳລັບເຂົາເຈົ້າ
ເພາະກົດໝາຍກ່ຽວກັບຂອບເຂດທາງທີ່ໄດ້ແຈ້ງປະຕິບັດແຕ່ປີ 1994 ນັ້ນ ຮອດປັດຈຸບັນ ຍັງບໍ່ເຫັນໄປເຜີຍແຜ່ຮອດບ້ານເລີຍ
18 ປີແລ້ວເດີທີ່ມີກົດໝາຍນີ້ ແຕ່ປະຊາຊົນຍັງບໍ່ຮູ້ເນື້ອໃນຊ້ຳ. ສໍ່າລົງໜັງສືພິມຫັ້ນຫວະ ບໍ່ຮູ້ວ່າພວກທີ່ບໍ່ໄດ້ເຮັດການໃນບ້ານ
ໜື່ງໆ ໄດ້ອ່ານຮອດ 5 ຄົນຫຼືບໍ່? ຍິ່ງໄປກວ່ານັ້ນ ຖາມນາຍບ້ານຍັງບໍ່ຮູ້ເລື້ອງກົດໝາຍທາງຫຼວງເລີຍ ຫຼັບຕາອັດຫູເຊັນໃບຊື້ຂາຍ
ທີ່ດິນໃຫ້ເຂົາ, ບາດສ້າງທາງມາມັນກໍ່ເປັນແບບນີ້ລະ ລັດຕ້ອງຊົດເຊີຍໃຫ້ ຍ້ອນອຳນາດລັດທີ່ເປັນນາຍບ້ານບໍ່ປະຕິບັດກົດໝາຍ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ທຸກການປຸກສ້າງທີ່ເກີດກ່ອນມີໂຄງການ ລັດຕ້ອງໃຫ້ບໍລິສັດຮັບເໝົາຊົດເຊີຍໃຫ້ປະຊາຊົນ ມັນຈຶ່ງຍຸດຕິທຳສຳລັບເຂົາເຈົ້າ
ເພາະກົດໝາຍກ່ຽວກັບຂອບເຂດທາງທີ່ໄດ້ແຈ້ງປະຕິບັດແຕ່ປີ 1994 ນັ້ນ ຮອດປັດຈຸບັນ ຍັງບໍ່ເຫັນໄປເຜີຍແຜ່ຮອດບ້ານເລີຍ
18 ປີແລ້ວເດີທີ່ມີກົດໝາຍນີ້ ແຕ່ປະຊາຊົນຍັງບໍ່ຮູ້ເນື້ອໃນຊ້ຳ. ສໍ່າລົງໜັງສືພິມຫັ້ນຫວະ ບໍ່ຮູ້ວ່າພວກທີ່ບໍ່ໄດ້ເຮັດການໃນບ້ານ
ໜື່ງໆ ໄດ້ອ່ານຮອດ 5 ຄົນຫຼືບໍ່? ຍິ່ງໄປກວ່ານັ້ນ ຖາມນາຍບ້ານຍັງບໍ່ຮູ້ເລື້ອງກົດໝາຍທາງຫຼວງເລີຍ ຫຼັບຕາອັດຫູເຊັນໃບຊື້ຂາຍ
ທີ່ດິນໃຫ້ເຂົາ, ບາດສ້າງທາງມາມັນກໍ່ເປັນແບບນີ້ລະ ລັດຕ້ອງຊົດເຊີຍໃຫ້ ຍ້ອນອຳນາດລັດທີ່ເປັນນາຍບ້ານບໍ່ປະຕິບັດກົດໝາຍ


ແມ່ນຄວາມຈິງລະ, ການພັດທະນາຕ້ອງເບິງທີ່ຄວາມຍຸງຍາກລຳບາກຂອງປະຊາຊົນແດ່ແນາະຈິ່ງຈະເປັນການພັດທະນາທີ່ດີ ແລະ ຍືນຍົງ