![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ເມືອທຽບກັບ ຮຮ ຊັ້ນກາງຊັ້ນສູງ ປະລິນຍາ ເກືອບວ່າຊອກບໍ່ເຫັນວ່າຢູ່ໃສແດ່ ຫລືວ່າ ເປັນຍອ້ນຄົນບໍ່ຢາກຮຽນ ຫລືວ່າ ບໍ່ຮຽນກາເຮັດໄດ້ |
|
![]() ແມ່ນຫຍັງ? ![]() ![]() |
|
![]() ຫຼົງເມັ້ນສອງເທື່ອ ![]() |
|
![]() ຄົນບັກຫລາຍໆ ບາດຈົບມາໄປເຮັດວຽກຢູ່ໃສນໍ ເບິ່ງໂຄງການໄຫຍ່ໆ ຄືມີແຕ່ແຮງງານຕ່າງຊາດ ຫລືວ່າສີມຶຍັງບໍ່ເຖິງບໍ່ ຫລືວ່າບໍ່ຢາກເຮັດ. ຫລືວ່າເຂົາບໍ່ເອາ |
|
![]() ການຮຽນວິຊາຊີບ ແມ່ນສຳຄັນຫລາຍສຳຫລັບຜູ້ອອກແຮງງານດວ້ຍມື ດັ່ງນັ້ນຄວນໄຫ້ມີໂຮງຮຽນວິຊາຊີບໄຫ້ຫລາຍໆ ແລະໄຫ້ມີທຸກຂະແຫນງການ ອີກດ້ານນຶ່ງ ສຳຫລັບນາຍຊ່າງ ຫລືຜູ້ປະກອບການ ຕອ້ງໄຫ້ມີໃບປະກາດ ເຊັ່ນຊ່າງຕັດຜົມ ຊ່າງເສີມສວຍ ຊ່າງກໍ່ຊ່າງໄມ້ ຊ່າງຈອດ ຊ່າງໄຟຟ້າ ຊ່າງແຕ່ງຢູ່ຄົວກິນ ຕອ້ງໄດ້ຜ່ານໂຮງຮຽນວິຊາຊີບຈົບດີ ຄົນຮຽນວິຊາຊີບບໍ່ຈຳເປັນຕອ້ງຈົບອຸດົມ ແຕ່ຈົບ ປະຖົມຫລືມັດທະຍົມກໍຮຽນໄດ້ ຮຽນຈົບແລວ້ ສາມາດປະກອບອາຊີບ ທີ່ມີທັງຄວາມສາມາດ ແລະ ຄຸນນະພາບ ທາງດ້ານກົດຫມາຍ ກໍຕອ້ງໄດ້ ກຳນົດແນ່ນອນເລີຍວ່າ ຖ້າໃຜບໍ່ໄດ້ໃບປະກາດວິຊາຊີບ ແມ່ນບໍ່ສາມາດ ເປັນນາຍຊ່າງ ຫລື ປະກອບກິດຈະການໄດ້ ເຊັ່ນດຽວກັນ ກຳມະກອນທີ່ ສຳນານງານ ກໍຕອ້ງໄດ້ຜ່ານໂຮງຮຽນ ວິຊາຊີບເຫມືອນກັນ ຖ້າເຮາມີແບບນີ້ໄດ້ ເຮາກໍຈະມີແຕ່ແຮງງານທີ່ມີສີມື ແລະຄຸນນະພາບ ສາມາດແຂ່ງຂັນກັບຕ່າງປະເທດໄດ້ ຈົນກ້າວໄປຮອດບອ່ນ ຈຳກັດການນຳເຂົ້າແຮງງານຕ່າງປະເທດ ແລະຫລຸດຜອ່ນການໄປອອກແຮງງານຢູ່ຕ່າງປະເທດນຳອີກ ດັ່ງນັ້ນເຫັນສົມຄວນແລວ້ ທີ່ຈຕອ້ງສ້າງໂຮງຮຽນ ວິຊາຊີບຫລາຍໆ ແທນທີ່ ສ້າງແຕ່ລະດັບປິນຍາ ຊຶ່ງຈົບມາແລວ້ ບໍ່ມີຮອດບອ່ນເຮັດວຽກ ແຕ່ບາງຄົນລະດັບເລຂາພິມເອກະສານຍັງເຮັດບໍ່ເປັນ ຍອ້ນຮຽນກາຍ |
|
![]() ເຂົາກໍ່ໄປໂຄງການບໍ່ແຮ່ພຸ້ນລະ ![]() ![]() ![]() |
|
![]() ໂຮງຮຽນຊັບພະວິຊາເປັນ ຊັ້ນສູງລະເດີ |
|
![]() ແມ່ນແທ້ໃດ ຮຮ ວິຊາຊີບ ຕອ້ງແມ່ນຢູ່ ລາວເຍັຍລະມັນ ຫລື ປາກປະສັກ ແຕ່ ສຳຫລັບໄລຍະສັ້ນ ຕອ້ງແມ່ນໂພນພະເນົາ ຫລືສູນເກົາຫລີ ຂ້າຜູ້ນອ້ຍຄິດວ່າ ສຳຫລັບຊ່າງໄມ້ ຊ່າງກໍ່ ຫລືຊ່າງສີມືອື່ນໆ ຈັດໄຫ້ຈັກ ສາມ ຫາຫົກເດືອນກໍໄຊ້ໄດ້ແລວ້ ເອາດີໆ ຈັດຝຶກງານໄຫ້ ຈັກ ສາມອາທິດ ກໍຜ່ານໄດ້ ສຳຫລັຍ ກມກ ທີ່ຊຳນານແລວ້ ຄວາມຈິງ ກມກ ລາວກໍເກັ່ງຢູ່ດອກ ຖ້າໄດ້ຜ່ານການຝຶກງານ ສີແຮງເກັ່ງ ແຂ່ງແຮງງານຕ່າງປະເທດໄດ້ ຜູ້ໃດ ມີໃບປະກາດ ທັງ ສີມືດີ ໄດ້ມາດຖານ ບອກ ແຮງງານນອກ ອອກໄປເລີຍ |
|
![]() ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ໂຮງຮຽນຊັບພະວິຊາເປັນ ຊັ້ນສູງລະເດີມີປະລິນຍາຕີໄດ້ສອງ-ສາມປີລະເດ, ເປັນວິທະຍາໄລສັບພະວິຊາແຕ່ປີ 2007 ມີຊັ້ນສູງແຕ່ປີ 2004 |
|
![]() ກະແມ່ນແຕ່ລະປີນັກຮຽນຈົບຈາກ ມຊ ຫຼື ວິດທະຍາໄລອື່ນໆກະບັກຫຼາຍກະບໍ່ມີວຽກເຮັດງານທຳ. ບັນຫາໜື່ງກະຍ້ອນເຮົາເສັ້ນບໍໍ່ໃຫ່ຍ,ກະເລີຍບໍ່ໄດ້ເຮັດວຽກນຳບໍລິສັດ ຫຼື ຕາມສຳນັກງານອົ່ງການຕ່າງ,ບັນຫາທີ່ສອງຍ້ອນຕົວເຮົາເອງ ທີ່ບ່ຕັ້ງໃຈຮຽນໆມີແຕ່ຍາກໄດ້ໃບປະກາດ ເວລາໄປສະໝັກວຽກສຳພາດບໍ່ຜ່ານກະເລີຍຈ໋ອຍ |
|
![]() ນັ້ນລະຮຽນສູງຈົນຮອດປລິນຍາ ແນວວ່າ ໃຜກາຢາກແຕ່ນັ່ງໂຕະນັ່ງຕັ່ງ ຖ້າແຕ່ຫມົດເດືອນໄດ້ເງິນ ແຕ່ຮຽນວິຊາຊີບ ຫາວຽກເຮັດສະບາຍກວ່າ ໄດ້ເງິນດີກວ່າອີກ ລອງຮຽນແປງຄອມເກັ່ງໆ ໄປສະຫມັກຮ້ານຄອມ ເງິນເດືອນ ຢຽບຫລັກ ສອງພຸ້ນລະ |
|
![]() ຂ້ອຍກາເຮັດນຳໂຄງການ |
|
![]() ຕອນນີ້ຂ້ອຍກຳລັງກໍ່ສ້າງໂຮງຮຽນວິຊາຊີບຢູ່ແຂວງເຊກອງເດີ່ ໂຄງການນີ້ແມ່ນມີຢູ່ແຂວງ ສາລະວັນ, ເຊກອງ ແລະອັດຕະປື ໂຄງການກຳລັງດຳເນີນຢູ່ ກຳນົດສຳເລັດແມ່ນທ້າຍປີນີ້ລະ |
|
![]() like ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ... ຕອນນີ້ຂ້ອຍກຳລັງກໍ່ສ້າງໂຮງຮຽນວິຊາຊີບຢູ່ແຂວງເຊກອງເດີ່ ໂຄງການນີ້ແມ່ນມີຢູ່ແຂວງ ສາລະວັນ, ເຊກອງ ແລະອັດຕະປື ໂຄງການກຳລັງດຳເນີນຢູ່ ກຳນົດສຳເລັດແມ່ນທ້າຍປີນີ້ລະ ຂໍສະຫມັກເປັນຄູສອນນຳແດ່ໃດທ່ານ
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
![]() ອ້າງເຖິງຂໍ້ຄວາມຈາກ STTBS ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ... ຕອນນີ້ຂ້ອຍກຳລັງກໍ່ສ້າງໂຮງຮຽນວິຊາຊີບຢູ່ແຂວງເຊກອງເດີ່ ໂຄງການນີ້ແມ່ນມີຢູ່ແຂວງ ສາລະວັນ, ເຊກອງ ແລະອັດຕະປື ໂຄງການກຳລັງດຳເນີນຢູ່ ກຳນົດສຳເລັດແມ່ນທ້າຍປີນີ້ລະ ຂໍສະຫມັກເປັນຄູສອນນຳແດ່ໃດທ່ານ ເລື່ອງເປັນຄູສອນບໍ່ກ່ຽວກັບຂ້ອຍລະເດີ່ ຂ້ອຍເຮັດວຽກກໍ່ສ້າງ ສຳເລັດແລ້ວລະຫມົດໜ້າທີ່ |