![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ບັນດາເພືອນໆ ແມ່ນໃຜຮູ້ຈັກຊົນເຜົາຂະມຸຢູ່ປະເທດເຮົາແດ່ ຖ້າຮູ້ ຊ່ວຍບອກຂໍ້ມູນ ກັບຮູບພາບຍິງດີ ເພາະຈະເອົາເປັນມາເຮັດບົດ ກ່ຽວກັບເຜົາຂະມຸ ສົງໃຫ້ອາຈານ. ຂອບໃຈລ່ວງໜ້າເດີ
![]() ![]() ![]() ![]() ![]() |
|
![]() |
|
![]() ມີຮູບຢູ່ ນີ້ ລອງເຂົ້າໄປເບິ່ງ http://www.facebook.com/noymany.mingboupha/posts/222575474533905#!/photo.php?fbid=479411018774847&set=a.479410395441576.100419.100001178586987&type=1&theater |
|
![]() ແມ່ນຮູບພາຍຊົນເຜົ່າດັງເດີມຫວາ ຮູບພາບນີ້ຕັ້ງແຕ່ວະໄໝໃດ ອະທິບາຍໃຫ້ຝັງໄດ້ບໍ່ ? |
|
![]() ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ... ມີຮູບຢູ່ ນີ້ ລອງເຂົ້າໄປເບິ່ງhttp://www.facebook.com/noymany.mingboupha/posts/222575474533905#!/photo.php?fbid=479411018774847&set=a.479410395441576.100419.100001178586987&type=1&theater ເຂົ້າເບິງແລ້ວ ແຕ່ວ່າຊົນເຜົ່ານີ້ຕັ້ງແຕ່ງກາຍແນວນີ້ບໍ່ ? |
|
![]() ຊົນເຜົ່ານີ້ ການແຕ່ງໂຕ ມີຊຸດປະຈຳເຜົ່າຄືກັນ ແຕ່ທີ່ຢາກໃຫ້ເຫັນວ່າ ເຜົ່ານີ້ ກໍ່ມີໃນລາວ (ມີຢູ່ ແຂວງເຊກອງ),ເຂົາ ເຈົ້າສ່ວນຫຼາຍສູບຢາ ທີ່ເຫັນໃນຮູບ ເດັກນ້ອຍ, ຜູ້ບ່າວ,ຜູ້ສາວ ຖືວ່າຄືກັນໝົດ ແປກດີຊັ້ນດອກ |
|
![]() ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ... ແມ່ນຮູບພາຍຊົນເຜົ່າດັງເດີມຫວາ ຮູບພາບນີ້ຕັ້ງແຕ່ວະໄໝໃດ ອະທິບາຍໃຫ້ຝັງໄດ້ບໍ່ ? ບັນພະບູຣຸດຂອງຊົນເຜົ່າຂະມຸ ກຳເນີດໃນອານາຈັກ"ເຈນ" ຕໍ່ມາເປັນອານາຈັກ"ຂອມ", ເຜົ່າຂະມຸມີພາສາເປັນຂອງຕົນເອງ ມີວິຖີຊີວິດ ແລະອຸປະນິດໃສເປັນເອກະລັກສະເພາະ ມີຄວາມຂະຫຍັນຂັນແຂງ ດຸໝັ່ນ ແລະມີຫົວຄິດປະດິດສ້າງດ້ານອຸປະກອນນຳໃຊ້ເຂົ້າໃນການດຳລົງຊີວິດ... ບົດທີ່ຂ້ອຍມີມັນຍາວຈຶ່ງບໍ່ສາມາດເວົ້ສໃຫ້ຟັງໄດ້ ຕ້ອງຂໍອະໄພນຳ! |
|
![]() ແນະນໍາໃຫ້ໄປເອົາຢູ່ຫໍສະມຸດເດີ |
|
![]() |
|
![]() ຊົນເຜົ່າຂມຸ (ຂະໝຸ) ຫຼື ກຶມມຸ ເປັນຊົນເຜົ່າດັ້ງເດີມຂອງລາວ ເຊິ່ງອາສັຍຢູ່ໃນພາກເໜືອຂອງລາວ ສ່ວນທີ່ພົບຢູ່ພາກກາງ ແລະ ໃຕ້ ຈຳນວນໜ້ອຍນັ້ນ ແມ່ນເປັນການຍ້າຍຖິ່ນຖານຕາມຄວາມສີວິລັຍຊ໌. ໃນສມັຍກ່ອນຄົນທົ່ວໄປຮຽກເຜົ່ານີ້ວ່າ 'ຂ້າ" ແລະ ຕາມນິທານພຶ້ນເມືອງ ແມ່ນເປັນພີ່ຂອງເຜົ່າລາວ ເພາະເປັນຄົນແຣກທີ່ມົ້ນອອກຈານ້ຳເຕົ້າປຸງທີ່ຖືກເຫຼັກຊີເຈາະຮູໃໝ່ ໆ ກ່ອນທີ່ນ້ອງເຜົ່າລາວຈະອອກກມາ. ສະນັ້ນ ກຶມມຸ ຈຶ່ງມີຜີວສີດຳ-ຄ້ຳ, ຜົມຢິກງໍ ເພາະຖືກຄວາມຮ້ອນ ແລະ ຖ່ານໄຟປາກຮູນ້ຳເຕົ້າເຜົາໄໝ້ ສ່ວນ ລາວຜີວຂາວ ເພາະທາງອອກໄດ້ເຢັນ ແລະ ສະອາດແລ້ວ. ຊົນເຜົ່ານີ້ບໍ່ມີໃນພາກໃຕ້ ເຊັ່ນດຽວກັບ ມົ້ງ, ຢ້າວ, ອີກໍ, ມູເຊີ, ອາຄ່າ, ຜູ້ນ້ອຍ ຯລຯ ເຊັ່ນດຽວກັນ ຊົນເຜົ່າ ກະຕູ, ລະເວນ, ລະແວ, ຕຣຽງ (ບຣາວ), ແງະ, ຍະເຫີນ, ອາຣັກ, ກະຕາງ ຯລຯ ແມ່ນເປັນຊົນເຜົ່າທີ່ບໍ່ມີໃນພາກເໜືອ ມີສະເພາະໃນເຂດສີ່ແຂວງພາກໃຕ້ເທົ່ານັ້ນ. ລາຍຣະອຽດສາມາດສອບຖາມໄດ້ຈາກສະຖາບັນຊົນເຜົ່າວິທຍາ ແລະ ໜັງສືກ່ຽວກັບຊົນເຜົ່າໃນລາວ. |