
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເລື່ອງກ່າຍທຸກຮູບແບບຫັ້ນ ເອົາເປັນວ່າ ໃຜເຮັດໄດ້ກໍໄດ້ໄປຊະ ເພາະວ່າອາຈານກໍມີຄົນເຄັ່ງແລະບໍ່ເຄັ່ງ ຖ້າຄົນນັ້ນກ່າຍເກັ່ງແທ້ໆ ກໍໃຫ້ມັນຜ່ານໄປໂລດ ມັນກໍເປັນເທັກນິກໜຶ່ງໃນການຜ່ານການສອບເສັງ

ເລື່ອງກ່າຍທຸກຮູບແບບມັນກໍສົກກາປົກ ແຕ່ຍັງໄດ້ໃຊ້ຄວາມພະຍາຍາມ, ແຕ່ວ່າເລື່ອງໃຊ້ເງິນເປັນໂຕຜ່ານນິຕິ ມັນສະບາຍໂພດ ເຮັດຫຍັງບໍ່ເປັນ ກ່າຍກໍບໍ່ຈັກກ່າຍ ໝູ່ເອົາໃຫ້ກ່າຍກໍບໍ່ຮູ້ຈັກຂຽນ ເສັງມາລະຕົກ ແລ້ວເອົາເງິນໄປຜ່ານໃຫ້ໄດ້ເລື່ອນຊັ້ນ.
ພະຍາດພວກນີ້ເປັນພະຍາດ ຂີ້ຄ້ານ. ພະຍາດພວກນີ້ກໍແກ້ໄຂໂດຍການ: ຕົກ 1 ວິຊາ ໃຫ້ຮຽນຊັ້ນເກົ່າຄືນໝົດ, ເພີ່ມຄວາມເຂັ້ມງວດໃຫ້ອາຈານຍາມຫ້ອງເສັງ ແບບວ່າ ໃຜຈັບນັກກ່າຍໄດ້ລະໃຫ້ລາງວັນຫົວລະ ຫ້າສິບພັນ ຫຼື ແສນໜຶ່ງກໍວ່າກັນໄປ, ກວດສອບເຖິງຄຸນະພາບໃນການສິດສອນອາຈານເປັນປະຈຳ. ຄິດອອກແຕ່ 3 ຢ່າງ, ຢ່າງທຳອິດມັນຄົງຈະໂຫດຮ້າຍປ່າເຖື່ອນ ແຕ່ມັນກໍແລກມາດ້ວຍຄຸນະພາບທີ່ດີເດັ່ນ. ຕອນນີ້ປະເທດເຮົາຄົງຈະເນັ້ນປະລິມານ, ບໍ່ໄດ້ເນັ້ນຄຸນະພາບຕິເບາະ ມັນກໍເລີຍເປັນຈັ່ງຊີ້, ໃຜຢາກມີຄຸນະພາບກໍບຸກບືນເອົາຫັນແຫຼະ.