ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແລກ ຄວາມຮູ້ ດ້ານອາຫານ ຂອງຝາກເອກະລັກທ້ອງຖີ່ນ ເພື່ອມີໂອກາດ ໄປທ່ຽວໄປຢາມ ຊື້ມາຝາກ ພີ່ນ້ອງຄົນຣູ້ຈັກ ຫຼື ໄປທ່ຽວພາໝູ່ຄູ່ພີ່ນ້ອງໄປຊີມ .
ຂພຈ ຮູ້ ແມ່ນ: ຖ້າທ່ານໃດຮູ້ຊ່ວຍ ປະກອບສ່ວນແລກປ່ຽນນຳກັນຕື່ມ

1. ແຂວງຜົ້ງສາລີ: ຊາ ສາມພັນປີ .......
2.ຊຳເໜືອ(ຫົວພັນ): ໜັງແຊ່ເພ້ຍ, ແຈ່ວປາບ້ຳ.......
3.ຊຽງຂວາງ: ນົກແອ່ນຕູ້ງ, ໝາກຈອງໝາກຄາຍ, .........
4.ຫຼວງພະບາງ: ແຈ່ວບອງ, ໄຄແຜ່ນ, ໜັງຍຳ, ຜັກນ້ຳ, ເຂົ້າໜົມ ຂີ໊ແມວ, ໄສ້ອົ່ວຫຼບ, ໄສ້ກອກຫຼວງພະບາງ......
5.ບໍ່ແກ້ວ: ເຂົ້າຝືນ(ເຂົ້າແລັງຟືນ)................
6. ໄຊຍະບໍລີ: ໝ້ຽງອົມ.................
7.ຫຼວງນ້ຳທາ: ໝາກຖົ່ວເນົ່າ........
8.ແຂວງວຽງຈັນ: ປາສົ້ມທ່າເຮືອ ........
9. ນະຄອນຫຼວງ: ແໜມເນືອງ........
10.ບໍລິຄຳໄຊ:........................
11.ຄຳມ່ວນ: ເຂົ້າໜົມປາມ, ໝ້ຳ.................
12.ສະຫວັນນະເຂດ: ຊີ້ນສະຫວັນ................
13.ຈຳປະສັກ: ໝາກຈອງນ້ອຍ,ໝາກຖົ່ວລຽນ.....................
14.ສາລະວັນ: ...........................
15: ເຊກອງ: .........................
16.ອັດຕະປື: ຕະໂອດ(ຊີ້ນສຳເຫຼັດຮູບຊະນິດໜຶ່ງ).......................
17. ອຸດົມໄຊ: ....................................

ໃຜມີຂໍ້ມູນ ເພີ່ມຕື່ມແດ່ແນະນຳຕື່ມ ຂອບໃຈ




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກດີ

ເຈົ້າພິມເທິງຫັ້ນແມ່ນ: ຄວາມຮູ້ ຫຼື ຕວາມຮູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄັກດີ

ເຈົ້າພິມເທິງຫັ້ນແມ່ນ: ຄວາມຮູ້ ຫຼື ຕວາມຮູ້


55 ຂອບໃຈ ຫຼົງໜ້ອຍໜຶ່ງ ດຽວແກ້ໄຂກ່ອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືໍບໍ່ຄົບເນາະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາລະວັນປີ້ງໄກ່ນາປົ່ງ ເຫຼົ້າຂາວເມືໍອງຄົງ


໒ ກະທູ້
໒໒໑ ໂພສ
ນັກການກະທູ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ສາລະວັນປີ້ງໄກ່ນາປົ່ງ ເຫຼົ້າຂາວເມືອງຄົງ


ແມ່ນໃດເນະ ເພິ່ນຍັງວ່າ ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຊິໄດ້ໄປເລາະກິນກ່ອນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ ຍົມມະລາດແຂວງຄຳມ່ວນ ມີໂຕ "ຂະຍຸ" ເປັນອາຫານຄືກັນ ໄດ້ຍິນແຕ່ຊື່ ບໍ່ເຫັນຈັກເທື່ອ ໃຜມີຮູບ ອັບໃຫ້ເບິ່ງແດ່




໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບຍລາວ


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ຊຽງຂວາງມີ: ນົກແອ່ນຕຸ້ງ, ໝາກຈອງ, ໝາກຄາຍ, ໝາກໝັ້ນ, ໝາກສົມຫວັງ( ໝາກແຫ້ວພັນພື້ນເມືອງ), ແຈ່ວບອງ ( ໃສ່ໜໍ່ໄມ້ສົ້ມ, ໝາກມາດ),ເຂົ້າໄກ່ນ້ອຍ( ບໍ່ແມ່ນເຂົ້າປຽນເດີ), ອາໂວກາໂດ( ເປັນຫຼາຍຕອນນີ້), ເຫັດຫວາຍ( ມີແຫ່ງດຽວໃນລາວທີ່ຍິປຸ່ນຮັບຮອງ ແລະ ຈ້າງຍົນມາກິນຢູ່ຊຽງຂວາງ) ແລະ ອີກຫຼາຍໆຢ່າງເວົ້າໝົດມື້ກະບໍ່ໝົດ ເພາະແຕ່ລະບ້ານຍັງມີເອກະລັກຂອງບ້ານອີກ ອັນທີ່ເອົາມາສະເໜີຂ້າງເທິງແມ່ນສ່ວນໜຶ່ງຂອງເມືອງແປກ ( ເທດສະບານແຂວງ) ຢາກຮູ້ມີຫຍັງແດ່ຕ້ອງມາສຳຜັດດ້ວຍຕົວເອງ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນຂາວ ວ່າເຫັດຫວາຍລາຄາແພງຫຼາຍແມ່ນບໍ.
ຂອບໃຈທີ່ແນະນຳ ບາດໄປຊຽງຂວາງ ຊິໄປຊອກຊິມຊອກຊື້ຕາມນີ້

ນົກແອ່ນຕຸ້ງ ກັບ ແຈ່ວບອງ ໝາກມາດໃສ່ໜໍ່ໄມ້ສົ້ມ ມັກຫຼາຍ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊກອງ:ຜັກອີ່ຄູ້(ມີທຸກລະດູ),ໝາກຖົ່ວລຽນ(ກຳລັງແຊບໆ),ສິ້ນກັນໂດ,ເຄື່ອງຊົນເຜົ່າ(ກະພາ,ໝໍ້ທອງ...),ກິນເຫຼົ້າໄຫແລ້ວກະສູບກອກເດິ
ຈື່ບໍໄດ້ເພາະວ່າມີຫຼາຍຢ່າງ



໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜັກອີ່ຂູ້ຂັ້ນສົ້ມແຊບ
ຊ່ວຍອະທິບາຍແດ ຊີ້ນກັນໂດເປັນແບບໃດ ບໍ່ແມ່ນອັນດຽວ ກັບຕະໂອດ ອັດຕະປືຫັ້ນຫວາ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitnoy ຂຽນວ່າ...
ຊຽງຂວາງມີ: ນົກແອ່ນຕຸ້ງ, ໝາກຈອງ, ໝາກຄາຍ, ໝາກໝັ້ນ, ໝາກສົມຫວັງ( ໝາກແຫ້ວພັນພື້ນເມືອງ), ແຈ່ວບອງ ( ໃສ່ໜໍ່ໄມ້ສົ້ມ, ໝາກມາດ),ເຂົ້າໄກ່ນ້ອຍ( ບໍ່ແມ່ນເຂົ້າປຽນເດີ), ອາໂວກາໂດ( ເປັນຫຼາຍຕອນນີ້), ເຫັດຫວາຍ( ມີແຫ່ງດຽວໃນລາວທີ່ຍິປຸ່ນຮັບຮອງ ແລະ ຈ້າງຍົນມາກິນຢູ່ຊຽງຂວາງ) ແລະ ອີກຫຼາຍໆຢ່າງເວົ້າໝົດມື້ກະບໍ່ໝົດ ເພາະແຕ່ລະບ້ານຍັງມີເອກະລັກຂອງບ້ານອີກ ອັນທີ່ເອົາມາສະເໜີຂ້າງເທິງແມ່ນສ່ວນໜຶ່ງຂອງເມືອງແປກ ( ເທດສະບານແຂວງ) ຢາກຮູ້ມີຫຍັງແດ່ຕ້ອງມາສຳຜັດດ້ວຍຕົວເອງ



ໝາກສົມຫວັງ ເປັນໜ່ວຍແນວໃດ?


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เพี่มใส่ชำเหนื แม่นหน่อข่ม ขื้นชื่ว่าหน่อข่มแต่กินพัดหวาน, หน่อจ้า, หน่อหลอย


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາກເຊມີໝາກມ່ວງແຜ່ນ


໓ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ




+


=
ອິອິ


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳມ່ວນ ນອກຈາກເຂົ້າໝົມປ່ານ,ໝໍ່າ,ຂະຍຸ ກະຍັງມີໜໍ່ໄມ້ກະແສນ,ສານທີ່ເອົາມີແກ້ງໃສ່ໄກ່ ລະກະຍັງມີອີກ ຫລາຍໆອັນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜໍ່ໄມ້ກະແສນ ເປັນແນວໃດ ອອກເດືອນໃດ ບໍ່ເຕີຍໄດ້ຍິນ
ສ່ວນຫຼາຍໜໍ່ໄມ້ອື່ນໆ ເກີດຍາມຝົນ ແຕ່ໜໍ່ຂົມ ອຸດົມໄຊ ອອກ ຍາມແລ້ງ(ຍາວໜາວ)


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ບໍລິຄຳໄຊ ບໍ່ເຫັນຈະມີຫຍັງເລີຍ... .


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ບໍລິຄຳໄຊ ບໍ່ເຫັນຈະມີຫຍັງເລີຍ... .


ແມ່ນ ຫຼືວ່າມີຫຍັງພິເສດ ເຮົາບໍ່ຮູ້ກໍ່ເປັນໄດ້


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Toontt2 ຂຽນວ່າ...
ບໍລິຄຳໄຊ ບໍ່ເຫັນຈະມີຫຍັງເລີຍ... .


ແມ່ນ ຫຼືວ່າມີຫຍັງພິເສດ ເຮົາບໍ່ຮູ້ກໍ່ເປັນໄດ້

ບໍລິຄຳໄຊ ບ້ານຂ້ອຍເອງ ຊາແຕ່ນ້ອຍຈົນໃຫຍ່ມາ ກະມີແຕ່ອາຫານ(ຂອງກິນ)ທຳມະດາ ບໍ່ມີອາຫານທີ່ຂື້ນຊື່ເປັນຂອງແຂວງເອງເລີຍ!!


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ນະຄອນຫຼວງຕ້ອງແມ່ນ ປີ້ງເອັນນາທົ່ມ


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ໜໍ່ໄມ້ກະແສນ ເປັນແນວໃດ ອອກເດືອນໃດ ບໍ່ເຕີຍໄດ້ຍິນ
ສ່ວນຫຼາຍໜໍ່ໄມ້ອື່ນໆ ເກີດຍາມຝົນ ແຕ່ໜໍ່ຂົມ ອຸດົມໄຊ ອອກ ຍາມແລ້ງ(ຍາວໜາວ)


ບໍ່ແນ່ໃຈວ່າເກີດຍາມໃດ ໜ້າຈະແມ່ນໜ້າຝົນຕິເບາະ ຖ້າຊື້ໂຕບໍ່ທັນປອກເປົ່າໜຶ່ງຈະປອກໄດ້ໜໍ້ໜຶ່ງພໍດີ ອິອິ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັກນົກແອ່ນຕຸ້ງຊຽງຂວາງ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຊຳເໜືອຕ້ອງແມ່ນ: ລາບຊຳເໜືອ, ຊູບຜັກ, ແກງໜໍ່ໄມ້ ແລະ ເຂົ້າໄກ່ນ້ອຍ, ສາວງາມ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຊຳເໜືອຕ້ອງແມ່ນ: ລາບຊຳເໜືອ, ຊູບຜັກ, ແກງໜໍ່ໄມ້ ແລະ ເຂົ້າໄກ່ນ້ອຍ, ສາວງາມ


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ຊຳເໜືອຕ້ອງແມ່ນ: ລາບຊຳເໜືອ, ຊູບຜັກ, ແກງໜໍ່ໄມ້ ແລະ ເຂົ້າໄກ່ນ້ອຍ, ສາວງາມ

ບໍ່ເຫັນມີແຈ່ວປາບ້ຳນຳແດ່


ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>