ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ມີ​ເລື່ອງ​ຢາກ​ຈະ​ຂໍ​ສອບ​ຖາມ​ນຳ​ຜູ້​ດູ​ແລ​ເວບ​ໄຊ​ຫນ້ອຍ​ຫນຶ່ງ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຢາກ​ຮູ້​ວ່າ ນິ​ທານ​ທີ່​ສະ​ມາ​ຊິກ​ພັນ​ລາວ​ເອົາ​ມາ​postລົງ​ນັ້ນ​ສາ​ມາດ​ກອບ​ປີ້​ໄດ້​ບໍ
ຈຸດ​ປະ​ສົງ​ໃນ​ການ​ກອບ​ປີ້ ກະ​ຄື ປັດ​ຈຸ​ບັນ​ກຳ​ລັງ​ເຮັດ​ໂຄງ​ການ ສ້າງ​ປຶ້ມ​ອ່ານ​ສຳ​ລັບ​ຄົນ​ພິ​ການຕາ​ ແລະ​ພວກ​ເຮົາ​ຢາກ​ຈະ​ນຳ​ເອົາ​ບົດ​ເລື່ອງ​ຕ່າງໆ​ນີ້​ໄປ​ເຮັດ​ເປັນ​ປຶ້ມ​​Brail ໃຫ້​ຄົນ​ພິ​ການ​ຕາ​ອ່ານ.ຖ້າ​ຫາກ​ວ່າ​ທາງ​ເວັບ​ໃຊ້​ຫລື​ຜູ້​post ອະ​ນຸ​ຍາດ​ໃຫ້​ເອົາ​ບົດ​ເລື່ອງ​ຕ່າງໆ​ນັ້ນ​ໄປ​ສ້າງ​ປຶ້ມ​ໃຫ້​ຄົນ​ພິ​ການ​ຕາ​ໄດ້​ຈະ​ຂໍ​ຂອບ​ໃຈ​ເປັນ​ຢ່າງ​ສູງ.ໂຄງ​ການ​ນີ້​ເປັນ​ໂຄງ​ການ​ຊ່ວຍ​ເຫລືອ​ຫລ້າ ເຊິ່ງ​ຂ້າ​ພະ​ເຈົ້າ​ກໍ​ເປັນ​ຫນຶ່ງ​ໃນ​ອາ​ສາ​ສະ​ຫມັກ. ເຊິ່ງ​ປັດ​ຈຸ​ບັນ​ພວກ​ເຮົາ​ກໍ​ກຳ​ລັງ​ຕ້ອງ​ການ​ອາ​ສາ​ສະ​ຫມັກ​ໃນ​ການ​ພິມ​ນິ​ທານ​ຄື​ກັນ.

♡ເເມ່ລູກອ໋ອນ♡



.

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງສົ່ງ message ໄປຫາຫົວຂໍ້ນິທານແຕ່ລະຄົນ
ເພາະນິທານທີ່ post ຈາກສະມາຊິກ ຄວນຈະ ໃຫ້ credit ເຊັ່ນ ຊື່ ແລະນາມສະກຸນພ້ອມເວລາພິມ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ສົ່ງຂໍຄວາມໄປຫາເຈົ້າຂອງຜູ້ທີ່ເອົາມາລົງວ່າຂໍບົດຄວາມນັ້ນບົດນີ້ແດ່.ຄິດວ່າເຂົ້າເຈົ້າກະບໍ່ໃຈດຳປະຕິດເສດຕີເບາະຂ້ອຍວ່ານະ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ເອົາເລີຍໄດ້ເປີດກວ້າງອອກຕື່ມອີກນອກຈາກຢູ່ໃນເວດນີ້


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຄິດວ່າຄົງຈະບ່ເປັນຫຍັງ ຫາກນຳໄປໃຊ້ໃຫ້ເປັນປະໂຫຍດແກ່ສັງຄົມແບບນີ້
ຂໍຊົມເຊີຍ

[img]null[/img]

໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ຄັນບໍ່ຄາວຽກຢາກໄປຊ່ອຍຢູ່

www.satoshi250.com
freemoney on faucetbox

໑໕ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ເປັນກຳລັງໃຈໃຫ້ ເດີເຮັດດີຂໍໃຫ້ໄດ້ແຕ່ສິງດີໆ

www.satoshi250.com
freemoney on faucetbox

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ໄຫ້ ເຄຣດິດກະເຈົ້າ


໑໑ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ສົນໃຈສົ່ງເຂົ້າຮ່ວມ ຂໍເບີໂທແດ່ ຫລືສົ່ງຂໍ້ຄວາມຫລັງໄມມາໃຫ້ແດ່ ຂໍຂອບໃຈ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີດີຄັນມີຄົນເຮັດແບບນີ້ນ່າ


໒ ກະທູ້
໔໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ຢາກ​ຮູ້​ວ່າ ນິ​ທານ​ທີ່​ສະ​ມາ​ຊິກ​ພັນ​ລາວ​ເອົາ​ມາ​postລົງ​ນັ້ນ​ສາ​ມາດ​ກອບ​ປີ້​ໄດ້​ບໍ
ຈຸດ​ປະ​ສົງ​ໃນ​ການ​ກອບ​ປີ້ ກະ​ຄື ປັດ​ຈຸ​ບັນ​ກຳ​ລັງ​ເຮັດ​ໂຄງ​ການ ສ້າງ​ປຶ້ມ​ອ່ານ​ສຳ​ລັບ​ຄົນ​ພິ​ການຕາ​ ແລະ​ພວກ​ເຮົາ​ຢາກ​ຈະ​ນຳ​ເອົາ​ບົດ​ເລື່ອງ​ຕ່າງໆ​ນີ້​ໄປ​ເຮັດ​ເປັນ​ປຶ້ມ​​Brail ໃຫ້​ຄົນ​ພິ​ການ​ຕາ​ອ່ານ.ຖ້າ​ຫາກ​ວ່າ​ທາງ​ເວັບ​ໃຊ້​ຫລື​ຜູ້​post ອະ​ນຸ​ຍາດ​ໃຫ້​ເອົາ​ບົດ​ເລື່ອງ​ຕ່າງໆ​ນັ້ນ​ໄປ​ສ້າງ​ປຶ້ມ​ໃຫ້​ຄົນ​ພິ​ການ​ຕາ​ໄດ້​ຈະ​ຂໍ​ຂອບ​ໃຈ​ເປັນ​ຢ່າງ​ສູງ.ໂຄງ​ການ​ນີ້​ເປັນ​ໂຄງ​ການ​ຊ່ວຍ​ເຫລືອ​ຫລ້າ ເຊິ່ງ​ຂ້າ​ພະ​ເຈົ້າ​ກໍ​ເປັນ​ຫນຶ່ງ​ໃນ​ອາ​ສາ​ສະ​ຫມັກ. ເຊິ່ງ​ປັດ​ຈຸ​ບັນ​ພວກ​ເຮົາ​ກໍ​ກຳ​ລັງ​ຕ້ອງ​ການ​ອາ​ສາ​ສະ​ຫມັກ​ໃນ​ການ​ພິມ​ນິ​ທານ​ຄື​ກັນ.



ຂ້ອຍເອງເປັນສະມາຊິກເກົ່າມາຫຼິ້ນໃຫມ່ ຕາມຄຳຄິດເຫັນຂອງຂ້ອຍແມ່ນ ຢາກໃຫ້ຖາມຜູ້ເອົານິທານມາລົງແທນເອົາເພາະວ່ານິທານແຕ່ລະເລື່ອງ ຜູ້ດູແລບາງທີກໍ່ບໍ່ຮູ້ວ່າຄົນທີ່ເອົາມາເຜີຍແພ່ນັ້ນກອບມາຈາກບ່ອນອື່ນທີ່ມີລິຂະສິດບໍ່ ຫຼື ເປັນເລື່ອງທີ່ເຂົາສ້າງຂຶ້ນເອງ ແຕ່ຄິດວ່າທຸກເລື່ອງທີ່ມີຄົນເອົາມາເຜີຍແພ່ໃຫ້ເບິ່ງນັ້ນຄົງຈະສາມາດເອົາໄປກອບຕໍ່ໄດ້ ແຕ່ຕ້ອງໃສ່ ຊື່ຜູ້ແຕ່ງ ຫຼື ຊື່ຂອງຜູ້ເອົາມາເຜີຍ ໃຫເຂົາເຈົ້າ ຕາມທີ່ຂ້ອຍຄິດຖ້າເປັນທີ່ບໍ່ສາມາດກອບຕໍ່ໄດ້ກໍ່ຄົງຈະບໍ່ມີໃຜເອົາເຜີຍແພ່ດອກ. ມີອີກຢ່າງຢາກຖາມວ່າ ເເພິ່ນຍັງຕ້ອງການອາສາສະຫມັກອີກບໍ່ ພໍດີຊ່ວງນີ້ວ່າງງານ ວ່າງອີ່ຫຼີນິແຫຼະ ວ່າງເປັນປີແລ້ວ ເລີຍບໍ່ຫຍັງເຮັດຈຶ່ງຢາກຂໍເຂົ້າຮ່ວມນຳ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງໃຜຫະຜ່ານຜູ້ນັ້ນລະເນາະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້