ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ກ່ຽວກັບກະຊວງຖະແຫລງຂ່າວແລະວັດທະນະທຳ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ວ່າກະຊວງຖະແຫລງຂ່າວແລະວັດທະນະທຳ ມີບົດບາດຫນ້າທີ່ຄືແນວໃດ ?
ກ່ຽວກັບການເຂົ້າເຮັດວຽກຢູ່ນີ້ເດມີການສອບເສັງ ຫລືຄັດເລືອກແນວໃດແດ່ ?
ຂໍຜູ້ຮູ້ຊ່ວຍໃຫ້ຄວາມຮູ້ແດ.....ຂອບໃຈຫລາຍໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຄົນຢາກເຂົ້າລັດ
ຢ່າລືມເດີວ່າເສດຖະກິດ ຂອງປະເທດຈະເລີນໄດ້ຍ້ອນພາກເອກະຊົນ
ລັດພຽງຄຸ້ມຄອງລະບົບຊື່ໆ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເອົາຕາມຄວາມຄິດເຫັນຂ້ອຍເດີ.ກະຊ່ວງທະແຫຼງຂ່າວ ແລະ ວັດທະນາທຳ.ເວົ້າໃຫ້ເຂົ້າໃຈງ່າຍກະຄື.ຈະເບີງແຍງທາງດ້ານຮີດຄອງປະເພນີ.ການນຸ່ງຖື.ວຽກງານຂ່າວສານ.ບັນດາຫ້າງຮ້ານບັນເທີງ.ຮ້ານອາຫານ ແລະ ບັນດາມູນມໍລະດົກຂອງຊາດລາວເຮົາ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ເອົາຕາມຄວາມຄິດເຫັນຂ້ອຍເດີ.ກະຊ່ວງທະແຫຼງຂ່າວ ແລະ ວັດທະນາທຳ.ເວົ້າໃຫ້ເຂົ້າໃຈງ່າຍກະຄື.ຈະເບີງແຍງທາງດ້ານຮີດຄອງປະເພນີ.ການນຸ່ງຖື.ວຽກງານຂ່າວສານ.ບັນດາຫ້າງຮ້ານບັນເທີງ.ຮ້ານອາຫານ ແລະ ບັນດາມູນມໍລະດົກຂອງຊາດລາວເຮົາ.



ແມ່ນລະ ຢາກເຮັດວຽກແບບນີ້ແຫລະ ໂດຍສະເພາະທາງດ້ານວັດທະນະທຳອັນດີງາມຂອງຊາດ
ຢາກເປັນສ່ວນຫນຶ່ງທີ່ປົກປັກຮັກສາແລະສືບທອດເອົາໄວ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ມີແຕ່ຄົນຢາກເຂົ້າລັດ
ຢ່າລືມເດີວ່າເສດຖະກິດ ຂອງປະເທດຈະເລີນໄດ້ຍ້ອນພາກເອກະຊົນ
ລັດພຽງຄຸ້ມຄອງລະບົບຊື່ໆ


ບໍ່ຫວັງເງິນເດອນຢ່າງດຽວນ່າ
ຢາກເຮັດວຽກທີ່ມັກຊື່ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ເຂົ້າໄປຖາມ ພະແນກພະນັກງານ ຂອງກະຊວງເລີຍເດີ ວ່າຈະເຮັດແບບໃດ????

ຊູມຊົນຄົນຮັກສາຍຂອງ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ມີແຕ່ຄົນຢາກເຂົ້າລັດ
ຢ່າລືມເດີວ່າເສດຖະກິດ ຂອງປະເທດຈະເລີນໄດ້ຍ້ອນພາກເອກະຊົນ
ລັດພຽງຄຸ້ມຄອງລະບົບຊື່ໆ


ບໍ່ຫວັງເງິນເດອນຢ່າງດຽວນ່າ
ຢາກເຮັດວຽກທີ່ມັກຊື່ໆ


ຊົມເຊີຍ ທີ່ຄົນຮຸ່ນໃໝ່ຍັງມີຄວາມຄິດແບບນີ້
ຂໍແລກປ່ຽນວ່າ ກະຊວງນີ້ໃຫ່ຍຫຼາຍ ສະນັ້ນ ເຮົາກະຕ້ອງຮູ້ວ່າເຮົາຢາກເຮັດດ້ານໃດກ່ອນ, ແລ້ວຈິ່ງຊອບຖາມໜ້າທີ່ ພາລະບົດບາດຂອງກົມນັ້ນ ນອກຈາກວຽກກ່ຽວກັບ ສິນລະປະການສະແດງ, ທ່ອງທຽວ, ການບັນເທີງ ໂທລະພາບ, ວິທະຍຸ , ວັດທະນະທຳ...ຕ່າງໆ, ຍັງມີກ່ຽວກັບວັດຖຸບູຮານ, ສະມາຄົມນັກຂຽນ, ການໂຄສະນາ ຫຼາຍໆໆ


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ zuzuki ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ມີແຕ່ຄົນຢາກເຂົ້າລັດ
ຢ່າລືມເດີວ່າເສດຖະກິດ ຂອງປະເທດຈະເລີນໄດ້ຍ້ອນພາກເອກະຊົນ
ລັດພຽງຄຸ້ມຄອງລະບົບຊື່ໆ


ບໍ່ຫວັງເງິນເດອນຢ່າງດຽວນ່າ
ຢາກເຮັດວຽກທີ່ມັກຊື່ໆ


ເຈົ້າຄິດຖືກແລ້ວ ທີ່ຢາກເຮັດວຽກນຳລັດ ເຖິງວ່າຄ່າຕອບແທນມັນບໍ່ສູງ ແຕ່ເຈົ້າສາມາດເກັບກ່ຽວບົດຮຽນແລ້ວນຳໄປໃຊ້ໃນທາງທຸລະກິດໃນອານາຄົດກາໄດ້


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ມີ​ຫມູ່ ເປັນ ນັກ​ຂ່າວ ແລະ​ນັກ​ຈັດ​ລາຍ ການ ບໍ່​ແນ່​ໃຈ​ວ່າ ຂຶ້ນ​ກັນ ພະ​ແນກ​ຖະ​ແຫລງ​ຂ່າວ ວັດ​ທະ​ນະ​ທຳ​ບໍ???

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ຄຸ້ມຄອງມະຫາພາກ ວຽກງານ ວັດທະນະທໍາ ແລະ ຂໍ້ມູນຂ່າວສານທັງພາຍໃນ ພາຍນອກທີ່ກ່ຽວຂ້ອງກັບບ້ານເຮົາ

ຕາ ສາວປາກເຊ ຂໍຂອບໃຈ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
[quote=zuzuki
ບໍ່ຫວັງເງິນເດືອນຢ່າງດຽວນ່າ
ຢາກເຮັດວຽກທີ່ມັກຊື່ໆ



ຊົມເຊີຍ
ຄິດດີ ເວົ້າດີ ເຮັດດີ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຂໍ້ມູນ
ຊ່ວງທີ່ຜ່ານມາຄົ້ນຫາຄຳວ່າກະຊວງວັດທະນະທຳໃນກູເກີ່ລຫລາຍຄັ້ງ
ແຕ່ກໍບໍ່ພົບ ເວບໄຊ້ກະບໍ່ມີ ແຕ່ມື້ນີ້ພໍດີໄປພໍ້ກະຊວງຂອງແຂວງບໍລິຄຳໄຊ
ພະແນກຖະແຫຼ່ງຂ່າວ-ວັດທະນາທຳ ແລະ ທ່ອງທຽວແຂວງບໍລິຄຳໄຊ. ໂທລະສັບ: 054 212139
ຊື່ຂຽນເປັນ​ຕົວ​ອັກສອນ​ຫຍໍ້ " ຖວທຂ.ບຊ " ຂຽນເປັນ​ພາສາ​ຝຣັ່ງ " Le Service de l'Information , de la Culture et du Tourisme de la provine de Borlikhamxay " ຂຽນເປັນອັກສອນຫຍໍ້ " SICT. BX ".
ພາລະບົດບາດພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ເຊື່ອມ​ຊືມ ແລະ ຫັນ​ເອົາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ທິດ​ທາງ​ແຜນການຂອງລັດຖະ
ບານ, ກະຊວງ ແລະ ​ອົງການ​ປົກຄອງ​​ແຂວງບໍລິຄຳໄຊ ມາ​ເປັນ​ແຜນການ, ແຜນງານ, ໂຄງການ​ອັນ​ລະອຽດຂອງພະແນກຖະ​ແຫລ​ງຂ່າວ, ວັດທະນະທ​ຳ ແລະ ທ່ອງທ່ຽວ ພ້ອມທັງ ຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.
2. ​ຈັດຕັ້ງໂຄສະນາ, ​ເຜີຍ​ແຜ່ແນວທາງ​ນະ​ໂຍບາຍ, ກົດໝາຍ, ດຳລັດ, ຂໍ້​ກຳນົດ, ຄຳ​ສັ່ງ, ຄຳແນະ ນຳ ແລະ ແຈ້ງການຕ່າງ ໆ ກ່ຽວ​ກັບ​ວຽກງານຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມ​ທັງສຶກສາ​ອົບ​ຮົມ, ​ແນະນຳ​ໃຫ້​ແກ່​ການຈັດ​ຕັ້ງຂອງລັດ, ສັງຄົມ, ບຸກຄົນ, ນິຕິບຸກຄົນ, ພົນລະ​ເມືອງລາວ ແລະຊາວຕ່າງດ້າວທີ່ອາໃສຢູ່ແຂວງບໍລິຄຳໄຊ ໄດ້ເຊື່ອມຊືມ ແລະ ປະຕິບັດ​ໃຫ້ຖືກຕ້ອງ

3. ໂຄສະນາ, ​ເຜີຍ​ແຜ່ຜົນສຳເລັດການຈັດຕັ້ງປະຕິບັດແນວທາງ​ນະ​ໂຍບາຍ, ແຜນພັດທະນາເສດຖະ
ກິດສັງຄົມ, ວັດທະນະທຳ ຕະຫຼອດເຖິງວຽກງານປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ແນວ ທາງການຕ່າງປະເທດ, ການເຄື່ອນໄຫວຂອງຜູ້ນຳພັກ ​ ລັດ ຜ່ານພາຫານະສື່ມວນຊົນ.
4. ສະໜອງຂໍ້​ມູນ​ຂ່າວສານຄວາມຮູ້, ວິທະຍາສາດ, ວິທະຍາການທີ່ທັນສະໄໝ, ສາລະ​ບັນ​ເທີງ, ກິ ລາ ​ແລະ ການທ່ອງທ່ຽວ ໂດຍ​ຜ່ານ​​ສື່​ສິ່ງພິມ ແລະ ສື່ເເລັກໂຕຣນິກ.
5. ສ້າງແຜນພັດທະນາພາຫະນະສື່ມວນຊົນ, ຈັດຊື້, ຕິດຕັ້ງ, ສ້ອມແປງ, ປ່ຽນຖ່າຍ ແລະ ຄຸ້ມຄອງນຳໃຊ້ຕາມມາດຖານເຕັກນິກທີ່ກະຊວງກຳນົດ ບົນພື້ນຖານການຕົກລົງເຫັນດີຂອງຂັ້ນເທິງ.
6. ຊຸກຍູ້, ຕິດຕາມ, ກວດກາ, ແນະນຳ ແລະ ອະນຸຍາດຜູ້ປະກອບການດ້ານຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ພາຍໃນແຂວງບໍລິຄຳໄຊ ຕາມການແບ່ງຂັ້ນຄຸ້ມຄອງ.
7. ຄຸ້ມຄອງການ​ຜະລິດ ແລະ ການນຳ​ເຂົ້າ - ສົ່ງ​ອອກ ຜະລິດຕະພັນດ້ານຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ພາຍໃນແຂວງບໍລິຄຳໄຊ ຕາມການແບ່ງຂັ້ນຄຸ້ມຄອງ.
8. ຊີ້ນຳ, ຄຸ້ມ​ຄອງ, ແນະນຳທາງດ້ານວິຊາການ ແລະ ສົ່ງເສີມຂະບວນການເຄື່ອນ​ໄຫວວັດທະນະທຳ​ ມະຫາຊົນເຊັ່ນ: ການ​ສ້າງ​ຄອບຄົວ ​ແລະ ບ້ານ​ວັດທະນະ​ທຳ, ສະ​ໂມ​ສອນ, ສູນວັດທະນະທຳ
​ ເດັກ, ສິ່ງກໍ່ສ້າງທີ່ມີຄຸນຄ່າທາງດ້ານວັດທະນະທຳຢູ່ສວນສາທາລະນະ, ປ້າຍ, ສະ​ຖານ​ທີ່​ບັນ​ເທີງ, ທີ່ພັກແຮມ, ຮ້ານອາຫານ, ສວນອາຫານ, ພັດຕະຄານ, ສະຖານທີ່ທ່ອງທ່ຽວ, ການບໍລິການນຳທ່ຽວ, ແບບແຜນການດຳລົງຊີວິດ, ຮີດຄອງປະເພນີ, ການເຮັດບຸນສິນກິນທານ ແລະ ງານ​ພິທີກຳຕ່າງໆ ຂອງ​ບັນດາ​ເຜົ່າ​ ຢູ່​ພາຍ​ໃນ​ແຂວງບໍລິຄຳໄຊ.
9. ຄຸ້ມ​ຄອງ, ສົ່ງ​ເສີມ ​ແລະ ຈັດຕັ້ງ​ການເຄື່ອນ​ໄຫວ​ສະ​​ແດງ​ສິລະ​ປະ​ອາຊີບ, ສິ​ລະ​ປະມວນ​ຊົນ, ຈັດຕັ້ງງານ​ແຂ່ງຂັນ​ມະ​ໂຫລານສິ​ລະ​ປະວັນນະຄະດີ​ພື້ນ​ເມືອງ​ເຜົ່າ​ຕ່າງໆ ​ເພື່ອສ້າງ​ບັນຍາກາດ​ຮັບ​ໃຊ້ໜ້າທີ່​ການ​ເມືອງ, ຮັບ​ໃຊ້​ມວນ​ຊົນຢູ່​ພາຍ​ໃນ​ແຂວງບໍລິຄຳໄຊ ​ແລະ ຕ່າງປະ​ເທດ ຕາມການຕົກລົງຂອງ ຂັ້ນເທິງ.
10. ຄົ້ນຄວ້າ, ສຳ​ຫລວດ, ເກັບກຳ, ຂຶ້ນບັນຊີ​ວັດຖຸບູຮານ, ບູຮານສະຖານ, ຮ່ອງຮອຍ​ປະຫວັດ​ສາດ, ປູສະນີຍະສະ​ຖານ, ສະຖານ​ທີ່​ປະຫວັດສາດ ​ແລະ ທຳ​ມະ​ຊາດ ​ເພື່ອ​ນຳ​ສະ​ເໜີໃຫ້ຂັ້ນເທິງ, ພາກ ສ່ວນກ່ຽວຂ້ອງຮັບຊາບ ແລະ ພິຈາລະນາ.
11. ກຳນົດແຜນພັດທະນາ, ຄຸ້ມຄອງ, ບໍລິການຫໍພິພິທະພັນ ສະຖານບູຮານ ແລະ ຈັດງານວາງສະ ແດງມູນເຊື້ອໃນງານບຸນສຳຄັນຕ່າງໆ ຕາມການແບ່ງຂັ້ນ ຄຸ້ມຄອງ.
12. ຄຸ້ມ​ຄອງ, ກວດກາ ແລະ ສົ່ງ​ເສີມວຽກ​ງານ​ການ​ພິມ, ພິມ​ຈຳໜ່າຍ​ປຶ້ມ​ ແລະ ສ່ິງ​ພິມອື່ນໆ, ຈັດຕັ້ງ ຂະບວນການ​ແຂ່ງຂັນ, ​ສົ່ງ​ເສີມ​ການ​ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ຂະຫຍາຍ ແລະ ສົ່ງ​ເສີມ​ຫ້ອງ​ສະ ໝຸດ, ​​ການ​ອ່ານ ໃນ​ທົ່ວ​ປວງ​ຊົນ ພາຍ​ໃນແຂວງບໍລິຄຳໄຊ.
13. ສຶກສາຄົ້ນຄວ້າ, ສ້າງຕັ້ງອະນຸສາວະລີ​, ອານຸສອນສະຖານທີ່​ເປັນ​ມູນ​ເຊື້ອ ທາງ​ປະຫວັດສາດ ​ແລະ ວັດທະນະ​ທຳ​ ຂອງ​ແຂວງຄຳມ່ວນ ເພື່ອນຳສະເໜີໃຫ້ ຂັ້ນເທິງພິຈາລະນາ.
14. ປຸກລະດົມສົ່ງ​ເສີມພາກລັດ, ເອກະຊົນ ເພື່ອ​​ຜະລິດຮູບເງົາ, ສາລະ​ຄະດີ, ພາບ ແລະ ສຽງ, ​ຊີດີ, ວີຊີດີ, ດີວີດີ ທີ່​ສ່ອງ​ແສງ​ເຖິງ​​ເຫດການທີ່​ສຳຄັນ​ທາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​- ສັງ ຄົມ ​ເພື່ອ​ເຜີຍ​ແຜ່ສຶກສາອົບຮົມໃຫ້ສັງຄົມ.
15. ຄົ້ນຄວ້າ ກຳນົດແຜນຍຸດທະສາດການທ່ອງທ່ຽວ ພ້ອມທັງສ້າງເງື່ອນໄຂຍູ້ໜູນ ໃຫ້ມີການເຄື່ອນໄຫວຢ່າງປົກກະຕິ ແລະ ສອດຄ່ອງກັບທິດທາງຂອງ ຂັ້ນເທິງ.
16. ຊຸກຍູ້, ສົ່ງເສີມ ພົວພັນປະສານງານ ແລະ ຈັດຕັ້ງງານສົ່ງເສີມການທ່ອງທ່ຽວ ພາຍໃນ ແຂວງບໍລິ ຄຳໄຊ, ແຂວງທີ່ໃກ້ຄຽງ, ພາຍໃນປະເທດ ແລະ ຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ.
17. ຄົ້ນຄວ້າ, ສ້າງຕັ້ງ ແລະ ປັບປຸງຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວ ຢູ່ພາຍໃນແຂວງບໍລິຄຳໄຊ ແລະ ເມືອງ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
18. ສ້າງແຜນການລົງເຄື່ອນໄຫວສຳຫລວດແຫຼ່ງທ່ອງທ່ຽວ ໃນຂອບເຂດແຂວງບໍລິຄຳໄຊ ໂດຍສົມທົບ ກັບຂະແໜງການ ແລະ ທ້ອງຖິ່ນເພື່ອພັດທະນາໃຫ້ ເປັນສະຖານທີ່ແຫຼ່ງທ່ອງທ່ຽວທີ່ສາມາດຮັບໃຊ້ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
19. ຄຸ້ມຄອງ ແລະ ພັດທະນາແບບອະນຸລັກ ບັນດາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດໂດຍປະຊາຊົນມີສ່ວນຮ່ວມໃຫ້ຢືນຍົງ ແລະ ຮັກສາຄຸນຄ່າອັນໂດດເດັ່ນນັ້ນໄວ້.
20. ຄົ້ນຄວ້າປະກອບຄຳເຫັນດ້ານວິຊາການຕໍ່ຄຳຮ້ອງຂໍສ້າງຕັ້ງ, ໂຈະຊົ່ວຄ່າວ, ສືບຕໍ່, ຍົກເລີກ, ຖອນ ໃບອະນຸຍາດຕໍ່ການດຳເນີນທຸລະກິດ ຖະແຫລງຂ່າວ ສື່ມວນຊົນ,ວັດທະນະທຳ ແລະ ທ່ອງທ່ຽວຕາມ ການແບ່ງຂັ້ນຄຸ້ມຄອງ.
21. ຄົ້ນຄວ້າຄຳຮ້ອງຂໍອະນຸຍາດອອກບັດ ຫລື ຖອນບັດນັກຂ່າວ,ບັດນຳທ່ຽວຂອງພະນັກງານນຳທ່ຽວຕາມການແບ່ງຂັ້ນຄຸ້ມຄອງ.
22. ຄົ້ນຄວ້າປະກອບຄໍາເຫັນທາງດ້ານວິຊາການຕໍ່ການຂໍອະນຸມັດສ້າງຕັ້ງສະມາຄົມວິຊາຊີບຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ.
23. ຄົ້ນຄວ້າ ພິຈາລະນານຳສະເໜີຂໍອະນຸມັດໃຫ້ບໍລິສັດທ່ອງທ່ຽວນຳນັກທ່ອງທ່ຽວເຂົ້າ ​ ອອກປະເທດຢູ່ດ່ານສາກົນໂດຍການພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
24. ສ້າງແຜນການ ແລະ ຈັດຕັ້ງຝຶກອົບຮົມບຸກຄະລາກອນຂອງຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທັງພາກລັດ ແລະ ເອກະຊົນ ຕາມພາລະບົດບາດ ໃນຂອບເຂດທົ່ວແຂວງບໍລິຄຳໄຊ
25. ເກັບ​ກຳ, ສັງ​ລວມຂໍ້​ມູນ​ສະຖິຕິ​ດ້ານ​ຖະ​ແຫລ​ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຢູ່​ພາຍ​ໃນແຂວງບໍລິຄຳໄຊ

: ຂອບເຂດສິດ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ມີສິດດັ່ງນີ້:

4.1. ຮ່າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຕາມການຊີ້ນຳຂອງເຈົ້າແຂວງ ແລະ ລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
4.2. ອອກ​ແຈ້ງ​ການ​, ໜັງສືສະເໜີ ແລະ ເຊັນຢັ້ງຢືນເອກະສານຕ່າງໆ ທີ່ກ່ຽວຂ້ອງເຖິງ​ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່​ພາຍໃນແຂວງບໍລິຄຳໄຊ ຕາມ​ການ​ເຫັນ​ດີ​ຂອງ​ທ່ານ​ເຈົ້າແຂວງ.
4.3. ອອກ​ໃບ​ອະນຸຍາດ ແລະ ຍົກເລີກ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຖະ​ແຫລ​ງຂ່າ​ວ​, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ແກ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນຢູ່​ພາຍ​ໃນ​ແຂວງບໍລິຄຳໄຊ ຕາມ​ການແບ່ງຂັ້ນ ຄຸ້ມ​ຄອງ.
4.4. ກວດກາ, ແນະນຳການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ການຈັດຕັ້ງ,
ບຸກຄົນ, ນິຕິບຸກຄົນຢູ່​ພາຍ​ໃນແຂວງບໍລິຄຳໄຊ.
4.5. ສະ​ເໜີ​​ໃຫ້ຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງ ພິຈາລະນາການປະຕິບັດນະໂຍບາຍ ຍ້ອງຍໍ​ ພາກສ່ວນທີ່ມີຜົນງານ ແລະ ປະຕິບັດວິໃນຕໍ່ຜູ້ລະເມີດນິຕິກຳ ກ່ຽວກັບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ໂຄງປະກອບການຈັດຕັ້ງ
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະກອບມີ:

ຂະແໜງຖະແຫຼງຂ່າວ
ຂະແໜງ ວັດທະນະທຳ
ຂະແໜງ ທ່ອງທ່ຽວ
ຂະແໜງ ບໍລິຫານ
ຂະແໜງ ຈັດຕັ້ງ ພະນັກງານ
ຂະແໜງ ກວດກາ

ມີກອງວິຊາການທີ່ຂື້ນກັບມີຄື:

ສະນີວິທະຍູກະຈາຍສຽງ
ສະຖານີໂທລະພາບ
ສູນວັດທະນະທຳເດັກ
ຫໍພິພິດທະພັນ ແລະ ຫ້ອງສະມູດ
ໜັງສືພີມ, ວາລະສານ ແລະຂ່າວສານ
ສູນຝຶກອົບຮົມການທ່ອງທ່ຽວ

ວຽກງານຖະແຫຼງຂ່າວ
ທົ່ວແຂວງ ມີສະຖານີ ວິທະຍຸ 5 ແຫ່ງ

ສະຖານີວິທະຍຸ ຂອງແຂວງ 1 ແຫ່ງ ຄວາມຖີ່ 101,5 MHz ກຳລັງສົ່ງ 5 KW
ວິທະຍຸ ເມືອງຄເກີດ
ວິທະຍຸ ເມີອງ ໄຊຈຳພອນ
ວິທະຍຸ ເມືອງວຽງທອງ
ວິທະຍຸ ເຂດພັດທະນາທອງມີໄຊ
ສະຖານີໂທລະພາບ 1 ແຫ່ງ
ໂທລະພາບໃຊ້ສາຍ 2 ແຫ່ງ ຢູ່ເທດສະບານ ເມືອງປາກຊັນ ແລະ ເມືອງຄຳເກີດ
ໜັງສືພີມລາຍສັບປະດາ

ວຽກ​ງານວັດທະນະທຳ
​ແຂວງບໍລິຄຳໄຊ ປະກອບມີ 24 ເຜົ່າຄື: ເຜົ່າລາວ, ໄຕເໝີ້ຍ, ກື່ມມຸ, ຜູ້ໄທ, ແຖງ, ຍວນ, ໄຕເໜືອ, ແຊກ, ກະຣ່ຽງ, ຜ້ອງ, ຕະໂອ່ຍ, ຊ້ວຍ, ຫໍ້, ຕູມ, ເຍືອງ, ມ້ອຍ, ລື້, ກະຕາງ, ອາຄ່າ, ຂະແມ່, ຢຣຸ, ກຣີ, ມົ້ງ.
ແຂວງບໍລິຄຳຄໄຊ ມີບ້ານວັດທະນະທຳ 176 ບ້ານ, ຄອບຄົວວັດທະນະທຳ 31,975 ຄອບຄົວ
ວຽກງານທ່ອງທ່ຽວ
ທົ່ແຂວງ ມີໂຮງແຮມ 27 ແຫ່ງ, ເຮືອນພັກ 50 ແຫ່ງ ຮ້ານອາຫານ, ກິນດື່ມ 120 ຮ້ານ, ແຫຼ່ງທ່ອງທ່ຽວ 76 ແຫ່ງ ໃນັ້ນແຫຼ່ງທ່ອງທ່ຽວທຳມະຊາດ 63 ແຫ່ງ ທ່ອງທ່ຽວດ້ານວັດທະນະທຳ 10 ແຫ່ງ, ທ່ອງທ່ຽວດ້ານປະຫວັດສາດ 3 ແຫ່ງ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://bolikhamxai.com/pages.php?id=12

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າມານີ້ມັນຍາວໃດ ອຶອຶ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ເຮັດໃນສິງທີໂຕເອງມັກ ແລະ ສາມາດລ້ຽງຕົນເອງກຸມ ກະດີແລ້ວ,


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Houaphan ຂຽນວ່າ...
ເຮັດໃນສິງທີໂຕເອງມັກ ແລະ ສາມາດລ້ຽງຕົນເອງກຸມ ກະດີແລ້ວ,


ໂດຍ ແມ່ນລະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ