ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຫ້ອງການໂຕະລາວ (ສະຖານທີ່ພົບປະສຳລັບທຸກທ່ານ).

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
https://m.facebook.com/tohlao

ຫ້ອງການໂຕະລາວຈະມີກິດຈະກຳໃຫ້ຄວາມຮູ້ຟຣີຕະຫຼອດ ສະນັ້ນຂ້ອຍເອງຈະມາແຈ້ງ/ອັບເດດ ກິດຈະກຳລ່າສຸດໃຫ້ຮູ້ ຢູ່ເທິງສຸດພີ້ເດີ :)

- ວັນທີ 12/7/2014 ນີ້, ເວລາ 14:00-16:00 ຈະມີກິດຈະກຳສອນແຕ່ງຫນ້າໃຫ້ຟຣີ ຈັດໂດຍ ບໍລິສັດເຄື່ອງສຳອາງຊື່ດັງ Revlon.

"ໂຕະລາວ" ແມ່ນຊື່ຂອງຫ້ອງການ, ເປັບບ່ອນພົບປະ ແລະ ເຮັດວຽກຂອງຄົນຈາກຫຼາຍພາກສ່ວນ.
ຕັ້ງຢູ່ຄີມຂອງ, ນະຄອນຫຼວງວຽງຈັນ ( ຕໍ່ຫນ້າວັດຈີນ, ໃກ້ກັບເອັມພອຍມາກຄີມຂອງ,ເກືອບ ຕໍ່ຫນ້າຮ້ານອາຫານຟູຈິ, ຕໍ່ຫນ້າໂຮງແຮມ ຫຍັງນໍ ບໍ່ຈື່ຊື່ ຫຸຫຸ, ລົງຮ່ອມມາຫນ້ອຍຫນຶ່ງ ໃກ້ບ້ານພັກຊາວຫນຸ່ມ. ຮາຮາ ອະທິບາຍສາຍາວ! ເບິ່ງໃນ facebook ກໍໄດ້ເນາະ ຊື່ Toh Lao). ຫ້ອງການໂຕະລາວ ເປີດໃຫ້ບໍລິການ ວັນຈັນ-ເສົາ (ໄວໆນີ້ຈະເປີດວັນອາທິດນຳ). ທ່ານທີ່ເຂົ້າໃຊ້ບໍລິການຫ້ອງການໂຕະລາວແມ່ນ ຈະມີບໍລິການ ກາເຟ, ນ້ຳຊາ, ນ້ຳດື່ມ, ຫ້ອງນ້ຳ, ແອເຢັນສະບາຍ...
ສ່ວນລາຄາແມ່ນຕາມໃນຮູບ: ມື້ຫນຶງ = 50,000 ກີບ, ເຄິ່ງມື້ = 30,000 ກີບ...

* ພິເສດ: ຫ້ອງການໂຕະລາວໄດ້ມີການຈັດກິດຈະກຳໃຫ້ຄວາມຮູ້ ໃຫ້ຜູ້ເຂົ້າຮ່ວມ (ຄົນທົ່ວໄປ) ຟຣີ.

ຕົວຢ່າງ:

- ກິດຈະກຳ ສະຕາດອັບວີກເກັນ ( Start up weekend ) ກິດຈະກຳ ນີ້ໄດ້ລົງທະບຽນຄົນລະ 50,000 ກີບ (ສຳລັບນັກຮຽນ), ສຳລັບຜູ້ທີ່ບໍ່ແມ່ນນັກຮຽນແລ້ວ ແມ່ນ 100,000 ກີບ, ໃນນີ້ແມ່ນມີການລ້ຽງເຂົ້າ 7 ຄາບ ພ້ອມເຄື່ອງດື່ມໃນ 3 ວັນ, ກິດຈະກຳນີ້ແມ່ນແຂ່ງຂັນກັນອອກຄຳເຫັນທາງດ້ານທຸລະກິດ ເຊິ່ງຈະມີອ້າຍເອື້ອຍຜູ້ເປັນນັກທຸລະກິດທີ່ເກັ່ງທັງຫຼາຍເຂົ້າມາໃຫ້ຄຳແນະນຳ ຈົນຮອດຮອບສຸດທ້າຍ ແລະ ຊິງຊະນະເລີດ.

- ກິດຈະກຳ ໃຫ້ຄວາມຮູ້ ວິທີຂຽນ CV (ຊີວະປະຫວັດສະຫມັກວຽກ) ເຊິ່ງມີຜູ້ທີ່ປະສົບຜົນສຳເລັດມາສອນໃຫ້ຟຣີ.

- ກິດຈະກຳແນະນຳປຶ້ມອ່ານທີ່ຂາຍດີທີ່ສຸດໃນລາວ ແນະນຳໂດຍ ນັກຂຽນຕົວຈິງຟຣີ, ມີການແຈກປຶ້ມຟຣີໃຫ້ບຸກຄົນທີ່ເຂົ້າຮ່ວມນຳ.

- ກິດຈະກຳ ວິທີສຳພາດເພື່ອໄປຮຽນຕໍ່ຕ່າງປະເທດ ຟຣີ.

* ນອກຈາກນີ້ຍັງຈະມີກິດຈະກຳອື່ນໆອີກຫຼາຍ ທີ່ກຳລັງຈະຈັດຂຶ້ນ.

( ຫາກທ່ານເປັນຜູ້ສະແຫວງຫາຄວາມຮູ້ ໂດຍທີ່ບໍ່ຕ້ອງລົງທຶນຫຍັງຫຼາຍ ທີ່ນີ້ ເຫມາະກັບທ່ານແນ່ນອນ )

ສົນໃຈສອບຖາມ ຫຼື ໃຊ້ບໍລິການນຳຫ້ອງການໂຕະລາວ ໂທ: 020 282 888 99 (ເອື້ອຍ ນ່ານ່າ )

( ມາແກ້ໄຂກະທູ້ ອະທິບາຍສ່ຳນີ້ກ່ອນ ຫວັງວ່າຄົງເຂົ້າໃຈ ອິອິ )




໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເທື່ອບາດຍາກມີ ເຄື່ອງຂອງໄປວາງໄວ້ແນວໃດ ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ເທື່ອບາດຍາກມີ ເຄື່ອງຂອງໄປວາງໄວ້ແນວໃດ ?


ເຄື່ອງຂອງວາງໄດ້ສະບາຍນະອ້າຍ :)
ມີບ່ອນມ້ຽນເຄື່ອງ (ຕູ້ລັອກເກີ້ ອັນມີກະແຈໃຫ້ພ້ອມນະ)


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງຫ້ອງການໂຕະລາວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KitaMarBorDaek ຂຽນວ່າ...
ແມ່ນຫຍັງຫ້ອງການໂຕະລາວ


ຮູບຂ້າງເທິງພໍອ່ານເຂົ້າໃຈບໍ່ນໍ? ຫຼື ກົດເຂົ້າເບິ່ງຕາມລິ້ງກໍໄດ້ເດີ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
อ้ายก่ะบ่เข้าใจ คืกัน ห้องกานโตะ บอกแด่เดี้


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Apichart ຂຽນວ່າ...
อ้ายก่ะบ่เข้าใจ คืกัน ห้องกานโตะ บอกแด่เดี้


ມາແກ້ໄຂກະທູ້ ແລະ ອະທິບາຍຕື່ມແລ້ວເດີ ຫວັງວ່າຄົງເຂົ້າໃຈຕື່ມ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ່າງຈາກການນັ່ງເຮົດວຽກຢູ່ບ້ານບໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບໍ່ຕ່າງຈາກການນັ່ງເຮົດວຽກຢູ່ບ້ານບໍ

ໄດ້ພົບປະບັນດາຜູ້ຄົນມາຈາກຫຼາກຫຼາຍທຸລະກິດ, ນັກຮ້ອງດາລາລາວກໍໄປຫຼາຍເດີ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ขํอะไพ อ้ายเป็นค์นไท อ่านแล้วก่ะยัง บํเข้าใจ บ้านอ้ายบํมีทุละกิดแนวนี้ ก่ะเลียคึดบํเห็นพาบ
บํเข้าใจว่า เป็นหยังจังบํไปเว่ากันที่ห้องกานของโตเอง


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Apichart ຂຽນວ່າ...
ขํอะไพ อ้ายเป็นค์นไท อ่านแล้วก่ะยัง บํเข้าใจ บ้านอ้ายบํมีทุละกิดแนวนี้ ก่ะเลียคึดบํเห็นพาบ
บํเข้าใจว่า เป็นหยังจังบํไปเว่ากันที่ห้องกานของโตเอง


ໃນກໍລະນີຍັງບໍ່ທັນມີຫ້ອງການ ແລະ ໃນກໍລະນີຢາກພົບປະຫຼາຍຄົນທີ່ມາຈາກຫຼາຍພາກສ່ວນເດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Apichart ຂຽນວ່າ...
ขํอะไพ อ้ายเป็นค์นไท อ่านแล้วก่ะยัง บํเข้าใจ บ้านอ้ายบํมีทุละกิดแนวนี้ ก่ะเลียคึดบํเห็นพาบ
บํเข้าใจว่า เป็นหยังจังบํไปเว่ากันที่ห้องกานของโตเอง


ໃນກໍລະນີຍັງບໍ່ທັນມີຫ້ອງການ, ໃນກໍລະນີຕ້ອງການປ່ຽນບັນຍາກາດເດ ແລະ ໃນກໍລະນີຢາກພົບປະຫຼາຍຄົນທີ່ມາຈາກຫຼາຍພາກສ່ວນເດ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ມາແປກ ສົນໃຈຢູ່ຄືກັນ.ບູຮານເພິ່ນເວົ້າໄວ້ວ່າ{ສິບປາກເວົ້າ ກໍບໍ່ເທົ່າຕາເຫັນ ສິບຕາເຫັນກໍບໍ່ເທົ່າມືກຳໄວ້} ໄປລອງເບິ່ງກ່ອນເດີ້!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Date me ປາຕີ້ຄົນໂສດເດີ 20/9/2014