ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກພັດທະນາປະເທດຊາດໃຫ້ຈະເລີນຕ້ອງພັດທະນາຄົນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕາມແນວທາງຂອງພັກ-ລັດເພິ່ນເວົ້າຕະຫຼອດວ່າຢາກພັດທະນາປະເທດຊາດຕ້ອງພັດທະນາຄົນ ກ່ອນຈະພັດທະນາຄົນຕ້ອງພັດທະນາຄູ ແຕ່ກົງກັນຂ້າມອາຊີບຄູເປັນອາຊີບໝຶ່ງທີ່ສັງຄົມບໍ່ຄ່ອຍຍົກສູງສາເຫດເຮັດໃຫ້ຄູບໍ່ມີໃຜຢາກເປັນ ແຕ່ບາງຄັ້ງຄູທີ່ສົ່ງໄປສອນບາງບ່ອນເຫຼືອບາງບ່ອນບໍ່ພໍນີ້ມັນແມ່ນຫຍັງທ່ານລອງໃຫ້ຄວາມຄິດທັດສະນະຂອງທ່ານເບິ່ງວ່າມັນເປັນແນວໃດກັນ ແທ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮືອນຮົ່ວຢູ່ແປ ພື້ນຕໍ່ໃຫ້ປູກາໂຣ ປູຫີນອ່ອນກະບໍ່ມີຄວາມຫມາຍ
ເຂົ້າໃຈຕົງກັນເນາະ...


໒ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ເຫັນດີນໍາ
ຢາກພັດທະນາປະເທດຊາດ ຕ້ອງພັດທະນາຄົນກ່ອນ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຊວນກັນກັບໄປຮຽນວິຊາຊີບ ຫມົດທຸກຄົນ ບໍ່ວ່າ ດຮ ປທ ປຕ ຕອ້ງມີອາຊີບທີ່ກິນໄດ້ຕິດຕົວ

ຢ່າມັກແຕ່ພາກັນນັ່ງເຝົ້າໂຕະເຝົ້າຕັ່ງຫລາຍ


໒ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກຈະພັດທະນາປະເທດຊາດ ເຮົາຕ້ອງປົດຄວາມຄິດແບບເກົ່າອອກເສຍກ່ອນ
ແລະ ມາພັດທະນາທາງດ້ານຈິດໃຈແທນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພັດທະນາຄວາມຄິດ


໑ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປັນແນວທາງສອດຄ່ອງກັບທຸກໆປະເທດໃນໂລກ ແຕ່ທຸກທ່ານຕ້ອງເຂົ້າໃຈວ່າ ການພັດທະນາຊັບພະຍາກອນມະນຸດຕ້ອງໃຊ້ເວລາເປັນສັດຕະວັດ ຫຼື ຫຼາຍກວ່ານັ້ນ. ອັນໃກ້ໆນີ້ຕ້ອງເບິ່ງທີ່ນະໂຍບາຍການພັດທະນາ ແລະ ການປະຕິບັດແຜນນະໂຍບາຍນັ້ນໃຫ້ບັນລຸຜົນ.


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກພັດທະນາຊາດ,ກະຕ້ອງພັດທະນາລະບົບປະເທດກ່ອນ,ເຊັ່ນ:ລະບົບການສຶກສາ,ຖ້າລະບົບການສຶກສາດີກໍ່ຈະເຮັດໃຫ້ເດັກຮຸ້ນໃຫມ່ໄດ້ມີຄວາມສາມາດທີ່ດີມີມາດຕະຖານແບບຄົນຍຸກໃຫມ່.