ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ການສ້າງແຜນການສອນແບບ UBD

໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ໃຜມີຄວາມຮູ້ກ່ຽວກັບການສ້າງແຜນການສອນນຳໃຊ້ເຄື່ອງມືແບບ UBD ຈະສ້າງແຜນການສອນແນວໃດ?


໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຮູ້ວ່າມີ 3ຂັ້ນຕອນ
ມີ3 ຂັ້ນຕອນ ຄື:
ຂັ້ນຕອນທີ 1. ຜົນໄດ້ຮັບທີ່ຕ້ອງການ
2. ຫຼັກຖານການປະເມີນ ຫຼື ກຳນົດຫຼັກຖານຂອງການຮຽນ-ການສອນ
3. ແຜນການສອນ


໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຂັ້ນຕອນທີ່ 1: ຜົນຮັບທີ່ຕ້ອງການ (Desired Results)
G ເປົ້າໝາຍທີ່ຕ້ອງການ
• ເປົ້າໝາຍທີ່ກົງປະເດັນທີ່ຈະອອກແບບກໍານົດລາຍລະອຽດ
ຄືຫຍັງ (ມາດຕະຖານດ້ານເນື້ອຫາ, ຈຸດປະສົງຂອງ
ໂປຣແກມ ຫຼື ລາຍວິຊາ ຜົນການຮຽນຮູ້)
U ຄວາມເຂົ້າໃຈ
• ແມ່ນຫຍັງຄືແນວຄິດທີ່ສຳຄັນ (big ideas)
• ຄວາມເຂົ້າໃຈທີ່ສະເພາະເຈາະຈົ່ງກ່ຽວກັບສິ່ງເຫລົ້ານີ້ ສິ່ງທີ່
ຕ້ອງການກໍານົດໄວ້ຄືຫຍັງ
• ຄວາມເຂົ້າໃຈທີ່ບອກໄດ້ລ່ວງໜ້າວ່າເປັນຄວາມເຂົ້າໃຈທີ່ຜິດ ໆ
ຄືຫຍັງ
Q ຄຳຖາມສຳຄັນ
• ຄຳຖາມຫຍັງທີ່ຈະຖາມນັກສຶກສາ ຊຶ່ງມີລັກສະນະກະຕຸ້ນ
ເລັ່ງເລົ້າ ຊ່ວຍສະໜັບສະໜູນການສືບຄົ້ນຫາຄວາມຮູ້ ສ້າງຄວາມ
ເຂົ້າໃຈ ແລະຖ່າຍໂຍງການຮຽນຮູ້
K ນັກສຶກສາຄວນຮູ້ຫຍັງ ແລະ ຈະຕ້ອງໃຫ້ສາມາດຫຍັງ
• ອົງຄວາມຮູ້ແລະທັກສະທີ່ສຳຄັນຫຍັງທີ່ນັກສຶກສາໄດ້ຮຽນຮູ້
ຊຶ່ງເປັນຜົນຮັບ
• ທ້າຍທີ່ສຸດພວກນັກສຶກສາຄວນສາມາດເຮັດຫຍັງໄດ້ນຳ ຊຶ່ງ
ເປັນຜົນຮັບຂອງອົງຄວາມຮູ້ (Knowledge) ແລະທັກສະ
(Skill) ແທ້ ໆ
ຂັ້ນທີ2. ກໍານົດຫຼັກຖານຂອງການຮຽນ-ການສອນ
ສິ່ງທີ່ຄວນເຮັດໃຫ້ເຂົ້າໃຈຢ່າງຈະແຈ້ງ ⇒ ວິທີການໃຊ້ເຄື່ອງມືແບບ UBD ກໍານົດໃຫ້ຄູຄິດເໝືອນນັກປະເມີນຜົນ ຄູທີ່ຈະເລີ່ມອອກແບບແຜນການສອນເພື່ອການຮຽນ-ການສອນດ້ວຍການຄິດເຖີງຫຼັກຖານທີ່ຈະບົ່ງຊີ້ວ່າຜູ້ຮຽນເປົ້າໝາຍການຮຽນຮູ້ທີ່ກໍານົດໄວ້.
ດັ່ງນັ້ນໃນຂັ້ນນີ້ຈຶ່ງມີສິ່ງທີ່ຄວນເຮັດໃຫ້ມີຄວາມເຂົ້າໃຈຢ່າງກະຈ່າງແຈ້ງດັ່ງນີ້:
1.ຫຼັກຖານຂອງການຮຽນການສອນເປັນຜົນຂອງການຮຽນຮູ້ທີ່ຜູ້ຮຽນສະແດງອອກມາໂດຍ:
1.1 ການເວົ້າ ເຊ່ນ:
ອະທິບາຍເນື້ອໃນບົດຮຽນຕ່າງໆ.
ອະທິບາຍເຫດຜົນ ຂັ້ນຕອນຕ່າງໆ
1.2 ການຂຽນ ເຊ່ນ: ການຂຽນບັນທຶກ, ການຂຽນແກ້ບົດເລກ
1.3 ການປະຕິບັດ ແລະ ການສະແດງອອກໄດ້ແກ່
ເຊ່ນການຄົ້ນຄວ້າ, ການສະແວງຫາຄວາມຮູ້ ແລະ ຮວບລວມຄວາມຮູ້, ການວິເຄາະ, ການໃຫ້ເຫດຜົນອ້າງອິງ, ການສັງເຄາະສະຫຼຸບ, ການຮຽນຮູ້ກັບຜູ້ອື່ນ, ການເປັນຜູ້ນຳ/ຜູ້ຕາມ, ການແກ້ບັນຫາ.
2. ວິທີປະເມີນເພື່ອພັດທະນາເພີ້ມພູນປະເມີນຕາມຄວາມເປັນຈິງນໍາຫຼັກຖານຂອງການຮຽນຮູ້ປະເມີນວ່າບັນລຸເເປົ້າໝາຍຕາມຈຸດປະສົງຫຼືບໍ່ ພຽງໃດ ການປະເມີນໃຊ້ເທັກນິກການປະເມີນແບບRubrics.
ຂັ້ນທີ 3 ກິດຈະກໍາການຮຽນ-ການສອນ
ຂັ້ນນີ້ ອອກແບບກິດຈະກໍາວາງແຜນຈັດປະສົບການສິ່ງທີ່ຄວນເຮັດໃຫ້ເຂົ້າໃຈໃຫ້ກະຈ່າງແຈ້ງ ⇒ ມີດັ່ງນີ້ :
1.ອອກແບບເຮັດກິດຈະກໍາ ເມື່ອໄດ້ກໍານົດກ່ຽວກັບເປົ້າໝາຍການຮຽນ-ການສອນແລະຫຼັກຖານຂອງການຮຽນຮູ້ແລ້ວ, ໃນຂັ້ນຕອນຕໍ່ໄປຄູຕ້ອງມາອອກແບບເຮັດກິດຈະກໍາທີ່ຈະຊ່ວຍພັດທະນາໃຫ້ຜູ້ຮຽນພັດທະນາ ແລະ ມີຄວາມສາມາດບັນລຸຕາມເປົ້າໝາຍຂອງການຮຽນ-ການສອນ.
ເທັກນິກການອອກແບບກິດຈະກໍາອາດຍຶດເອົາເປົ້າໝາຍ ແລະ ຫຼັກຖານຂອງການຮຽນ ແລະ ການສອນເປັນຫຼັກຈາກນັ້ນຈຶ່ງຄິດທົບທວນຄືນຍ້ອນກັບວ່າ ມີຂະບວນການ ຫຼື ຂັ້ນຕອນກິດຈະກໍາຕັ້ງແຕ່ຕົ້ນຈົນຈົບຢ່າງໃດ ? ຈຶ່ງຈະເຮັດໃຫ້ຜູ້ຮຽນມີຂັ້ນພັດທະນາຄວາມຮູ້ຄວາມເຂົ້າໃຈ ທັກສະມີຄວາມສາມາດຕ່າງໆ ຈົນບັນລຸຕາມເປົ້າໝາຍການຮຽນ-ການສອນ ແລະເກີດຫຼັກຖານການຮຽນຮູ້.


໑໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ການແຕ່ງບົດສອນໂດຍນໍາໃຊ້ເຄື່ອງມືແບບ UBD
ວິຊາ:.........................................ບົດທີ: .....................................
ຂັ້ນທີ 1 :ຜົນທີ່ຕ້ອງການ
ເປົ້າໝາຍ: G (Goal): .................................................................................
.............................................................................................................
ຄວາມເຂົ້າໃຈ U (Understand)
ນັກຮຽນຈະເຂົ້າໃຈ:
1. .......................................
2. .......................................
3. ....................................... ຄໍາຖາມ Q(Questions)

1. ......................................
2. ......................................
3. .................................
ນັກຮຽນຈະຮູ້ K (Knowledge)
1. .......................................
2. .......................................
3. ....................................... ນັກຮຽນຈະສາມາດ S (Skill)
1. ......................................
2. ......................................
3. .................................
ຂັ້ນຕອນທີ 2 : ຫຼັກຖານການປະເມີນ
ໜ້າວຽກ T (Task)
1. ......................................
2. ......................................
3. ................................. ຫຼັກຖານອື່ນໆ OE (Other Evidence)
1. ......................................
2. ......................................
3. .................................
ຂັ້ນຕອນທີ 3 : ແຜນການສອນ
ກິດຈະກໍາການຮຽນ L (Learning)






໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຖາມເອງ-ຕອບເອງ ເລີຍເນາະ!


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
→ ຂ້ອຍອ່ານແບບຄ່າວໆ ແລ້ວຄິດວ່າ ນອກຈາກທິດສະດີທີ່ເຈົ້າຂຽນມາ ແມ່ນມັນຍັງອີກໃກຫລາຍ ກວ່າຈະເຮັດຕົວຈິງໄດ້….ແຕ່ມັນກະເປັນພື້ນຖານທີ່ດີ ເຊັ່ນ ກ່ອນຈະຫານເລກໄດ້ຕ້ອງໄດ້ຮູ້ເລກບວກກ່ອນ


໑ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຂົ້າເຝິກອົບຮົບສອງເທື່ອແລ້ວແຕ່ຍັງມືນຕາບໍ່ເຫັນຫຍັງເທື່ອ ຄິດວ່າເໝາະການສອນລະດັບວິທະຍາໄລ ຫຼື ມະຫາວິທະຍາໄລຫລາຍກວ່າລະດັບມັດທະຍົມ ແລະ ປະຖົມ