 ຂຽນເມື່ອ ຫລາຍກວ່າ 6 ປີ ກ່ອນໜ້ານີ້
ສະບາຍດີ -.- ຂໍຄວາມຮ່ວມມືນຳເອື້ອຍ, ອ້າຍ ແລະ ຫມູ່ເພື່ອນພັນລາວ ຊ່ວຍແນະນໍາ ປາແນ່ເດີ້ ໃນຕອນນີ້ ປາກໍາລັງຂຽນບົດຈະຈົບການສຶກ ຫົວຂໍ້ ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ ຂອງໂຮງແຮມ ແຫ່ງຫນຶ່ງ ໃນນະຄອນຫລວງ ( ບໍ່ສາມາດບອກໂຮງແຮມໄດ້) ຂໍ້ມູນບາງສ່ວນກໍ່ໄດ້ຈາກຫ້ອງສະຫມຸດຂອງໂຮງຮຽນ, ບາງສ່ວນກໍ່ໄດ້ຈາກອາຈານທີ່ປຶກສາ, ບາງສ່ວນກໍ່ໄດ້ຈາກໂຮງແຮມ ແລະ ບາງສ່ວນກໍ່ໄດ້ຈາກອິນເຕິເນັດ ແຕ່ວ່າ... ຍັງມີບາງສ່ວນທີ່ 4 ບ່ອນນີ້ບໍ່ສາມາດຕອບຄໍາຖາມຂອງປາໄດ້ ແລະ ຕອນນີ້ຄິດຫນັກຫລາຍ. ເລີຍຢາກຂໍຄວາມຮ່ວມມືນຳສະມາຊິກພັນລາວ ຫາກວ່າມີຂໍ້ມູນກ່ຽວກັບ ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ ເຊັ່ນວ່າ: ບົດຮຽນ, ບົດວິໄຈ, ເອກະສານຕ່າງໆ ຫລື ເວັບໄຊ..... ຊ່ວຍແນະນໍາແນ່ເດີ້.
ຂອບໃຈ ລ່ວງຫນ້າ ທີ່ໃຫ້ຄໍາແນະນຳ.
|