ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຢາກຮູ້ກ່ຽວກັບຫຼັກສູດຕໍ່ເນື່ອງຂອງມຊ.

໒ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕອນນີ້ກຳລັງຈະຈົບຊັ້ນສູງຢູ່ຕ່າງປະເທດ ຢາກຮູ້ວ່າສາມາດກັບລາວໄປເຂົ້າຫຼັກສູດຕໍ່ເນື່ອງ-ປະລິນຍາຕີໄດ້ບໍ່
ຖ້າສົມມຸດວ່າມຊ.ຮັບ ແມ່ນໄດ້ເຂົ້າຮຽນພ້ອມປີ 3 ທົ່ວໄປເລີຍຫວາ ຫຼືມີຫຼັກສູດຕ່າງຫາກ ຕາຕະລາງຮຽນຕ່າງຫາກສຳຫຼັບຄົນຕໍ່ເນື່ອງໂດຍສະເພາະ
ໃຜພໍຈະຮູ້ລາຍລະອຽດບອກແດ່
ຂໍຂອບໃຈ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂທໄປຖາມແຕ່ລະສະຖາບັນເອົາເດີ ບໍ່ຮູ້ຈະເຊີດເອົານຳເຟດບຸກ


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ຕາມຫຼັກສູດຂອງພາກວິຊາ ວິສະວະກຳກົນຈັກ ແລະອຸດສະຫະກຳ (ຫຼັກສູດອື່ນກໍຄິດວ່າຄ້າຍຄືກັນ), ສາມາດເຊື່ອມຕໍ່ໄດ້. ຂຶ້ນກັບຈຳນວນນັກສຶກ ຖ້າມີຫນ້ອຍ ກໍຕ້ອງຮຽນຮ່ວມກັບປີ 3 ແຕ່ຖ້າຫລາຍຄົນ (ເກີນ 12 ຄົນຂຶ້ນໄປກໍຈະສາມາດຈັດເປັນຫ້ອງ 1 ໄດ້ ແຕ່ກະບໍແນ່ໃຈ ກົດລະບຽບນີ້ຍັງຄືເກົ່າຫລືບໍ). ສ່ວນຕາຕະລາງຮຽນກໍແບບດຽວກັນໃນກໍລະນີຮຽນຮ່ວມກັບປີສາມ. ຖ້າຈັດເປັນຫ້ອງໄດ້ ກໍມັກຈະສອນໃນຊ່ວງເວລາຕອນແລງ (ເພາະນັກສຶກສ່ວນຫລາຍທີ່ມາຮຽນຕໍ່ ແມ່ນຍັງເຮັດວຽກ ແລະກະຮຽນໄປພ້ອມ).