ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຂໍລະບາຍເລື່ອງການສຶກສາໃນລາວ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
[color=blue][/color]ຂ້າພະເຈົ້າກໍ່ເປັນຄົນໜຶ່ງທີ່ມີຄວາມເຊື່ອໝັ້ນຄູອາຈານພໍ່ແມ່ ແລະ ຍາດພີ່ນ້ອງ ວ່າໃຫ້ຕັ້ງໃຈຮຽນໃຫ້ສູງ ຈົບອອກມາແລ້ວ ຈະໄດ້ມີໜ້າທີ່ວຽກງານທີ່ດີ ຈຶ່ງໄດ້ຕັ້ງໃຈຮຽນຈົບລະດັບປະລິນຍາໂທ ແຕ່ເວລາຈົບມາບໍ່ເປັນດັ່ງທີ່ຄິດ ຊອກວຽກເຂົ້າລັດ ຍາກແສນຍາກ ເຮົາຈະເກັ່ງມາແຕ່ໃສກໍ່ຕາມ ຢາກເຂົ້າລັດ ຕ້ອງມີ ສອງຢ່າງ 1 ເງິນ 2 ອຳນາດ ຫຼືເສັ້ນສາຍ ສ່ວນເຂົ້າເອກະຊົນກະບໍ່ຍາກປານໃດ ຂໍພຽງແຕ່ເຮົາເກັ່ງ ເຖິງບໍ່ເກັ່ງກະຄ່ອຍເຮັດໄປ ແຕ່ບາງຄັ້ງເຂົ້າເອກະຊົນກໍ່ຍາກເພາະຄົນວ່າງງານຫລາຍ ຕ້ອງມີການຄັດເລີກ ໄປຍື່ນເອກະສານໄວ້ ບາງບໍລິສັດ ເປີດຮັບພະນັກງານ 10 ຄົນ ຄົນທີ່ໄປຍື່ນເອກະສານເປັນ ຮ້ອຍກະມີ ສະນັ້ນ ທາງບໍລິສັດກະຕ້ອງມີການຄັດເລືອກ ບາງຄົນຈົບມາໃໝ່ບໍ່ມີປະສົບການ ກໍ່ຖືວ່າ ບໍ່ໄດ້ ບາງຄົນຫນ້າຕາດີກະໄຄແດ່ ແຕ່ບາງຄົນປະສົບການບໍ່ມີແຖມຂີ້ລ້າຍຖືວ່າບໍ່ມີຄວາມຫວັງ ຕ້ອງອອກມາເຮັດແນວອື່ນ ບາງຄົນກໍ່ໄປເປັນສາວບໍລິການ ຜູ້ຊາຍກໍ່ເປັນຄົນຂີ້ລັກ ຍ້ອນບໍ່ມີວຽກເຮັດ ອັນນີ້ກະບໍ່ໄດ້ໂທດເຂົາ ( ຂຽນຕາມອາລົມຂອງໂຕເອງ) ຜູ້ອ່ານບໍ່ຄິດນຳເດີ ພຽງແຕ່ຄິດໄປເອງຕາມທີ່ເຫັນ ແຕ່ກໍ່ບໍ່ໄດ້ຈະເປັນດັ່ງທີ່ຂຽນສະເໝີໄປ