 ຂຽນເມື່ອ ຫລາຍກວ່າ 5 ປີ ກ່ອນໜ້ານີ້
ສະບາຍດີໝູ່ເພື່ອນ, ຂ້ອຍຂໍຄຳປຶກສານພທ່ານທັງຫຼາຍແນ່. ເນື່ອງຈາກນ້ອງຊາຍຂອງຂ້ອຍໄດ້ຮັບທຶນລັດໄປຮຽນຕໍ່ປະລິນຍາຕີຢູ່ປະເທດມົງໂກເລຍ ແລະໄດ້ໄປຮຽນຢູ່ພຸ້ນເປັນເວລາ 2 ປີແລ້ວ ໃນຫຼັກສຸດຄອມພິວເຕີ. ທຸກຢ່າງເບິ່ງຄືຈະເປັນໄປດ້ວຍດີ ເລື່ອງທຶນ, ຄ່າເຊົ່າພວກເຮົາທາງບ້ານກໍ່ຍັງຕ້ອງຊ່ວຍເປັນປະຈຳ, ເງິນຄຳກະຖືວ່າເປັນບັນຫາທີ່ຍັງແກ້ໄດ້ ແຕ່ບັນຫາທີ່ແກ້ບໍ່ໄດ້ຄື ນັກສຶກສາຢູ່ພຸ້ນທີ່ເປັນຄົນມົງໂກນມັກຂົ່ມເຫັງແລະຕີນັກສຶກສາລາວ. ທຸກມື້ນີ້ນ້ອງຊາຍແລະໝູ່ລາວ ໄປເຕະບານ, ໄປຕະຫຼາດກະຍັງຖືກຂົ່ມເຫັງ ຕ້ອງລະວັງໂຕຕະຫຼອດເວລາ ເຮັດໃຫ້ຂາດແຮງຈູງໃຈໃນການຢາກຮຽນພາສາເຂົາຫຼືຈະຮຽນຕໍ່, ເຄີຍໄປແຈ້ງຄູທີ່ປຶກສາ,ແຈ້ງກົງສູນແລ້ວ ແຕ່ບໍ່ມີທາງແກ້ໄຂ. ຂ້ອຍຮູ້ສຶກເປັນຫ່ວງແລະກັງວົນເຖີງຜົນໃນພາຍພາກໜ້າວ່າຮຽນຈົບແລ້ວຈະໄດ້ຄວາມຮູ້ກັບມາແທ້ບໍ, ລວມທັງນັກຮຽນລຸ້ນຕໍ່ໆໄປທີ່ຈະໄປຍັງຕ້ອງປະເຊີນກັບສະຕາກຳແນວໃດ. ຂໍຄຳແນະນຳ ແລະ ຄຳຄິດເຫັນຈາກທ່ານທັງຫຼາຍແດ່?
|