ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄຶດຫົວຂໍ້ບົດຈົບຊັ້ນ ຊ່ວຍເຮົາແດ່!!!?

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ກ່ອນອື່ນຕ້ອງຂໍຂອບໃຈທີ່ທ່ານຄລິກເຂົ້າມາອ່ານ

ເຮົາເອງຊື່ ໄກ ນັກສຶກສາປີ5 ທ່ອງທ່ຽວ
ຄວາມຈິງໄດ້ຄຶດໄວ້ແລ້ວກ່ຽວກັບບົດຈົບຊັ້ນ ແຕ່ເມື່ອເຂົ້າໄປຊອກເບິ່ງບົດຈົບຊັ້ນທີ່ຜ່ານມາຂອງລຸ້ນອ້າຍເອື້ອຍໃນຫ້ອງສະໝຸດ ກໍໄດ້ແນວຄິດໄປຫຼາຍຢ່າງ ແຕ່ກໍຍັງລັງເລຂຶ້ນຕື່ມອີກ

ບໍ່ແນ່ໃຈວ່າທ່ານຜູ້ເຄີຍມີປະສົບການໃນການຂຽນບົດຈົບຊັ້ນ ມີທັດສະນະແນວໃດໃນການເລືອກຫົວຂໍ້

ຄືວ່າ ສະຖານທີ່ທີ່ເຮົາເຈາະຈົງໃນການເກັບຂໍ້ມູນແມ່ນ ພິພິທະພັນຫໍພະແກ້ວ
ເຊິ່ງນະເວລານີ້ ເຮົາຕັ້ງໄວ້ວ່າ

“ສຶກສາຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕໍ່ການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວທາງປະຫວັດສາດ
(ກໍລະນີສຶກສາ ພິພິທະພັນຫໍພະແກ້ວ)”

“ສຶກສາແນວທາງການອະນຸລັກຊັບພະຍາກອນການທ່ອງທ່ຽວທາງປະຫວັດສາດ(ກໍລະນີສຶກສາ ພິພິທະພັນຫໍພະແກ້ວ)”

ເຊິ່ງນະເວລານີ້ ກໍຍັງລັງເລໃນຄວາມເປັນໄປໄດ້ເພາະຄຳນຶງໃສ່ຄວາມສາມາດຂອງກຸ່ມເຮົາແນ່ ລະຫວ່າງການຂຽນບົດໂດຍຄຳນຶງເລື່ອງເລື່ອງປະລິມານ(ມີແບບສອບຖາມ ມີສະຖິຕິມາກ່ຽວຂ້ອງ) ແລະ ຄຸນນະພາບ(ແນວທາງ ແນວຄິດ)

ເຊິ່ງຄຳຖາມທີ່ຕ້ອງການປຶກສາບັນດາທ່ານນະເວລານີ້ແມ່ນ

ຖ້າເປັນທັດສະນະຂອງທ່ານ ຈະຕັ້ງຫົວຂໍ້ບົດຈົບຊັ້ນນີ້ວ່າແນວໃດ(ໃນກໍລະນີສຶກສາ ພິພິທະພັນຫໍພະແກ້ວ)..... ?
ໂດຍສະເພາະຄົນທີ່ມີປະສົບການຂຽນບົດມາກ່ອນຂໍແນະນຳຊ່ວຍແນ່!!?

ຄຶດຊ່ວຍຫຼາຍໆຂໍ້ແນ່ກໍໄດ້ (ໃຈແທ້ໆແມ່ນບໍ່ຢາກເຮັດແບບສອບຖາມ ເພາະອ່ອນວິຊາສະຖິຕິ)

...............
ຂອບໃຈຫຼາຍໆໃນການຊ່ວຍເຫຼືອ



ທີ່ເພີ່ນທີ່ໂຕ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ຂໍໂທດ ເດີຮູ້ແຕ່ ການເງິນ ອັນທ່ອງທຽວມືນຕືບ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
tha man Chemistry ni ka si phor hou nam yoo noi neung


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຖະນັດເລື່ອງນີ້ເລີຍ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຮຽນຍັງບໍ່ຈົບ ຄິດຊ່ວຍບໍ່ໄດ


໑໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຫົວຂໍ້ທີ່ເຈົ້າຂຽນມັນກະດີຢູ່ແລ້ວ ໜ້າສົນໃຈດີ ແຕ່ສຳລັບຂ້ອຍຂໍແນະນຳວ່າ: "ການທ່ອງທ່ຽວໃນເຊີງອະນຸລັກ" ຕົວຢ່າງ ໃນເຂດປ່າສະຫງວນນ້ຳຮ້າ ແຂວງຫລວງນ້ຳທາ" ກະໜ້າສົນໃຈດີຄືກັນໃດ ເພາະວ່າປະຈຸບັນນີ້ໂລກເຮົາຮ້ອນຂຶ້ນຫລາຍ ຜູ້ຄົນກະເລີ່ມມາສົນໃຈທີ່ຈະປົກປັກຮັກສາສິ່ງແວດລ້ອມຫລາຍຂຶ້ນ
ການທ່ອງທ່ຽວໃນເຊິງອະນຸລັກກະພວມເປັນທີ່ນິຍົມໃນຕ່າງປະເທດ ສະນັ້ນການທີ່ເຈົ້າຂຽນບົດຈົບຊັ້ນໃນຫົວຂໍ້ດັ່ງກ່າວ ມັນອາດຈະຫາວຽກໄດ້ງ່ຍຂຶ້ນອີກ ຂໍ ບອກເດີ້

ກໍ່າປັ້ນຄົນຈິງໃຈ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າຫົວຂໍ້ນີ້ກະໂອຢູ່“ສຶກສາຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕໍ່ການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວທາງປະຫວັດສາດ
(ກໍລະນີສຶກສາ ພິພິທະພັນຫໍພະແກ້ວ)”

ຄົນຄິດຮອດບ້ານ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າບັນຫາໃຫຍ່ຯ..ຂອງການທ່ອງທ່ຽວໃນລາວ..ຄືການຂາດການປະຊາສຳພັນ..
ລອງສຶກສາຫົວຂໍ້..ກ່ຽວກັບຍຸດທະສາດທີ່ໃຊ້ໃນການປະຊາສຳພັນການທ່ອງທ່ຽວລາວ..ເບິ່ງແມະ..
ຂ້ອຍວ່າ..ໜ້າສົນໃຈດີ..


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
“ສຶກສາຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວຕໍ່ການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວທາງປະຫວັດສາດ
ພິພິທະພັນຫໍພະແກ້ວ" ດີບໍ່?

Sin tu amor en mi vida, mi vida no se
como podre yo vivir

໒ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ໜ້າຈະດີເພາະຢູ່ໃນເມືອງ ຄົງຈະຫາຂໍ້ມູນບໍ່ຢາກ

Civil Engineer

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ໄກ ລອງປ່ຽນຫົວຂໍ້ໃໝ່ເບິ່ງ
ເອົາເປັນ ການທ່ອງທ່ຽວທາງວັດທະນະທຳ ອັນນີ້ຈະດີກວ່າບໍ່(ເຮົາຄິດວ່າແນວນີ້ເດີ້ ) ເພາະວັດທະນຳທຳເຮົາມີຫຼາຍຢ່າງທີ່ໜ້າສຶກສາ ແຖມຍັງສາມາດເປັນການທ່ອງທ່ຽວໃນໂຕໄດ້ນຳອີກ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ