ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ມີຄວາມຄິດເຫັນກຽວກັບກະຊວງວັດທະນາທຳ ແລະ ກະຊວງສຶກສາລາວເຮົາແນ້ວໄດ?

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພືອນໆຄິດວ່າກະຊ້ວງສຶກສາແລະກະຊວງວັດທະນາທຳຄວນປັບປຸງຫລື້ບໍ່ຖ້າຄວນແລ້ວຄວນຈະປັບປຸງຫຍັງແນ?

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວາແນ້ວໃດ?

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົານ່າ ຄົນທີ່ເຄີຍຜ່ານລະບຽບແບບນີ້ມາກໍໄດ້ເປັນເຈົ້າເປັນນາຍຕັ້ງຫລາຍຄົນ
ເລື່ອງແບບນີ້ມັນກໍຕ້ອງຄ່ອຍໆເປັນຄ່ອຍໆໄປ ຈະຫັກຫລົບບາດດຽວອາດເປັນໄປບໍ່ໄດ້.

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນິກະແມ່ນຢູ່ວ່າເປັນສິດທິສ່ວນບຸກຄົນ
ແຕ່ຖ້າຫາກວ່າສິ່ງດັ່ງກ່າວນັ້ນມັນຫາກລົບກວນການຮຽນຂອງໝູ່ເພື່ອນກະຄືໂຕເອງມັນເໝາະສົມແລ້ວທີ່ຈະມີກົດລະບຽບແບບນັ້ນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອັນເລື່ອງກົດລະບຽບນິ ມີ່ບໍ່ເປັນບັນຫາປານໃດ ແຕ່ເລື່ອງໂທລະສັບນິກະຢາກໂພດໆແຫລະ ບໍ່ໃຫ້ເອົາມືຖືໄປ ຮຮ... = ='

ທີ່ຮູ້ສຶກເຄືອງໆກັບກະຊວງສຶກສາທີ່ສຸດ ແມ່ນລະບົບການສຶກສານີ້ແຫລະ ຂ້ອນຂ້າງຈະເບື່ອອອອ ລະບົບການສຶກສາທີ່ຈຳກັດ ບໍ່ມີແຍກສາຍໃຫ້ດີ ບໍ່ມີການພັດທະນາສົ່ງເສີມຕາມຄວາມຖະຫນັດ ຄວາມສາມາດແຕ່ລະຄົນ ຊ້ຳຍັງມີວິຊາທີ່ບໍ່ຮູ້ວ່າຊິຮຽນໄປເຮັດຫຍັງ ບໍ່ເຫັນວ່າຈະໄດ້ໃຊ້ໃນເສດສ້ຽວຂອງຊີວິດ ຮູ້ສຶກເສຍເວລາກັບການຮຽນຫລາຍວິຊາໄປລ້າໆ

ຊ້ຳແລ້ວ ບາດໄປຕໍ່ມະຫາໄລ ໄປສາຍອາຊີບແລ້ວ ຍັງຫນີບໍ່ພົ້ນວິຊາທີ່ບໍ່ຮູ້ຈະຮຽນໄປເຮັດຫຍັງອີກ... ໃຜທີ່ຮຽນ ມະຫາໄລ ວິທະຍາໄລ ແລ້ວ ຫນ້າຈະຮູ້ວ່າມີ່ເວົ້າເຖິງວິຊາໃດ... ເຊິ່ງບາງວິຊາ ເນື້ອຫາກະເດີມໆ ຕອນປະຖົມມັດທະຍົມກະຮຽນມາແລ້ວ ບໍ່ຮູ້ວ່າຈະເອົາມາໃຫ້ຮຽນອີກ ເພື່ອ...?

ມີ່ວ່າ ຖ້າຕັດວິຊາທີ່ບໍ່ຈຳເປັນໄປ ລະດັບປະລິນຍາຕີນິ ຫຍໍ້ເປັນ 2-3ປີ ກະຍັງໄດ້ = =' (ສົງໄສເອົາວິຊາອື່ນໆມາໃສ່ໃຫ້ມັນຄົບ 5 ປີ ກະບໍ່ຈັກ - ອັນນີ້ຄວາມເຫັນສ່ວນຕົວເດີ້)

ແລະອື່ນໆອີກຫລາຍຢ່າງ ບໍ່ຢາກບັນຍາຍ...

ຢາກໃຫ້ລະບົບການສຶກສາຢູ່ລາວມັນກ້າວເຖິງລະດັບສາກົນໄວໆ ຢາກໃຫ້ ລຖບ ທຸ້ມເທໃສ່ການສຶກສາຫລາຍກວ່ານີ້

ແຕ່ ຄິດວ່າ ກ່ອນຈະທຸ້ມເທໃສ່ການ ສສ ໄດ້ ຄົງຕ້ອງລົບລ້າງ corrupt... ໃຫ້ໄດ້ກ່ອນ... = ='

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຄັນເອົາໄປລະໝອດໄວ້ກະບໍ່ເປັນຫຍັງດອກຄັນຮຽນຢູ່ບືດໜື່ງກະເມັດເສັດບືດໜື່ງຄົນໂທເຂົ້າຢູ່ພໍປານນັ້ນ
ບາງຄົນກະບໍ່ສົນໃຈອາຈານເວົ້າຫຍັງກົດຫຼີ້ນແຕ່ມືຖືພວກເຮົາເຮັດແນວນັ້ນໃຫ້ເພີ່ນເຫັນແຫຼະ
ເພີ່ນຈື່ງອອກກົດໝາຍມາຫັ້ນສ່ວນເລື້ອງສົງຜົມນີ້ເປັນທຸກລຸ້ນເວົ້າທຸກລຸ້ນສຸດທ້າຍກະປ່ຽນແປງຫຍັງບໍ່ໄດ້ຄືເກົາ
ຂ້ອຍຢູ່ວິທະຍາໄລລະຍັງໄດ້ຕັດສັ້ນຄືເກົ່າຢູ່ຊັ້ນລະບໍ່ໃຫ້ເຂົ້າເສັງ

ຂ້ອຍ ແຮງ ບໍ່ແຄສື່

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆຄິດຄືFinalfantasyGangເດີ້

ຄົນຄິດຮອດບ້ານ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ສຳລັບນັກຮຽນ ຕອ້ງປະຕິວັດຕາມ ກົດລະບຽບ
ຄົນອຶ່ນເປັນສວ່ນບູກຄົນ

ຄົນໄກບ້ານ........ຍາກກັບບ້ານເດ່

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ເອົາເປັນຂໍ້ໆສະ
ຂໍ້ໜຶ່ງ ກົດລະບຽບມັນຂຶ້ນກັບຮຮ, ການມີກົດລະບຽບມັນກະເປັນການດີ. ແຕ່ສຳລັບເລື່ອງຊົງຜົມ(ຊາຍ) ມັນແມ່ນອີ່ຫຍັງທີ່ຮັບບໍ່ໄດ້ຢ່າງ ແມ່ນຢູ່ວ່າຊົງຜົມເຮົາຜິດລະບຽບ ແຕ່ການຕັດຄະແນນຄຸນສົມບັດ ແລະ ຕັກເຕືອນກໍ່ໜ້າຈະພຽງພໍແລ້ວ ມີສິດຫຍັງມາໃຊ້ມີດຕັດມາຕັດຜົມເຮົາຈົນຫົວໂປກ ແບບນີ້ມັນບໍ່ຕ່າງຫຍັງກັບຜະເດັດການຫົວຮຸນແຮງ ທີ່ໃຊ້ອຳນາດ ແລະ ວິທີການທີ່ໂຫດຮ້າຍປ່າເຖື່ອນບັງຄັບຂູ່ເຂັນນັກສຶກສາຕາດຳໆທີ່ບໍ່ມີທາງສູ້ ຢ່າງໄຮ້ມະນຸດສະທຳ ແລ້ວມາອ້າງວ່າ: ''ມັນຜິດລະບຽບເດ ທັນບໍ່ເຮັດກະບໍ່ໄປຕັດໃຫ້ຖືກລະບຽບຈັກເທື່ອ'' ແລ້ວຄະແນນຄຸນສົມບັດສິມີໄວ້ເພື່ອ...?
ຂໍ້ສອງ ເຫັນວ່າເໝາະສົມແລ້ວ
ຂໍ້ສາມ ບໍ່ເຫັນດີ ເພາະດຽວນີ້ມືຖື ກາຍເປັນອະໄວຍະວະທີ33ຂອງຄົນເຮົາໄປແລ້ວ ມັນຮູ້ສຶກວ່າບໍ່ປອດໄພຖ້າບໍ່ມີໂທຯມືຖືອອກບ້ານ ແນະນຳໃຫ້ໃຊ້ກົດລະບຽບ ປິດສຽງໂທຯ ເວລາເຂົ້າຫ້ອງຮຽນແທນ

ສຸດທ້າຍແມ່ນຢາກໃຫ້ ກຊ ສຶກສາ ເອົາໃຈໃສ່ເລື່ອງຄຸນນະພາບ ແລະ ມາດຕະຖານໃຫ້ຫຼາຍກວ່າທີ່ເປັນຢູ່

Sin tu amor en mi vida, mi vida no se
como podre yo vivir

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວແນວນັ້ນລະ
ແຕ່ຂໍ້ສຸດທ້າຍນີ້ບໍ່ປານໃດ ແນວໃດ໋ກະໄດ້

ຮັກນ້ອງຕອນເມົາ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າເລືອງໂທລະສັບກໍ່ຄວນໃຊ້ວິທີຫ້າມເປີດໂທລະສັບໃນເວລາຮຽນນ່າຈະດີກອນບໍ່ ?
ສວນເລື້ອງອືນໆ ປະເທດອືນທີພັດທະນາແລວເຊັນ ອາເມລິກາ, ອັງກິດ ,ຟຮັ່ງ ບັນດາປະເທດເຫລົານີ້ລ້ວນແລ້ວແຕ່ສ້າງບຸກຄະລາກອນທີມີຄວາມສາມາດ ແລະນັກຮຽນ,ນັກສຶກສາ ທີມີຄວາມສາມາດ ແລະ ເກັງດ້ານການຮຽນ
ມີຄຸນນະພາບສູງໃນທຸກປີ ແຕ່ເຂົາເຈົ້າບໍ່ເຫັນມີກົດລະບຽບອັນທີບໍ່ກຽວຂ້ອງກັບການຮຽນພວກນີ້
ສວນເລືອງທີຫ້າມບໍ່ໃຫ້ຄົນແຕ່ງໂຕວ້າບຫວີແຕ່ບໍ່ໂປ້ເຊັນໃສສົງສະເກິດ,ເສືອສາຍດຽວ ຜູ້ຊາຍຫ້າມບອງຫູ້ແລະໃສສາຍຄໍ່ຮູ້ບຮາງຕ່າງໆເຂົາໃນງານປະເພນີ້ແລະງານບຸນຕ່າງໆບໍ່ວ່າຈະເປັນຊາວລາວຫລື້ຕ່າງຊ້າດນັ້ນປຽບດັງການ
ປິດກັນເສດຖະກິດອັນ1 ມັນອາດຈະມີມູ້ຄ່າຫນ້ອຍແຕ່ເມັດເງີນນັ້ນຄິດວ່າແຕ່ລະປີລ້າວເຮົາພາດເງີນບໍ່ຕຳກົວ5ລ້ານຫາ20ລ້ານກີບ

໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
tum kua 18 pi bor hai kin beer &kao discothec dey kue bor ham

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ອັນເລື່ອງກົດລະບຽບນິ ມີ່ບໍ່ເປັນບັນຫາປານໃດ ແຕ່ເລື່ອງໂທລະສັບນິກະຢາກໂພດໆແຫລະ ບໍ່ໃຫ້ເອົາມືຖືໄປ ຮຮ... = ='

ທີ່ຮູ້ສຶກເຄືອງໆກັບກະຊວງສຶກສາທີ່ສຸດ ແມ່ນລະບົບການສຶກສານີ້ແຫລະ ຂ້ອນຂ້າງຈະເບື່ອອອອ ລະບົບການສຶກສາທີ່ຈຳກັດ ບໍ່ມີແຍກສາຍໃຫ້ດີ ບໍ່ມີການພັດທະນາສົ່ງເສີມຕາມຄວາມຖະຫນັດ ຄວາມສາມາດແຕ່ລະຄົນ ຊ້ຳຍັງມີວິຊາທີ່ບໍ່ຮູ້ວ່າຊິຮຽນໄປເຮັດຫຍັງ ບໍ່ເຫັນວ່າຈະໄດ້ໃຊ້ໃນເສດສ້ຽວຂອງຊີວິດ ຮູ້ສຶກເສຍເວລາກັບການຮຽນຫລາຍວິຊາໄປລ້າໆ

ຊ້ຳແລ້ວ ບາດໄປຕໍ່ມະຫາໄລ ໄປສາຍອາຊີບແລ້ວ ຍັງຫນີບໍ່ພົ້ນວິຊາທີ່ບໍ່ຮູ້ຈະຮຽນໄປເຮັດຫຍັງອີກ... ໃຜທີ່ຮຽນ ມະຫາໄລ ວິທະຍາໄລ ແລ້ວ ຫນ້າຈະຮູ້ວ່າມີ່ເວົ້າເຖິງວິຊາໃດ... ເຊິ່ງບາງວິຊາ ເນື້ອຫາກະເດີມໆ ຕອນປະຖົມມັດທະຍົມກະຮຽນມາແລ້ວ ບໍ່ຮູ້ວ່າຈະເອົາມາໃຫ້ຮຽນອີກ ເພື່ອ...?

ມີ່ວ່າ ຖ້າຕັດວິຊາທີ່ບໍ່ຈຳເປັນໄປ ລະດັບປະລິນຍາຕີນິ ຫຍໍ້ເປັນ 2-3ປີ ກະຍັງໄດ້ = =' (ສົງໄສເອົາວິຊາອື່ນໆມາໃສ່ໃຫ້ມັນຄົບ 5 ປີ ກະບໍ່ຈັກ - ອັນນີ້ຄວາມເຫັນສ່ວນຕົວເດີ້)

ແລະອື່ນໆອີກຫລາຍຢ່າງ ບໍ່ຢາກບັນຍາຍ...

ຢາກໃຫ້ລະບົບການສຶກສາຢູ່ລາວມັນກ້າວເຖິງລະດັບສາກົນໄວໆ ຢາກໃຫ້ ລຖບ ທຸ້ມເທໃສ່ການສຶກສາຫລາຍກວ່ານີ້

ແຕ່ ຄິດວ່າ ກ່ອນຈະທຸ້ມເທໃສ່ການ ສສ ໄດ້ ຄົງຕ້ອງລົບລ້າງ corrupt... ໃຫ້ໄດ້ກ່ອນ... = ='

ແມ່ນວິຊາຫຍັງເຮົາບໍ່ຮູ້ນຳເດິ ເພາະວ່າບໍ່ໄດ້ຮຽນໃນຍ່ານນີ້!!
ຫາກວ່າສາມາດສົ່ງຂ່າວໄປທາງຫຼັງໄມໃຫ້ໄດ້ກະຈະເປັນບຸນ.
ແມ່ນລະຫຼາຍຢ່າງມັນບໍ່ແມ່ນເປັນສິ່ງຈຳເປັນທີ່ຕ້ອງຫ້າມແຕ່ເພາະຈັ່ງໃດມັນກະເປັນຜເດັດການໄປໃນໂຕ!!
ບໍ່ວ່າຕິທີ່ນກຮຽນສາວລາວຈະໃສ່ເກີບສົ້ນສູງນຸ່ງສເກິດມາ ຮຮ!
ແຕ້ມຫນ້າທາຕາແດງປານດາຣາຫຼີ້ນຫງີ້ວຂອງໂອເປຣາປັກກິ່ງ?
ບໍ່ວ່າຕິທີ່ນັກຮຽນຊາຍຈະພາກັນປ່ອຍຜົມຊົງຍາວລາກຫຼັງແລ້ວຍັງໃສ່ຫມາກຕູ້ມຫູ?
ສ່ວນມືຖືນີ້ບໍ່ຄວນຫ້າມໃຫ້ມີຕິດໂຕໄປຮຮ ແຕ່ຍາມຢູ່ໃນຫ້ອງຮຽນຄວນມອດໄວ້.
ເກົ່າຫຼີເຫນືອກະໃຊ້ມາຕການແບບນີ້! ຕໍ່ມາກະຄຸມກັນງ່າຍໃຜບໍ່ຟັງຄວາມກະ....ຄິດວ່າຍາກ
ບ້ານເຮົາບໍ່ແມ່ນເກົ່າຫຼີເຫນືອນໍ
ສົມຄວນໃຫ້ມີເສຣິພາບແລະສີວິໄລໄປກວ່າແນ່ ວ່າບໍ!?

ສິດທິໃນຄວາມເປັນຄົນສໄຫມໃຫຄ່ວນໃຫ້ມັນເປັນຄົນຢ່າງສໄມບູນ ປາສຈາກ ສິ່ງທີ່ຖືວ່າເປັນໂມຄະບໍ່ສ້າງສັນນັ້ນຕົກໄປ.
ຄວນທຸ່ມເທໃສ່ໃນການຊຸກຍູ້ຜູ່ໃດທີ່ມີພອນສວັນ,ມີຫົວຄິດປັນຍາດີ.
ເດັກນ້ອຍຜູ່ທີ່ຮຽນເກັ່ງທາງດ້ານໃດກະຄວນສົ່ງເສີມໃຫ້ເຂົາໄດ້ຮັບຄວາມສດວກໃນການຄົ້ນຄົ້ວຮ່ຳຮຽນຢ່າງດີໃນດ້ານນັ້ນ.
ແຕ່ກ່ອນໄດ້ແບ່ງເປັນສາຂາ ເລກ,ຟິສິກແລະເຄມີນຳກັນ, ຂແຫນງພາສາແລະວັນນະຄະດີ, ຂແຫນງ ການບັນຊີ ,ຂແຫນງ ທາງ ບີໂອ...
ຕົກມາດຽວນີ້ກະພາກັນປ່ຽນໄປແບບໃຫມ່!
ກະອຸກໃຈນຳ.

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...
ຄິດວ່າເລືອງໂທລະສັບກໍ່ຄວນໃຊ້ວິທີຫ້າມເປີດໂທລະສັບໃນເວລາຮຽນນ່າຈະດີກອນບໍ່ ?
ສວນເລື້ອງອືນໆ ປະເທດອືນທີພັດທະນາແລວເຊັນ ອາເມລິກາ, ອັງກິດ ,ຟຮັ່ງ ບັນດາປະເທດເຫລົານີ້ລ້ວນແລ້ວແຕ່ສ້າງບຸກຄະລາກອນທີມີຄວາມສາມາດ ແລະນັກຮຽນ,ນັກສຶກສາ ທີມີຄວາມສາມາດ ແລະ ເກັງດ້ານການຮຽນ
ມີຄຸນນະພາບສູງໃນທຸກປີ ແຕ່ເຂົາເຈົ້າບໍ່ເຫັນມີກົດລະບຽບອັນທີບໍ່ກຽວຂ້ອງກັບການຮຽນພວກນີ້
ສວນເລືອງທີຫ້າມບໍ່ໃຫ້ຄົນແຕ່ງໂຕວ້າບຫວີແຕ່ບໍ່ໂປ້ເຊັນໃສສົງສະເກິດ,ເສືອສາຍດຽວ ຜູ້ຊາຍຫ້າມບອງຫູ້ແລະໃສສາຍຄໍ່ຮູ້ບຮາງຕ່າງໆເຂົາໃນງານປະເພນີ້ແລະງານບຸນຕ່າງໆບໍ່ວ່າຈະເປັນຊາວລາວຫລື້ຕ່າງຊ້າດນັ້ນປຽບດັງການ
ປິດກັນເສດຖະກິດອັນ1 ມັນອາດຈະມີມູ້ຄ່າຫນ້ອຍແຕ່ເມັດເງີນນັ້ນຄິດວ່າແຕ່ລະປີລ້າວເຮົາພາດເງີນບໍ່ຕຳກົວ5ລ້ານຫາ20ລ້ານກີບ

ຕ່າງປະເທດເຂົາມາທ່ຽວເມືອງລາວເພາະຢາກຊື່ນຊົມໃນຮີດຄອງປະເພນີຂອງລາວ...
ບໍ່ແມ່ນເຂົາຢາກມາເບິ່ງສາຍດ່ຽວ ແອວລອຍດອກ...ນ້ອງຄິດຜິດແລ້ວ...
ນ້ອງອາດຈະຄິດແຍ້ງວ່າ..ເຂົາຢາກເຫັນຂອງລາວ...ສາວລາວທີ່ຕ່າງປະເທດມີໃຫ້ເຂົາລອງ ເຂົາບໍ່ອຶດ...
ໃຫ້ນ້ອງເຂົ້າໃຈວ່າ...ງານປະເພນີລາວ ມັນຕ້ອງສະແດງອອກເຖິງປະເພນີລາວ...ບໍ່ແມ່ນຂອງຕ່າງປະເທດ
ຢ່າງງານທາດຫຼວງສະຖານທີ່ທີ່ໃຫ້ຄົນແຕ່ງຕົວໄດ້ຕາມສະບາຍເຂົາກໍຈັດໄວ້ທີ່ລາວໄອເທັກແລ້ວ...

ສຳຫຼັບເລທ່ອງຂໍຫ້າມທີ່ບໍ່ໃຫ້ນັກຮຽນເອົາໂທລະສັບໄປ ຣຣ ອາດຈະມີສະເພາະຍາງ ຮຮ ເທົ່ານັ້ນ ແຕ່ນັ້ນກໍຄົງຈະບໍ່ເຫມາະສົມຈິງໆ ຄວນຈະໃຫ້ເຂົານຳໄປໄດ້ ແຕ່ເວລາເຂົ້າຮຽນຕ້ອງປິດເທົ່າ
ສິງທີ່ຕ້ອງການຈາກກະຊວງສຶກສາທີ່ ສຸດ ຄືປັບປຸງຫຼັກສູດແລະການທຸຈະລິດໃນການສອບຂອງນັກຮຽນ
ແລະການຊື້ຈ້າງເຂົ້າຣຽນຕໍ່ໃນລະດັບຕ່າງໆ....ໂດຍສະເພາະດົງໂດກນີ້ລະຕົວການ

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ປະເທດເຮົາແມ່ນປະເທດຜະເດັດການແມ່ນບໍ່?

ຂ້ອຍ ແຮງ ບໍ່ແຄສື່

໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຕ່າງປະເທດເຂົາມາທ່ຽວເມືອງລາວເພາະຢາກຊື່ນຊົມໃນຮີດຄອງປະເພນີຂອງລາວ...
ບໍ່ແມ່ນເຂົາຢາກມາເບິ່ງສາຍດ່ຽວ ແອວລອຍດອກ...ນ້ອງຄິດຜິດແລ້ວ...

ຂໍໂທດເດີ້ຂ້ອຍຄິດມາດົນແລ້ວແຕ່ບໍ່ກ້າເວົ້າຊື່ໆມືືນີ້ຂໍເວົ້າຊະສິຖືກແບນອີກກະຢ່່າ
ຂ້ອຍວ່າການແຕ່ງໂຕມັນເປັນສິດທິສ່ວນບຸກຄົນ
ປະເທດໃດໜື່ງຕ້ອງມີການພັດທະນາທຸກດ້ານໃຫ້ກ້າວໜ້າທັນກັບໂລກເຂົ້າໃຈວ່າຕ້ອງມີວັດທະນະທຳແຕ່ກະເອົາ
ໄວ້ເປັນບາງບ່ອນບາງສະຖານທີ່ຊະ
ຄັນເຮົາຈະຮັກສາແບບເດີມໆໃຫ້ກະເຈົ້າມາເບີ່ງມາຊົມມັນກະບໍ່ຕ່າງຫຍັງຈາກວັດຖຸໂບຮານ
ທີ່ບໍ່ມີການພັດທະນາຫຼືວ່າຕາຍໄປແລ້ວຄົງຢູ່ໃນສະພາບເກົ່າໃຫ້ຄົນຕ່າງປະເທດມາເບີ່ງຊື່ໆ
ເຈົ້າພໍໃຈແບບນັ້ນບໍ່ແຕ່ວ່າຄົນຍຸກໃຫມ່່ບໍ່ຍອມແນ່ນອນກະເຈົ້າຢາກທັນໂລກຢາກພັດທະນາໄປຕາມກະແສໂລກ
ຢາກໃຫ້ຕ່າງປະເທດຮູ້ວ່າເຮົາກະມີການພັດທະນາຄືກັນແຕ່ການສະແດງອອກຂອງກະເຈົ້າມັນກະມີແຕ່ທໍ່
ນັ້ນຊິໃຫ້ກະເຈົ້າໂຊຄວາມສາມາດໂດຍການມານັ່ງຜະລິດຍານອາວະກາດໃຫ້ຕ່າງປະເທດເບີ່ງກະຄືຊິບໍ່ແມ່ນແນວ
ແຕ່ກະເຈົ້າພຽງຢາກພັດທະນາໄປໃຫ້ທັນໂລກບໍ່ຢາກໃຫ້ຄົນອື່ນດູຖູກວ່າໂງ່ຈ້າຫຼ້າຫຼັງ
ຄືດເບີ່ງວ່າມັນຈະດີຊຳໃດຖ້າໄວລຸ່ນພວກນີ້ກະເຈົ້າໄດ້ເຮັດໃນສີ່ງທີ່ກະເຈົ້າມັກແລະມີຄົນ
ສະໜັບສະໜູນຢາກເຕັ້ນກະໃຫ້ເຕັ້ນຢາກຮ້ອງກະໃຫ້ຮ້ອງໃຫ້ພັດທະນາໃນສີ່ທີ່ໂຕມັກ
ມັນຄົງຈະດີກວ່າມານັ່ງກີດກັດຄວາມສາມາຂອງກັນ

ຂ້ອຍ ແຮງ ບໍ່ແຄສື່

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ FinalfantasyGang ຂຽນວ່າ...

ເຈົ້າເວົ້າຖືກວ່າການແຕ່ງຕົວມັນເປັນສິດທິສ່ວນບຸກຄົນ...ແຕ່ຢາກໃຫ້ກັບໄປອ່າຄອມເມັນທ໌ທຳອິດຂອງຂ້ອຍໄຫມ່...
ຂ້ອຍກ່າວເຖິງສະເພາະງານປະເພນີ ຢ່າງເຊັ່ນທາດຫຼວງ...ທີ່ເຈົ້າຂອງກະທູ້ເພີ່ນເວົ້າການຫ້າມແຕ່ງກາຍທີ່ບໍ່ເຫມາະສົມເຂົ້າງານປະເພນີນັ້ນເປັນການທຳລາຍເສດຖະກິດ..
ຂ້ອຍກໍບອກວ່າງານປະເພນີລາວຄວນຈະແຕ່ງກາຍຕາມປະເພນີເຂົ້າໄປ...ແຕ່ຖ້າຢາກແຕ່ງຕົວຕາມຍຸກຕາມສະໄຫມເຂົາກໍຈັດໄວ້ໃຫ້ທີ່ລາວໄອເທັກແລ້ວ...
ໂປຮດຢ່າເຂົ້າໃຈຜິດວ່າຂ້ອຍຫ້າມ...ບໍ່ໃຫ້ແຕ່ງຕົວຕາມຍຸກຕ່າງສະໄຫມ...
ຈຳໄວ້ວ່າທຸກທີ່ມີກົດລະບຽບ...ທຸກທີ່ມີຂໍ້ຫ້າມ...ແມ່ນແຕ່ອາເມຮິກາ...ອັງກິດ..ກກໍມີກົດລະບຽບຂໍ້ຫ້າມທີ່ເຂັ້ມງວດກວ່າເມືອງລາວຊະອີກ...
ແລະທຸກໆການສະແດງອອກຍ່ອມມີຂອບເຂດ...ຖ້າບໍ່ມີຂອບເຂດທຸກໆປະເທດໃນໂລກຍ່ອມບໍ່ຈຳເປັນທີ່ຈະຕ້ອງມີກົດຫມາຍ...ຢ່າຕື່ນສັງຄົມໃຫ້ມາກລະ...ຄ່ອຍໆຮຽນຮູ້ໄປ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ເວົາເດີ້ວ່າທຳລາຍເສດຖະກິດ ເວົາວ່າປິດກັ້ນເສດຖະກິດອັນ1 ມັນກໍ່ບໍ່ເຖີງຂະໜາດທຳລາຍແຕ່ເຮັດໃຫ້ເມັດເງີນຈາກນັກທອງທຽວຕ່າງຊາດຫລືໃນຊາດ ທີຄວນຈະມີເມັດເງີນໄຫລເຂົາຫລາຍກັວເກົາ

໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ເດັກນ້ອຍສະໄໝນີ້ ຈັກແນວໃດຫວ່າ ເອົາແຕ່ໃຈໂຕເອງ ຮຽນໄດ້ຢູ່ຫວາ

໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເອີ້ແມ່ນໆໂຄດລຳຄານເລີຍອັນບັນດາກົດລະບຽບບໍ່ເປັນຕາສະແຕກຫັນຈັກຊິຕັ້ງມາຫາສະຫວັນວິມານເຮັດຫຍັງບຸ ໃນເມື່ອຄິດທີ່ຈະເປີດປະເທດຢູ່ແລ້ວອັນເລື່ອງນຸ້ງເຄື່ອງໂປ້ນິມັນຫ້າມກັນບໍ່ໄດ້ຢູ່ແລ້ວວ່າບໍ່ ປານນັ້ນວ່ານຸ່ງເຄື່ອງໂປ້ຫັນມັນບໍ່ສຸພາບບາດພວກຕ່າງປະເທດນຸ່ງເຂົ້າງານເຊັ່ນບຸນທາດຫຼວງລາບໍ່ເຫັນຊິກາເວົ້າໃຫ້ເຂົາເຈົ້າອ້າງແຕ່ວ່າມັນແມ່ນສິທິ
ສ່ວນບຸກຄົນ ບາດຄົນລາວນຸ່ງລາບໍ່ໄດ້ ເຮັດປານຄົນລາວບໍ່ມີສິດທິສ່ວນບຸກຄົນນິແຫຼະ

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ເລື່ອງແບບນີ້ບໍ່ໜ້າຈຳກັດກັນເລີຍ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມນລະເຫັນນຳ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ດີໆໆໆໆໆໆໆໆໆ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ອັນເລື່ອງກົດລະບຽບນິ ມີ່ບໍ່ເປັນບັນຫາປານໃດ ແຕ່ເລື່ອງໂທລະສັບນິກະຢາກໂພດໆແຫລະ ບໍ່ໃຫ້ເອົາມືຖືໄປ ຮຮ... = ='

ທີ່ຮູ້ສຶກເຄືອງໆກັບກະຊວງສຶກສາທີ່ສຸດ ແມ່ນລະບົບການສຶກສານີ້ແຫລະ ຂ້ອນຂ້າງຈະເບື່ອອອອ ລະບົບການສຶກສາທີ່ຈຳກັດ ບໍ່ມີແຍກສາຍໃຫ້ດີ ບໍ່ມີການພັດທະນາສົ່ງເສີມຕາມຄວາມຖະຫນັດ ຄວາມສາມາດແຕ່ລະຄົນ ຊ້ຳຍັງມີວິຊາທີ່ບໍ່ຮູ້ວ່າຊິຮຽນໄປເຮັດຫຍັງ ບໍ່ເຫັນວ່າຈະໄດ້ໃຊ້ໃນເສດສ້ຽວຂອງຊີວິດ ຮູ້ສຶກເສຍເວລາກັບການຮຽນຫລາຍວິຊາໄປລ້າໆ

ຊ້ຳແລ້ວ ບາດໄປຕໍ່ມະຫາໄລ ໄປສາຍອາຊີບແລ້ວ ຍັງຫນີບໍ່ພົ້ນວິຊາທີ່ບໍ່ຮູ້ຈະຮຽນໄປເຮັດຫຍັງອີກ... ໃຜທີ່ຮຽນ ມະຫາໄລ ວິທະຍາໄລ ແລ້ວ ຫນ້າຈະຮູ້ວ່າມີ່ເວົ້າເຖິງວິຊາໃດ... ເຊິ່ງບາງວິຊາ ເນື້ອຫາກະເດີມໆ ຕອນປະຖົມມັດທະຍົມກະຮຽນມາແລ້ວ ບໍ່ຮູ້ວ່າຈະເອົາມາໃຫ້ຮຽນອີກ ເພື່ອ...?

ມີ່ວ່າ ຖ້າຕັດວິຊາທີ່ບໍ່ຈຳເປັນໄປ ລະດັບປະລິນຍາຕີນິ ຫຍໍ້ເປັນ 2-3ປີ ກະຍັງໄດ້ = =' (ສົງໄສເອົາວິຊາອື່ນໆມາໃສ່ໃຫ້ມັນຄົບ 5 ປີ ກະບໍ່ຈັກ - ອັນນີ້ຄວາມເຫັນສ່ວນຕົວເດີ້)

ແລະອື່ນໆອີກຫລາຍຢ່າງ ບໍ່ຢາກບັນຍາຍ...

ຢາກໃຫ້ລະບົບການສຶກສາຢູ່ລາວມັນກ້າວເຖິງລະດັບສາກົນໄວໆ ຢາກໃຫ້ ລຖບ ທຸ້ມເທໃສ່ການສຶກສາຫລາຍກວ່ານີ້

ແຕ່ ຄິດວ່າ ກ່ອນຈະທຸ້ມເທໃສ່ການ ສສ ໄດ້ ຄົງຕ້ອງລົບລ້າງ corrupt... ໃຫ້ໄດ້ກ່ອນ... = ='

+1

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ FinalfantasyGang ຂຽນວ່າ...
ຕ່າງປະເທດເຂົາມາທ່ຽວເມືອງລາວເພາະຢາກຊື່ນຊົມໃນຮີດຄອງປະເພນີຂອງລາວ...
ບໍ່ແມ່ນເຂົາຢາກມາເບິ່ງສາຍດ່ຽວ ແອວລອຍດອກ...ນ້ອງຄິດຜິດແລ້ວ...

ຂໍໂທດເດີ້ຂ້ອຍຄິດມາດົນແລ້ວແຕ່ບໍ່ກ້າເວົ້າຊື່ໆມືືນີ້ຂໍເວົ້າຊະສິຖືກແບນອີກກະຢ່່າ
ຂ້ອຍວ່າການແຕ່ງໂຕມັນເປັນສິດທິສ່ວນບຸກຄົນ
ປະເທດໃດໜື່ງຕ້ອງມີການພັດທະນາທຸກດ້ານໃຫ້ກ້າວໜ້າທັນກັບໂລກເຂົ້າໃຈວ່າຕ້ອງມີວັດທະນະທຳແຕ່ກະເອົາ
ໄວ້ເປັນບາງບ່ອນບາງສະຖານທີ່ຊະ
ຄັນເຮົາຈະຮັກສາແບບເດີມໆໃຫ້ກະເຈົ້າມາເບີ່ງມາຊົມມັນກະບໍ່ຕ່າງຫຍັງຈາກວັດຖຸໂບຮານ
ທີ່ບໍ່ມີການພັດທະນາຫຼືວ່າຕາຍໄປແລ້ວຄົງຢູ່ໃນສະພາບເກົ່າໃຫ້ຄົນຕ່າງປະເທດມາເບີ່ງຊື່ໆ
ເຈົ້າພໍໃຈແບບນັ້ນບໍ່ແຕ່ວ່າຄົນຍຸກໃຫມ່່ບໍ່ຍອມແນ່ນອນກະເຈົ້າຢາກທັນໂລກຢາກພັດທະນາໄປຕາມກະແສໂລກ
ຢາກໃຫ້ຕ່າງປະເທດຮູ້ວ່າເຮົາກະມີການພັດທະນາຄືກັນແຕ່ການສະແດງອອກຂອງກະເຈົ້າມັນກະມີແຕ່ທໍ່
ນັ້ນຊິໃຫ້ກະເຈົ້າໂຊຄວາມສາມາດໂດຍການມານັ່ງຜະລິດຍານອາວະກາດໃຫ້ຕ່າງປະເທດເບີ່ງກະຄືຊິບໍ່ແມ່ນແນວ
ແຕ່ກະເຈົ້າພຽງຢາກພັດທະນາໄປໃຫ້ທັນໂລກບໍ່ຢາກໃຫ້ຄົນອື່ນດູຖູກວ່າໂງ່ຈ້າຫຼ້າຫຼັງ
ຄືດເບີ່ງວ່າມັນຈະດີຊຳໃດຖ້າໄວລຸ່ນພວກນີ້ກະເຈົ້າໄດ້ເຮັດໃນສີ່ງທີ່ກະເຈົ້າມັກແລະມີຄົນ
ສະໜັບສະໜູນຢາກເຕັ້ນກະໃຫ້ເຕັ້ນຢາກຮ້ອງກະໃຫ້ຮ້ອງໃຫ້ພັດທະນາໃນສີ່ທີ່ໂຕມັກ
ມັນຄົງຈະດີກວ່າມານັ່ງກີດກັດຄວາມສາມາຂອງກັນ

Wad tha na tham lao? pen leuang ngo ja?

khoi khon 1 lae t bor sa nab sa noun leuang noung saiy diaw.. ga pong sun2.. --!

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...
ຄິດວ່າເລືອງໂທລະສັບກໍ່ຄວນໃຊ້ວິທີຫ້າມເປີດໂທລະສັບໃນເວລາຮຽນນ່າຈະດີກອນບໍ່ ?
ສວນເລື້ອງອືນໆ ປະເທດອືນທີພັດທະນາແລວເຊັນ ອາເມລິກາ, ອັງກິດ ,ຟຮັ່ງ ບັນດາປະເທດເຫລົານີ້ລ້ວນແລ້ວແຕ່ສ້າງບຸກຄະລາກອນທີມີຄວາມສາມາດ ແລະນັກຮຽນ,ນັກສຶກສາ ທີມີຄວາມສາມາດ ແລະ ເກັງດ້ານການຮຽນ
ມີຄຸນນະພາບສູງໃນທຸກປີ ແຕ່ເຂົາເຈົ້າບໍ່ເຫັນມີກົດລະບຽບອັນທີບໍ່ກຽວຂ້ອງກັບການຮຽນພວກນີ້
ສວນເລືອງທີຫ້າມບໍ່ໃຫ້ຄົນແຕ່ງໂຕວ້າບຫວີແຕ່ບໍ່ໂປ້ເຊັນໃສສົງສະເກິດ,ເສືອສາຍດຽວ ຜູ້ຊາຍຫ້າມບອງຫູ້ແລະໃສສາຍຄໍ່ຮູ້ບຮາງຕ່າງໆເຂົາໃນງານປະເພນີ້ແລະງານບຸນຕ່າງໆບໍ່ວ່າຈະເປັນຊາວລາວຫລື້ຕ່າງຊ້າດນັ້ນປຽບດັງການ
ປິດກັນເສດຖະກິດອັນ1 ມັນອາດຈະມີມູ້ຄ່າຫນ້ອຍແຕ່ເມັດເງີນນັ້ນຄິດວ່າແຕ່ລະປີລ້າວເຮົາພາດເງີນບໍ່ຕຳກົວ5ລ້ານຫາ20ລ້ານກີບ

ຕ່າງປະເທດເຂົາມາທ່ຽວເມືອງລາວເພາະຢາກຊື່ນຊົມໃນຮີດຄອງປະເພນີຂອງລາວ...
ບໍ່ແມ່ນເຂົາຢາກມາເບິ່ງສາຍດ່ຽວ ແອວລອຍດອກ...ນ້ອງຄິດຜິດແລ້ວ...
ນ້ອງອາດຈະຄິດແຍ້ງວ່າ..ເຂົາຢາກເຫັນຂອງລາວ...ສາວລາວທີ່ຕ່າງປະເທດມີໃຫ້ເຂົາລອງ ເຂົາບໍ່ອຶດ...
ໃຫ້ນ້ອງເຂົ້າໃຈວ່າ...ງານປະເພນີລາວ ມັນຕ້ອງສະແດງອອກເຖິງປະເພນີລາວ...ບໍ່ແມ່ນຂອງຕ່າງປະເທດ
ຢ່າງງານທາດຫຼວງສະຖານທີ່ທີ່ໃຫ້ຄົນແຕ່ງຕົວໄດ້ຕາມສະບາຍເຂົາກໍຈັດໄວ້ທີ່ລາວໄອເທັກແລ້ວ...

ສຳຫຼັບເລທ່ອງຂໍຫ້າມທີ່ບໍ່ໃຫ້ນັກຮຽນເອົາໂທລະສັບໄປ ຣຣ ອາດຈະມີສະເພາະຍາງ ຮຮ ເທົ່ານັ້ນ ແຕ່ນັ້ນກໍຄົງຈະບໍ່ເຫມາະສົມຈິງໆ ຄວນຈະໃຫ້ເຂົານຳໄປໄດ້ ແຕ່ເວລາເຂົ້າຮຽນຕ້ອງປິດເທົ່າ
ສິງທີ່ຕ້ອງການຈາກກະຊວງສຶກສາທີ່ ສຸດ ຄືປັບປຸງຫຼັກສູດແລະການທຸຈະລິດໃນການສອບຂອງນັກຮຽນ
ແລະການຊື້ຈ້າງເຂົ້າຣຽນຕໍ່ໃນລະດັບຕ່າງໆ....ໂດຍສະເພາະດົງໂດກນີ້ລະຕົວການ

+2

ເຮົາຄົບກັນສອງປີແລ້ວ.. ^_^

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີກົດໃຫ້ເຮັດຕາມແຫຼະດີແລ້ວ ເປັນການສ້າງລະບຽບວິໄນໃຫ້ຕົນເອງ ອັນໃດພໍແຫກກົດກະແຫກ

strawberry

໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...

2.ເວລາມີງານຫຍັງຕ່າງໆເຊັນບຸນທາວຫລວງຈະເຫັນວ່າຫ້າມຄົນເຄືອງທີບັນດາທານໃນກະຊວງເຫັນວ່າໂປ້ເຂົ້າໃນພື້ນທີເຊັນ
ເສືອສາຍດຽວ,ສົງສະເກິດແລະອືນໆ...

ອັນນີ້ເຫັນດີນຳ ງານປະເພນີກໍ່ຕ້ອງນຸ່ງເຄື່ອງຕາມປະເພນີ ຖ້າບໍ່ນຸ່ງເຄື່ອງຕາມປະເພນີ ແລ້ວຊິເອີ້ນວ່າງານປະເພນີໄດ້ຈັ່ງໃດ

ການບໍ່ນຸ່ງສາຍດ່ຽວ ສະເກີດ ຫຼືເສື້ອຜ້າທີ່ເຫັນແລ້ວເຮັດໃຫ້ຜູ້ຊາຍນ້ຳລາຍຍ້ອຍ ມັນກະດີຕໍ່ຜູ້ກ່ຽວເອງ
ກະບໍ່ແມ່ນຍ້ອນການນຸ່ງໂປ້ໆນີ້ບໍທີ່ເຮັດໃຫ້ມີການຂົ່ມຂື່ນຂ້າກັນຫຼາຍໆຂຶ້ນໃນທຸກວັນນີ້

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການທີ່ເພິ່ນໃຫ້ຮຽນຫຼາຍວິຊານັ້ນແມ່ນເປັນການດີແລະເປັນການປູພື້ນຖານຂອງຄວາມຮູ້ໃຫ້ແໜ້ນແກ່ນ, ເພື່ອເວລາທີ່ເຈົ້າຈົບມາບັງເອີນເຈົ້າບໍ່ໄດ້ວຽກງານທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າຮຽນມາຢ່າງໜ້ອຍເຈົ້າກໍ່ຍັງພໍມີຄວາມຮູ້້ພື້ນຖານໃນວິຊາອື່ນເລັກໆນ້ອຍໆພໍ
ຊ່ວຍເຫຼືອຕົນເອງໄດ້ຫຼືເວລາໄປສະໝັກວຽກຖ້າເພິ່ນຖາມຢ່າງອື່ນເລັກໆນ້ອຍໆໃນສິ່ງທີ່ບໍ່ແມ່ນວິຊາເຈົ້າໄດ້ສຶກສາ ຢ່າງນ້ອຍເຈົ້າກໍ່ພໍຈະຕອບໄດ້ບໍ່ຫຼາຍກໍ່ໜ້ອຍເຊິ່ງກໍ່ດີກວ່າແນ່ນອນ ດີກວ່າທີ່ເຈົ້າຈະບອກໄປວ່າບໍ່ໄດ້, ທີ່ເພິ່ນໃຫ້ຮຽນຫຼາຍວິຊາກໍ່ເພາະທຸກໆວິຊາທີ່ຮຽນມານັ້ນລ້ວນແຕ່ສາມາດເອົາມານຳໃຊ້ໃນຊີວິດປະຈຳວັນໄດ້ໝົດທຸກຢ່າງ ຖ້າບໍ່ໄດ້ໃຊ້ທາງກົງກໍ່ຈະໄດ້ໃຊ້ທາງອ້ອມ, ແລ້ວອີກຢ່າງຫຼັກສູດທີ່ເພິ່ນສ້າງມານັ້ນບໍ່ແມ່ນວ່າເພິ່ນຈະຮ່າວໄດ້ຮ່າວຂຽນຮ່າວໄດ້ຮ່າວສ້າງ ກ່ອນທີ່ເພິ່ນຈະເຮັດຂຶ້ນມາໄດ້ໜຶ່ງຫຼັກສູດນັ້ນເຈົ້າວ່າເພິ່ນຕ້ອງໃຊ້ເວລາຄົ້ນຄິດຊອກຫາຂໍ້ມູນຫຼາຍສຳ່ໃດ, ຢ່າໄດ້ເວົ້າໃຫ້ເພິ່ນເປັນອັນຂາດແລະທີ່ເຈົ້າບອກວ່າບົດຮຽນທີ່ເຈົ້າເຄີຍໄດ້ຮຽນມັນຜ່ານມາແລ້ວແຕ່ຄາວຍັງເປັນເດັກນ້ອຍພຸ້ນແລ້ວຈະເອົາມາສອນເຮັດຫຍັງ
ອີກເຈົ້າເຄີຍໄດ້ຍິນຄຳສຸພາສິດລາວທີ່ເພິ່ນກ່າວໄວ້ບໍ່ວ່າ: " ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ " ຖ້າບໍ່ເຊື່ອລອງເບິ່ງແມ້ບົດທ່ອງຂື້ນໃຈທີ່ຕອນຄາວເຈົ້າຍັງເປັນເດັກນ້ອຍເຈົ້ານ່າຈະໄດ້ຮຽນແລະເລົ່າໄດ້ຫຼຽນໄຫຼເພື່ອຂຶ້ນໄປເລົ່າເອົາຄະແນນນຳສາວຄູ ນຳເອື້ອຍຄູ ແລ້ວມາຮອດຕອນນີ້ເຈົ້າລອງມາເລົ່າຄືນເບິ່ງແມ້ຖ້າເຈົ້າຈື່ໄດ້ໜົດຄືຕອນຄາວເຈົ້າຍັງເປັນເດັກນ້ອຍຢູ່ ນີ້ກໍ່ຍ້ອນວ່າເຈົ້າໄດ້ປະຖິ້ມໄປດົນແລ້ວເລີຍເຮັດໃຫ້ລືມແລະທີ່ເຈົ້າບອກວ່າຢາກໃຫ້ຫຼັກສູດຂອງບ້ານເຮົາທຽບເທົ່າສາກົນຂໍ້ນີ້ເຫັນດີນຳ, ແຕ່ການທີ່ເຈົ້າຄິດວ່າຫຼັກສູດປະລິນຍາຕີຫຍໍ້ລົງເປັນ 2-3 ປີກໍ່ໄດ້ຖ້າຕັດວິຊາທີ່ບໍ່ຈຳເປັນອອກ ຂ້ອຍຄິດວ່າທຸກໆວິຊາທີ່ຮຽນລ້ວນແຕ່ສຳຄັນໝົດ, ແລ້ວເຈົ້າຄິດວ່າຖ້າເຈົ້າຮຽນສຳ່ແຕ່ວິຊາທີ່ເຈົ້າຄິດນັ້ນເຈົ້າຈະໄດ້ຄວາມຮູ້ຫຼາຍບໍ? ພໍບໍ? ແລະຄົບຖ້ວນບໍ? ເພາະສະໄໝນີ້ຮູ້ພຽງສິ່ງທີ່ເຮົາຮຽນຢ່າງດຽວຍັງບໍ່
ພໍຈະຕ້ອງຮູ້ສິ່ງອື່ນທີ່ຢູ່ຮອບຕົວເຮົາອີກ, ຄວາມຈິງແລ້ວຫຼັກສູດຂອງສາກົນເຮົາເບິ່ງຄືຈະຮຽນໜ້ອຍປີແຕ່ຄວາມຈິງແລ້ວເຂົາເຈົ້າຮຽນໜັກກວ່າຖ້າທຽບກັບເຮົາຮຽນຫຼາຍປີຫັ້ນຊຳ້ (ຕົວຢ່າງ: ປະລິນຍາຕີຢູ່ຍີ່ປຸ່ນຮຽນແຕ່ສີ່ປີ ບ້ານເຮົາຮຽນຫ້າປີ ແຕ່ຄວາມຈິງແລ້ວເຂົາເຈົ້າຮຽນຫຼາຍວິຊາກວ່າເຮົາອີກແລະຮຽນໜັກກ່ອນເຮົາອີກ ປີໜຶ່ງເຂົາຮຽນສາມເທີມພຸ້ນຈຶ່ງຈົບຫຼັກສູດ ບ້ານເຮົາປີໜຶ່ງຮຽນແຕ່ສອງເທີມກະຍັງຈົ່ມແລ້ວ) ຖ້າບ້ານເຮົາເປັນຄືແບບຢູ່ຍີ່ປຸ່ນນີ້ຂ້ອຍວ່າເຈົ້າກໍ່ຄົງຈະມີແນວໃໝ່ເກີດຂຶ້ນອີກກັບການສຶກສາແບບນີ້, ເຈົ້ານ່າຈະເຄີຍໄດ້ຍິນຄຳວ່າ: " ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ " ແລະທີ່ເພິ່ນວ່າ: " ການສຶກສາບໍ່ມີວັນຈົບ ຂຸມຟັງສົບນັ້ນຄືຈຸດຈົບຂອງການສຶກສາ " ແລະການທີ່ບອກວ່າຢາກໃຫ້ພັກລັດເພິ່ນປັບປຸງຫຼັກສູດການສຶກສາໃຫ້ທຽບເທົ່າກັນກັບຕ່າງປະເທດໄດ້ນັ້ນກ່ອນອື່ນຢາກໃຫ້ລອງຫັນມາເບິ່ງໂຕເອງກ່ອນວ່າ
ຖ້າຈະທຽບແນວນັ້ນເປັນຫຍັງຕົນເອງບໍ່ທຽບຕົນໃສ່ກັບຄົນຕ່າງປະເທດທີ່ເຂົ້າຕັ້ງໃຈຮຽນລ່ະ ຢ່າຕິວ່າເປັນນຳລະບົບການສຶກສາຄວາມຈິງແລ້ວມັນເປັນນຳຄົນປະຕິບັດພີ້ຫຼາຍກວ່າແລະອີກຢ່າງເວລາເສັງກໍ່ຢ່າກ່າຍ ພະຍາຍາມຊື່ສັດສຸຈະຫຼິດ, ເສັງບໍ່ໄດ້ກໍ່ຄືເສັງບໍ່ໄດ້ຍອມລົງເທີມຮຽນຄືນ ຢ່າໄປຫາຜູ້ອື່ນຊ່ວຍໃນເລື້ອງຄະແນນ, ເພາະສິ່ງສຳຄັນທີ່ເຈົ້າຈະໄດ້ນຳໃຊ້ແມ່ນຄວາມຮູ້ທີ່ໄດ້ຮຽນມາ.
ອີກຢ່າງກົດລະບຽບເລື່ອງຊົງຜົມ, ການນຸ່ງຖື ແມ່ນຢູ່ວ່າມັນບໍ່ກ່ຽວກັບການຮຳ່ຮຽນເລີຍກໍ່ຈິງແຕ່ສິ່ງນີ້ມັນກໍ່ຂາດບໍ່ໄດ້ເພາະມັນໄດ້ສະແດງແລະບົ່ງບອກເຖິງ ມາລາຍາດການປະພຶດລະບຽບວິໄນໃນການນຸ່ງຖືທີ່ຄວນຈະຮຽບຮ້ອຍ, ເພາະວັດທະນາທຳແລະຮີດຄອງປະເພນີຂອງຊາດລາວຂອງພວກເຮົາເພິ່ນໄດ້ສອນກັນມາຕັ້ງແຕ່ບູຮານນະການແຕ່ປູ່ຍ່າຕານາຍພຸ້ນແລ້ວວ່າຜູ້ຊາຍແລະ
ແມ່ຍິງລາວເຮົາຄວນນຸ່ງຖືແບບໃດ ເຮົາຜູ້ເປັນລູກເປັນຫຼານຄວນນຳເອົາມາເປັນແບບຢ່າງ, ຢ່າຕື່ນນຳສັງຄົມຕາເວັນຕົກຈົນເກີນໄປ
ເພາະເພິ່ນບອກວ່າ: " ຢາກເປັນຄົນທັນທີ່ສະໄໝ ຢ່າທຳລາຍວັດທະນາທຳ "
ທີ່ເວົ້າແບບນີ້ກໍ່ບໍ່ແມ່ນວ່າບໍ່ໃຫ້ໃສ່ບໍ່ໃຫ້ແຕ່ງກາຍຕາມຍຸກຕາມສະໄໝດອກ ຄວາມໝາຍກໍ່ຄື ແຕ່ງໄດ້ແຕ່ການແຕ່ງນັ້ນຕ້ອງມີກາລະເທສະ ຮູ້ສະຖານທີ່ວ່າຄວນແຕ່ງແບບໃດແລະສຸດທ້າຍກໍ່ຄືແຕ່ງໃຫ້ມີຂອບເຂດ ເພາະຖ້າແຕ່ງເກີນຂອບເຂດຜົນດີກໍ່ຄືງາມແຕ່ນອກຈາກນັ້ນອາດຈະນຳຜົນຮ້າຍມາສູ່ໂດຍບໍ່ຮູ້ຕົວກະເປັນໄດ້.

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>