ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ມີຄວາມຄິດເຫັນກຽວກັບກະຊວງວັດທະນາທຳ ແລະ ກະຊວງສຶກສາລາວເຮົາແນ້ວໄດ?

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິງ

ຮັກແທ້ຄືແມ່

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ມາຈອບເບິງ

ຈັງແມ່ນມັກຈອບເນາະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ່ານມາຫຼາຍຈົນລາຍຕາ, ຂໍເວົ້າແນ່ຈັກໜ່ອຍຊະເລື່ອງທີ່ພາກັນວິພາກວິຈານທັງຫຼາຍ

- ເລື່ອງກົດລະບຽບພາຍໃນໂຮງຮຽນ
ເລື່ອງນີ້ເບິ່ງແລ້ວອາດເປັນເລື່ອງທີ່ໄຮ້ສາລະ(ສຳລັບບາງຄົນ) ແຕ່ວ່າມັນເປັນສິ່ງນຶ່ງທີ່ເຮັດໃຫ້ຄົນເກືອບມີຈິດສຳນຶກຮູ້ຮັກສາກົດລະບຽບ, ແຕ່ບາງຄົນກໍວ່າ ຈັກຊິຕັ້ງກົດລະບຽບມາເຮັດຫຍັງ ເລື່ອງເສື້ອບໍ່ເອົາເຂົ້າໃນ, ເລື່ອງຊົງຜົມ, ເລື່ອງໂທລະສັບມືຖື, ເລື່ອງສິ້ນ, ເລື່ອງແຕ່ງໜ້າທາປາກ. ເບິ່ງໃນອີກມຸມນັກຮຽນ ກໍແມ່ນ ທີ່ວ່າຊິຕັ້ງມາເຮັດຫຍັງແຕ່ວ່າ ເບິງໃນມຸມຂອງຜູ່ໃຫຍ່ ການທີ່ຕັ້ງກົດລະບຽບພວກນີ້ມາ ກໍເພື່ອເຮັດໃຫ້ນັກຮຽນ ຫຼື ເດັກນ້ອຍ ເກີດມີການຮູ້ຮັກສາກົດລະບຽບໃຫ້ເປັນນິໄສ
ອ້າວ!! ແຕ່ບາງຄົນພັດວ່າ ເລື່ອງພວກນີ້ໃຫຍ່ມາຫາກຊິປະຕິບັດໄດ້ເອງ ກໍລອງຖ້າບໍ່ມີໃຜເປັນຄົນບອກສອນວ່າ ຢູ່ສະຖານທີ່ນີ້ຄວນວາງຕົວ ຫຼືວ່າ ນຸ່ງຖືແນວໃດໃຫ້ຖືກກາລະເທສະ. ຍົກຕົວຢ່າງ: ເວລາໄປພົວພັນວຽກງານທີ່ສຳຄັນ ເປັນໄປໄດ້ບໍ່ທີ່ຈະນຸ່ງເຄື່ອງທີ່ທຳມະດາ(ເສື້ອຍືດ, ເກີບຄີບ, ໂສ້ງຢີນ) ແນ່ນອນວ່າບໍ່ໄດ້ ເຮົາຕ້ອງເບິ່ງວ່າສະຖານທີ່ທີ່ເຮົາຈະໄປນັ້ນເປັນແນວໃດ ເປັນທາງການຫຼືບໍ່ເປັນທາງການ.
ກັບມາຫາເລື່ອງໃນໂຮງຮຽນ ນັກຮຽນສ່ວນຫຼາຍກໍວ່າກົດລະບຽບເຄັ່ງ ແຕ່ຄືເຫັນຍັງພາກັນແຫກກົດຕະຫຼອດ ຕອນຮຽນໜັງສື ຫ້າມບໍ່ໃຫ້ໃຊ້ໂທລະສັບ ແຕ່ອັນນີ້ແມ່ນຫຍັງ ກົດໂທສະສັບຫຼາຍກວ່າທີ່ຈະຮຽນໜັງສືຊ້ຳ, ເລື່ອງເສື້ອບໍ່ເອົາເຂົ້າໃນ ຄັນວ່າລັບຕາອາຈານປຸບ ກະເອົາອອກປັບ ຈົ່ມວ່າຮ້ອນແນວນັ້ນແນວນີ້ ນັກຮຽນຊາຍແຮງຄັກ ຂະໜາດພັກຮຽນແຕ່ 10 ນາທີ ຍັງໄປເຕະບານ ແລ້ວສຸດທ້າຍກະຈົ່ມວ່າຮ້ອນ ບໍ່ເອົາເສື້ອເຂົ້າໃນ, ຊິບໍ່ໃຫ້ຮ້ອນແນວໃດ ໄປເຕະບານ!! ມັນແມ່ນເວລາໄປເຕະບໍ 10 ນາທີ, ການທີ່ໃຫ້ພັກ 10 ນາທີ ກໍເພື່ອໃຫ້ສະໝອງພັກຜ່ອນຈາກສິ່ງຕ່າງໆທີ່ເຮົາກຳລັງຮຽນຢູ່.ອີກຢ່າງນັກຮຽນຍິງ ດຽວນີ້ແມ່ນການແຕ່ງຕົວ ຈັກເພິ່ນຊິແຕ່ງຫຍັງກະດັກກະດໍ້ ແຕ່ງປານຊິໄປງານລ້ຽງ ເບິ່ງແກ້ມ ປາກ ຊົງຜົມ ຖ້າເບິ່ງຜ່ານໆຄິດວ່າພາກັນມາງານລ້ຽງ ແຕ່ຄືວ່າພາກັນນຸ່ງເສື້ອນັກຮຽນ? ຍາມມາຮຽນກໍຮຽນ ບໍ່ແມ່ນຊິມາແຕ່ງໂຕໃສ່ກັນ ແລ້ວອີກອັນແມ່ນເລື່ອງຈັບກຸ່ມກັນຫຼິ້ນ ບາງຄົນກໍບໍ່ຖືກກັນ ສຸດທ້າຍກໍຈັບກຸ່ມກັບຄົນໃໝ່ ເວົ້າຂວັນກັນເອງພາຍໃນຫ້ອງ ກວນກັນ ບາງເທື່ອແມ່ນຜິດກັນເລື່ອງບໍ່ເປັນເລື່ອງ ອັນນີ້ໂຕເອງເຈິມາຫຼາຍແມ່ນ ພວກເພິ່ນຜິດກັນເລື່ອງຍາດຜູ່ຊາຍ ຈົນເຖິງຂັ້ນລົງໄມ້ລົງມືໃສ່ກັນ.
ເວົ້າແລ້ວກໍຍັງບໍ່ສຸດກັບມືຖື ເວລາຮຽນໜັງສື ພໍແຕ່ໂທລະສັບມັນສັ່ນ ຟ້າວກົ້ມໜ້າກົ້ມຕາລົງຫາມືຖືໂລດ ເຮັດປານບໍ່ເຫັນຫົວອາຈານທີ່ກຳລັງຢືນສອນ ຈະສອນກໍສອນໄປ ຕູຈະຕອບຂໍ້ຄວາມ(ຜູ່ບ່າວ, ຜູ່ສາວ)ທີ່ເຂົາເຈົ້າສົ່ງຫາ ອັນນີ້ເປັນບັນຫາທີ່ຍັງແກ້ບໍ່ທັນຕົກ ເພາະເຖິງຈະໃຫ້ປິດມືຖືຕອນກຳລັງຮຽນ ແຕ່ສຸດທ້າຍກໍພາກັນເປີດຄືເກົ່າ ທີ່ເຫັນຄັກແມ່ນ ສິ້ນແມ່ຍິງ ພາກັນໄປເສີມຖົງໃສ່ສິ້ນ ເອົາໄວ້ມືຖືເຫັນມາຫຼາຍຈົນບໍ່ຢາກຊິເວົ້າ. ຄັນວ່າຜູ່ຊາຍກໍເປັນໄປອີກແບບ ອັນນີ້ແຮງຄັກຢູ່ຫ້ອງລ້າກໍບໍ່ວ່າ ອັນນີ້ແມ່ນຫຍັງ ພາກັນລົມກັນສຽງກໍດັງ ຈົນກົບສຽງອາຈານທີ່ກຳລັງສອນ, ບາງຄົນກໍບໍ່ມັກວິຊາທີ່ກຳລັງຮຽນຢູ່ ກໍຄອບໄປຫ້ອງນ້ຳ ສຸດທ້າຍກໍບໍ່ມາເຂົ້າຫ້ອງ ເຫັນອີກຮອບແມ່ນເພິ່ນພາກັນໂຕນອອກໂຮງຮຽນໄປແລ້ວ, ບາດຖືກສຳຫຼວດມາກະພາກັນເວົ້າເປັນສຽງດຽວວ່າ ຕໍ່ໄປນີ້ຈະບໍ່ໂຕນອອກໄປນອກ ຈະບໍ່ລົມກັນໃນຫ້ອງ ຈະບໍ່ນອນໃນຫ້ອງເວລາຮຽນ ແຕ່ເປັນແນວໃດສຸດທ້າຍ ຄືເກົ່າ ທຸກສິ່ງທີ່ອອກມາຈາກປາກ ແມ່ນເພື່ອໃຫ້ໂຕເອງພົ້ນຈາກຄວາມຜິດທີ່ໄດ້ເຮັດໄປເທົ່ານັ້ນ ບໍ່ຄິດຈະມີສຳນຶກວ່າ ຕົວເອງເຮັດແນວນີ້ມັນບໍ່ຖືກຕ້ອງ ມັນບໍ່ດີ ບໍ່ມີໃນຄວາມຄິດ ຫຼືວ່າໃນສະໝອງເລີຍ...
ຖ້າເປັນແນວນີ້ຕໍ່ໄປ ບາດພໍ່ແມ່ຮູ້ເລື່ອງ ແລ້ວເພິ່ນມາຕິໃຜ? ຖ້າບໍ່ແມ່ນຕິໂຮງຮຽນ ຕິວ່າບໍ່ເບິ່ງລູກໂຕເອງໃຫ້ດີ ເຮັດໃຫ້ລູກໂຕເອງຕິດໝູ່ບໍ່ດີ ຕອນຢູ່ບ້ານບໍ່ເຫັນເປັນແນວນີ້ ບາດມາໂຮງຮຽນຄືມາວ່າລູກໂຕເຮັດແນວບໍ່ດີ, ແລ້ວເພິ່ນໄດ້ສັງເກດພຶດຕິກຳລູກຂອງເພິ່ນໃຫ້ດີບໍ່ວ່າມັນເປັນແນວໃດ ແຕ່ລະມື້ກໍໄປເຮັດວຽກ ເວລາທີ່ຈະຢູ່ນຳກັນມັນກໍໜ້ອຍຢູ່ແລ້ວ ເສົາທິດບາງເທື່ອກໍບໍ່ຢູ່ ໃຫ້ລູກເຝົ້າບ້ານ ຄິດບໍ່ວ່າ ເວລາທີ່ໂຕເອງບໍ່ຢູ່ບ້ານ ມັນຈະບໍ່ໄປໃສ ມັນຈະເປັນແບບໃດເວລາທີ່ໂຕເອງບໍ່ຢູ່ ບໍ່ຕ້ອງໄປຕິຄົນອື່ນໃຫ້ເມື່ອຍ ຕິໂຕເອງດີກວ່າທີ່ບໍ່ມີເວລາໃຫ້ກັບລູກກັບເຕົ້າ ບາງຄົນກໍຍອມຮັບກັບເຮົາເລີຍວ່າ ຢູ່ບ້ານປານຢູ່ຄົນດຽວ ທັງໆທີ່ພໍກັບແມ່ກໍຢູ່ ແຕ່ວ່າເພິ່ນບໍ່ໃຫ້ຄວາມສົນໃຈ ກິນເຂົ້າກໍກິນບໍ່ພ້ອມໜ້າກັນ ຕ່າງຄົນຕ່າງກິນ ກິນແລ້ວໆ ກໍພາກັນໄປເຮັດວຽກ ບໍ່ຊັ້ນກໍອອກໄປນອກບ້ານ ປະໃຫ້ເຂົາຢູ່ເຮືອນຄົນດຽວ ນີ້ຄືບັນຫາຫຼັກທີ່ສຸດໃນທຸກມື້ນີ້, ແລ້ວສຸດທ້າຍເປັນແນວໃດ ບາງຄົນກໍໄປຕິດໝູ່ທີ່ບໍ່ດີ ບາງຄົນກໍຕິດຫຼິ້ນ ຊ້ຳບໍ່ໜຳຕິດຢາກໍມີ ສຸດທ້າຍກໍໄດ້ເອົາໄປບຳບັດຢູ່ສູນບຳບັດ ຈົນສຸດທ້າຍເຮັດໃຫ້ເດັກມີປົມດ້ອຍ ອັນນີ້ກໍຄວນຄິດໃຫ້ດີວ່າສິ່ງທີ່ເກີດຂຶ້ນເປັນຍ້ອນໃຜ.

ຂະໜາດເລື່ອງດຽວຍັງຍາວລະ ຊົ່ວຊິເອົາຈົນໝົດທຸກເລື່ອງມັນຊິບໍ່ປານຫຍັງຫວາ ຮຶຮຶຮຶ

- ເລື່ອງທີສອງ ເປັນເລື່ອງຂອງການຮຽນ
ບາງຄົນກໍວ່າຊິຮຽນຫຍັງຊ້ຳໄປຊ້ຳມາ ເຄີຍຮຽນແລ້ວຕອນຢູ່ປະຖົມ - ມັດທະຍົມ ອັນນີ້ກໍແລ້ວແຕ່ເນາະວ່າ ສິ່ງທີ່ເອົາກັບມາສອນມັນສຳຄັນໜ້ອຍຫຼາຍຊ່ຳໃດ ຖ້າໂຕໃດສຳຄັນເພິ່ນກໍເອົາກັບມາສອນ ແຕ່ວ່າ ຈະລົງເລິກກ່ອນທີ່ເຮົາເຄີຍຮຽນມາອີກເອົາງ່າຍໆທີ່ເຫັນພາບໄດ້ແມ່ນ ວິຊາປະຫວັດສາດ ເປັນຫຍັງແຕ່ປະຖົມ ຈົນຈົບມັດທະຍົມຄືວ່າໄດ້ຮຽນຕະຫຼອດ ແຖມໄປຮອດຂັ້ນມະຫາວິທະຍາໄລກໍຍັງໄດ້ຮຽນ ຍ້ອນຫຍັງ? ກໍຍ້ອນວ່າ ບາງເລື່ອງທີ່ເຮົາຍັງບໍ່ໄດ້ຮຽນ ເພິ່ນກໍເອົາມາສອນເຮົາ ເພາະວ່າຢ້ານເຮົາບໍ່ຮູ້ເລື່ອງທີ່ເກີດຂຶ້ນ ແລ້ວບາງເທື່ອເອກະສານບາງສະບັບກໍຍັງບໍ່ທັນມີວ່າ ເຈົ້າໄຊຍະເສດຖາທິຣາດສ໌ ເພິ່ນຫາຍສາບສູນໄດ້ແນວໃດ ຍ້ອນຫຍັງ? ອັນນີ້ກໍເປັນສິ່ງນຶ່ງທີ່ເຮົາບາງຄົນຍັງບໍ່ຮູ້ ສະນັ້ນ ບາງສິ່ງບາງຢ່າງທີ່ເຮົາວ່າເຮົາໄດ້ຮຽນແລ້ວ ແຕ່ວ່າເນື້ອແທ້ ເຮົາຮູ້ຫຼາຍຊ່ຳໃດ ກ່ຽວກັບເລື່ອງນັ້ນ.

- ເລື່ອງທີສາມ ແມ່ນເລື່ອງຂອງການໃຊ້ພາສາ
ເຫັນຫຼາຍເຫຼືອເກີນທີ່ົນລາວໃຊ້ພາສາລາວຍັງບໍ່ທັນຖືກ ຍົກຕົວຢ່າງ: ຂອ້ຍ ກ້ວາງ ກ່ວາ ຫັຍງ ຕັວະ ຂັວນ ກີນ ເລ່ນ. ຄຳພວກນີ້ເປັນຄຳທີ່ຜິດ ແລ້ວອີກຢ່າງທີ່ເຫັນໃຊ້ກັນເລື້ອຍໆ ຄື: ມະຫາໄລ ໄດ້ຍິນຕະຫຼອດ ຫຼືເຫັນພິມຕະຫຼອດ ມາຫາວິທະຍາໄລ ກໍພິມໃຫ້ເຕັມໄປໂລດ ຊິຫຍໍ້ຫຍັງ ເຮົາເປັນຄົນລາວ ຢ່າສຸພາກັນໃຊ້ສັບຂອງປະເທດອື່ນມາປົນຫຼາຍ ດຽວຊິພາກັນຊອດກະຈາໝົດ ໃຊ້ເທົ່າທີ່ຈຳເປັນຊະເນາະ.

ຝາກຊ້ຳທ້າຍ: ”ກ່ອນທີ່ຄິດຈະບອກໃຜຄົນນຶ່ງປ່ຽນແປງ ເຮົາຕ້ອງຮູ້ຈັກວ່າເຮົາດີພໍທີ່ຈະບອກຄົນອື່ນປ່ຽນແປງຫຼືບໍ່, ຖ້າຍັງບໍ່ດີພໍ ກໍບໍ່ຄວນໄປກ່າວເຕືອນຄົນອື່ນ ດຽວເຂົາຊິວ່າ ໂງ່ແຕ່ອວດສະຫຼາດ”

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປັນຮ່າຝົນເລີຍ

ຂຽນໄດ້ດີ ອ່ານຈົນມະໂນພາບຜູ້ຂຽນອອກ

ເຮົາຄົບກັນສອງປີແລ້ວ.. ^_^

໓ ກະທູ້
໒໘໔ ໂພສ
ນັກການກະທູ້
ຊິມີຄົນມາຂຽນແບບ Tam ອີກລ້ານເທື່ອ ບາງຄົນມັນກະບໍ່ສຳນຶກ ມີແຕ່ຖຽງກັບໜ້າດ້ານໆ ຊິດ່າພໍ່ແມ່ ມັນກະດ່າຄື່ນ ເພາະພໍ່ແມ່ມັນດີ ມັນເອງທີ່ບໍ່ດີ ເອົາເປັນວ່າ ໃຜເຮັດໄດ້ກະເຮັດໄປ ໃຜເຮັດບໍ່ໄດ້ ໃຫ່ຍມາ ກະຂີ້ເຫຍື້ອສັງຄົມ ທຳມະດາ ເຄຍໆຖິ້ມລະກະແລ້ວເນາະ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ T0M ຂຽນວ່າ...
ຊິມີຄົນມາຂຽນແບບ Tam ອີກລ້ານເທື່ອ ບາງຄົນມັນກະບໍ່ສຳນຶກ ມີແຕ່ຖຽງກັບໜ້າດ້ານໆ ຊິດ່າພໍ່ແມ່ ມັນກະດ່າຄື່ນ ເພາະພໍ່ແມ່ມັນດີ ມັນເອງທີ່ບໍ່ດີ ເອົາເປັນວ່າ ໃຜເຮັດໄດ້ກະເຮັດໄປ ໃຜເຮັດບໍ່ໄດ້ ໃຫ່ຍມາ ກະຂີ້ເຫຍື້ອສັງຄົມ ທຳມະດາ ເຄຍໆຖິ້ມລະກະແລ້ວເນາະ

ໂຮໂຮໂຮ

ເຮົາຄົບກັນສອງປີແລ້ວ.. ^_^

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໄດ໊ເນາະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ FinalfantasyGang ຂຽນວ່າ...
ຕ່າງປະເທດເຂົາມາທ່ຽວເມືອງລາວເພາະຢາກຊື່ນຊົມໃນຮີດຄອງປະເພນີຂອງລາວ...
ບໍ່ແມ່ນເຂົາຢາກມາເບິ່ງສາຍດ່ຽວ ແອວລອຍດອກ...ນ້ອງຄິດຜິດແລ້ວ...

ຂໍໂທດເດີ້ຂ້ອຍຄິດມາດົນແລ້ວແຕ່ບໍ່ກ້າເວົ້າຊື່ໆມືືນີ້ຂໍເວົ້າຊະສິຖືກແບນອີກກະຢ່່າ
ຂ້ອຍວ່າການແຕ່ງໂຕມັນເປັນສິດທິສ່ວນບຸກຄົນ
ປະເທດໃດໜື່ງຕ້ອງມີການພັດທະນາທຸກດ້ານໃຫ້ກ້າວໜ້າທັນກັບໂລກເຂົ້າໃຈວ່າຕ້ອງມີວັດທະນະທຳແຕ່ກະເອົາ
ໄວ້ເປັນບາງບ່ອນບາງສະຖານທີ່ຊະ
ຄັນເຮົາຈະຮັກສາແບບເດີມໆໃຫ້ກະເຈົ້າມາເບີ່ງມາຊົມມັນກະບໍ່ຕ່າງຫຍັງຈາກວັດຖຸໂບຮານ
ທີ່ບໍ່ມີການພັດທະນາຫຼືວ່າຕາຍໄປແລ້ວຄົງຢູ່ໃນສະພາບເກົ່າໃຫ້ຄົນຕ່າງປະເທດມາເບີ່ງຊື່ໆ
ເຈົ້າພໍໃຈແບບນັ້ນບໍ່ແຕ່ວ່າຄົນຍຸກໃຫມ່່ບໍ່ຍອມແນ່ນອນກະເຈົ້າຢາກທັນໂລກຢາກພັດທະນາໄປຕາມກະແສໂລກ
ຢາກໃຫ້ຕ່າງປະເທດຮູ້ວ່າເຮົາກະມີການພັດທະນາຄືກັນແຕ່ການສະແດງອອກຂອງກະເຈົ້າມັນກະມີແຕ່ທໍ່
ນັ້ນຊິໃຫ້ກະເຈົ້າໂຊຄວາມສາມາດໂດຍການມານັ່ງຜະລິດຍານອາວະກາດໃຫ້ຕ່າງປະເທດເບີ່ງກະຄືຊິບໍ່ແມ່ນແນວ
ແຕ່ກະເຈົ້າພຽງຢາກພັດທະນາໄປໃຫ້ທັນໂລກບໍ່ຢາກໃຫ້ຄົນອື່ນດູຖູກວ່າໂງ່ຈ້າຫຼ້າຫຼັງ
ຄືດເບີ່ງວ່າມັນຈະດີຊຳໃດຖ້າໄວລຸ່ນພວກນີ້ກະເຈົ້າໄດ້ເຮັດໃນສີ່ງທີ່ກະເຈົ້າມັກແລະມີຄົນ
ສະໜັບສະໜູນຢາກເຕັ້ນກະໃຫ້ເຕັ້ນຢາກຮ້ອງກະໃຫ້ຮ້ອງໃຫ້ພັດທະນາໃນສີ່ທີ່ໂຕມັກ
ມັນຄົງຈະດີກວ່າມານັ່ງກີດກັດຄວາມສາມາຂອງກັນ

ລັດເພີ່ນບໍ່ໄດ້ກີດກັນຫຍັງຫລາຍດອກ.ເວທີສະແດງອອກໃນສິ່ງຢາກເຮັດມັນກະມີຢູ່ ເຮົາຫລາຍຄົນມັກອ່າງໃສ່ຕ່າງປະເທດ ແຕ່ເຮົາສຶກສາຕ່າງປະເທດດີແລ້ວບໍ່.ສີ່ງທີ່ເຮົາເຫັນສວນຫລາຍທີ່ເອົາມາອ່າງ 80% ເຊື່ອວ່າແມ່ນເຫັນໃນສາລະບັນເທີ່ງ
ເປັນຕົ້ນແມ່ນ ໜັງເລື່ອງ(ພາບພະຍົນ).ປະເທດທີ່ເຂົາເຈົ້າເສລີທີ່ເຮົາມັກເອີນນັ້ນບໍ່ແມ່ນເຂົາເຈົ້າບໍ່ມີລະບຽບຫລືຄວາມເປັນຊາດ
ຂອງຕົນເອງ.ຂໍ້ບັງຄັບຫລືກົດລະບຽບຂອງເຂົາເຈົ້ານັ້ນຍິ່ງໄດ້ຮັບຄວາມເຄົາລົບຈາກພົນລະເມືອງຢ່າງເຕັມທີ່.ບ້ານເຮົາຍັງຖືວ່າ:ການປະຕິບັດກົດລະບຽບຍັງຖືເບົາ.ດ້ານຄວາມເປັນຊາດ,ວັດທະນະທຳເຊັນດຽວກັນ.ເຂົາເຈົ້າກໍ່ຍັງມີຄວາມເປັນຊາດ
ສູງຢູ່.ປະເທດເສລີບໍ່ແມ່ນວ່າຈະເສລີທຸກຢ່າງພຽງແຕ່ວ່າ ສະຖານທີ່,ເວລາໄດ້ທີ່ເໝາະສົມ ທຸກຢ່າງຍອມແຕກຕ່າງກັນໄປ
.ທ່ານລອງຫາເບີ່ງຮູບຕົວຈິ່ງຂອງຕ່າງປະເທດເບີ່ງເດີ ເຊັນ:ການນຸ່ງຖືຂອງນັກຮຽນ,ການນຸງຖືຂອງຂ້າລາດສະການ.ແລະອື່ນໆ...ດ້ວຍຄວາມເຄົາລົບ...ບໍ່ໄດ້ວ່າໃຜບໍ່ຖຶກ ພຽງແຕ່ຢາກໃຫ້ທຸກຄົນເບີ່ງສີ່ງໃດໃຫ້ເບີ່ງຫລາຍໆດ້ານ...
"ຖ້າທ່ານເບີ່ງຄົນແຕ່ດ້ານໜ້າທ່ານບໍ່ຮູ້ດອກວ່າຫລັງເສື້ອເຂົາມີຫຍັງ"...

໑໐ ກະທູ້
໙໗ ໂພສ
ນັກການກະທູ້
ຂ້ອຍຄິດວ່າ ກຸ່ມຄົນທີ່ບໍ່ເຫັນດີນຳກົດລະບຽບ ແລະ ຫຼັກສູດການສຶກສານີ້ແມ່ນ ກຸ່ມຄົນທີ່ບໍ່ຕັ້ງໃຈຮຽນ ແລະ ຮຽນໜັງສືບໍ່ເກັ່ງດ໋ອກ...!!!
ເອົາເຫດຜົນມາເວົ້າກະສຳນັ້ນແລະ.......ມັນບໍ່ເຂົ້າໃຈດ໋ອກ.....!!!
ຄົນຄວາມຮູ້ໜ້ອຍ ມັກອວດວ່າໂຕເອງເກັ່ງ....!!!

ຢາກມີໃຜຈັກຄົນທີ່ເຂົ້າໃຈກັນ

໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ເຈົ້າຂອງກະທູ້ຍັງມີຊີວິດຢູ່ຫວານິ ຮ່າຮ່າຮ່າ
ມິດເລີຍຍຍຍ ....

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>