ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຄົນລາວສະໄຫມໃຫມ່ຂຽນພາສາລາວບໍ່ຖືກ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເທົ່າທີ່ສັງເກດທີ່ຜ່ານມາເຫັນວ່າ ປັດຈຸບັນນີ້ ໄວລຸ້ນລາວເຮົາຂຽນພາສາລາວບໍ່ຖືກ(ສະກົດບໍ່ເປັນ)
ຕົວຢ່າງເຊັ່ນ:
ຄຳທີ່ຖືກ ຄຳທີ່ຜິດ
1. ທັນສະໄຫມ ທັນສະໃຫມ
2. ປີໃຫມ່ ປີໄຫມ່
3. ຖະຫນົນ ທະຫນົນ
4. ປະຊາທິປະໄຕ ປະຊາທິປະໃຕ ແລະອີກຫລາຍໆ ຄຳທີ່ຂຽນຜິດຂຽນຖືກກັນໃນປັດຈຸບັນນີ້

ກໍຂໍຝາກຜູ້ທີ່ມີສ່ວນກ່ຽວຂ້ອງເຂົ້າມາແກ້ໄຂດ່ວນ

ຈາກ : ຄົນລຸ້ນໃຫມ່............

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຖືກ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ philayvanh ຂຽນວ່າ...
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

ແຕ່ຄວາມຈິງແລ້ວຫລັກໄວຍາກອນມີ ແຕ່ວ່າບໍ່ສົນໃຈໃນການຂຽນ ການສະກົດວັນນະຍຸດກໍຄືກັນ ຄຳທີ່ສົມຄວນໃສ່ ໄມ້ ເອກ ໂທ ຕີ ຈັດຕະວາ ກໍໃສ່ບໍ່ຖືກກັນແລ້ວ ດັ່ງນັ້ນມັນຈຶ່ງມີປັນຫາໃນເວລາພິມ
ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້ : ນ້ອງ ຂັ້ນຕອນໃນການຂຽນທີ່ຖືກນັ້ນຄື: “ນ“ ຕາມດ້ວຍ “ໄມ້ໂທ“ ແລ້ວກໍ ໂຕ “ອ“ແລະ “ງ“ ຕາມລຳດັບ
ແຕ່ທີ່ຂຽນກັນໃນປັດຈຸບັນຄື “ນ“ ຕາມດ້ວຍ ໂຕ “ອ“ ແລະ “ໄມ້ໂທ“ ລົງທ້າຍດ້ວຍ ໂຕ “ງ“ ດັ່ງນັ້ນຈຶ່ງອອກມາດັ່ງນີ້ ນອ້ງ ແຕ່ວ່າທີ່ຂຽນໃສ່ໃນກະດາດມັນອາດຈະບໍ່ຄ່ອຍມີປັນຫາເພາະວ່າໄມ້ໂທຂີດຈ໊າກ......ເລີຍ
ຫລັກການໃນການໃສ່ວັນນະຍຸດມີດັ່ງນີ້ : ໃຫ້ໃສ່ໂຕທີ່ອອກຄຳໆນັ້ນ ເຊັ່ນ ທ້າວ ຄຳວ່າທ້າວມີສຽງຄື ທ ດັ່ງນັ້ນໄມ້ໂທຈຶ່ງໃສ່ເທິງໂຕ ທ ບໍ່ແມ່ນ ເທິງສະຫລະອາ
ແລະອີກຄຳຫນຶ່ງທີ່ຂຽນຜິດເປັນປະຈຳຄື : ຫວ່າງ ຄຳວ່າຫວ່າງມີສຽງຄື ຫວໍ ດັ່ງນັ້ນໄມ້ເອກຈຶ່ງໃສ່ເທິງໂຕ ວ ບໍ່ແມ່ນ ຫ ເພາະວ່າ ຫ+ວ = ຫວໍ ຖ້າຂຽນ ຫ່ວາງ ຖືວ່າຜິດ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ບໍ່ຖືກ

????????????????

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແນ່ ຫັດຂຽນທວາຍ ເຮົາໄດ້ 9

I believe in the IMPOSSIBLE

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍເປັນຄົນໜຶ່ງ ທີ່ສັບສົນວຸ່ນວາຍກັບ ພາສາລາວນີ້ ມັກຂຽນຜິດຕະຫລອດ....ເວົ້າມາລະເຈັບໃຈ..
ຈຸດອ່ອນຂອງຂ້ອຍແມ່ນຂຽນຜິດ ຈຳພວກນີ້: ຖ ,ທ ; ຜ ຝ ພ ຟ; ສ ຊ; ແລະ ສະຫລະ ໃ ໄ.....ຫລົງຕະຫລອດເລີຍ ຈັກຊິແກ້ ວິທີໃດ...ສຸມື້ນີ້ພະຍາຍາມ ຈຳແຕ່ມັນກະຍັງຈຳບໍໄດ້..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂນາດຂຽນງ່າຍຍັງຂຽນບໍ່ຖືກ..

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...

ຂ້ອຍມີວິທີແຍກລະຫວ່າງ ໄ ແລະ ໃ ໄດ້ແບບງ່າຍໆ ດັ່ງນີ້
ຖ້າຄຳໃດທີ່ພາສາຊຽງຂວາງ . ຫລວງພຣະບາງ ຫລືວ່າ ພາສາຜູ້ໄທ ອອກສຽງສະລະເອີໄດ້ໃຫ້ໃສ່ ໃ
ຕົວຢ່າງເຊັ່ນຄຳວ່າ
1. ເອົາໃຫ້ ພາສາຊຽງຂວາງຄື ເອົາເຫີ້
2. ໄປໃສ ພາສາຊຽງຂວາງຄື ໄປກະເລີ ພາສາຜູ້ໄທຄື ໄປເສີ
3. ປັບໃຫມ ພາສາຫລວງພຣະບາງຄື ປັບເຫມີ ປະມານນີ້ແຫລະແຕ່ວ່າຍັງມີຫລາຍໆຄຳໃຫ້ລອງເອົາໄປນຳໃຊ້ລອງເບິ່ງອາດຊ່ວຍໃຫ້ໃຊ້ພາສາໄດ້ຖືກຕ້ອງ

ຜິດພາດປະການໃດຕ້ອງຂໍອະໄພແລະຍິນດີທີ່ຈະເອົາຄວາມຄິດເຫັນເພື່ອໄປປັບປຸງຕໍ່ໄປ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂນາດຂຽນງ່າຍຍັງຂຽນບໍ່ຖືກ..

ຂຽນຄືທີ່ທ່ານຂຽນນີ້ຖ້າຄົນທີ່ບໍ່ຮູ້ເຂົາຈະຫາວ່າທ່ານຂຽນຜິດຫລືວ່າເອົາພາສາປະເທດອື່ນມາຂຽນ ແຕ່ສຳຫລັບຂ້າພະເຈົ້າແລ້ວເຂົ້າໃຈວ່າທີ່ທ່ານຂຽນນັ້ນບໍ່ຜິດ ເພາະເປັນພາສາເຄົ້າກໍຄືມາຈາກບາລີ ດັ່ງນັ້ນຖ້າມີຄົນທີ່ສັບສົນເລື່ອງພາສາກໍຂໍຝາກທ່ານຊ່ວຍຊີ້ແຈງໃຫ້ທ່ານເຫລົ່ານັ້ນໄດ້ເຂົ້າໃຈອີກທາງຫນຶ່ງ

ຜິດພາດປະການໃດຕ້ອງຂໍອະໄພ ແລະຍິນດີຮັບເອົາຄວາມຄິດເຫັນເພື່ອຈະນຳໄປປັບປຸງ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ໄວຍາກອນລາວ ທີ່ພິມອອກມາຫລ້າສຸດແມ່ນປີ ພິມປີໃດ?
ໃຜມີຮູບໜ້າປົກ ຂອງປຶ້ມນັ້ນເອົາມາລົງໃຫ້ເບິ່ງແດ່.

໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
太可爱

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ຂ້ອຍກໍເປັນຄົນໜຶ່ງ ທີ່ສັບສົນວຸ່ນວາຍກັບ ພາສາລາວນີ້ ມັກຂຽນຜິດຕະຫລອດ....ເວົ້າມາລະເຈັບໃຈ..
ຈຸດອ່ອນຂອງຂ້ອຍແມ່ນຂຽນຜິດ ຈຳພວກນີ້: ຖ ,ທ ; ຜ ຝ ພ ຟ; ສ ຊ; ແລະ ສະຫລະ ໃ ໄ.....ຫລົງຕະຫລອດເລີຍ ຈັກຊິແກ້ ວິທີໃດ...ສຸມື້ນີ້ພະຍາຍາມ ຈຳແຕ່ມັນກະຍັງຈຳບໍໄດ້..

ຂ້ອຍມີວິທີແຍກລະຫວ່າງ ໄ ແລະ ໃ ໄດ້ແບບງ່າຍໆ ດັ່ງນີ້
ຖ້າຄຳໃດທີ່ພາສາຊຽງຂວາງ . ຫລວງພຣະບາງ ຫລືວ່າ ພາສາຜູ້ໄທ ອອກສຽງສະລະເອີໄດ້ໃຫ້ໃສ່ ໃ
ຕົວຢ່າງເຊັ່ນຄຳວ່າ
1. ເອົາໃຫ້ ພາສາຊຽງຂວາງຄື ເອົາເຫີ້
2. ໄປໃສ ພາສາຊຽງຂວາງຄື ໄປກະເລີ ພາສາຜູ້ໄທຄື ໄປເສີ
3. ປັບໃຫມ ພາສາຫລວງພຣະບາງຄື ປັບເຫມີ ປະມານນີ້ແຫລະແຕ່ວ່າຍັງມີຫລາຍໆຄຳໃຫ້ລອງເອົາໄປນຳໃຊ້ລອງເບິ່ງອາດຊ່ວຍໃຫ້ໃຊ້ພາສາໄດ້ຖືກຕ້ອງ

ຜິດພາດປະການໃດຕ້ອງຂໍອະໄພແລະຍິນດີທີ່ຈະເອົາຄວາມຄິດເຫັນເພື່ອໄປປັບປຸງຕໍ່ໄປ

ເສຍໃຈນຳເດີ ພາສາຫຼວງພະບາງ ສະຫຼະໃ ຊິອອກສຽງ ເອີ ມັນບໍ່ແມ່ນ ເຊີນແກ້ໄຂດ້ວຍ!
ຂ້ອຍກະເຫັນຫຼາຍຄົນຂຽນຜິດໆໆ ເຫັນແລ້ວມັນບໍ່ຄັກ
ໃຫ້ທຸກຄົນປັບປຸງແດ່ເດີ ເລື່ອງການຂຽນພາສາລາວໃຫ້ຖືກຕ້ອງ

ຂ້ອຍແມ່ນ ”ລາວ“

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂນາດຂຽນງ່າຍຍັງຂຽນບໍ່ຖືກ..

ຂຽນຄືທີ່ທ່ານຂຽນນີ້ຖ້າຄົນທີ່ບໍ່ຮູ້ເຂົາຈະຫາວ່າທ່ານຂຽນຜິດຫລືວ່າເອົາພາສາປະເທດອື່ນມາຂຽນ ແຕ່ສຳຫລັບຂ້ອຍແລ້ວເຂົ້າໃຈວ່າທີ່ທ່ານຂຽນນັ້ນບໍ່ຜິດ ເພາະເປັນພາສາເຄົ້າກໍຄືມາຈາກບາລີ ດັ່ງນັ້ນຖ້າມີຄົນທີ່ສັບສົນເລື່ອງພາສາກໍຂໍຟາກທ່ານຊ່ວຍຊີ້ແຈງໃຫ້ທ່ານເຫລົ່ານັ້ນໄດ້ເຂົ້າໃຈອີກທາງຫນຶ່ງ

ຜິດພາດປະການໃດຕ້ອງຂໍອະໄພ ແລະຍິນດີຮັບເອົາຄວາມຄິດເຫັນເພື່ອຈະນຳໄປປັບປຸງ

ທຸກມື້ນີ້ກໍພະຍາຍາມ ເອົາພາສາລາວແບບເກົ່າມາຂຽນ..
ເພື່ອກັນລືມໃຫ້ແກ່ທຸກຄົນ..
ວ່າຄັ້ງໜຶ່ງພາສາລາວເຮົາເຄີຍເປັນແບບໃດ..
ບໍ່ແມ່ນພາສາລາວຕລາດແບບທຸກມື້ນີ້..

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຍ້ອນການສຶກສາຕົກຕ່ຳ !!!!

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຍ້ອນການສຶກສາຕົກຕ່ຳ !!!!

ອັນນີ້ບໍ່ແມ່ນຕີ໊

I believe in the IMPOSSIBLE

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນສຳນຽງ ແຕ່ລະຄົນຂຽນຕາມສຳນຽງຄຳເວົ້າຂອງໂຕເອງກະເລີຍຜິດ

ພາສາລາວທີ່ໃຊ້ທຸກມື້ນີ້ ບໍ່ແມ່ນພາສາຕະຫຼາດໃດ໋ ລຸງເບ່ວ!!

I believe in the IMPOSSIBLE

໐ ກະທູ້
໑໒໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ philayvanh ຂຽນວ່າ...
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

ແຕ່ຄວາມຈິງແລ້ວຫລັກໄວຍາກອນມີ ແຕ່ວ່າບໍ່ສົນໃຈໃນການຂຽນ ການສະກົດວັນນະຍຸດກໍຄືກັນ ຄຳທີ່ສົມຄວນໃສ່ ໄມ້ ເອກ ໂທ ຕີ ຈັດຕະວາ ກໍໃສ່ບໍ່ຖືກກັນແລ້ວ ດັ່ງນັ້ນມັນຈຶ່ງມີປັນຫາໃນເວລາພິມ
ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້ : ບ້ານ ຂັ້ນຕອນໃນການຂຽນທີ່ຖືກນັ້ນຄື: ບ ຕາມດ້ວຍ ໄມ້ໂທ ແລ້ວກໍ ສະລະອາແລະ ນ ຕາມລຳດັບ
ແຕ່ທີ່ຂຽນກັນໃນປັດຈຸບັນຄື ບ ຕາມດ້ວຍ ສະລະອາແລະໂຕ ນ ລົງທ້າຍດ້ວຍ ໄມ້ໂທ ດັ່ງນັ້ນຈຶ່ງອອກມາດັ່ງນີ້ ບານ້ ແຕ່ວ່າທີ່ຂຽນໃສ່ໃນກະດາດມັນອາດຈະບໍ່ຄ່ອຍມີປັນຫາເພາະວ່າໄມ້ໂທຂີດຈ໊າກ......ເລີຍ
ຫລັກການໃນການໃສ່ວັນນະຍຸດມີດັ່ງນີ້ : ໃຫ້ໃສ່ໂຕທີ່ອອກຄຳໆນັ້ນ ເຊັ່ນ ທ້າວ ຄຳວ່າທ້າວມີສຽງຄື ທ ດັ່ງນັ້ນໄມ້ໂທຈຶ່ງໃສ່ເທິງໂຕ ທ ບໍ່ແມ່ນ ເທິງສະລະອາ
ແລະອີກຄຳຫນຶ່ງທີ່ຂຽນຜິດເປັນປະຈຳຄື : ຫວ່າງ ຄຳວ່າຫວ່າງມີສຽງຄື ຫວໍ ດັ່ງນັ້ນໄມ້ເອກຈຶ່ງໃສ່ເທິງໂຕ ວ ບໍ່ແມ່ນ ຫ ເພາະວ່າ ຫ+ວ = ຫວໍ ຖ້າຂຽນ ຫ່ວາງ ຖືວ່າຜິດ

ທ່ານຂຽນຄຳວ່າ ''ສະລະ'' ຜິດ ທ່ານຕ້ອງຂຽນວ່າ''ສະຫລະ ''

ຂ້ອຍຮັກປະເທດລາວ

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຍ້ອນການສຶກສາຕົກຕ່ຳ !!!!

ອັນນີ້ບໍ່ແມ່ນຕີ໊

ໂອ້.........ການສຶກສາຕົກຕ່ຳ.........ບໍ່ກ່ຽວຕິ........ຂື້ນກັບຜູ້ນຳໃຊ້ຫລາຍກວ່າ.......ຂ້ອຍກະເປັນຫນຶ່ງທີ່ໃຊ້ພາສາລາວບໍ່ຄ່ອຍຖືກຕ້ອງ ແຕ່ຂ້ອຍກໍ່ພະຍາຍາມປັບປຸງ ດຽວນິກະດີຂື້ນຫລາຍແລ້ວ

liverpool you"ll never walk alone

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamthavone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ philayvanh ຂຽນວ່າ...
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

ແຕ່ຄວາມຈິງແລ້ວຫລັກໄວຍາກອນມີ ແຕ່ວ່າບໍ່ສົນໃຈໃນການຂຽນ ການສະກົດວັນນະຍຸດກໍຄືກັນ ຄຳທີ່ສົມຄວນໃສ່ ໄມ້ ເອກ ໂທ ຕີ ຈັດຕະວາ ກໍໃສ່ບໍ່ຖືກກັນແລ້ວ ດັ່ງນັ້ນມັນຈຶ່ງມີປັນຫາໃນເວລາພິມ
ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້ : ບ້ານ ຂັ້ນຕອນໃນການຂຽນທີ່ຖືກນັ້ນຄື: ບ ຕາມດ້ວຍ ໄມ້ໂທ ແລ້ວກໍ ສະລະອາແລະ ນ ຕາມລຳດັບ
ແຕ່ທີ່ຂຽນກັນໃນປັດຈຸບັນຄື ບ ຕາມດ້ວຍ ສະລະອາແລະໂຕ ນ ລົງທ້າຍດ້ວຍ ໄມ້ໂທ ດັ່ງນັ້ນຈຶ່ງອອກມາດັ່ງນີ້ ບານ້ ແຕ່ວ່າທີ່ຂຽນໃສ່ໃນກະດາດມັນອາດຈະບໍ່ຄ່ອຍມີປັນຫາເພາະວ່າໄມ້ໂທຂີດຈ໊າກ......ເລີຍ
ຫລັກການໃນການໃສ່ວັນນະຍຸດມີດັ່ງນີ້ : ໃຫ້ໃສ່ໂຕທີ່ອອກຄຳໆນັ້ນ ເຊັ່ນ ທ້າວ ຄຳວ່າທ້າວມີສຽງຄື ທ ດັ່ງນັ້ນໄມ້ໂທຈຶ່ງໃສ່ເທິງໂຕ ທ ບໍ່ແມ່ນ ເທິງສະລະອາ
ແລະອີກຄຳຫນຶ່ງທີ່ຂຽນຜິດເປັນປະຈຳຄື : ຫວ່າງ ຄຳວ່າຫວ່າງມີສຽງຄື ຫວໍ ດັ່ງນັ້ນໄມ້ເອກຈຶ່ງໃສ່ເທິງໂຕ ວ ບໍ່ແມ່ນ ຫ ເພາະວ່າ ຫ+ວ = ຫວໍ ຖ້າຂຽນ ຫ່ວາງ ຖືວ່າຜິດ

ທ່ານຂຽນຄຳວ່າ ''ສະລະ'' ຜິດ ທ່ານຕ້ອງຂຽນວ່າ''ສະຫລະ ''

ຖືກຈົບຜິດຈົນໄດ້ ຮ່າໆໆໆໆ ຕ້ອງປັບປຸງດ່ວນ

liverpool you"ll never walk alone

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຍ້ອນສຳນຽງ ແຕ່ລະຄົນຂຽນຕາມສຳນຽງຄຳເວົ້າຂອງໂຕເອງກະເລີຍຜິດ

ອັນນິກະມີເຫດຜົນ

liverpool you"ll never walk alone

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamthavone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ philayvanh ຂຽນວ່າ...
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

ແຕ່ຄວາມຈິງແລ້ວຫລັກໄວຍາກອນມີ ແຕ່ວ່າບໍ່ສົນໃຈໃນການຂຽນ ການສະກົດວັນນະຍຸດກໍຄືກັນ ຄຳທີ່ສົມຄວນໃສ່ ໄມ້ ເອກ ໂທ ຕີ ຈັດຕະວາ ກໍໃສ່ບໍ່ຖືກກັນແລ້ວ ດັ່ງນັ້ນມັນຈຶ່ງມີປັນຫາໃນເວລາພິມ
ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້ : ບ້ານ ຂັ້ນຕອນໃນການຂຽນທີ່ຖືກນັ້ນຄື: ບ ຕາມດ້ວຍ ໄມ້ໂທ ແລ້ວກໍ ສະລະອາແລະ ນ ຕາມລຳດັບ
ແຕ່ທີ່ຂຽນກັນໃນປັດຈຸບັນຄື ບ ຕາມດ້ວຍ ສະລະອາແລະໂຕ ນ ລົງທ້າຍດ້ວຍ ໄມ້ໂທ ດັ່ງນັ້ນຈຶ່ງອອກມາດັ່ງນີ້ ບານ້ ແຕ່ວ່າທີ່ຂຽນໃສ່ໃນກະດາດມັນອາດຈະບໍ່ຄ່ອຍມີປັນຫາເພາະວ່າໄມ້ໂທຂີດຈ໊າກ......ເລີຍ
ຫລັກການໃນການໃສ່ວັນນະຍຸດມີດັ່ງນີ້ : ໃຫ້ໃສ່ໂຕທີ່ອອກຄຳໆນັ້ນ ເຊັ່ນ ທ້າວ ຄຳວ່າທ້າວມີສຽງຄື ທ ດັ່ງນັ້ນໄມ້ໂທຈຶ່ງໃສ່ເທິງໂຕ ທ ບໍ່ແມ່ນ ເທິງສະລະອາ
ແລະອີກຄຳຫນຶ່ງທີ່ຂຽນຜິດເປັນປະຈຳຄື : ຫວ່າງ ຄຳວ່າຫວ່າງມີສຽງຄື ຫວໍ ດັ່ງນັ້ນໄມ້ເອກຈຶ່ງໃສ່ເທິງໂຕ ວ ບໍ່ແມ່ນ ຫ ເພາະວ່າ ຫ+ວ = ຫວໍ ຖ້າຂຽນ ຫ່ວາງ ຖືວ່າຜິດ

ທ່ານຂຽນຄຳວ່າ ''ສະລະ'' ຜິດ ທ່ານຕ້ອງຂຽນວ່າ''ສະຫລະ ''

ຂອບໃຈທີ່ທັກທ້ວງ ແລະໄດ້ແກ້ໄຂແລ້ວ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khamthavone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ philayvanh ຂຽນວ່າ...
ແມ່ນແລ້ວຫຼາຍຄົນຂຽນຜິດຫຼາຍ ຍ້ອນບໍ່ມີໃຜສົນໃຈໃນການຂຽນພາສາລາວຢ່າງຖືກຕ້ອງ ແລະ ອີກຢ່າງໜຶ່ງ ບໍ່ມີບ່ອນອີງທີ່ເປັນມາດຖານໃນການຂຽນທີ່ຖືກຫຼັກໄວຍາກອນລາວ

ແຕ່ຄວາມຈິງແລ້ວຫລັກໄວຍາກອນມີ ແຕ່ວ່າບໍ່ສົນໃຈໃນການຂຽນ ການສະກົດວັນນະຍຸດກໍຄືກັນ ຄຳທີ່ສົມຄວນໃສ່ ໄມ້ ເອກ ໂທ ຕີ ຈັດຕະວາ ກໍໃສ່ບໍ່ຖືກກັນແລ້ວ ດັ່ງນັ້ນມັນຈຶ່ງມີປັນຫາໃນເວລາພິມ
ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້ : ບ້ານ ຂັ້ນຕອນໃນການຂຽນທີ່ຖືກນັ້ນຄື: ບ ຕາມດ້ວຍ ໄມ້ໂທ ແລ້ວກໍ ສະລະອາແລະ ນ ຕາມລຳດັບ
ແຕ່ທີ່ຂຽນກັນໃນປັດຈຸບັນຄື ບ ຕາມດ້ວຍ ສະລະອາແລະໂຕ ນ ລົງທ້າຍດ້ວຍ ໄມ້ໂທ ດັ່ງນັ້ນຈຶ່ງອອກມາດັ່ງນີ້ ບານ້ ແຕ່ວ່າທີ່ຂຽນໃສ່ໃນກະດາດມັນອາດຈະບໍ່ຄ່ອຍມີປັນຫາເພາະວ່າໄມ້ໂທຂີດຈ໊າກ......ເລີຍ
ຫລັກການໃນການໃສ່ວັນນະຍຸດມີດັ່ງນີ້ : ໃຫ້ໃສ່ໂຕທີ່ອອກຄຳໆນັ້ນ ເຊັ່ນ ທ້າວ ຄຳວ່າທ້າວມີສຽງຄື ທ ດັ່ງນັ້ນໄມ້ໂທຈຶ່ງໃສ່ເທິງໂຕ ທ ບໍ່ແມ່ນ ເທິງສະລະອາ
ແລະອີກຄຳຫນຶ່ງທີ່ຂຽນຜິດເປັນປະຈຳຄື : ຫວ່າງ ຄຳວ່າຫວ່າງມີສຽງຄື ຫວໍ ດັ່ງນັ້ນໄມ້ເອກຈຶ່ງໃສ່ເທິງໂຕ ວ ບໍ່ແມ່ນ ຫ ເພາະວ່າ ຫ+ວ = ຫວໍ ຖ້າຂຽນ ຫ່ວາງ ຖືວ່າຜິດ

ທ່ານຂຽນຄຳວ່າ ''ສະລະ'' ຜິດ ທ່ານຕ້ອງຂຽນວ່າ''ສະຫລະ ''

ຂອບໃຈທີ່ທັກທ້ວງ ແລະໄດ້ແກ້ໄຂແລ້ວ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂນາດຂຽນງ່າຍຍັງຂຽນບໍ່ຖືກ..

ຂຽນຄືທີ່ທ່ານຂຽນນີ້ຖ້າຄົນທີ່ບໍ່ຮູ້ເຂົາຈະຫາວ່າທ່ານຂຽນຜິດຫລືວ່າເອົາພາສາປະເທດອື່ນມາຂຽນ ແຕ່ສຳຫລັບຂ້ອຍແລ້ວເຂົ້າໃຈວ່າທີ່ທ່ານຂຽນນັ້ນບໍ່ຜິດ ເພາະເປັນພາສາເຄົ້າກໍຄືມາຈາກບາລີ ດັ່ງນັ້ນຖ້າມີຄົນທີ່ສັບສົນເລື່ອງພາສາກໍຂໍຟາກທ່ານຊ່ວຍຊີ້ແຈງໃຫ້ທ່ານເຫລົ່ານັ້ນໄດ້ເຂົ້າໃຈອີກທາງຫນຶ່ງ

ຜິດພາດປະການໃດຕ້ອງຂໍອະໄພ ແລະຍິນດີຮັບເອົາຄວາມຄິດເຫັນເພື່ອຈະນຳໄປປັບປຸງ

ທຸກມື້ນີ້ກໍພະຍາຍາມ ເອົາພາສາລາວແບບເກົ່າມາຂຽນ..
ເພື່ອກັນລືມໃຫ້ແກ່ທຸກຄົນ..
ວ່າຄັ້ງໜຶ່ງພາສາລາວເຮົາເຄີຍເປັນແບບໃດ..
ບໍ່ແມ່ນພາສາລາວຕລາດແບບທຸກມື້ນີ້..

ຄວາມຈິງແລ້ວພາສາລາວເດີມກໍຖືວ່າມີຄວາມຫມາຍດີ ເພາະວ່າເປັນຄຳທີ່ມີຄວາມຫມາຍໃນປະໂຫຍກນັ້ນໆໂດຍບໍ່ຕ້ອງອະທິບາຍອີກເຊັ່ນຄຳວ່າ
ຈາຣຍ໌ ຂຽນພຽງແຕ່ປະໂຫຍກດຽວກໍສາມາດສື່ຄວາມຫມາຍໄດ້ ຈາຣຍ໌ = ອາຈານ ບໍ່ແມ່ນຈານຕັກເຂົ້າ
ແຕ່ຖ້າຂຽນແບບສະໄຫມໃຫມ່ ຄື ຈານ ຕ້ອງອາໄສຄຳປະກອບຈຶ່ງຈະມີຄວາມຫມາຍ ເຊັ່ນ ອາ + ຈານ = ອາຈານ .ຈານ + ດາວທຽມ = ຈານດາວທຽມ ເປັນຕົ້ນ ແຕ່ຖ້າບໍ່ມີຄຳປະກອບຈະສື່ຄວາມຫມາຍໄປຫລາຍຢ່າງ
ແຕ່ກໍຖືວ່າດີຢູ່ເພາະວ່າຂຽນງ່າຍ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ລາວເຮົາມີຫລາຍທ້ອງຖີ່ນ ແຕ່ລະທ້ອງຖີ່ນກໍ່ມີເອກະລັກທາງສຳນຽງສຽງເວົ້າແຕກຕ່າງກັນ ແນ່ນອນຖ້າທ່ານຖາກຂຽນຕາມສຳນຽງທ້ອງຖີ່ນຂອງທ່ານກໍ່ເປັນອັນວ່າຜິດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ລາວເຮົາມີຫລາຍທ້ອງຖີ່ນ ແຕ່ລະທ້ອງຖີ່ນກໍ່ມີເອກະລັກທາງສຳນຽງສຽງເວົ້າແຕກຕ່າງກັນ ແນ່ນອນຖ້າທ່ານຖາກຂຽນຕາມສຳນຽງທ້ອງຖີ່ນຂອງທ່ານກໍ່ເປັນອັນວ່າຜິດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ສະຫລະ ໃ ນີ້ ທາງຫລວງພຣະບາງ ຈະອອກສຽງ ຄ້າຍຄື ໄ ແລະ ເອີ ປະສົມກັນ. ຈະແມ່ນສຽງ ໄ ແທ້ກະບໍ່ແມ່ນ ຈະແມ່ນສຽງ ເອີ ກະບໍ່ແມ່ນ.
ທາງຊຳເໜືອ ຈຶ່ງອອກສຽງສະຫລະ ໃ ເປັນ ເອີ ໂລດ.
ແຕ່ຄົນຫລວງພຣະບາງ ແລະ ຊຳເໜືອບາງຄົນ ທີ່ມາຢູ່ວຽງຈັນ ກໍ່ອອກສຽງ ໃ ເປັນ ໄ.

ການຮູ້ການອອກສຽງ ສະຫລະ ໃ ຂອງຄົນ ຫລວງພຣະບາງ ຫລື ຊຳເໜືອແມ່ນຊ່ອຍໃຫ້ຂຽນ ສະຫລະນີ້ ຖືກຕ້ອງ. ແຕ່ວ່າ ມີຈັກຄົນ ຈາກວຽງຈັນ ສະຫວັນນະເຂດ ປາກເຊ ທີ່ໄດ້ຟັງຄົນ ຫລວງພຣະບາງ ຫລື ຊຳເໜືອເວົ້າຕາມສຽງເດີມ ແລະ ໄດ້ຟັງເໝິດທຸກຄຳ ທີ່ມີ ສະຫລະ ໃ.

ຂ້ອຍເຄີຍຖາມຢູ່ນີ້ ເທື່ອໜຶ່ງແລ້ວ ແຕ່ກໍ່ມີບາງຄົນ ເອົາບາງຄຳ ມາລົງເທົ່ານັ້ນ. ຍັງບໍ່ທັນເຫັນຄົນ ຫລວງພຣະບາງ ຫລື ຊຳເໜືອ ເອົາ ຄຳທີ່ມີສະຫລະ ໃ ມາລົງ ຄົບທັງເໝິດ. ຂ້ອຍຄຶດວ່າ ຄືຊິບໍ່ເກີນ 50 ຄຳ.

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ namsing1988 ຂຽນວ່າ...
ຢູ່ລາວເຮົາມີຫລາຍທ້ອງຖີ່ນ ແຕ່ລະທ້ອງຖີ່ນກໍ່ມີເອກະລັກທາງສຳນຽງສຽງເວົ້າແຕກຕ່າງກັນ ແນ່ນອນຖ້າທ່ານຖາກຂຽນຕາມສຳນຽງທ້ອງຖີ່ນຂອງທ່ານກໍ່ເປັນອັນວ່າຜິດ

ແນ່ນອນຖ້າວ່າຂຽນຕາມພາສາທ້ອງຖິ່ນນັ້ນຜິດ 1000000 % ເພາະວ່າພາສາທາງການບໍ່ແມ່ນພາສາທ້ອງຖິ່ນທີ່ໃຜຢາກເວົ້າ-ຂຽນແນວໃດກໍໄດ້
ຈະວ່າໄປແລ້ວຄູເອງກໍມີສ່ວນທີ່ຈະໃຫ້ເດັກນຳໃຊ້ພາສາກາງຫລືວ່າພາສາທາງການໃຫ້ຖືກຕ້ອງເພາະວ່າເຫັນມາຫລາຍທີ່ຄູເອງກໍໃຊ້ພາສາທາງ
ການໃນເວລາສອນບໍ່ຖືກຕ້ອງ ຂ້າພະເຈົ້າຂໍຍົກຕົວຢ່າງບາງແຂວງ(ບາງທ່ານເທົ່ານັ້ນບໍ່ໄດ້ກວມລວມທັງຫມົດ) ຄື :ແຂວງຄຳມ່ວນ ດັ່ງນີ້
ໄຟຟ້າ = ໄພພ້າ . ຟືນໄຟ = ພືນໄພ . ຝົນຕົກ = ຜົນຕົກ ດັ່ງນີ້ເປັນຕົ້ນ ສິ່ງທັງຫລາຍນີ້ ຂ້າພະເຈົ້າໄດ້ປະສົບມາເອງຈຶ່ງກ້າເວົ້າແບບນີ້ ຄືອາຈານນີ້ເວລາທີ່ສອນຄວນແຍກລະຫວ່າງ ພາສາທ້ອງຖິ່ນ ແລະ ພາສາກາງ(ທາງການ) ໃຫ້ອອກແລະຄວນອະທິບາຍໃຫ້ເດັກເຂົ້າໃຈວ່າເວລາໃດຄວນໃຊ້ແບບໃດ ເພາະວ່າອາຈານບາງທ່ານກໍມົ່ວໄປເລີຍ ຈັກອັນໃດທາງການອັນໃດທ້ອງຖິ່ນ ເດັກກໍເລີຍສັບສົນວ່າອັນໃດເປັນອັນໃດ ເຖິງຢ່າງໃດກໍດີການອະນຸລັກພາສາທ້ອງຖິ່ນນັ້ນກໍຖືວ່າເປັນການດີ ແຕ່ກໍຄວນໃຊ້ພາສາທາງການໃຫ້ຖືກຕ້ອງ ແລະ ເຫມາະສົມ ຕາມໂອກາດ(ກາລະເທສະ)

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ warkh ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ຂ້ອຍກໍເປັນຄົນໜຶ່ງ ທີ່ສັບສົນວຸ່ນວາຍກັບ ພາສາລາວນີ້ ມັກຂຽນຜິດຕະຫລອດ....ເວົ້າມາລະເຈັບໃຈ..
ຈຸດອ່ອນຂອງຂ້ອຍແມ່ນຂຽນຜິດ ຈຳພວກນີ້: ຖ ,ທ ; ຜ ຝ ພ ຟ; ສ ຊ; ແລະ ສະຫລະ ໃ ໄ.....ຫລົງຕະຫລອດເລີຍ ຈັກຊິແກ້ ວິທີໃດ...ສຸມື້ນີ້ພະຍາຍາມ ຈຳແຕ່ມັນກະຍັງຈຳບໍໄດ້..

ຂ້ອຍມີວິທີແຍກລະຫວ່າງ ໄ ແລະ ໃ ໄດ້ແບບງ່າຍໆ ດັ່ງນີ້
ຖ້າຄຳໃດທີ່ພາສາຊຽງຂວາງ . ຫລວງພຣະບາງ ຫລືວ່າ ພາສາຜູ້ໄທ ອອກສຽງສະລະເອີໄດ້ໃຫ້ໃສ່ ໃ
ຕົວຢ່າງເຊັ່ນຄຳວ່າ
1. ເອົາໃຫ້ ພາສາຊຽງຂວາງຄື ເອົາເຫີ້
2. ໄປໃສ ພາສາຊຽງຂວາງຄື ໄປກະເລີ ພາສາຜູ້ໄທຄື ໄປເສີ
3. ປັບໃຫມ ພາສາຫລວງພຣະບາງຄື ປັບເຫມີ ປະມານນີ້ແຫລະແຕ່ວ່າຍັງມີຫລາຍໆຄຳໃຫ້ລອງເອົາໄປນຳໃຊ້ລອງເບິ່ງອາດຊ່ວຍໃຫ້ໃຊ້ພາສາໄດ້ຖືກຕ້ອງ

ຜິດພາດປະການໃດຕ້ອງຂໍອະໄພແລະຍິນດີທີ່ຈະເອົາຄວາມຄິດເຫັນເພື່ອໄປປັບປຸງຕໍ່ໄປ

ເສຍໃຈນຳເດີ ພາສາຫຼວງພະບາງ ສະຫຼະໃ ຊິອອກສຽງ ເອີ ມັນບໍ່ແມ່ນ ເຊີນແກ້ໄຂດ້ວຍ!
ຂ້ອຍກະເຫັນຫຼາຍຄົນຂຽນຜິດໆໆ ເຫັນແລ້ວມັນບໍ່ຄັກ
ໃຫ້ທຸກຄົນປັບປຸງແດ່ເດີ ເລື່ອງການຂຽນພາສາລາວໃຫ້ຖືກຕ້ອງ

ເຂົ້າໃຈທີ່ທ່ານສະເຫນີມາ ທີ່ວ່າພາສາຫລວງພຣະບາງ ອອກສຽງ ໃ ບໍ່ແມ່ນ ເອີ ສະຫລະ ໃ ນີ້ ຖ້າເປັນຄຳເວົ້າຂ້າພະເຈົ້າກໍພໍຈະເວົ້າໃຫ້ຟັງໄດ້ ແຕ່ວ່າເວລາຂຽນ ມັນຂຽນຍາກ ທີ່ຈະອອກສຽງ ໃ ຄື ເອີວ໌ ຖ້າຈະຂຽນຕາມສຽງພາສາຫລວງພຣະບາງ ມັນຂຽນຍາກ ຂ້າພະເຈົ້າກໍເລີຍຂຽນວ່າ ເອີ ໃຫ້ທ່ານເຂົ້າໃຈຕາມນີ້ດ້ວຍ
ຂອບໃຈທີ່ທັກທ້ວງ ທັງນີ້ທັງນັ້ນຖືວ່າທ່ານບໍ່ຜິດເລີຍທີ່ອອກມາຄັດຄ້ານກະທູ້ຂອງຂ້າພະເຈົ້າແລະຂໍຊົມເຊີຍທ່ານທີ່ຍັງຫວງແຫນເອກະລັກຂອງຕົນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>