ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຊິເລົ່າຄວາມຄິດຮອດບ້ານເກີດເມືອງນອນໃຫ້ຟັງ :)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມືອງ ວຽງໄຊ, ແຂວງຫົວພັນ ເປັນສະຖານທີ່ ທີ່ຂ້ອຍເຕີບໃຫຍ່ໄດ້ 17 ປີປາຍ ( ທີ່ນີ້ຄວາມງາມທີ່ຝັງໃຈຂ້ອຍຕະຫຼອດໄປ)

ຮູບນີ້ແມ່ນຮູບທີ່ຂ້ອຍຖ່າຍເອງ ຫຼັງຈາກທີ່ຈາກໄປ 6 ປີປາຍ ແລ້ວກັບມາຢາມ :)













ຂໍລະບາຍຄວາມຄິດຮອດບ້ານເກີດເມືອງນອນ ຍາວໆນ້ອຍໜຶ່ງ ຜູ້ໃດໝັ່ນກໍ່ອ່ານໂລດ ອິອິອິອິອິ


ເປັນພາບຄວາມຊົງຈຳທີ່ຝັງເລິກຢູ່ໃນໃຈ ບໍ່ມີສິ່ງໃດທົດແທນໄດ້

ຄວາມສຸກ ແຕ່ນ້ອຍຈົນໃຫຍ່ໄດ້ບັນທຶກໄວ້ໃນທີ່ນັ້ນ

ພາບຄວາມງາມທັງໝົດໄດ້ບັນທຶກໄວ້ໃນໃຈ ບໍ່ມີວັນລືມໄລ

ຕອນຍັງນ້ອຍພາກັນໄປລອຍຫຼິ້ນນ້ຳ ແຕ່ເຊົ້າຈົນຄ່ຳ ເຂົ້ານ້ຳບໍ່ຢາກ ອິອິ

ພາກັນກັບໝູ່ໄປປີນຕົ້ນສີດາ ຍາມເດືອນ 8

ໝູ່ຕົກຕົ້ນໝາກສີດາຕາເຫຼືອກ

ຕື່ນສວາຍປັ້ນເຂົ້າແລ່ນໄປໂຮງຮຽນ ຮາໆໆ

ຕື່ນສວາຍແມ່ຮ້ອງຄັບບ້ານ ( ອາຍຜູ້ບ່າວເດ ຮາໆ)

ຕອນນັ້ນຜູ້ບ່າວ ປິ໋ງໆຫຼາຍໆໃດ ແຕ່ບໍ່ໄດ້ລົມໃຜເປັນແຟນ ຮາໆໆ ( ຕາຫົວ)

ໝູ່ພາໄປເກັບຜັກ ຫັກໜໍ່ໄມ້ ແຕ່ຂ້ອຍຫາບໍ່ໄດ້ຫຼາຍຄືໝູ່ ໝູ່ແບ່ງໃຫ້ຫຼາຍໆ ອິອິ

ໝູ່ປີນຜາຫາເກັບຜັກຫວານເຕັ້ນຢູ່ເຄືອເຂົາເທິງຜາ ເອີ້ນຫາໝູ່ຢູ່ລຸ່ມ

ໝູ່ຂ້ອຍມັນພະລາດເຄືອເຂົາເກືອບຕົກຜາ ແຕ່ຍັງມີອັນໃຫ້ຈັບໄວ້ລະບໍ່ເປັນຫຍັງ

ຍາມຝົນຕົກທາກຫຼາຍຮ້ອງໂຮ່ທັງແລ່ນ

ຍາມຮ້ອນໝູ່ພາໄປຫາຟືນ ກິນໝາກແຕງຫວານກາງໄຮ່

ຍາມຝົນນ້ຳລ່ອງໄຫຼຕາມທາງ ແກວ່ງເກີບອີ່ແຕະໃຫ້ໄຫຼແລ້ວໄລ່ນຳ ( ຕອນຍັງນ້ອຍໆ ດອກຫວາ)

ນັ່ງຕ່ຳຫູກກັບເອື້ອຍທີ່ກີ່ຂ້າງເຮືອນ ແມ່ເປີດເທບໃຫ້ຟັງ ຄົນກາຍໄປໆມາໆກໍ່ແຊວຖາມ

ຫົດນ້ຳສວນນ້ອງຊາຍໄລ່ນຳ ແລະ ຮ້ອງເພງ

ຍາມຫວ່າງໆພາກັນໄປໃສ່ມອງ ຂວ້າງແຫ ຕຶກເບັດໃສ່ຍອດມັນຕົ້ນ ຫຼື ເອົາຂີ້ກະເດືອນໃສ່ເບັດ ຕຶກອ່ອຍເອົາປາ ອິອິ

ຂີ່ເຮືອລ່ອງຫຼິ້ນ, ຍາມໄທບ້ານຂ່າງນາ ເຂົາເຈົ້າກໍ່ພາກັນຮ້ອງໄປຊ່ວຍກັນ ແລລ້ວກິນປາມັນ ຂ້າງຖຽງນາ

ຍາມບຸນຊ່ວງເຮືອກໍ່ພາກັນໄປເຊຍອ້າຍນ້ອງແຖວບ້ານ

ຕອນງານບຸນຕ່າງໆກໍ່ມີກິລາ ກໍ່ໄປເຊຍມ່ວນໆ

ຕອນອາຍຸ 8 ປີ ໄປເບິ່ງພໍ່ເອົາປາທີ່ໜອງປາໃຫຍ່ ແຕ່ຂ້ອຍລອຍນ້ຳບໍ່ເປັນດີ ໄດ້ກິນນ້ຳຫຼາຍໆ

ພໍດີອ້າຍອຳຂຽວຟ້າວແລ່ນມາຊ່ວຍເອົາຂ້ອຍປອດໄພ ໄປກິນນ້ຳຫວານຢູ່ເຮືອນບໍ່ໄດ້ລົດຊາດເລີຍ ແຮໆ

ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິ

ຜູ້ບ່າວເຫັນບໍ່ກ້າເວົ້ານຳ ອິອິ ຕອນນັ້ນ ຮາໆ

ຢູ່ບ້ານຂ້ອຍຄືວ່າມ່ວນໜັກໜາ

ແຕ່ຍ້ອນຍ້າຍມາຮຽນໃນນະຄອນຫຼວງ ຄອບຄົວຈິ່ງຈຳເປັນຍ້າຍມາ

ຂ້ອຍຢ້ານພໍ່ແມ່ຊິບໍ່ມີເງິນຕັ້ງເຮືອນ ຈິ່ງບອກພໍ່ແມ່ຂາຍເຮືອນທາງບ້ານ

ດົນໆໄປໃຈຂ້ອຍມີແຕ່ຄິດຮອດທາງວຽງໄຊ ທີ່ຈາກໄປໄກ 6-7 ປີ ໄດ້ຕ່າວໄປຢາມເທື່ອ 1

ຄິດຮອດເດ ວຽງໄຊ ບ້ານເກີດເມືອງນອນຂອງຂ້ອຍ ຍາມຍັງນ້ອຍມ່ວນບໍ່ເຄີຍລືມ

ຂ້ອຍນອນຝັນເຫັນແຕ່ຄວາມສຸກມ່ວນຊື່ນຕອນຢູ່ທາງນັ້ນ

ມາໃນເມືອງມີແຕ່ສູ້ຊີວິດ ແຕ່ມີຄອບຄົວຈິດໃຈກໍ່ອົບອຸ່ນ

ແຕ່ຂ້ອຍຄິດໆໆໆໆ ຝັນໆໆໆໆ ຫາແຕ່ເຮືອນເຄີຍຢູ່ ທຳມະຊາດເຄີຍເຫັນ

ຂ້ອຍຄິດໄວ້ວ່າ ມື້ໜຶ່ງໃນອານາຄົດ ຂ້ອຍຢາກກັບໄປຊື້ເຮືອນຫຼັງເກົ່າທີ່ຂາຍໄປ ເພາະຄວາມສຸກໃນອາດີດຢູ່ໃນນັ້ນ

ຂ້ອຍໄດ້ແຕ່ຝັນເຫັນແຕ່ທີ່ນັ້ນ ................... :)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດຮອດເດີ ຊຳເໜືອ ຊ່າງງາມເຫຼືອຈົນສຸດຂອບຟ້າ ອິອິ ( ວຽງໄຊເດີນີ້ ຫ່າງຊຳເໜືອປະມານ 28 ກິໂລແມັດ ອິອິ)


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິ
ມັກຕອນນິຄິດໄດ້ແນວໃດ ຮາຮາ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ທຳມະຊາດໂຄດງາມເລີຍ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາ
ຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖ ກະທູ້
໒໙໒ ໂພສ
ນັກການກະທູ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ບໍ່ວ່າແຕ່ຕູ້ພາດອກ ຂ້ອຍກໍຄືກັນ ອ່ານບົດນີ້ເບິ່ງແມ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ອ່ານຊ້ຳ ແຕ່ຍາກໄປໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆ ບໍ່ມີລົດແຫຍ້ ຢູ່ເຕັມທາງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິ


ຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ຕອນຮຽນລອຍນ້ຳ ຂ້ອຍດຶງຂາເອື້ອຍຂ້ອຍ ແມ່ຂ້ອຍຫຼຽວເຫັນຢ້ານເອື້ອຍຂ້ອຍຈົມນ້ຳ ເລີຍໄລ່ຕີຂ້ອຍອ້ອມໜອງ ອິອິ
ມັກຕອນນິຄິດໄດ້ແນວໃດ ຮາຮາ




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ບໍ່ວ່າແຕ່ຕູ້ພາດອກ ຂ້ອຍກໍຄືກັນ ອ່ານບົດນີ້ເບິ່ງແມ້



ຊິອ່ານເດີ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໃຫ້ເຮືອນຫຼັງເກົ່່າກັບມາເປັນຂອງເຈົ້າ

ຈາກຄົນບ້ານດຽວກັນ!!!!!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aaawww ຂຽນວ່າ...
ຂໍໃຫ້ເຮືອນຫຼັງເກົ່່າກັບມາເປັນຂອງເຈົ້າ

ຈາກຄົນບ້ານດຽວກັນ!!!!!


ຂອບໃຈ


໕໒ ກະທູ້
໗໒ ໂພສ
ນັກການກະທູ້
ໄປມາແລ້ວງານແທ້ເດີເມືອງຊຳ


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວ
ຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ
ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ
ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ)
ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ
ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ
ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ
ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ



໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
^
^
^
ປະຢັດ ພິທັກໄພບູນ ນ້ຳຕາເກືອບໄຫລ (ມັນເປັນຕາຄ້ອຍ) ອິອິອິ

_______________________________________________

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິ


ຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋

ອ່ານນນນນນ ດີດີກ່ອນປ້າສຸກເອີ້ຍ ຂ້ອຍເວົ້າວ່າ ຢູ່ບ່ອນໃດ ກະມີແຕ່ຫວຽດມີແຕ່ເຈັກ ........ ຫມາຍຖຶງທົ່ວທຸກຫົນແຫ່ງຂອງປະເທດ ລາວວວວວວວວວວວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ໂອ້ຍເນາະຕັ້ງແມ່ນຊຶ້ງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ງາມເນາະ ແຕ່ວ່າ ບ່ອນໃດກະມີແຕ່ຫວຽດກັບຈີນ ເອ໋ຕົກລົງມັນເມືອງຫວຽດຫລືເມືອງຈີນນິ


ຮວ້າຍ ບໍ່ຮູ້ເມືອງ ວຽງໄຊ ແຂວງຫົວພັນບໍ? ຍັງມາຖາມວ່າຈີນ ຫຼື ຫວຽດອີກ ໂອ໋

ອ່ານນນນນນ ດີດີກ່ອນປ້າສຸກເອີ້ຍ ຂ້ອຍເວົ້າວ່າ ຢູ່ບ່ອນໃດ ກະມີແຕ່ຫວຽດມີແຕ່ເຈັກ ........ ຫມາຍຖຶງທົ່ວທຸກຫົນແຫ່ງຂອງປະເທດ ລາວວວວວວວວວວວ


ມີຫັ້ນລະ ເປັນຫຍັງລະ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ໂອ້ຍເນາະຕັ້ງແມ່ນຊຶ້ງ


ຊຶ້ງບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາ
ຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ...


ຜູ້ສາວຢູ່ບ້ານຕີນຜາມ້ອນເອົາຜົວປະລະບໍ? ອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ...
ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວ
ຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ
ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ
ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ)
ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ
ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ
ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ
ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ



ຄ້ອຍໃຈຈົນນ້ຳຕາຊິຍ້ອຍບໍ ອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leutvilay ຂຽນວ່າ...
ໄປມາແລ້ວງານແທ້ເດີເມືອງຊຳ


ເຫັນດີ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາ
ຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ...


ຜູ້ສາວຢູ່ບ້ານຕີນຜາມ້ອນເອົາຜົວປະລະບໍ? ອິອິ


ກະຄິດວ່າຈັ່ງຊັ້ນລະເພາະຕອນນັ້ນຍັງບໍ່ມີໂທລະສັບ...ມີແຕ່ຂຽນຈົດຫມາຍຫາກັນດົນໄປກະມິດຈ້ອຍ
ບໍ່ຮູ້ຂ່າວຮູ້ຄາວເລີຍ...ໄປຢູ່ໃສແລ້ວນໍ...ເອົາລູກເອົາຜົວລະບໍ...ສາວ...ສັ້ນ????????

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ...
ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວ
ຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ
ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ
ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ)
ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ
ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ
ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ
ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ



ຄ້ອຍໃຈຈົນນ້ຳຕາຊິຍ້ອຍບໍ ອິອິ


ກະແມ່ນແທ້ ມັນເປັນຕາຄ້ອຍ
ອີກຢ່າງເຮົາກະບໍ່ຄິດວ່າເວລາມັນຊິຜ່ານໄປໄວປານນີ້
ນີ້ກະຄືຄາວດຽວຫນື່ງ ບາດມາເບິ່ງເຮົາຕອນນີ້ບາດຊິເຖົ້າລະ


໗ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ເວົ້າມາແລ້ວຢາກໄປທ່ຽວເມືອງຊຳ ແລ້ວດື່ມເບຍແບບບໍ່ຕ້ອງໃສ່ນຳກ້ອນ 555 555 55


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມເນາະ ບ້ານ ສາວ ພາສຸກ
ບ້ານ ເຮົາ ລະແປນ ເອີດເຕິດ ພູໜວ່ຍ 1 ກະບໍ່ ມີ ໃຫ້ ເບີ່ງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກກົດ Like ໃຫ້ທຸກຄົນທີ່ມາເມັ້ນເດ ອອນຊອນນຳ ອິອິ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>