ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຊິເລົ່າຄວາມຄິດຮອດບ້ານເກີດເມືອງນອນໃຫ້ຟັງ :)

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kvilayphone ຂຽນວ່າ...
ເວົ້າມາແລ້ວຢາກໄປທ່ຽວເມືອງຊຳ ແລ້ວດື່ມເບຍແບບບໍ່ຕ້ອງໃສ່ນຳກ້ອນ 555 555 55


ຂ້ອຍບໍ່ດືມນຳເຂົາເຈົ້ານະ ຂົມໆ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ໂອ...ສາວພາສຸກແຕ່ງລະຄອນສັ້ນໃຫ້ພ້ອມຄັກຫລາຍ....ອື່ມ!!!ຄິດຮອດຄືກັນເຖີງບໍ່ແມ່ນບ້ານເກີດແຕ່ກໍ່ເຄີຍມາ
ຮຽນຢູ່ທີ່ວຽງໄຊ...ຄິດຮອດໝູ່ໆແລະຜູ້ສາວຢູ່ບ້ານຕີນຜາມ້ອນເດ...


ຜູ້ສາວຢູ່ບ້ານຕີນຜາມ້ອນເອົາຜົວປະລະບໍ? ອິອິ


ກະຄິດວ່າຈັ່ງຊັ້ນລະເພາະຕອນນັ້ນຍັງບໍ່ມີໂທລະສັບ...ມີແຕ່ຂຽນຈົດຫມາຍຫາກັນດົນໄປກະມິດຈ້ອຍ
ບໍ່ຮູ້ຂ່າວຮູ້ຄາວເລີຍ...ໄປຢູ່ໃສແລ້ວນໍ...ເອົາລູກເອົາຜົວລະບໍ...ສາວ...ສັ້ນ????????



ຂຽນຈົດໝາຍຫາກັນ ຮາໆໆໆ ສາວສັ້ນເອົາຜົວລູກ 5 ລະຕິເບາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ງາມເນາະ ບ້ານ ສາວ ພາສຸກ
ບ້ານ ເຮົາ ລະແປນ ເອີດເຕິດ ພູໜວ່ຍ 1 ກະບໍ່ ມີ ໃຫ້ ເບີ່ງ


ແມ່ນນະ? ຂອບໃຈຄຳຊົມ ອິອິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ YAD ຂຽນວ່າ...
ອັນວ່າຄິດຮອດບ້ານເກີດເມືອງນອນ ໃຜໆກໍ່ຄິດຮອດຫມົດທຸກໆຄົນຫັນແລວ
ຂ້ອຍກໍ່ຜູ້ຫນື່ງທີ່ເປັນແບບນັ້ນ ຂ້ອຍກັບໄປຢາມບ້ານແຕ່ລະເທື່ອ ຂ້ອຍຕ້ອງໄດ້ອອກໄປທົ່ງນາ ທຸກໆເທື່ອ
ເວລາທີ່ຂ້ອຍໄປເຫັນບ່ອນທີ່ເຄີຍລ້ຽງງົວລ້ຽງຄວາຍ ຫນອງນ້ຳທີ່ເຄີຍຫລີ້ນ ເມື່ອຕອນຍັງນ້ອຍ
ເຫັນແລ້ວ ນ້ຳຕາຂ້ອຍເກືອບໄຫລ (ມັນເປັນຕາຄ້ອຍ)
ແຕ່ຊິເຮັດຈັງໃດໄດ້ ເພາະວ່າຊີວິດຄົນເຮົາຕ້ອງກ້າວໄປຂ້າງຫນ້າ
ຄິດສະວ່າ ອາດີດມັນກະຄືອາດີດ ເຮົາກັບໄປເປັນເດັກນ້ອຍຄືເກົ່າບໍ່ໄດ້ອີກແລ້ວ
ຈາກແຕ່ກ່ອນບໍເຄີຍຄິດຫຍັງຫລາຍ ຂໍແຕ່ໃຫ້ໄດ້ກິນອີ້ມໃນແຕ່ລະຄາບກໍ່ພໍ
ແຕ່ມາໃນປະຈຸບັນ ຈັກຄິດຫຍັງ ຢ່າຄິດຫຍັງ ສາລະພັດແນວຄິດ



ຄ້ອຍໃຈຈົນນ້ຳຕາຊິຍ້ອຍບໍ ອິອິ


ກະແມ່ນແທ້ ມັນເປັນຕາຄ້ອຍ
ອີກຢ່າງເຮົາກະບໍ່ຄິດວ່າເວລາມັນຊິຜ່ານໄປໄວປານນີ້
ນີ້ກະຄືຄາວດຽວຫນື່ງ ບາດມາເບິ່ງເຮົາຕອນນີ້ບາດຊິເຖົ້າລະ


ປານນັ້ນພຸ້ນນະ ແມ່ນແທ້ໃດເນາະ ຂ້ອຍເຫັນຫຼາຍຄົນໄປຢາມວຽງໄຊ ໄປຮອດລະໄຫ້ນ້ຳຕາໄຫຼພ້ອມຍິ້ມຫວານຫ່ຽວໆຕອນເຖົ້ານະ ອິອິ ເປັນອາດີດ

ຂໍອະໄພ ຂໍຍົກຕົວຢ່າງທ່ານຜູ້ນຳ: ພັນລະຍາ ປະທານ ໄກສອນ ພົມວິຫານ ໄປຢ້ຽມຢາມຖ້ຳ ປະທານ ໄກສອນ ພົມວິຫານ, ພັນລະຍາຂອງທ່ານ ໄຫ້ ເສົ້າໆ ອາໄລອາວອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍນອນຝັນເຫັນ ວ່າໄດ້ໄປສ້າງສາປົວແປງບ່ອນເຮືອນຢູ່ຕະຫຼອດ ຂະໜາດນອນກາງເວັນກາງຄືນກໍ່ຝັນເຫັນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຈະຮູ້ວ່າຂ້ອຍຮັກ ແລະ ຜູກພັນພຽງໃດ ຫາບ່ອນໃດປຽບທຽບບໍ່ໄດ້

ແລະ ກໍ່ບໍ່ໄດ້ຄິດຮອດຜູ້ບ່າວຄົນໃດຄືບ່ອນນີ້ ແລະ ບໍ່ເຄີຍຝັນເຫັນຜູ້ບ່າວຄົນໃດດົນນານເທົ່າທີ່ນີ້


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ຈາກແຂວງຫົວພັນມາແຕ່ປີ1982 ຕອນນັ້ນ ອາຍຸຂ້າພະເຈົ້າ ຫາກໍ່ໄດ້ຫົກປີແຕ່ກໍ່ມີຄວາມຊົງຈໍາຫຼາຍໆໃນໄວເດັກ...
ຈົນປານນີ້ຍັງບໍ່ທັນໄດ້ກັບໄປຢາມ...:ເຮືອນຊານບ້ານຊ່ອງ ດິນດອນ ບ່ອນເຄີຍອາໃສ ຂາຍໝົດ...
ແຕ່ສິ່ງທີ່ຍັງເຫຼືອຢູ່ທີ່ບ້ານເກີດຄືຄວາມຊົງຈໍາໃນໄວເດັກ...


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>