ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຄົນໄກບ້ານ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຄົນໄກບ້ານ » ຊື້ຊຳຊຸງ Galaxy note 8.0 ທີ່ພະນົມເປັນ

໑ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍທຽວໄປທຽວມາວຽກ ທີ່ພະນົມເປັນໄດ້ໄລຍະຫນື່ງ ພໍດີຢາກໄດ້ແທັບເລັດ ຕອນທຳອິດບໍ່ຮູ້ວ່າ ສິຊື້ອັນໃດດີ ລ່ະຫວ່າງ ໄອແພັດມິນິ ຫຼື ຊຳຊຸງ ກາແລັກຊີ່ໂນດ 8.0 ລູ້ນ ສາມຈີ , ສຸດທ້າຍກໍ່ຕັດສິນໃຈຊື້ ຊຳຊຸງ ກາແລັກຊີ່ໂນດ 8. ດ້ວຍເຫດຜົນທີ່ວ່າ ມັນສາມາດໂທອອກໄດ້ ຄືກັບໂທລະສັບ ແລະຕອນທີ່ຊື້ມັນກໍ່ຫາກໍ່ອອກມາໃຫມ່ໆ. ມື້ນັ້ນໄປຊື້ຢູ່ທີ່ຫ້າງ Suvanna ທີ່ຮ້ານຕົວແທນຈຳຫນ່າຂອງຊຳຊຸງ ຕອນທີ່ໄປຊື້ກໍ່ສະບາຍໃຈ ແລະກໍ່ເຊື່ອໃຈວ່າຊື້ຖືກບ່ອນແລ້ວ ເຖິງວ່າລາຄາມັນຈະແພງກວ່າຊື້ຢູ່ຕາມຮ້ານຂ້າງນອກ ແຕ່ວ່າເຮົາກໍ່ຢາກໄດ້ການບໍລິການຫລັງການຂາຍທີ່ດີ , ຕອນທີ່ຊື້ທາງຮ້ານກໍ່ບອກວ່າ ຮັບປະນກັເຄື່ອງຫນື່ງປີ. ແຕ່ຫລັງຈາກນັ້ນພໍໃຊ້ໄປໄດ້ປະມານ ຫນື່ງເດືອນ ກໍ່ມີປັນຫາເປີດໄວໄຟ ແລະ ບຮູທູສ ບໍ່ໄດ້ ແຕ່ຢ່າງອື່ນກໍ່ໄດ້ໄດ້ຕາມປົກກະຕິ. ຂ້ອຍກັບຫມູ່ຈິ່ງໄດ້ເອົາເຄື່ອງໄປໃຫ້ຮ້ານເບິ່ງໃຫ້ ແລ້ວພະນັກງານຂອງຮ້ານບອກຂ້ອຍວ່າ ຕ້ອງຟໍແມັດເຄຶ່ອງ ແຕ່ວ່າຂໍ້ມູນທັງຫມົດທີ່ຢູ່ໃນເຄື່ອງຈະຖືກລົບໄປ, ຂ້ອຍກັບຫມູ່ຫຼຽວເບິ່ງຫນ້າກັນ ແລ້ວຂ້ອຍຈິ່ງເວົ້າກັບພະນັກງານວ່າໃຫ້ຍ້າຍຂໍ້ມູນທີ່ຢູ່ໃນເຄື່ອງ ໄປໄວ້ໃນແມັມໂມລີ່ໃຫ້ແນ່ ແລ້ວຈິ່ງຟໍແມັດ,ແຕ່ພະນັກງານມັນຕອບສັ້ນໆວ່າເຮັດບໍ່ເປັນ ຂ້ອຍຮູ້ສືກໃຈຮ້າຍຂື້ນມາແຕ່ກໍ່ຍັງອົດໄວ້ ເພາະວ່າບໍ່ແມ່ນບ້ານເຮົາ, ສຸດທ້າຍ ກໍ່ເລີຍຕ້ອງຍອມເສຍຂໍ້ມູນທີ່ຢູ່ໃນເຄື່ອງນັ້ນຖິ້ມລ້າໆ ແຕ່ກໍ່ຍັງດີເພາະວ່າກໍ່ບໍ່ມີຂໍ້ມູນສຳຄັນຫລາຍ. ຫລັງຈາກພະນັກງານຟໍແມັດແລະ ລີເສັດຕັ້ງຄ່າແລ້ວ ປາກົດວ່າຍັງບໍ່ໄດ້ຄືເກົ່າ, ສາວພະນັກງານນັ້ນ ບອກວ່າຕ້ອງສົ່ງເຄື່ອງເຂົ້າສູນ ແລະພໍເວົ້າຈົບພະນັກງານກໍ່ຍື່ນເຈ້ຍມາໃຫ້ແຜ່ນຫນື່ງ ບອກວ່າໃຫ້ຂ້ອຍກັບຫມູ່ໄປບ່ອນນີ້ ໃຫ້ເອົາເຈ້ຍນີ້ໃຫ້ລົດຕຸກໆພາໄປ ຫມູ່ຂ້ອຍເລີ່ມຫນ້າປ່ຽນສີ ຂ້ອຍກໍ່ຍິ້ມແບບແຫ້ງໆ , ຫມູ່ຂ້ອຍກະເລີຍຖາມວ່າ ພວກຂ້ອຍຕ້ອງໄປເອງຫວາ ພະນັກງານກໍ່ຕອບວ່າ ແມ່ນແລ້ວ ພວກເຈົ້າຕ້ອງໄປເອງ; ຫມູ່ຂ້ອຍກະພະຍາຍາມເວົ້າດີກັບເຂົາເຈົ້າວ່າ ໃຫ້ທາງຮ້ານຊ່ວຍສົ່ງເຄື່ອງໄປໃຫ້ສູນໃຫ້ໄດ້ບໍ່ ເພາະວ່າພວກຂ້ອຍບໍ່ຮູ້ຈະໄປບ່ອນນັ້ນຈັ່ງໃດ , ທາງຮ້ານກໍ່ປະຕິເສດວ່າບໍ່ໄດ້ ທາງຮ້ານພວກເຮົາມີແຕ່ຂາຍຊື່ໆບໍ່ໄດ້ແປງໃຫ້, ຕອນນີ້ຫມູ່ຂ້ອຍເລີ່ມໃຈຮ້າຍ ເລີຍເວົ້າໄປວ່າ ເປັນຫຍັງຄືບໍ່ບອກແຕ່ທຳອິດວ່າ ຖ້າມີປັນຫາຄ້ອງເອົາໄປສູນເອງ ຂ້ອຍຮູ້ຂ້ອຍກະຄົງສິບໍ່ຊື້ຢູ່ນີ້, ມື້ນັ້ນ ຮູ້ສືກເສຍໃຈຫລາຍບໍ່ຫນ້າຊື້ເລີຍ ແລະສຸດທ້າຍ ກໍ່ຕ້ອງໄດ້ໄປເອງ . ມື້ທີ່ໄປທີ່ສູນ ຈ້າງລົດຕຸກໆໃຫ້ພາໄປເຊິ່ງຄົນຂັບຕຸກໆກະຍັງບໍ່ຮູ້ວ່າສູນຊຳຊຸງມັນຢູ່ບ່ອນໃດ ກະຂີ່ລົດຊອກຫາໄປຕາມທີ່ຢູ່ໃນເຈ້ຍແຜ່ນນັ້ນ , ຊວຍຫລາຍມື້ນັ້ນຝົນຕົກແຮງເອົາແທ້ເອົາວ່າ ກວ່າຊິຫາເຈິກໍ່ເກືອບເຂົາເຈົ້າເລີກວຽກ, ເມື່ອໄປຮອດສູນກໍ່ຟໍແມັດເຄື່ອງອີກຮອບ ກໍ່ຍັງບໍ່ໄດ້ ເຂົາເຈົ້າເລີຍວ່າຕ້ອງໄດ້ເອົາເຄື່ອງໄວ້ປະມານ ຫນື່ງອາທິດ ແລ້ວຈະຕິດຕໍ່ກັບໄປ, ຫລັງຈາກນັ້ນກໍ່ຖ້າຫນື່ງອາທິດຜ່ານໄປກໍ່ງຽບ ບໍ່ມີການຕິດຕໍ່ກັບມາ ກໍ່ເລີຍໂທໄປຖາມ ພະນັກງານທີ່ສູນ ຊຳຊຸງກໍ່ຈົດລາຍລະອຽດ ແລ້ວບອກວ່າ ຈະກວດເບິ່ງໃຫ້ເປັນແນວໃດແລ້ວຈະຕິດຕໍ່ກັບ, ຂ້ອຍກັບຫມູ່ກໍ່ຖ້າຫມົດເຊົ້າກໍ່ບໍ່ເຫັນທາງສູນໂທກັບ ພໍຕອນບ່າຍຫມູ່ຂ້ອຍຈິ່ງໄດ້ໂທໄປຖາມອີກ ແລະພະນັກງານມັນຕອບວ່າ ກວດເບິ່ງໃຫ້ແລ້ວແຕ່ວ່າເຄື່ອງຍັງບໍ່ທັນແປງແລ້ວຈິ່ງບໍ່ໄດ້ໂທຫາ ແລ້ວກໍ່ບອກວ່າເຄື່ອງມີປັນຫາເລື້ອງແມນບອດ ຕ້ອງປ່ຽນແລະຕອນນີ້ບໍ່ມີອາໄລ່ຕ້ອງຖ້າອາໄຫລ່ມາຈາກໄທອີກ ສອງອາທິດ ແລ້ວກໍ່ເວົ້າຄືເກົ່າວ່າເປັນຈັ້່ງໃດຈະຕິດຕໍ່ກັບ, ຂ້ອຍກໍ່ຖ້າ ສອງອາທິດຜ່ານໄປກໍ່ງຽບ ຂ້ອຍກໍ່ໄດ້ໂທໄປຖາມສູນອີກ ພະນັກງານກໍ່ເວົ້າຄືເກົ່າວ່າ ຈະກວດເບິ່ງໃຫ້ຖ້າເປັນຈັ່ງໃດຈະຕິດຕໍ່ກັບໄປ ຂ້ອຍກໍ່ຖ້າໂທລະສັບຫມົດມື້ ກໍ່ບໍ່ເຫັນ, ຂ້ອຍກັບຫມູ່ຫມົດກຳລັງໃຈ ແລະເບື່ອຫລາຍກັບບໍລິການຂອງເຂົາເຈົ້າ ຄວາມຫວັງສຸດທ້າຍແມ່ນຄິດວ່າຈະໄປເອົາເຄື່ອງກັບມາ, ຫມູ່ຂ້ອຍຈິ່ງຂໍໃຫ້ຫມູ່ທີ່ເປັນຄົນກຳປູເຈຍຊ່ວຍໂທໄປສຸນຊຳຊຸງໃຫ້ ແລະທຸກເທື່ອທີ່ໂທໄປ ພະນັກງານມັນຈະບອກວ່າເປັນແນວໃດແລ້ວທາງສຸນຈະໂທກັບ ແຕມັນກໍ່ບໍ່ເຄີຍໂທກັບມາຈັກເທື່ອ ບາດນີ້ຫມູ່ກຳປູເຈຍກໍ່ໃຈຮ້າຍໃຫ້ພະນັກງານສູນ ເລີຍຮ້າຍແລະຂູ່ມັນວ່າ ຈະໂພດເລື້ອງນີ້ລົງເຟກບຸກ ພະນັກງານມັນຄືສິຢ້ານ ເທື່ອນີ້ມັນຈິ່ງໂທກັບມາບອກວ່າ ອາໄຫລ່ສິມາຊ່ວງທ້າຍເດືອນ ຫມູ່ຂ້ອຍບອກມັນວ່າຖ້າອາໄຫລ່ມາກະໃຫແປງໃຫ້ເລີຍວັນທີ ຫນື່ງເດືອນແປດນີ້ ສິໄປເອົາເຄື່ອງກັບມາ ເພາະຕ້ອງກັບປະເທດແລ້ວ ແລະ ຂ້ອຍກັບຫມູ່ກໍ່ຖ້າເພີ່ມອີກຫນື່ງອາທິດ , ມື້ກ່ອນຈະໄປເອົາເຄື່ອງກໍ່ໄດ້ໂທໄປຖາມອີກເທື່ອຫນື່ງ ແລ້ວກໍ່ຍັງເປັນຄືເກົ່າ ເທື່ອນີ້ມັນບອກວ່າບໍ່ຮູ້ວ່າອາໄຫລ່ມາມື້ໃດ , ສະຫລຸບແລ້ວຂ້ອຍເອົາເຄື່ອງເຂົ້າສູນເປັນເວລາ ຫນື່ງເດືອນເຕັມໆ ຂ້ອຍຈິ່ງຕັດສິນໃຈບໍ່ແປງຫົວມັນລ່ະ ໄປເອົາເຄື່ອງກັບຄືນມາ ເພາະບໍ່ຮູ້ວ່າຕ້ອງຖ້າໄປອີກຈັກເດືອນຈັກປີ ອາໄຫລ່ຈິ່ງສິມາຮອດ. ບໍລິການຫລັງການຂາຍຢູ່ນີ້ແມ່ນຫ່ວຍສຸດໆເລີຍ


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ເສຍຄວມຮູ້ສຶກແທະ ປົກກະຕິຊືື້ຮ້ານໄດ໋ຝາກເຄັັມຮ້ານນັ້ນກະໄດ້
ຮ້ານໂຕແທນຈຳໜ່າຍສິິຮັບຜິດຊອບບໍລິການລູກຄ້າໃນສ່ວນນີ້ເອັງ ບໍ່ຕ້ອງໄດ້ໃຫ້ລູກຄ້າໄປເຄັມທີ່ສູູນເອັງດອກ
ເວັ້ນແຕ່ເຮົາຍາກໄດ້ໄວກໍ່ຕ້ອງໄດ້ຕິດຕໍ່ສູນເອັງ
ແຕ່ຖ້າຍູ່ກຳປູເຈຍກໍຕ້ອງທຳໃຈເລືື່ອງມາດຕາຖານການບໍລິການຫລັງການຂາຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ຮ້ານ JIR... ບໍ່ໄດ້ ຄົນຮູ້ຈັກຂ້ອຍເຄີຍໄປເຮັດຢູ່ຫັ້ນເຂົາລາອອກເພາະ ຖືກລູກຄ້າດ່າຫລາຍ ເຄື່ອງເພຖ້າລູກຄ້າບໍ່ຈ່າຍເງິນ
ຕ້ອງຖ້າ 6 ເດືອນ(ຖ້າເຄື່ອງຫລາຍໆແລ້ວສົ່ງກັບໄປບາດດຽວ)


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່ວ



໒໓ ກະທູ້
໑໒໖ ໂພສ
ນັກການກະທູ້
ລອງເອົາມາໃຫ້ຂ້ອຍແປງໃຫ້ເບິ່ງ ລອງເປີດບູທູດໄວໄຟບໍ່ໄດ້ນິບາງທີ່ກະບໍ່ໄດ້ເປັນນຳແມນບອດເດາະ ມັນເປັນຢູ່ທີ່ລອມ ມັນກະມີ ທາງແກ້ກະຄືລົງລອມໃຫມ່ໃຫ້ມັນ ກະໄດ້ແລ້ວ ຈຳພວກແອນດອຍນິ ຂ້ອຍເຮັດມາເບຶດລະ ນັບຕັ້ງແຕ່ S2 S3 tap 7.0 tap 7.7 ລ່າສຸດແມ່ນ note2 ຂ້ອຍຊື້ມາຍັງບໍ່ໄປແປງຢູ່ຮ້າງຊ້ຳ ແປງເອົາເອງຢູ່ບ້ານພີ້ກະໄດ້


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ໂນເກຍ ຫຼື ໂຊນີອີ່ເຫຼັກສັນທີ່ຫຼັກ ແມ່ນດີທີ່ສຸດ ເຮັດຕົກເຮັດຫຼູດມື້ຊີ້ນສ່ວນແຕກຊະໄປຄົນລະທາງກັນ ເອົາມາປະກອບຄືນໃຊ້ຊະບາຍ.
ແຕ່ ໄອຫ້າ ເອັດສອງສາມສີ ລອງໄປເຮັດຕົກສີນສ່ວນແຕກຊະເບີ່ງ ຫາຫາ ໄດ້ໜ່ວຍໃໝ່ເລີຍແລະ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ຖີ້ມໜ່ວຍໜຶ່ງລ້າລ້າ ຢູ່ບ້ານ ຂ້ອຍເຄີຍຕັ້ງກະທູ້ຖາມ ຢູ່ພັນລາວນີ້ເທື່ອໜຶ່ງ ວ່າໃຜ້ຮູ້ຮ້ານມີອາໄຫຼ່ ແປງແທບເລັດຊຳຊຸງນີ້ໄດ້ແດ່ ແຕ່.ໍຜິດຫວັງ ຂ້ອຍຊິຊອກຫາກະທູ້ນັ້ນ ອີກບາດໜຶ່ງຂື້ນມາສາກ່ອນ ບາງເທື່ອຊິມີຜູ້ຮູ້ແປງແລ້ວບໍປານນີ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ລອງເອົາມາໃຫ້ຂ້ອຍແປງໃຫ້ເບິ່ງ ລອງເປີດບູທູດໄວໄຟບໍ່ໄດ້ນິບາງທີ່ກະບໍ່ໄດ້ເປັນນຳແມນບອດເດາະ ມັນເປັນຢູ່ທີ່ລອມ ມັນກະມີ ທາງແກ້ກະຄືລົງລອມໃຫມ່ໃຫ້ມັນ ກະໄດ້ແລ້ວ ຈຳພວກແອນດອຍນິ ຂ້ອຍເຮັດມາເບຶດລະ ນັບຕັ້ງແຕ່ S2 S3 tap 7.0 tap 7.7 ລ່າສຸດແມ່ນ note2 ຂ້ອຍຊື້ມາຍັງບໍ່ໄປແປງຢູ່ຮ້າງຊ້ຳ ແປງເອົາເອງຢູ່ບ້ານພີ້ກະໄດ້



(ຊິລອງເອົາໄປໃຫ້ເຈົ້າກວດເບິ່ງກ່ອນ ອາການໄຟບໍ່ເຂົ້າ )



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍເງີນອີກແລ້ວກູ