ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອຄວາມສະອາດຂອງນະຄອນຫຼວງ

ຄໍລຳພວກເຮົາເຄີຍຍົກບັນຫາການເກັບມ້ຽນຂີ້ເຫຍື້ອຂຶ້ນມາເວົ້າຫຼາຍເທື່ອ ແຕ່ໃນຄວາມເປັນຈິງພວກເຮົາກໍຕ້ອງຍອມຮັບນຳກັນວ່າ: ການແກ້ໄຂພົບຄວາມ ຫຍຸ້ງຍາກສົມຄວນ.

ອີງຕາມຂໍ້ມູນຈາກ ອ.ພ.ບ ໃຫ້ຮູ້ວ່າ: ສະເລ່ຍມື້ໜຶ່ງຂີ້ເຫຍື້ອຢູ່ນະຄອນຫຼວງວຽງຈັນ ເກີດຂຶ້ນຈາກທຳມະຊາດ ແລະ ຄົນ ແມ່ນປະມານ 320-350 ໂຕນ ແຕ່ການເກັບປະຕິບັດໄດ້ພຽງແຕ່ເຄິ່ງໜຶ່ງທໍ່ນັ້ນ ຄືປະມານ 150-200 ໂຕນ ເຊິ່ງແມ່ນກອງບໍລິການລົດຂົນສົ່ງຂີ້ເຫຍື້ອນະຄອນຫຼວງວຽງຈັນ 43% ແລະ ບໍລິສັດເອກະຊົນ 6 ບໍລິສັດຮັບຜິດຊອບ 57%.

ສ່ວນການສ້າງທາງຈຳນວນ 23 ເສັ້ນທາງສຳຄັນນັ້ນ ການລ້າງຄັ້ງໜຶ່ງຈະຕ້ອງລ້າງປະມານ 200-300 ຖ້ຽວລົດ ຫຼື ຕົກເປັນເງິນປະມານ 40-60 ລ້ານ ກີບຕໍ່ຄັ້ງ ຢາກໃຫ້ວຽງຈັນສະອາດສົດໃສ ຕ້ອງໃຊ້ງົບປະມານ 300 ລ້ານກີບຕໍ່ເດືອນ.

ຟັງຂໍ້ມູນນີ້ແລ້ວ ຫຼາຍທ່ານຈະພໍເຂົ້າໃຈວ່າ ສະເພາະເກັບມ້ຽນຂີ້ເຫຍື້ອ ແລະ ລ້າງທາງກໍຕົກເປັນເງິນເດືອນໜຶ່ງ 300 ລ້ານກີບແລ້ວ ດັ່ງນັ້ນ ຜູ້ຜະລິດ ຂີ້ເຫຍື້ອທັງຫຼາຍກໍຄວນຄຳນຶງວ່າ ຕົນຜະລິດໜ້ອຍຫຼາຍຊ່ຳໃດ໋!.

ຫຼາຍປີຜ່ານມາຄຽງຄູ່ກັບຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາທີ່ວ່ອງໄວຂອງນະຄອນຫຼວງພວກເຮົາ ບັນຫາຂີ້ເຫຍື້ອກໍເປັນເງົາຕາມຕົວ ແກ້ບໍ່ ຕົກຮ້ອຍສ່ວນຮ້ອຍ... ກໍເຄີຍມີຫຼາຍຮູບແບບ ຈົນມີເຖິງທະນາຄານຂີ້ເຫຍື້ອ ແຕ່ກໍແກ້ໄຂເປັນບາງຄັ້ງບາງຄາວ ເມື່ອບັນຫາເຖິງຂັ້ນນີ້ແລ້ວ ການຈັດຕັ້ງທີ່ ກ່ຽວຂ້ອງ ເປັນຕົ້ນ ອ.ພ.ບ ຄວນໄດ້ຄິດເຖິງການສ້າງຕັ້ງບໍລິສັດທຳຄວາມສະອາດຂຶ້ນມາ ໂດຍມອບໃຫ້ເອກະຊົນຂາດຕົວ 100% ຫຼືວ່າມີລັດຖືຫຸ້ນ ຖ້າບໍ່ ດັ່ງນັ້ນ ການເກັບມ້ຽນຂີ້ເຫຍື້ອຄົງແກ້ບໍ່ຕົກ ໂດຍສະເພາະແມ່ນມື້ບຸນ ມື້ງານສຳຄັນຂອງຊາດຫຍັບມໍ່ເຂົ້າມາທຸກເວລາ.

ແນ່ນອນຄັນມີບໍລິສັດເອກະຊົນ ຫຼື ຮ່ວມທຶນ ມັນກໍຕ້ອງເວົ້າເຖິງກຳໄລຈຶ່ງຈະຢູ່ລອດ ສະນັ້ນ ການເກັບຄ່າບໍລິການຂີ້ ເຫຍື້ອມັນກໍຕ້ອງສູງຂຶ້ນຢ່າງ ຫຼີກລ້ຽງບໍ່ໄດ້... ແຕ່ຫາກມີການຄຸ້ມຄອງດີ ໃຫ້ລາຄາເໝາະສົມ ບໍ່ສູງເກີນໄປ ແລະ ຈັດໃຫ້ເປັນຫຼາຍລະດັບ ເຊັ່ນ: ຄອບຄົວທົ່ວໄປ ທຸລະກິດ ໂຮງແຮມ ຮ້ານອາຫານ ຄິດວ່າຄົງເປັນໄປໄດ້.

ການປຸກລະດົມໃຫ້ສັງຄົມມີສ່ວນຮ່ວມໃນການກຳຈັດຂີ້ເຫຍື້ອ ແຍກຂີ້ເຫຍື້ອໂດຍຮູບການຕ່າງໆຜ່ານມານັ້ນແມ່ນດີຫຼາຍ ສະນັ້ນ ຕ້ອງໄດ້ສືບຕໍ່ເຮັດ ແລະ ປຸກລະດົມເອກະຊົນຜູ້ທີ່ມີຄວາມສາມາດລົງທຶນລົງຮອນເຂົ້າໃສ່ເລື່ອງນີ້ ຄິດວ່າເປັນທາງອອກທີ່ດີຍິ່ງ ເພາະຖ້າອາໄສເບື້ອງລັດກໍຕ້ອງຍອມຮັບໃນເລື່ອງ ຂອງງົບປະມານທີ່ມີຂໍ້ຈຳກັດ.

ຢາກໃຫ້ໝົດທຸກຄົນເອົາໃຈໃສ່ເລື່ອງການກຳຈັດຂີ້ເຫຍື້ອ ເພື່ອຄວາມສະອາດຈົບງາມຂອງນະຄອນຫຼວງ ທັງບັນລຸເປົ້າໝາຍ 6 ສ ທີ່ການຈັດຕັ້ງ ວາງອອກ.


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້




໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆເວົ້າໄດ້ດີຫຼາຍນ້ອງຊາຍ
ຖ້າຫາກຮ່ວມກັນປະຕິບັດດຮັກສາສິ່ງແວດລ້ອມນຳກັນ
ນະຄອນຫຼວງວຽງຈັນ ກໍ່ຄືທົ່ວປະເທດລາວນິຄົງຈະສະອາດຂຶ້ນກວ່າເກົ່າແນ່ນອນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນຄົນວຽງຈັນ ຄຳນືງກະໄດ້ຕິ ກັກໆໆໆ

ບໍມີວັນໄດ້ຮັກກັນ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ເວົ້າໄດ້ເຮັດບໍ່ໄດ້

K.Soubandith

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປຽນໃໝ່ສະຊັນ ອິອິ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ເວົ້າໄດ້ເຮັດບໍ່ໄດ້

ຄົນວຽງຈັນຂີ້ຄານຫວາ ຊັນຄືເຮັດບໍໄດ້

ບໍມີວັນໄດ້ຮັກກັນ

໒ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຕັ້ງແຕ່ນ້ອຍຈົນໃຫຍ່ ຂ້ອຍບໍ່ເຄີຍຖິ້ມຂີ້ເຫຍື້ອຊະຊາຍ ພູມໃຈ

...Sn@kE...

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ປັດຈຸບັນກະດີພໍສົມຄວນແລ້ວ ຄິດວ່າທຸກຄົນຄວນຕື່ນໂຕກ່ວານີ້

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍເກີນຄວນ


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຍ້ອນວາຄົນລາວເຮົາ ບາງຄົນບາງຈຳພວກຍັງມາລະຍາດຍັງບໍ່ດີເທືອ ຖີມຂີເຫຍືອຊະຊາຍ


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ແມ່ນໆເວົ້າໄດ້ດີຫຼາຍນ້ອງຊາຍ
ຖ້າຫາກຮ່ວມກັນປະຕິບັດດຮັກສາສິ່ງແວດລ້ອມນຳກັນ
ນະຄອນຫຼວງວຽງຈັນ ກໍ່ຄືທົ່ວປະເທດລາວນິຄົງຈະສະອາດຂຶ້ນກວ່າເກົ່າແນ່ນອນ


ກາຄົງຈະເປັນຈັງຊັ້ນ ເດີ້


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້