ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ສະບາຍດີພີ່ນ້ອງພັນລາວ

ມື້ນີ້ມີຫຍັງຢາກຈະຖາມແນ່ ມີຢູ່ວ່າ ຫາກເຮົາເກີດບໍ່ສະບາຍແລ້ວໄປກວດເລືອດຕາມທີ່ໝໍສັ່ງ ແຕ່ວ່າບໍ່ໄດ້ບອກວ່າກວດເອດ , ຫາກຜົນອອກມາວ່າເຮົາມີເຊື້ອເອດ ຫຼື້ ມີເລືອດ "+ ບວກ" ໝໍຈະບອກບໍ່ນະ?

* ອີກຢ່າງກວດເລືອດທຳມະດາ ໝໍຈະກວດວ່າມີເຊື້ອເອດໃຫ້ບໍ່ນະ?


** ຢ່າຄິດຫຼາຍ ຢາກຮູ້ຊື່ໆ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຈະບອກໄດ໋ ເພາະໂລກເອດນິກວດເລືອດທຳມະດາກາໜ້າຈະຮູ້ໃດ໋


21 3-15-13-16-12-5-20-5 13-5


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ໜ້າຈະບອກໄດ໋ ເພາະໂລກເອດນິກວດເລືອດທຳມະດາກາໜ້າຈະຮູ້ໃດ໋




ໜ້າຈະຫວາ...ຂອບໃຈສຳລັບຄຳຕອບເດີ້


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກວດຫັ້ນລະ
ແລ້ວຜົນກວດອອກມາເປັນຈັ່ງໃດ ເຂົາເຈົ້າກະຊິຂຽນໃນໃບກວດເລືອດໃຫ້ຢ່າງລະອຽດ


໑໒ ກະທູ້
໒໘໘ ໂພສ
ນັກການກະທູ້
ເຈົ້າຂອງກະທູ້ເປັນເອດດດດດດດດດດດດດດດດດດ

ໝາຂອງຂ້ອຍເດີ ນາງແພ່ງແຜ໋ວ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ koluksaila ຂຽນວ່າ...
ເຈົ້າຂອງກະທູ້ເປັນເອດດດດດດດດດດດດດດດດດດ



ອ້າວອ້າຍນິ... ມົ້ວແລ້ວ


໑໒ ກະທູ້
໒໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Shinnobi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ koluksaila ຂຽນວ່າ...
ເຈົ້າຂອງກະທູ້ເປັນເອດດດດດດດດດດດດດດດດດດ



ອ້າວອ້າຍນິ... ມົ້ວແລ້ວ

ກະນືກວ່າເປັນເອດລະຢາກໃດ້ຄຳປືກສາຈືງສ້າງກະທູ້ນີ້ມາ ບໍ່ແມ່ນຫວະ
ເປັນໂລກຫຍັງສັ້ນ

ໝາຂອງຂ້ອຍເດີ ນາງແພ່ງແຜ໋ວ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ koluksaila ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Shinnobi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ koluksaila ຂຽນວ່າ...
ເຈົ້າຂອງກະທູ້ເປັນເອດດດດດດດດດດດດດດດດດດ



ອ້າວອ້າຍນິ... ມົ້ວແລ້ວ

ກະນືກວ່າເປັນເອດລະຢາກໃດ້ຄຳປືກສາຈືງສ້າງກະທູ້ນີ້ມາ ບໍ່ແມ່ນຫວະ
ເປັນໂລກຫຍັງສັ້ນ



ເວົ້າຈົນເສຍຫາຍໝົດ ຂ້ອຍບໍ່ໄດ້ເປັນຫຍັງ ຢາກຮູ້ໄວ້ຊື່ໆ ພໍດີບົດຮຽນຮອດເລື່ອງເອດ


໑໑ ກະທູ້
໑໔໕ ໂພສ
ນັກການກະທູ້
ໂລກເອດສ໌ ຫຼືອ ໂລກພູມຄຸ້ມກັນບົກພ່ອງ (Acquired Immune Deficiency Syndrome - AIDS) ແມ່ນກຸ່ມອາການເຈັບປ່ວຍທີ່ເກິດຂຶ້ນເພາະຮ່າງກາຍໄດ້ຮັບເຊື້ອໄວຣັດເອດໄອວີ (HIV)
ຕ້ອງມີວິທີກວດສະເພາະເທົ່ານັ້ນ,ຜູ້ຈະກວດກໍ່ຕ້ອງຍີນຍອມດ້ວຍ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ໝາຍຄວາມວ່າແນວໃດນະທີ່ວ່າ :
ອ້າງເຖິງຂໍ້ຄວາມຈາກ khanojo ຂຽນວ່າ...
ຜູ້ຈະກວດກໍ່ຕ້ອງຍີນຍອມດ້ວຍ



໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກໍ່ຄົງບອກຫັນແຫລະເນາະ

There's a thin line between Life and Death, I wish for a Miracle to happen...

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ການກວດເລືອດ ເປັນສິ່ງທີ່ດີ ແຕ່ໃນເລືອດຂອງເຮົາມີເຊື້ອເອດສ໌ ແພດເພິ່ນຮູ້ ແຕ່ໃນເມື່ອການກວດເລືອດນັ້ນບໍ່ໄດ້ລະບຸວ່າກວດເພື່ອຢາກຮູ້ວ່າຕິດເອດສ໌ຫລືບໍ່ ເພິ່ນກໍຈະບໍ່ບອກ ເພາະຜິດຈຸດປະສົງ ແລະ ຈັນຍາບັນ ຢາກຈະຮູ້ລາຍລະອຽດໂທຖາມ ໐໒໑- ໓໑໕໕໐໐(ສູນຕ້ານເອດທີ່ວຽງຈັນ)


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້