ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຄຳວ່າ ພະຍາດ ແລະ ໂລກ ຕ່າງກັນແນວໃດ?

໑໕ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ອະທິບາຍໃຫ້ຟັງແດ່ ຄຳວ່າ: ພະຍາດ ແລະ ໂລກ (ບໍ່ແມ່ນໜ່ວຍໂລກ ທີ່ເຮົາອາໃສຢູ່ນີ້ເດີ້ລະ) ມັນຕ່າງກັນແນວໃດ?
ແລະ ພະຍາດມີຈັກຊະນິດ ແລະ ໂລກ ມີຈັກຊະນິດ ໃຜຮູ້ບອກກັນແດ່ເດີ້ ເພື່ອຈະໃດ້ເປັນຄວາມຮູ້ຕໍ່ໄປ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ໄປເປັນການເປີດກະທູ້ຢ່າງເປັນທາງການ


໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
555 ເຮົາບໍ່ໄດ້ຮຽນແພດຮຽນໝໍ
ຕຽມຊອກຄຳຕອບນຳແພດນຳໝໍເດີ

ຂ້ອຍແມ່ນ ”ລາວ“

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຣກໄພໄຂ້ເຈັບ
ພະຍາດ


ພະຍາດ ແມ່ນລັກຊະນະບົ່ງບອກວ່າເກີດມີ ໂຣກໄພໄຂ້ເຈັບ

ງົງບໍ່ 55

I believe in the IMPOSSIBLE

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ໂຣກໄພໄຂ້ເຈັບ
ພະຍາດ


ພະຍາດ ແມ່ນລັກຊະນະບົ່ງບອກວ່າເກີດມີ ໂຣກໄພໄຂ້ເຈັບ

ງົງບໍ່ 55


ນັກວິຊາການ ມາອະທິບາຍເອງເລີຍ

liverpool you"ll never walk alone

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາກະຢາກຮູ້


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ joejambon ຂຽນວ່າ...
ອະທິບາຍໃຫ້ຟັງແດ່ ຄຳວ່າ: ພະຍາດ ແລະ ໂລກ (ບໍ່ແມ່ນໜ່ວຍໂລກ ທີ່ເຮົາອາໃສຢູ່ນີ້ເດີ້ລະ) ມັນຕ່າງກັນແນວໃດ?
ແລະ ພະຍາດມີຈັກຊະນິດ ແລະ ໂລກ ມີຈັກຊະນິດ ໃຜຮູ້ບອກກັນແດ່ເດີ້ ເພື່ອຈະໃດ້ເປັນຄວາມຮູ້ຕໍ່ໄປ




ຂ້ອຍຂໍອອກຄຳເຫັນນຳດັ່ງນີ້ :
- ພະ-ຍາ-ທິ ແມ່່ນຄໍານາມປາລີ ຖ້າຈະຂຽນໂດຍການຮັກສາຮາກສັບໄວ້ກໍຂຽນໄດ້ດັ່ງນີ້ "ພະຍາທ" ຊຶ່ງຈະເຮັດໃຫ້ຜູ້ອ່່ານເຂົ້າໂລດວ່່າຄໍາໆນີ້
ໝາຍເຖິງ ຄວາມເຈັບໄຂ້, ຄວາມເຈັບປວດໃນຮ່່າງກາຍ, ປັດຈຸບັນເພິ່ນຂຽນ "ພະຍາດ" ທາງການແພດໝາຍເຖິງຕົວເຊື້ອພະຍາດຊະນິດໜຶ່ງໆ
ເຊັ່ນ : ພະຍາດໄຂ້ຫວັດນົກ ເປັນຕົ້ນ

- ໂຣຄ, ໂຣຄະ, ໂຣຄາ ແມ່່ນຄໍານາມປາລີແລະສັນສະກຣິຕ ໝາຍເຖິງ ຄວາມເຈັບໄຂ້, ຄວາມເຈັບປວດ ປັດຈຸບັນເພິ່ນຂຽນ "ໂລກ" ຊຶ່ງມີການ
ອອກສຽງຄືກັນກັບຄຳ ໂລກ ຄືແຜ່່ນດິນທີ່ມະນຸດເຮົາອາໄສຢູ່່ນີ້ແຫຼະ ເພາະສະນັ້ນຈຶ່ງເຮັດໃຫ້ຜູ້ອ່່ານສັບສົນແລະບໍ່ເຂົ້າໃຈໃນທັນທີໂລດວ່່າໝາຍເຖິງໂລກໃດກັນແທ້

ເມື່ອໃນໂອກາດອວຍໄຊໃຫ້ພອນກັນ ເພິ່ນມັກກ່່າວສອງຄໍານີ້ຄວບຄູ່່ກັນ ເຊັ່ນຕົວຢ່່າງ :

...ຂໍໃຫ້ມີສຸຂະພາບແຂງແຮງ ປາສະຈາກ"ໂຣຄາພະຍາທ" ຄວາມເຈັບຢ່່າໄດ້ ຄວາມໄຂ້ຢ່່າມີ...

ການສື່ສານກັນນັ້ນ ຫາກຜູ້ສົ່ງສືບໍ່ຈະແຈ້ງຊັດເຈນ ຜູ້ຮັບສື່ກໍຈະເຂົ້າໃຈຄວາມໝາຍເປັນອີກຢ່່າງໜຶ່ງ ເຊັ່ນນີ້ຜົນເສັຍກໍຈະຕາມມາ...



໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Alars ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ໂຣກໄພໄຂ້ເຈັບ
ພະຍາດ


ພະຍາດ ແມ່ນລັກຊະນະບົ່ງບອກວ່າເກີດມີ ໂຣກໄພໄຂ້ເຈັບ

ງົງບໍ່ 55


ນັກວິຊາການ ມາອະທິບາຍເອງເລີຍ



ອ່ານຄືນດີໆ ຂ້ອຍອະທິບາຍບໍ່ສູ້ທ່ານ ສາລິກາ ດອກວາເອີ໋ຍ

I believe in the IMPOSSIBLE

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ທ່ານສາລິກາເພີ່ນຕອບສະລະອຽດເລີຍ.... ດີໆ ໄດ້ຮັບຄວາມຮູ້ໄປອີກຫນ້ອຍຫນຶ່ງ

liverpool you"ll never walk alone

໒ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ຂໍອອຄຳເຫັນວ່າ ພະຍາດແລະໂລກແມ່ນອັນດງວກັນ ເຊັ່ນວ່າລາວເຮົາເອີັນພະຍາດ ຕົວຢ່າງພະຍາດເບົາຫວານ ສ່ວນປະເທດເພືອ່ນບ້ານເອີ້ນ ໂລກເບົາຫວານ ບໍ່ວ່າຈະຮ້ອງແນວໃດ ກະເຮັດໃຫ້ຮ່າງກາຍມີຄວາມບໍ່ສະບາຍເຊັ່ນກັນ[img]null[/img]


໒ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ຂໍອອຄຳເຫັນວ່າ ພະຍາດແລະໂລກແມ່ນອັນດງວກັນ ເຊັ່ນວ່າລາວເຮົາເອີັນພະຍາດ ຕົວຢ່າງພະຍາດເບົາຫວານ ສ່ວນປະເທດເພືອ່ນບ້ານເອີ້ນ ໂລກເບົາຫວານ ບໍ່ວ່າຈະຮ້ອງແນວໃດ ກະເຮັດໃຫ້ຮ່າງກາຍມີຄວາມບໍ່ສະບາຍເຊັ່ນກັນ[img]null[/img]


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂລກໄພໄຂ້ເຈັບ
ພະຍາດຖອກທ້ອງ
ແມ່ນບໍບຸ໊!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ