![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ຢາກມີຜິວເຄັ່ງຕຶງຫນ້າໃສຕ້ອງດື່ມນ້ຳຫມາກພ້າວ ຮຽບຮຽງໂດຍ: ຕາດຳ ນອກຈາກລົດຊາດຫອມຫວານຂອງນ້ຳຫມາກພ້າວທີ່ຊ່ວຍເຮັດໃຫ້ຮູ້ສຶກສົດຊື່ນເວລາດື່ມແລ້ວສຳລັບຄົນທີ່ກຳລັງຊອກຫາຕົວຊ່ວຍ ເພື່ອບຳລຸງໃຫ້ຜິວພັນເຄັ່ງຕຶງຊະລໍການເກີດຮອຍແຫ່ວຍານເທິງໃບຫນ້າດ້ວຍວິທີທຳມະຊາດຫລາຍຄົນຄົງເຄີຍໄດ້ຍິນເລື່ອງການດື່ມນ້ຳມັນຫມາກພ້າວ ເພື່ອຊ່ວຍເຮັດໃຫ້ຫນ້າໃສ ແຕ່ນ້ຳຫມາກພ້າວມີສັບພະຄຸນແນວໃດແດ່ຈະຊ່ວຍເຮັດໃຫ້ຜິວເຄັ່ງຕຶງຫນ້າໃສແທ້ ຫລື ບໍ່ວັນນີ້ມີຄຳຕອບມາຝາກກັນ. ຊະລໍອາການຄວາມຈຳເສື່ອມ: ຈາກຜົນງານວິໄຈຂອງ ດຣ. ນິຊາອູດະ ຈາກມະຫາວິທະຍາໄລສົງຂານະຄະລິນພົບວ່າ ໃນນ້ຳຫມາກພ້າວມີຮໍໂມນຄ້າຍຄື ຮໍໂມນເພດຍິງ ຫລື ເອສໂຕຣເຈນສູງ ຊ່ວຍຊະລໍການ ເກີດພະຍາດຄວາມຈຳເສື່ອມໃນແມ່ຍິງໄວຫມົດປະຈຳເດືອນ ດັ່ງນັ້ນ ການດື່ມນ້ຳຫມາກພ້າວເປັນປະຈຳທຸກວັນນອກຈາກຈະຊະລໍອາການຄວາມຈຳເສື່ອມແລ້ວຍັງຊ່ວຍສະຫມານບາດແຜໃຫ້ເຊົາໄວຍິ່ງຂຶ້ນ ໂດຍບາດ ແຜຈະບໍ່ຖິ້ມຮອຍໄວ້ແຖມຍັງຊ່ວຍເຮັດໃຫ້ຫນ້າໃສຂຶ້ນໄດ້. ຊ່ວຍເຮັດໃຫ້ຜິວພັນສົດໃສ: ນ້ຳຫມາກພ້າວເຮັດໃຫ້ຜິວພັນເຄັ່ງຕຶງ ແລະ ຂາວນວນຈາກພາຍໃນສູ່ພາຍນອກໄດ້ແທ້ເພາະນ້ຳຫມາກພ້າວມີຮໍໂມນເອສໂຕຣເຈນ ເຊິ່ງມີສ່ວນສຳຄັນຕໍ່ການສ້າງຄໍລາເຈນ ແລະ ອີລາສຕິນທີ່ຈະເຮັດໃຫ້ຜິວແຫນ້ນບໍ່ຍານ, ຍືດຫົດ ແລະ ຊະລໍການເກີດຮອຍແຫ່ວຍານກ່ອນໄວ ນອກຈາກນີ້ ນ້ຳຫມາກພ້າວຍັງມີລິດຂັບຍ່ຽວ, ຂັບຂອງເສຍ ຫລື ສານພິດອອກຈາກຮ່າງກາຍເຮັດໃຫ້ ຜິວພັນຜ່ອງໃສ, ອີກທັງຄວາມເປັນດ່າງຂອງນ້ຳຫມາກພ້າວຍັງຊ່ວຍປັບສົມດຸນຂອງຮ່າງກາຍໃນໄລຍະທີ່ມີຄວາມເປັນກົດສູງເຮັດໃຫ້ກົນໄກການເຮັດວຽກຂອງລະ ບົບພາຍໃນຮ່າງກາຍເປັນປົກກະຕິສົ່ງຜົນ ເຮັດໃຫ້ມີສຸຂະພາບດີທັງພາຍໃນ ແລະ ພາຍນອກ. ເພີ່ມຄວາມສົດຊື່ນ: ເນື່ອງຈາກນ້ຳຫມາກພ້າວມີປະລິມານທາດແຮ່ທີ່ຈຳເປັນສູງລວມທັງຍັງມີຄຸນສົມບັດຊ່ວຍບັນເທົາຄວາມອ່ອນເພຍຈາກອາການຖອກທ້ອງ ດັ່ງນັ້ນ ນ້ຳຫມາກພ້າວສາມາດດື່ມຫລັງການສູນເສຍເຫື່ອຈາກການຫລິ້ນກີລາ ຫລື ອອກກຳລັງກາຍໄດ້ເຊັ່ນກັນ. ຊາວຈີນນິຍົມດື່ມນ້ຳຫມາກພ້າວເພື່ອຫລຸດອາການເມົາຫລັງການດື່ມນ້ຳເມົາ. ທີ່ມາ ໝາກພ້າວ ![]() ![]() |
|
![]() ຢາກກິນເດ ດື່ມເດ ![]() |
|
![]() ຊິໄດ້ດື່ມຫຼາຍກ່ອນເກົ່າ ![]() ![]() ![]() ![]() ![]() |
|
![]() ເມົາຄ້າງກະນ້ຳໝາກພ້າວນີ້ລະດີທີ່ສຸດ |
|
![]() ແລງນີ້ກິນແລ້ວຖົງໜຶ່ງ ![]() |
|
![]() ແມ່ນຫວາ!ຊິຊື້ມາກິນກ່ອນ... ![]() |
|
![]() ກິນປົນເຫລົ້າປົນເບຍກະເມົາອີລາກອີເລືອໄດ໋ນິ ![]() |
|
![]() ເຄີຍປົນແຕ່ Jonhny ![]() ![]() |
|
![]() ຄັນເອົາມາລ້າງຫນ້າລະເປັນເລື່ອງໃຫມ່ ເຫິໆໆໆ ຂຳໆເດີ |
|
![]() ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ... ຄັນເອົາມາລ້າງຫນ້າລະເປັນເລື່ອງໃຫມ່ ເຫິໆໆໆ ຂຳໆເດີລ້າງກະໄດ້ ລຸດຜ່ອນການອຸດຕັນຂອງຮູຂົນ ທີ່ເປັນສາຍເຫດໃຫ້ເກີດສີວ ![]() ![]() |
|
![]() ໃຜດື່ມປົກກະຕິບໍນໍ? ![]() ![]() |