ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ຢາກມີຜິວເຄັ່ງຕຶງຫນ້າໃສຕ້ອງດື່ມນ້ຳຫມາກພ້າວ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ຢາກມີຜິວເຄັ່ງຕຶງຫນ້າໃສຕ້ອງດື່ມນ້ຳຫມາກພ້າວ

ຮຽບ​ຮຽງ​ໂດຍ: ຕາ​ດຳ

ນອກ­ຈາກ​ລົດ​ຊາດ​ຫອມ​ຫວານ​ຂອງ​ນ້ຳ​ຫມາກ­ພ້າວ​ທີ່​ຊ່ວຍ​ເຮັດ​ໃຫ້​ຮູ້­ສຶກ​ສົດ­ຊື່ນ​ເວ­ລາ​ດື່ມ​ແລ້ວ​ສຳ­ລັບ​ຄົນ​ທີ່​ກຳ­ລັງ​ຊອກ​ຫາ​ຕົວ​ຊ່ວຍ ເພື່ອ​ບຳ­ລຸງ​ໃຫ້​ຜິວ​ພັນ​ເຄັ່ງ​ຕຶງ​ຊະ​ລໍ​ການ​ເກີດ​ຮອຍ​ແຫ່ວ​ຍານ​ເທິງ​ໃບ​ຫນ້າ​ດ້ວຍ​ວິ­ທີ​ທຳ​ມະ​ຊາດ​ຫລາຍ​ຄົນ​ຄົງ​ເຄີຍ​ໄດ້​ຍິນ​ເລື່ອງ​ການ​ດື່ມ­ນ້ຳ​ມັນ​ຫມາກ­ພ້າວ ເພື່ອ​ຊ່ວຍ​ເຮັດ​ໃຫ້​ຫນ້າ​ໃສ ແຕ່​ນ້ຳ​ຫມາກ­ພ້າວ​ມີ​ສັບ­ພະ​ຄຸນ​ແນວ­ໃດ​ແດ່​ຈະ​ຊ່ວຍ​ເຮັດ​ໃຫ້​ຜິວ​ເຄັ່ງ​ຕຶງ​ຫນ້າ​ໃສ​ແທ້ ຫລື ບໍ່​ວັນ​ນີ້​ມີ​ຄຳ​ຕອບ​ມາ​ຝາກ​ກັນ.

ຊະ​ລໍ​ອາ­ການ​ຄວາມ​ຈຳ​ເສື່ອມ: ຈາກ​ຜົນ­ງານ​ວິ­ໄຈ​ຂອງ ດຣ. ນິ​ຊາ​ອູ​ດະ ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ສົງ​ຂາ​ນະ​ຄະ​ລິນ​ພົບ​ວ່າ ໃນ​ນ້ຳ​ຫມາກ­ພ້າວ​ມີ​ຮໍ​ໂມນ​ຄ້າຍ­ຄື ຮໍ​ໂມນ​ເພດ​ຍິງ ຫລື ເອ​ສ​ໂຕຣ​ເຈນ​ສູງ ຊ່ວຍ​ຊະ​ລໍ​ການ ເກີດ​ພະ­ຍາດ​ຄວາມ​ຈຳ​ເສື່ອມ​ໃນ​ແມ່­ຍິງ​ໄວ​ຫມົດ​ປະ­ຈຳ​ເດືອນ ດັ່ງ­ນັ້ນ ການ​ດື່ມ­ນ້ຳ​ຫມາກ­ພ້າວ​ເປັນ​ປະ­ຈຳ​ທຸກ​ວັນ​ນອກ­ຈາກ​ຈະ​ຊະ​ລໍ​ອາ­ການ​ຄວາມ​ຈຳ​ເສື່ອມ​ແລ້ວ​ຍັງ​ຊ່ວຍ​ສະ­ຫມານ​ບາດ­ແຜ​ໃຫ້​ເຊົາ​ໄວ​ຍິ່ງ​ຂຶ້ນ ໂດຍ​ບາດ ແຜ​ຈະ​ບໍ່​ຖິ້ມ​ຮອຍ​ໄວ້​ແຖມ​ຍັງ​ຊ່ວຍ​ເຮັດ​ໃຫ້​ຫນ້າ​ໃສ​ຂຶ້ນ​ໄດ້.

ຊ່ວຍ​ເຮັດ​ໃຫ້​ຜິວ​ພັນ​ສົດ­ໃສ: ນ້ຳ​ຫມາກ­ພ້າວ​ເຮັດ​ໃຫ້​ຜິວ​ພັນ​ເຄັ່ງ​ຕຶງ ແລະ ຂາວ­ນວນ​ຈາກ​ພາຍ​ໃນ​ສູ່​ພາຍ​ນອກ​ໄດ້​ແທ້​ເພາະ​ນ້ຳ​ຫມາກ­ພ້າວ​ມີ​ຮໍ​ໂມນ​ເອ​ສ​ໂຕຣ​ເຈນ ເຊິ່ງ​ມີ​ສ່ວນ​ສຳ­ຄັນ​ຕໍ່​ການ​ສ້າງ​ຄໍ​ລາ​ເຈນ ແລະ ອີ​ລາ​ສ​ຕິນ​ທີ່​ຈະ​ເຮັດ​ໃຫ້​ຜິວ​ແຫນ້ນ​ບໍ່​ຍານ, ຍືດ​ຫົດ ແລະ ຊະ​ລໍ​ການ​ເກີດ​ຮອຍ​ແຫ່ວ​ຍານ​ກ່ອນ​ໄວ ນອກ­ຈາກ​ນີ້ ນ້ຳ​ຫມາກ­ພ້າວ​ຍັງ​ມີ​ລິດ​ຂັບ​ຍ່ຽວ, ຂັບ​ຂອງ​ເສຍ ຫລື ສານ­ພິດ​ອອກ​ຈາກ​ຮ່າງ­ກາຍ​ເຮັດ​ໃຫ້ ຜິວ​ພັນ​ຜ່ອງ​ໃສ, ອີກ​ທັງ​ຄວາມ​ເປັນ​ດ່າງ​ຂອງ​ນ້ຳ​ຫມາກ­ພ້າວ​ຍັງ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ຮ່າງ­ກາຍ​ໃນ​ໄລ­ຍະ​ທີ່​ມີ​ຄວາມ​ເປັນ​ກົດ​ສູງ​ເຮັດ​ໃຫ້​ກົນ​ໄກ​ການ​ເຮັດ​ວຽກ​ຂອງ​ລະ ບົບ​ພາຍ​ໃນ​ຮ່າງ­ກາຍ​ເປັນ​ປົກ­ກະ­ຕິ​ສົ່ງ​ຜົນ ເຮັດ​ໃຫ້​ມີ​ສຸ­ຂະ­ພາບ​ດີ​ທັງ​ພາຍ​ໃນ ແລະ ພາຍ​ນອກ.

ເພີ່ມ​ຄວາມ​ສົດ­ຊື່ນ: ເນື່ອງ​ຈາກ​ນ້ຳ​ຫມາກ­ພ້າວ​ມີ​ປະ­ລິ­ມານ​ທາດ​ແຮ່​ທີ່​ຈຳ­ເປັນ​ສູງ​ລວມ​ທັງ​ຍັງ​ມີ​ຄຸນ­ສົມ­ບັດ​ຊ່ວຍ​ບັນ­ເທົາ​ຄວາມ​ອ່ອນ­ເພຍ​ຈາກ​ອາ­ການ​ຖອກ­ທ້ອງ ດັ່ງ­ນັ້ນ ນ້ຳ​ຫມາກ­ພ້າວ​ສາ­ມາດ​ດື່ມ​ຫລັງ​ການ​ສູນ​ເສຍ​ເຫື່ອ​ຈາກ​ການ​ຫລິ້ນ​ກີ­ລາ ຫລື ອອກ­ກຳ­ລັງ​ກາຍ​ໄດ້​ເຊັ່ນ​ກັນ. ຊາວ​ຈີນ​ນິ­ຍົມ​ດື່ມ­ນ້ຳ​ຫມາກ­ພ້າວ​ເພື່ອ​ຫລຸດ​ອາ­ການ​ເມົາ​ຫລັງ​ການ​ດື່ມ­ນ້ຳ​ເມົາ.
ທີ່ມາ ໝາກພ້າວ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກກິນເດ ດື່ມເດ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຊິໄດ້ດື່ມຫຼາຍກ່ອນເກົ່າ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມົາຄ້າງກະນ້ຳໝາກພ້າວນີ້ລະດີທີ່ສຸດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລງນີ້ກິນແລ້ວຖົງໜຶ່ງ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ແມ່ນຫວາ!ຊິຊື້ມາກິນກ່ອນ...


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນປົນເຫລົ້າປົນເບຍກະເມົາອີລາກອີເລືອໄດ໋ນິ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເຄີຍປົນແຕ່ Jonhny

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄັນເອົາມາລ້າງຫນ້າລະເປັນເລື່ອງໃຫມ່ ເຫິໆໆໆ ຂຳໆເດີ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄັນເອົາມາລ້າງຫນ້າລະເປັນເລື່ອງໃຫມ່ ເຫິໆໆໆ ຂຳໆເດີ

ລ້າງກະໄດ້ ລຸດຜ່ອນການອຸດຕັນຂອງຮູຂົນ ທີ່ເປັນສາຍເຫດໃຫ້ເກີດສີວ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ໃຜດື່ມປົກກະຕິບໍນໍ?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.