ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ໂຣກຖ່າຍທອດທາງກຳມະພັນປາສະຈາກໄດ້ບໍ່?

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຕາມທີ່ໄດ້ຮຽນຊີວະຜ່ານມາ ກ່ຽວກັບການຖ່າຍທອດລັກສະນະທາງກຳມະພັນ ແລະ ໄດ້ຍິນທ່ານຫມໍເພິ່ນເວົ້າວ່າຖ້າຫາກພໍ່ຫລືແມ່ ເປັນພະຍາດບໍ່ວ່າຈະເປັນ ຕັບ ຫມາກໄຂ່ຫລັງ ແລະ ພະຍາດອື່ນໆໂດຍສະເພາະ ເບົາຫວານເພິ່ນວ່າພະຍາດ ເຫລົ່ານີ້ຈະຖ່າຍທອດສູ່ລູກ ສູ່ຫລານ ຂ້ອຍກໍເລີຍກັບມາຄິດເບິ່ງໂຕເອງວ່າ ຖ້າແມ່ນແທ້ຕ້ອງມີວັນໃດວັນຫນື່ງທີ່ເຮົາຈະຕ້ອງເຈີຊາຕາກຳດຽວກັນກັບພໍ່ຂອງເຮົາເພາະວ່າ ພໍ່ຂອງຂ້ອຍເປັນເບົາຫວານແມ່ເລົ່າໃຫ້ຟັງວ່າ:ພໍ່ຂອງຂ້ອຍກວດພົບ ເຫັນເບົາຫວານຫລັງຂ້ອຍເກີດສາມປີ ແຕ່ບໍ່ຮູ້ວ່າເປັນມາດົນປານໄດ ເພິ່ນເປັນເບົາຫວານປຽກແລະເພິ່ນກໍໄດ້ເສຍຊີວິດຕອນຂ້ອຍອາຍຸໄດ້ສິບຫ້າປີ ໃນປີທີ່ເພິ່ນເສຍຊີວິດນັ້ນຊ່ວງນັ້ນເພິ່ນບໍ່ສະບາຍແຮງ ຕີນເບື້ອງຂວາຂອງເພິ່ນເປື່ອຍ ເປື່ອຍຈົນເຫັນເອັນ ຈົນແມ່ຄິດຢາກຈະຕັດຕີນເບື້ອງນັ້ນຂອງພໍ່ຖິ້ມ ສຸດທ້າຍກະບໍ່ໄດ້ ຕັດເພາະເພິ່ນ ເສຍກ່ອນ ຂ້ອຍບໍ່ຢາກເປັນຄຶພໍ່ ຂອງຂ້ອຍ ມັນຈະປາສະຈາກໄດ້ຢູ່ບໍ ແລະ ຈະປ້ອງກັນແນວໃດເພື່ອບໍ່ໃຫ້ເປັນເບົາຫວານ ເປັນຫ່ວງໂຕເອງຫລາຍຕອນນີ້
(ລືມເວົ້າ ບາງຄົນກໍ່ວ່າຖ້າເກີດກ່ອນພໍ່ເຮົາເປັນເຮົາຈະບໍ່ຕິດໂຣກນີ້)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາສະຈາກໄດ້ ແລະ ອີກຢ່າງໜຶ່ງເຮົາກໍ່ຕ້ອງຮັກສາສຸຂະພາບໃຫ້ດີ ດ້ວຍການອອກກຳລັງກາຍ, ກິນອາຫານມີປະໂຫຍດ, ຫຼີກລຽງສິ່ງມືນເມົາ...
ນະວັດຕະກຳທາງການແພດປັດຈຸບັນກໍ່ກ້າວໜ້າຫຼາຍ, ທັງອາຫານເສີມ, ຢາ....ຊ່ວຍໄດ້, ສຳຄັນເຮົາກໍ່ຕ້ອງຮູ້ຈັກຮັກ ແລະ ເບິ່ງແຍງຕົວເອງນຳ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ປາສະຈາກໄດ້ ແລະ ອີກຢ່າງໜຶ່ງເຮົາກໍ່ຕ້ອງຮັກສາສຸຂະພາບໃຫ້ດີ ດ້ວຍການອອກກຳລັງກາຍ, ກິນອາຫານມີປະໂຫຍດ, ຫຼີກລຽງສິ່ງມືນເມົາ...
ນະວັດຕະກຳທາງການແພດປັດຈຸບັນກໍ່ກ້າວໜ້າຫຼາຍ, ທັງອາຫານເສີມ, ຢາ....ຊ່ວຍໄດ້, ສຳຄັນເຮົາກໍ່ຕ້ອງຮູ້ຈັກຮັກ ແລະ ເບິ່ງແຍງຕົວເອງນຳ



໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອັນນີ້ເວົ້າຕາມຄວາມຮູ້ ໂຣກທາງທີ່ຕິດຕໍ່ທາງພັນທຸກໍາແທ້ໆນີ້ແມ່ນປາສະຈາກບໍ່ໄດ້ ເຖິງວ່າການແພດເຮົາຈະກ້າວຫນ້າຫລາຍປານ ແຕ່ກໍຍັງໄກຫລາຍທີ່ຈະສາມາດປ່ຽນໂຄງສ້າງພັນທຸກໍາຂອງມະນຸດຫລັງຈາກທີ່ໄດ້ເກີດມາເບິ່ງໂລກແລ້ວ ລູກຫລານຈະໄດ້ຮັບຄວາມບົກຜ່ອງທາງພັນທຸກໍາມາຈາກຜູ້ທີ່ເປັນພໍ່ແມ່. ແຕ່ມັນຈະບໍ່ສະແດງອອກສະເຫມີໄປ ມັນຈະສະແດງອອກມາສະເພາະໃນລຸ້ນໃດຫນຶ່ງເທົ່ານັ້ນ ເຊັ່ນວ່າ ພໍ່(ຕົວຢ່າງ)ມີການເຊື່ອມສະມັດທະພາບ ແຕ່ກໍບໍ່ໄດ້ຫມາຍຄວາມວ່າລູກຈະເຊື່ອມຄືພໍ່ ແຕ່ມັນອາດຈະເປັນຫລານຫລືເຫລນທີ່ຈະປະສົບກັບສະພາບດຽວກັນ.
ລອງເຂົ້າອ່ານຢູ່ນີ້ເບິ່ງ

ແຕ່ໂຣກທີ່ເຈົ້າເວົ້າມາຫັ້ນ ມັນເປັນໂຣກຂອງຜູ້ກ່ຽວເອງຕິ້?

So much I need to say been lonely since the day
the day you went away......





໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TUT ຂຽນວ່າ...
ອັນນີ້ເວົ້າຕາມຄວາມຮູ້ ໂຣກທາງທີ່ຕິດຕໍ່ທາງພັນທຸກໍາແທ້ໆນີ້ແມ່ນປາສະຈາກບໍ່ໄດ້ ເຖິງວ່າການແພດເຮົາຈະກ້າວຫນ້າຫລາຍປານ ແຕ່ກໍຍັງໄກຫລາຍທີ່ຈະສາມາດປ່ຽນໂຄງສ້າງພັນທຸກໍາຂອງມະນຸດຫລັງຈາກທີ່ໄດ້ເກີດມາເບິ່ງໂລກແລ້ວ ລູກຫລານຈະໄດ້ຮັບຄວາມບົກຜ່ອງທາງພັນທຸກໍາມາຈາກຜູ້ທີ່ເປັນພໍ່ແມ່. ແຕ່ມັນຈະບໍ່ສະແດງອອກສະເຫມີໄປ ມັນຈະສະແດງອອກມາສະເພາະໃນລຸ້ນໃດຫນຶ່ງເທົ່ານັ້ນ ເຊັ່ນວ່າ ພໍ່(ຕົວຢ່າງ)ມີການເຊື່ອມສະມັດທະພາບ ແຕ່ກໍບໍ່ໄດ້ຫມາຍຄວາມວ່າລູກຈະເຊື່ອມຄືພໍ່ ແຕ່ມັນອາດຈະເປັນຫລານຫລືເຫລນທີ່ຈະປະສົບກັບສະພາບດຽວກັນ.
ລອງເຂົ້າອ່ານຢູ່ນີ້ເບິ່ງ

ແຕ່ໂຣກທີ່ເຈົ້າເວົ້າມາຫັ້ນ ມັນເປັນໂຣກຂອງຜູ້ກ່ຽວເອງຕິ້?



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າວ່າມັນບໍ່ສະແດງອອກ ກໍ່ຖືວ່າເຈົ້າບໍ່ເປັນ, ຖ້າມັນຈະສະແດງອອກບາງທີກໍ່ແມ່ນຫຼານເຫຼນ