ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ສຸຂະພາບ ແລະຄວາມງາມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ສຸຂະພາບ ແລະຄວາມງາມ » ວິທີຮັກສາໃບຫນ້າໃຫ້ອອ່ນກອ່ນໄວ ໃຊ້ໄດ້ທັງຍິງແລະຊາຍ.

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໒໓ ກະທູ້
໑໓໓ ໂພສ
ນັກການກະທູ້


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກໄດ້ເລີຍວ່າໜ້າໃສຈິງໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນເອົາເລີຍເນາະ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ຜູ່ໃດມີວິທີຮັກສາໃບຫນ້າດີໆເດັດໆ ເຮັດໃຫ້ຫນ້າສົດໃສ ອອ່ນກ່ອນໄວ
ຂໍໃຫ້ເອົາມາບອກມາເຫລົ່າສູ່ກັນຟັງແດ່ເດີ.


"ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ" ແຕ່ງບ່ອນໃດ? ກະແຕ່ງທີ່ຫນ້າຕາຫັນລະເນາະ!

ເອົາບເວົ້າກັນຫລາຍສາຍຍາວເນາະ!ເຮົາມາເຂົ້າວິທີຮັກສາໃບຫນ້າກັນເລີຍ.
¤ວິທີເຮັດໃຫ້ໃບຫນ້າຂາວສົດໃສ¤

ສູດຂອງມັນງ່າຍບຍາກມີຄື:
-ກ້ວຍໄຂ່ 1 ຫນ່ວຍ
-ແອບເປີນ 1 ຫນ່ວຍ
-ໂຍເກິດສູດນົມສົດ 1 ກ໋ອງ
ທັງ 3 ຢ່າງນີ້ຫາຊື້ໄດ້ຕາມທ່ອງຕະຫລາດ
¤ ວິທີເຮັດ ¤
ປອກກາບກ້ວຍອອກແລ້ວປາດເປັນປ່ຽງ,ສ່ວນແອບເປີນບປອກກາບກະໄດ້ແຕ່ຕ້ອງປາດເປັນປ່ຽງຄືກັນ
ແລ້ວເອົາໄປໃສ່ເຄື່ອງປັ່ນເທໂຍເກິດລົງ 2 ບ່ວງແກງແລ້ວປັ່ນໃຫ້ເຂົ້າກັນ.

¤ ວິທີຟອກຫນ້າ ¤
ກ່ອນຟອກເຮົາຕ້ອງລ້າງຫນ້າ ໃຫ້ສະອາດແລ້ວເຊັດນຳ້ອອກຈາກຫນ້າໃຫ້ແຫ້ງ.
ຫລັງຈາກນັ້ນແລ້ວນຳເອົາຫມາກໄມ້ທີ່ເຮົາປັ່ນແລ້ວນັ້ນ ມາຟອກຫນ້າ ປະໄວ້ 15-20 ນາທີ
ແລ້ວລ້າງອອກດ້ວຍນຳ້ສະອາດ (ນຳ້ອຸ່ນຍິ່ງດີ) ພຽງເທົ່ານີ້ເຮົາກຈະໄດ້ໃບຫນ້າທີ່ໃສ ປິ່ງໆ.

ຖ້າທ່ານເຮັດອາທິດລະເທື່ອຍິ່ງດີ.
ສ່ວນ ຂພຈ ແມ່ນ 2 ອາທິດຕເທື່ອ.
ຊ່ວງນີ້ຮູ້ສຶກວ່າ ຫນ້າຕາດີ ອີ່ຫລີ.ຫິຫິ....




null



ຜູ້ເວົ້າຫັນເຮັດລະຫວາ ໜ້າຄືແກ່ກ່ອນໄວ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປວຸດທິສັກຊື້ຄອສເລເຊີ້ຫນ້າ ກະອ່ອນແລ້ວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔ ກະທູ້
໑໓໐ ໂພສ
ນັກການກະທູ້
ຊິລອງເຮັດເບິ່ງເດີ້ !!!!!!


Chelsea fc

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄົນເຮົາ ບໍ່ວ່າຈະເຮັດວຽກຫຼືຮຽນແຕ່ລະມື້ ມັນກໍ່ຕ້ອງເມື່ອຍເປັນທຳມະດາ ແລະ ເມື່ອຮູ້ແນວນັ້ນກໍ່ພະຍາຍາມຫາວິທີ່
ທາງທີ່ຈະເບິ່ງແຍງຕົນເອງ ໂດຍສະເພາະ ແມ່ຍິງເຮົາສັນຄັນທີ່ສຸດ ຫາກບໍ່ເບິ່ງແຍງແລ້ວກໍ່ຈະເຮັດໃຫ້ໜ້າຕາຫ່ຽວແຫ້ງ
ແລະ ຍານ. ສະນັ້ນ ຂ້ອຍກໍ່ເປັນແບບນີ້ຄືກັນ ແຕ່ຂ້ອຍກໍ່ພະຍາຍາມເບິ່ງແຍງຕົນເອງໃຫ້ດີທີ່ສຸດ ໂດຍເລືອກມື້ໃດໜຶ່ງ ຕໍ່ອາທິດໃນການອອກກຳລັງກາຍ ຫຼືຈະເລືອກທ້າຍອາທິດກໍ່ໄດ້ ເຊັ່ນ ວັນເສົາ ແລະ ອາທິດ ຈະແລ່ນຫຼືເຕັ້ນແອໂຣບິກກໍ່ໄດ້ ແລ້ວແຕ່ຜູ້ມັກ, ຫຼືເມື່ອໃດທີ່ຮູ້ສຶກປວດຕົນໂຕ ກໍ່ອາດຈະໄປຮົ່ມຢາກໍ່ໄດ້ ນັ້ນກໍ່ເປັນວິທີ່ໜຶ່ງທີ່ຂ້ອຍມັກໃຊ້ ນອກຈາກນີ້ກໍ່ຍັງເຮັດໃຫ້ຮ່າງກາຍຜ່ອນຄາຍ, ໂຢເກິດ ປະສົມນ້ຳເຜິ້ງ ແລະ ໝາກຂາມ ແລະ ນົມສົດ ທາ ໃບໜ້າ ແລະ ຮ່າງກາຍ ເຊິ່ງມັນກໍ່ຊ່ວຍເຮັດໃຫ້ໃບໜ້ານຸ້ມນວນຂຶ້ນ, ຂັດເຊວຜິວທີ່ຕາຍອອກໄປ ແລະ ແຖມຍັງຮູ້ສຶກຜິວໃສຂຶ້ນນຳ. ຖ້າຫາກເຮັດເປັນປະຈຳໃນມຶື້ທີ່ເຮົາຈັດເປັນຕາຕະລາງໄວ້ກໍ່ຄິດວ່າຈະຊ່ວຍໄດ້ຄືກັນເນາະ. ລອງເບິ່ງເດີ້ ^_^


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>