ກະທູ້ມາໃໝ່ | ຫມວດ | ກະດານແຫ... » ສຸຂະພາບ ແລະຄວາມງາມ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໄລຍະຜ່ານມາກໍເຄີຍມີຫາງສຽງຂອງສັງຄົມທີ່ເວົ້າເຖິງບັນຫາຂອງການບໍລິໂພກເຫຼົ້າປອມມາແລ້ວ ຍ້ອນສາເຫດດັ່ງກ່າວໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງມີການ ຕິດຕາມກວດກາຢ່າງເຂັ້ມງວດ. ຕໍ່ບັນຫາດັ່ງກ່າວ ທ່ານ ໜູໝັ້ນ ໂພທິສານ ຫົວໜ້າໜ່ວຍງານເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ-ການຄ້ານະຄອນຫຼວງວຽງຈັນ ໄດ້ແຈ້ງຕໍ່ສື່ ມວນຊົນໃນວັນທີ 25 ກຸມພາ 2010 ໃຫ້ຊາບວ່າ: ເມື່ອທ້າຍປີ 2009 ທີ່ຜ່ານມານີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງຕິດຕາມກວດກາພົບ ເຫັນສິນຄ້າປະ ເພດເຫຼົ້າທີ່ຕ້ອງສົງໃສ່ທີ່ຮ້ານຈຳໜ່າຍຈຶ່ງໄດ້ນຳເອົາເຫຼົ້າຈຳນວນດັ່ງກ່າວສົ່ງໃຫ້ທາງກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເພື່ອກວດສອບ. ຜ່ານການກວດກາພົບວ່າ ເຫຼົ້າ JOHNIE WALKER BLACK LABEL ຂະໜາດບັນຈຸ 1 ລິດ ພົບສານເມຕາໂນນ ສູງກ່ວາມາດຕະຖານ ແລະ ເປັນສານອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ອີກທັງຄວາມເຂັ້ມຂຸ້ນ (ອົງສາຂອງເຫຼົ້າ) ດັ່ງກ່າວທີ່ບັນຈຸທາດເຫຼົ້າມີພຽງ 33,73 Vol% ແຕ່ວ່າຢູ່ເທິງ ສະຫຼາກພັດລະບຸວ່າ 43 Vol% ແລະ ພົບ JOHNIE WALKER GOLD LABEL ຂະໜາດບັນຈຸ 750 ມີລິລິດ ຜົນການວິໄຈເຫັນວ່າ (ອົງສາ ຂອງເຫຼົ້າ) ມີທາດເຫຼົ້າພຽງແຕ່ 29,06 Vol% ແຕ່ວ່າຢູ່ເທິງສະຫຼາກພັດລະບຸວ່າ 40 Vol%. ຈາກເງື່ອນໄຂຄືດັ່ງກ່າວຈຶ່ງໄດ້ແຈ້ງມາຍັງຜູ້ບໍລິໂພກຈົ່ງລະມັດລະວັງ ກ່ອນຊື້ຄວນກວດກາເບິ່ງ ແລະ ຈັບຝາອັດໃຫ້ລະອຽດວ່າມີຈຸດສົງໃສ ຫຼື ບໍ່ ເພາະ ຮູບລັກສະນະລວມທັງສີສັນແມ່ນປົກກະຕິດີຄືກັບຂອງຈິງ ແລະ ບໍ່ຄວນຊື້ໃນຮ້ານຈຳໜ່າຍທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ໄດ້ຮັບການອະນຸຍາດຈຳໜ່າຍສິນຄ້າ ເຫຼົ່ານີ້ ທັງນີ້ກໍເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຈຳໜ່າຍທີ່ຖືກຕ້ອງ ພ້ອມນີ້ກໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຊ່ວຍກັນເປັນເຈົ້າການ ຖ້າພົບເຫັນ ກໍລະນີສົງໃສ່ກໍແຈ້ງຍັງໜ່ວຍງານທີ່ກ່ຽວຂ້ອງໃຫ້ຊາບທັນທີ ເພື່ອໃຊ້ມາດຕະການຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ. from:http://www.vientianemai.net/news.php?col=1&id=1015 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຫຼົ້າປອມ ເຄືຍໄດ້ຍິນຢູ່ເປັນຕາຢ້ານເໜາະ
M99NOY
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເປັນຕາຢ້ານເນາະເຫຼົ້າປອມ ກີນແລ້ວເສຍສຸຂະພາບ ຫຼື ອາດຕິດພະຍາດຮ້າຍແຮງຫຼາຍກວ່າເຫຼົ້າຈິງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຖ້າມີຕາມງານດອງ ບໍ່ກິນກະບໍ່ໄດ້ ດຽວເຈັ້າຂອງງານຈະວ່າລັງກຽດ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂອບໃຈ ຈຂກທ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕາຢ້ານເນາະ ບໍ່ວ່າເຫຼົ້າຂາວກະຊິມີຂອງປອມ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເບຍປອມບໍ່ມີລະກະແລ້ວ ອິອິ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໄຄແຕ່ ວວ ກິນແຕ່ເບຍ
ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ຕາຢ້ານເນາະ ບໍ່ວ່າເຫຼົ້າຂາວກະຊິມີຂອງປອມລະວັງໄວ້ກະດີເດີ້ນຸ້ຍ ເພິ່ນກະຜ່ອນໆລົງແດ່ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຫຼົ້າປອມ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
bor son doc 555555555 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
mee hai kin ka kin |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂຫ ເປັນຕາຢ້ານແທ້ ແຕ່ເຮົາບໍ່ເຄີຍກິນເຫຼົ້າ ອິອິ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຈັບເບິ່ງກົ້ນຂວດເຫລົ້າຫັ້ນສຳລັບ Jwalker
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄົນຂາຍກະເຫັນແກ່ໄດ້
~Vਕਆpïrєی™~
|