ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ທ່ານຄິດວ່າ ປ້າຍ "ລ້ຽວຂວາໄດ້ຕ້ອງລະວັງ" ຄວນຍົກເລີກຫຼືບໍ່?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ທຳອິດທີ່ເຫັນກໍ່ຄິດວ່າ ເປັນຄວາມຄິດທີ່ດີ
ແຕ່ສະພາບການສັນຈອນ ແລະການຈະເລີນເຕີບໂຕຂອງບ້ານເຮົາດຽວນີ້ ຮູ້ສືກວ່າບໍ່ເໝາະສົມແລ້ວ

ຂໍ້ດີ: ຊ່ວຍບັນເທົາບໍ່ໃຫ້ລົດຕິດຫຼາຍ

ຂໍ້ເສຍ1: ທາງແຄບກໍ່ຫຍິ່ງແຄບ ເພາະຕ້ອງແບ່ງທາງໃຫ້ຄົນທີ່ຈະລ້ຽວຂວາ

ຂໍ້ເສຍ2: ຄົນຂ້າມທາງເສຍສິດທິ ເພາະເຖິງຈະໄຟແດງ ແຕ່ຄົນລ້ຽວຂວາກໍ່ມີສິດໄປໄດ້ ເພາະປ້າຍບໍ່ໄດ້ບອກວ່າ "ລ້ຽວຂວາໄດ້ຕ້ອງລະວັງແລະໃຫ້ສິດຄົນຍ່າງ". ກໍລະນີ ນີ້ເຫັນປະຈຳ ເຈີະມາເອງກໍ່ມີ; ໄຟແດງແລ້ວຄິດວ່າຊິຂ້າມໄດ້ສະບາຍ ລົດລ້ຽວຂວາມາບໍ່ຂາດສາຍ!!! ພໍລົດລ້ຽວຂວາໄປໝົດ ກໍ່ພໍດີໄຟຂຽວອີກແລ້ວ!!! ຄັນຊິຖ້າໃຫ້ຄົນຈອດ ຄືຊິບໍ່ໄດ້ຂ້າມທາງ.

ຂໍ້ເສຍ3: ຖ້າທາງໃຫ່ຍສາມເຖິງສີ່ຊ່ອງທາງກໍ່ແມ່ນດີ ແຕ່ທາງແຄບສອງຊ່ອງທາງ ແມ່ນບໍ່ເປັນລະບຽບ ແລະອີ່ຕົນຄົນແຍ້ກັນຢູ່ຊ່ອງດຽວ ລົດຈັກຄັນບໍ່ໝົ້ນໄປໜ້າແມ່ນບໍ່ໄດ້ໄປ. ສ່ວນລົດລ້ຽວຂວາກໍ່ມີສິດໂດຍອຳນາດຂອງປ້າຍ ບີບແກໄລ່ແບບພະເອກ.
ຖ້າລົດລ້ຽວຂວາ ກັບ ລົດໄປຊື່ມີຈຳນວນສະເລ່ຍກັນກໍ່ບໍ່ເປັນຫຍັງ. ແຕ່ບາງຄັ້ງເຫັນຄົນຂີ່ມາຖ້າບັກດົນໆກ່ວາຈະໄດ້ໄປຊື່ ບາດລົດລ້ຽວຂວາມາຄັນດຽວຂໍ້ລໍ້ ບີບແກໄລ່ເສີຍ ລົດທີ່ໄປຊື່ບໍ່ລີກກໍ່ບໍ່ໄດ້ແນວເປັນລະບຽບ. ແຕ່ຖ້າຕົນເອງລ້ຽວຂວາຄົນດຽວ ເປັນໄປໄດ້ບໍ່ທີ່ຈະຂໍນ້ຳໃຈຖ້າໄປພ້ອມໝູ່.....ທາງມັນແຄບ.....ແຕ່ໃຈບໍ່ແຄບ......ຄົນລາວນຳກັນພີ່ນ້ອງເອີຍ.


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້ສ້າງສັນດີ ແລະມີປະໂຫຍດຕໍ່ສັງຄົມ.
ຈະຍົກເລີກຫຼືບໍ່ ຄວນຈັດການສຳມະນາບັນດານັກວິຊາການທາງດ້ານນີ້ ຫຼືບໍ່ກໍ່ທຳປະຊາມະຕິ ເພື່ອຟັງຫ່າງສຽງສັງຄົມວ່າຄົນສ່ວນຫຼາຍມັກແບບໄດ ແລ້ວກໍ່ເຮັດໄປຕາມນັ້ນ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜວ່າຊິຍົກເລີກນະ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູຄົງຊິທຽວໃກເນາະແຕ່ລະມື້ ?

ຂ້ອຍວ່າຜົນດີມີຫລາຍກ່ອນຜົນເສຍເພາະຂ້ອຍມັກອິດສະຫລະບໍ່ມັກໃຫ້ໃຜມາຂັດຂວາງການລ້ຽວຂວາ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂ້ອຍວ່າຜົນດີມີຫລາຍກ່ອນຜົນເສຍ
ບໍ່ຄວນຢົກເລີກ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ໃຜວ່າຊິຍົກເລີກນະ?


ກະທູ້ເຂົາຖາມວ່າ ຄວນຍົກເລີກບໍ?
Yes...ຫຼື No...ກະວ່າໄປ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າຖືກແລ້ວ ລົດທີ່ລໍໄຟຂຽວສະຫວ່າງຢູ່ໃນເລນນັ້ນຍ່ອມມີສິດໄປກ່ອນ ເຖິງປ້າຍຈະບອກໄວ້ວ່າລ້ຽວຂວາໄດ້ກໍ່ຕາມ ລົດທີ່ຈະລ້ຽວຂວາກະຕ້ອງລໍໃຫ້ລົດທີ່
ແລ່ນຢູ່ເລນທີ່ໄຟຂຽວນັ້ນໄປກ່ອນ ແລ້ວຈຶ່ງລ້ຽວໄດ້ ແລະກະບໍ່ມີສິດທີ່ຈະໄປແລ່ນຕັດຫນ້າ ຫລືແລ່ນແຊງເລນຂວາໄດ້


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕາມທຳມະດາ ລົດທີ່ລ້ຽວຂວາ ຈະຕ້ອງຖ້າລົດທີ່ໄປຊື່ໃຫ້ໄປກ່ອນ ແລ້ວຄ່ອຍໄປນຳຫຼັງ ຖືວ່າລົດໄປຊື່ມີສິດໄປກ່ອນ ແລະຖ້າຈະມີຄົນຂ້າມທາງ ກໍຕ້ອງໃຫ້ຄົນຂ້າມໄດ້ຂ້າມກ່ອນ ແຕ່ວ່າຢູ່ລາວ ຄົນລາວລະບຽບວິໄນຕ່ຳ ກໍເລີຍບໍ່ຄ່ອຍເປັນໄປຕາມນັ້ນປານໃດ ຫຼາຍເທື່ອເຫັນຄົນຊິລ້ຽວຂວາພະຍາຍາມບຽດຄົນຊິໄປຊື່ ເຊິ່ງຖືວ່າໄປຍາດສິດຂອງຄົນໄປຊື່

ເຄີຍໄປ San Francisco ເຂົາກໍໃຫ້ລ້ຽວໄດ້ຕະຫຼອດຄືກັນ ແຕ່ຕ້ອງລະວັງ ໂດຍໃຫ້ສິດຄົນໄປຊື່ ແລະຄົນຂ້າມທາງກ່ອນສະເໝີ ເຊິ່ງເຂົາກໍເຮັດໄດ້ ເພາະເຂົາເຮັດມາດົນແລ້ວ ແລະມີລະບຽບວິໄນ

ປະເທດເຮົາຍັງໜຸ່ມນ້ອຍ ຍັງຄົງຈະຕ້ອງໃຊ້ເວລາອີກຫຼາຍສິບຫຼາຍຊາວປີ ຈຶ່ງຈະສາມາດເຮັດໄດ້ ໂດຍສະເພາະຖ້າໜ່ວຍງານພາກລັດບໍ່ເອົາໃຈໃສ່ຫຼາຍກວ່ານີ້.


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວຄົນມີນໍ້າໃຈແລະຈີງໃຈ...ແຕ່ມາເບີ່ງເລື່ອງການຂັບຂີ່ຫລືການສັນຈອນແລ້ວເວົ້າໄດ້ເລີຍວ່າໂຄດເຫັນແກ່ຕົວ
ແລະບໍ່ມີນໍ້າໃຈ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ລ້ຽວຂວາຜ່ານຕະຫຼອດ ບໍ່ມີຕິ


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຕາມທຳມະດາ ລົດທີ່ລ້ຽວຂວາ ຈະຕ້ອງຖ້າລົດທີ່ໄປຊື່ໃຫ້ໄປກ່ອນ ແລ້ວຄ່ອຍໄປນຳຫຼັງ ຖືວ່າລົດໄປຊື່ມີສິດໄປກ່ອນ ແລະຖ້າຈະມີຄົນຂ້າມທາງ ກໍຕ້ອງໃຫ້ຄົນຂ້າມໄດ້ຂ້າມກ່ອນ ແຕ່ວ່າຢູ່ລາວ ຄົນລາວລະບຽບວິໄນຕ່ຳ ກໍເລີຍບໍ່ຄ່ອຍເປັນໄປຕາມນັ້ນປານໃດ ຫຼາຍເທື່ອເຫັນຄົນຊິລ້ຽວຂວາພະຍາຍາມບຽດຄົນຊິໄປຊື່ ເຊິ່ງຖືວ່າໄປຍາດສິດຂອງຄົນໄປຊື່

ເຄີຍໄປ San Francisco ເຂົາກໍໃຫ້ລ້ຽວໄດ້ຕະຫຼອດຄືກັນ ແຕ່ຕ້ອງລະວັງ ໂດຍໃຫ້ສິດຄົນໄປຊື່ ແລະຄົນຂ້າມທາງກ່ອນສະເໝີ ເຊິ່ງເຂົາກໍເຮັດໄດ້ ເພາະເຂົາເຮັດມາດົນແລ້ວ ແລະມີລະບຽບວິໄນ

ປະເທດເຮົາຍັງໜຸ່ມນ້ອຍ ຍັງຄົງຈະຕ້ອງໃຊ້ເວລາອີກຫຼາຍສິບຫຼາຍຊາວປີ ຈຶ່ງຈະສາມາດເຮັດໄດ້ ໂດຍສະເພາະຖ້າໜ່ວຍງານພາກລັດບໍ່ເອົາໃຈໃສ່ຫຼາຍກວ່ານີ້.


ຖືກຕ້ອງທີ່ສຸດ ມາລະຍາດໃນການຂັບຂີ່ຢູ່ບ້ານເຮົາມັນບໍ່ເຄີຍມີ , ມີແຕ່ຜູ້ໃດຊູຊີໄດ້ຜູ້ນັ້ນໄດ້ໄປ ແມ່ນເພີ່ນຮູ້ກົດລະບຽບຈໍລະຈອນ ບໍ່ ຫຼືວ່າຮູ້ແລ້ວ ບໍ່ຢາກປະຕິບັດ ງ່າຍໆເພາະ ສັນດານຂອງຄົນ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄວນຍົກເລີກ
ແຕ່ຕ້ອງລະວັງ



໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍວ່າ ບໍ່ຄວນຍົກເລີກ, ຖ້າຍົກເລີກ ລົດແຮງຊິຕິດຕາຍເລີຍ. ຜູ້ຂັບຂີ່ຕ້ອງເຂົ້າໃຈສິດ " ລ້ຽວຂວາໄດ້ ແຕ່ ຕ້ອງລະວັງ " ໝາຍຄວາມວ່າສິດຂອງຕົນ ຄືທາງເລືອກສຸດທ້າຍ.


໗ ກະທູ້
໑໖໔ ໂພສ
ນັກການກະທູ້
ບໍ່ຄວນຍົກເລີກ ເພາະມັນຖືກຕ້ອງແລ້ວ ແຕ່ຕ່າງຝ່າຍກະຕ້ອງເຕົາລົບສິດແລະມີນ້ຳໃຈໃຫ້ກັນ


໘ ກະທູ້
໑໑໒ ໂພສ
ນັກການກະທູ້
ບໍ່ຄວນຍົກເລີກ ແຕ່ຄວນຈະເພີ່ມ

ສາວລາວເຂົ້າໜຽວຈ້ຳປາແດກ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
"ລ້ຽວຂວາໄດ້ຕ້ອງລະວັງ"

ຕ້ອງລະວັງ....ຕຳຫຼວດກັກເດີ້!!!

ຢູ່ 4 ແຍກໄຟແດງໂພນໄຊຫັ້ນ....ເຈີຕະຫຼອດ!!!

ລ້ຽວຂວາຕາມປ້າຍ....ຖືກກັກຊ້ຳ!!! ​5555555555




໐ ກະທູ້
໒໗໗ ໂພສ
ນັກການກະທູ້
ບໍ່ຄວນຍົກເລິກເພາະການຈໍລະຈອນແຮ່ງຈະຕິດຄັດ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວຂັບລົດກະບໍ່ຄ່ອຍເປັນລະບຽບຢູ່ແລ້ວ ສັງເກດດີໆ ຖ້າເປັນລະບຽບລົດຈະບໍ່ຕິດ ທີ່ຕິດກະຍ້ອນ ໄປຈອດບ່ອນລ້ຽວຂວາແນ່ ຂີ່ຄາບ2ເລນແນ່ ຂີ່ຊ້າພັດອອກກາງທາງແນ່ ຢູ່ເລນຂວາແຕ່ລ້ຽວຊ້າຍແນ່ ຂີ່ແລ້ວສະບາຍໃຈ ບໍ່ສົນວ່າທາງຫລັງຈະຟ້າວໄປຫລືບໍ່ແນ່ ເປີດໄຟລ້ຽວແຕ່ບໍ່ລ້ຽວຈັກເທື່ອແນ່
ເຫັນລົດທີ່ເຂົ້າວົງວຽນກ່ອນ ແທນທີ່ຈະຈອດໃຫ້ ພັດຖືສິດ ຂີ່ໄວໄປກ່ອນພາໃຫ້ລົດເຂົ້າວົງວຽນຕ້ອງຈອດ ທັງເຫມິດນີ້ແມ່ນລວມສູນການຂັບລົດແບບເທບຂອງປະຊາກອນບ້ານເຮົາ ນີ້ຂະຫນາດມີກົດ ກະຍັງແຫກປານນີ້ ຂະຫຍອນບໍ່ມີກົດ ,,,ສະແດງວ່າຄົນລາວນິບໍ່ມີລະບຽບເນາະ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ຄັນຊັ້ນຄວນປ່ຽນເປັນປ້າຍ "ລ້ຽວຂວາໄດ້ ຕ້ອງລະວັງ ແລະ ໃຫ້ຄົນຂ້າມທາງໄປກ່ອນ"



໒ ກະທູ້
໑໗໘ ໂພສ
ນັກການກະທູ້
Bor

Just cuase I Love anime doesn't mean I don't have a life

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະດວກຕອນເຮົາກຳລັງໄປ ລ້ຽວ,ແຕ່ສຳພັດມາຖ້າຫັນຕິ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ບໍ່

ພັນທະຫົວໃຈ::

໔ ກະທູ້
໑໓໐ ໂພສ
ນັກການກະທູ້
ກາແລ້ວແຕ່ທາງກະຊວງໂຍທາເພີ່ນພຸ້ນແລ້ວ ຣາຣາຣາຣາ


Chelsea fc

໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຕາມທຳມະດາ ລົດທີ່ລ້ຽວຂວາ ຈະຕ້ອງຖ້າລົດທີ່ໄປຊື່ໃຫ້ໄປກ່ອນ ແລ້ວຄ່ອຍໄປນຳຫຼັງ ຖືວ່າລົດໄປຊື່ມີສິດໄປກ່ອນ ແລະຖ້າຈະມີຄົນຂ້າມທາງ ກໍຕ້ອງໃຫ້ຄົນຂ້າມໄດ້ຂ້າມກ່ອນ ແຕ່ວ່າຢູ່ລາວ ຄົນລາວລະບຽບວິໄນຕ່ຳ ກໍເລີຍບໍ່ຄ່ອຍເປັນໄປຕາມນັ້ນປານໃດ ຫຼາຍເທື່ອເຫັນຄົນຊິລ້ຽວຂວາພະຍາຍາມບຽດຄົນຊິໄປຊື່ ເຊິ່ງຖືວ່າໄປຍາດສິດຂອງຄົນໄປຊື່

ເຄີຍໄປ San Francisco ເຂົາກໍໃຫ້ລ້ຽວໄດ້ຕະຫຼອດຄືກັນ ແຕ່ຕ້ອງລະວັງ ໂດຍໃຫ້ສິດຄົນໄປຊື່ ແລະຄົນຂ້າມທາງກ່ອນສະເໝີ ເຊິ່ງເຂົາກໍເຮັດໄດ້ ເພາະເຂົາເຮັດມາດົນແລ້ວ ແລະມີລະບຽບວິໄນ

ປະເທດເຮົາຍັງໜຸ່ມນ້ອຍ ຍັງຄົງຈະຕ້ອງໃຊ້ເວລາອີກຫຼາຍສິບຫຼາຍຊາວປີ ຈຶ່ງຈະສາມາດເຮັດໄດ້ ໂດຍສະເພາະຖ້າໜ່ວຍງານພາກລັດບໍ່ເອົາໃຈໃສ່ຫຼາຍກວ່ານີ້.




ຖືກຕ້ອງປ້າຍມີໄວ້ອຳນວຍຄວາມສະດວກ ອະນຸມຍາດໃຫ້ລ້ຽວບໍ່ແມ່ນເຈົ້າສິມີສິດ ຖ້າມີລົດຢູ່ທາງໜ້າ ຫລືຄົນຕ້ອງການຂ້າມທາງຜູ້ຕ້ອງການລ້ຽງຂວາ ຕ້ອງໄດ້ໃຫ້ກຽດກະເຈົ້າກ່ອນ ບີບແກໄລ່ຖືວ່າຜິດ ບໍ່ມີມາລະຍາດ ສິໄປໂທດແຕ່ໜ່ວຍງານພາກລັດກະບໍ່ໄດ້ ຄົນທີ່ໄຊ້ລົດ ໄຊ້ທະໜົນກໍ່ຕ້ອງມີມາລະຍາດ, ມີຈິດສຳນຶກຄືກັນ.


໐ ກະທູ້
໑໑໒ ໂພສ
ນັກການກະທູ້
ມີອ້າຍຕຳຫລວດອອກມາຊີ້ແຈງໃນໂທລະພາບວ່າ ລ້ຽວຂວາໄດ້ ແຕ່ຕ້ອງລະວັງ ແປວ່າ ລ້ຽວໄດ້ ໃນກໍລະທາງໂລ່ງ ແລະ ບໍ່ມີລົດທີ່ແລ່ນມາໃນທິດທາງທີ່ໄດ້ສິດ ຫລື ຖ້າມີຄົນຈອດຕັນທາງ ກະບໍ່ສາມາດລ້ຽວໄດ້ ແລະ ບໍ່ມີສິດບີບແກໄລ່
ແນວໃດກໍ່ຕາມ ນັກຂັບຂີ່ ທີ່ມີໃບຂັບຂີ່ແທ້ ແລະ ຊື້ເອົາ ຄວນສຶກສາຕື່ມ, ຂັບຂີ່ຢ່າງມີມາລະຍາດດີ ຕາມທີ່ເຄືຍຖືກຍ້ອງຍໍມາວ່າ ຄົນລາວນິໄສດີ.
ທຸກຄົນ ມີຫນ້າທີ່ຕັກເຕືອນລູກຫລານແລະ ຫມູ່ຄູ່ ເມື່ອພົບເຫັນການປະພືດທີ່ຜິດກົດຈໍລະຈອນ ແທນທີ່ຈະສົ່ງເສືມໃນທາງທີ່ຜິດເຊັ່ນວ່າ ມຶງຢ່າຈ້າຫລາຍ ຄັນໄຟແດງ ກະລ້ຽວຂວາ ແລ້ວຊູຊີໂຄ້ງກັບເທົ່ານັ້ນ ກະບໍໄດ້ຖ້າໄຟແດງ. ຄຳວ່າ ມຶງຢ່າຈ້າ ມັກເປັນການກະຕຸກໃຫ້ພວກເຂົາເຫັນແກ່ຕົວ ແລະ ປະພຶດຜິດລະບຽບ.
ຄົນລາວ ບໍ່ຄວນໃຫ້ຕ່າງຊາດ ທີ່ມາຢືນຖ້າຂາມທາງ ແລະ ຂັບຂີ່ໃນບ້ານເຮົາ ປະນາມວ່າ ຄົນລາວ ເປັນຄົນເຫັນແກ່ຕົວ ແລະ ການສຶກສາຕໍ່າ ເດີ້ ພີ່ນ້ອງ!


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ໄປຊ້າໆ ປອ່ຍໃຫ້ຄົນຂ້າມທາງໄປກອ່ນ ປອ່ຍໃຫ້ລົດມາທາງຊື່ໄປກອ່ນ ແລວ້ຄອ່ຍໆ ລຽ້ວຂວາໄດ້
ຍາມລົດຫລາຍ ລົດຕໍ່ຫາງຖ້າໄຟແດງຫລາຍ ຈອດຖ້າໄດ້
ຫ້າມບີບແກໄລ່
ຍອ້ນປ້າຍສີຟ້າ ບໍ່ແມ່ນປ້າຍບັງຄັບ ວ່າຕອ້ງໃຫ້ລຽ້ວໄດ້ຢ່າງດຽວ
ນອກຈາກນັ້ນ ບອ່ນໃດ ບໍ່ໄດ້ຕິດປ້າຍ ກໍສາມາດລຽ້ວໄດ້ຄືກັນ ຕຳຫລວດຈາລະຈອນບໍ່ຕອ້ງເອົາຜິດ

ດັ່ງນັ້ນ ໃຫ້ຂຽນເປັນກົດຫມາຍອອກມາເລີຍ


໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຫ້ຂໍ້ຄິດໄດ້ດີຫລາຍ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ບໍ່ຄວນຖ້າຍົກເລິກລົດແຫ່ງຊິດຕິດຫລາຍຂື້ນ. ແຕ່ຂ້ອຍວ່າປ້າຍຫັ້ນນ້ອຍເກີນໄປ, ມັນບໍ່ຄືປ້າຍໂຄສະນາເບຍລາວຫລືອັນອື່ນນ່າ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກ​ມີ​ວິ​ໄນ​ເວ​ລາ​ຂັບ​ຂີ່ ມັນ​ກໍ່​ດີ ແລະ​ມີ​ຄວາມ​ປອດ​ໄພ
ແຕ່​ສະ​ຫວັນ​ບ້ານ​ຂ້ອຍ​ຕິ ເປັນ​ເອົາ​ຮ້າຍ ບໍ່​ວ່າ​ແຕ່ ລ້ຽວ ຂ​ວາ ເພິ່ນ​ຢາກ​ລ້ຽວ ທາງ​ໃດ​ເພິ່ນ​ກໍ່​ລ້ຽວ ໂລດ
ທາງວົງ​ວຽນ​ແຮງ​ແລ້ວ ກົດ​ບອກວ່າ ລົດ​ຢູ່ ໃນ​ວົງ​ວຽນ​ມີ ສິດ​ໄປ​ກ່ອນ ແຕ່ ຫາກວ່າ​ບໍ່​ຢາກ​ເຈັບ​ຫລື ຕາຍ ກໍ່​ຕ້ອງ ໄປ​ຕາມ​ຫັ​ລງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ບໍ່ຄວນຖ້າຍົກເລິກລົດແຫ່ງຊິດຕິດຫລາຍຂື້ນ. ແຕ່ຂ້ອຍວ່າປ້າຍຫັ້ນນ້ອຍເກີນໄປ, ມັນບໍ່ຄືປ້າຍໂຄສະນາເບຍລາວຫລືອັນອື່ນນ່າ



ອັນນີ້ກະໂພດ ຢາກໄຫ້ສ່ຳປ່າຍໂຄສະນາຊິຫວາ ຊ່າງຄິດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>