ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ທ່ານຄິດວ່າ ປ້າຍ "ລ້ຽວຂວາໄດ້ຕ້ອງລະວັງ" ຄວນຍົກເລີກຫຼືບໍ່?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ລ້ຽວຂວາໄດ້ມັນດີແລ້ວລະ ແລະ ບໍ່ເຫັນດີທີ່ຈະຍົກເລີກ ສຳຄັນແມ່ນຜູ້ໃຊ້ຖະນົນບໍ່ນັບຖືກົດລະບຽບຈໍລະຈອນ
ເອົາປຽບຜູ້ອື່ນຕ່າງຫາກ ສິ່ງເລົ່ານີ້ແລະທີ່ເຮັດໃຫ້ທ່ານບໍ່ສະດວກ ມັນບໍ່ກ່ຽວກັບລ້ຽວຂວາເດີບັກຫລ້າ.ໄປຍົກເລີກລົດກໍ່ແຮ່ງຕິດ
ຊັ້ນລະບໍ່

xana

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທັດສະນະຂ້າພະເຈົ້າ ຄິດວ່າ ບໍ່ຄວນຍົກເລີກ ເພາະຊ່ວງໃຫ້ລະບາຍລົດອັ່ງຢູ່ສີ່ແຍກໄດ້ດີ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຟຂຽວໄປຕະຫຼອດ ຮ່າຮ່າຮ່າ

ບໍ່ຕ້ອງຍົກເລີກລຽ້ວຂວາໄດ້ຕະຫຼອດແຕ່ຕ້ອງລະວັງ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທີກຳລັງຊິຈອດໄຟແດງ ຄົນທີ 25 ຕັ້ງໃຈຊິໄປຊື່ ສາມາດ ລ້ຽວຂວາ ໄດ້ ບໍ່ຜິດກົດຈໍລະຈອນ ແລ້ວ ຂ້າມທາງ ລ້ຽວຂວາໄດ້ ຕ້ອງລະວັງ ອິອິ

ເປັນການລະບາຍໄດ້ ບໍ່ຕ້ອງຍົກເລີກ


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ໃນທີ່ສຸດມັນກໍ່ຫາຍໄປໝົດແລ້ວ ເປັນໄປຕາມຄາດ. ນອກຈາກນັ້ນຍັງມີເຄື່ອງໝາຍໃໝ່ [X] ສີເຫຼືອງ ຢູ່ຕາມທາງແຍກນ້ອຍທີ່ໃກ້ໄຟແດງເພື່ອຫ້າມບໍ່ໃຫ້ຈອດຢູ່ລະຫ່ວາງກາງນັ້ນ ອັນນີ້ບາງຄົນອາດຈະເຄີຍເຫັນ.

ອັນທີ່ພົ້ນເດັ່ນກ່ວາໝູ່ລະແມ່ນ ການຕັນທາງຫຼ້ຽວ ໃຫ້ມີບ່ອນຫຼ້ຽວກັບ ໜ້ອຍລົງແລະເປັນລະບຽບ. ຂີ່ໄປທາງໂຮງໝໍມິດຕະພາບຫາຍໃຈໂລ່ງຂື້ນຫຼາຍ.

ອັນຕໍ່ໄປໜ້າຈະແມ່ນການຈອດລົດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າວ ເຂົາ​ບໍ່​ໃຫ້​ຂວາ​ຂວາ​ໄດ້​ຕະຫຼອດ ຫຼື​ແນວ​ໃດ?


໔ ກະທູ້
໑໓໐ ໂພສ
ນັກການກະທູ້
ບໍ່ຍົກເລີກ...ເຮົາເອງຕ້ອງປະຕິບັດຕາມກົດລະບຽບ ເພິ່ນວາງອອກມາແລ້ວເຮົາຕ້ອງມີໜ້າທີ່ປະຕິບັດກົດລະບຽບນັ້ນ; ກົດໝາຍ ຫຼື ກົດລະບຽບທີ່ວາງອອກມາເພື່ອດັດປັບສາຍພົວພັນສັງຄົມໃຫ້ສັງຄົມມີຄວາມເປັນລະບຽບ.


Chelsea fc

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ສຳລັບນັກຂັບຂີ່ ທີ່ໄດ້ຮຽນກົດຈາລະຈອນແລ້ວ ເຂົາຈະເຂົ້າໃຈອັດຕະໂລມັດໂລດວ່າ : ລ້ຽວຂວາໄດ້ ແຕ່ລົດເບື້ອງຊ້າຍມື(ສາຍທາງທີ່ມີໄຟຂຽວ) ເຂົາມີສິດໄປກ່ອນ, ເຮົາບໍ່ຄວນໄປແຍ່ງ, ໄປຕັດໜ້າເຂົາ ເພາະເຂົາມີເວລາຈຳກັດ ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ລົດຕິດກາງໄຟແດງ. ແຕ່ລະບົບບ້ານເຮົາຂຽນປ້າຍບອກ, ສະແດງວ່າຜູ້ຂັບຂີ່ບໍ່ຈຳເປັນຕ້ອງຮຽນກົດຈາລະຈອນ ພຽງແຕ່ຮູ້ຂັບລົດ ແລະ ອ່ານໜັງສືໄດ້ກໍ່ພໍແລ້ວ


໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເຄີຍຖືກຕຳຫຼວດກັກເທື່ອໜຶ່ງຢູ່ ສີ່ແຍກໄຟແດງສີຫອມ ຍ້ອນຊິໄປຊື່ ແຕ່ຈອດຢູ່ເລນເບື້ອງ(ຂວາ ແຕ່ຕ້ອງລະວັງ(ເພາະຕອນນັ້ນລັງເລວ່າຊິໄປຂວາຫຼືໄປຊື່)) ພໍໄຟຂຽວຂ້ອຍກະໄປຊື່ຕຳຫຼວດກະກັກຂພຈ
ຂພຈ: ມີຫຍັງນໍ
ຕຫຼ: ນ້ອງຈອດລົດຕັນທາງ ເຮັດໃຫ້ຜູ້ທີຈະລ້ຽວຂວາບໍ່ສາມາດໄປໄດ້ ເປັນສາເຫດເຮັດໃຫ້ລົດຕິດ
ຂພຈ: ຕາມທີນ້ອງໄດ້ຮຽນມາກົດລະບຽບຕອນໄປເສັງໃບຂັບຂີ່ ເຈົ້າໜ້າທີ່ເພິ່ນເວົ້າວ່າ ເຖິງເຮົາຊິໄປຊື່ແຕ່ເຮົາກໍ່ສາມາດຈອດໃນເລນທີ່ລ້ຽວຂວາໄດ້ (ເພາະ ຄົນທີ່ຈະລ້ຽວຂວາແມ່ເພິ່ນຕ້ອງລໍໃຫ້ລົດທີ່ຈະໄປຊື່ໄປໝົດເພິ່ນຈຶ່ງສາມາດລ້ຽວໄດ້)
ຕຫຼ: ໃຜສອນນ້ອງຈັງຊັນ ລາວບໍ່ຮູ້ກົດລະບຽບຈະລາຈອນແລ້ວ ມີໃບຂັບຂີ່ບໍ?
ຂພຈ: ມີ (ຈົກອອກມາ show)
ຕຫຼ: ຈັບເອົາ ແລະ ກະບອກໃຫ້ມາເວົ້າກັບຫົວໜ້າເພິ່ນ
ຫໜຕຫຼ:@#$%^&*(_+)*^@!@#!@#$%+_)(*&*^()+*^%#@!#)(&^$#@%()(&%$#@!!*)__& ຈັງໃດນ້ອງກະຜິດ ນ້ອງບໍ່ສາມາດຈອດເລນນັ້ນໄດ້
ຂພຈ: ຊັນນ້ອງກະໝົດອັນຊິເວົ້າແລ້ວ ຂຽນໃບສັ່ງມາສະນ້ອງຊິເອົາເງິນເຂົ້າປະເທດຊາດ ອ້າຍຈຶ່ງຊິມີເງິນເດືອນໃຊ້ ແນະນຳໃຫ້ອ້າຍໄປອ່ານກົດລະບຽບໃໝ່ເດີອ້າຍ
**** ເພຶ່ນຄືຊິຫືນຂ້າພະເຈົ້າຂະໜາດ ແລະກະທຳທ່າຊ້າໆໆໆໆໆໄປເອົາບິນໃບສັ່ງເກົ່າໆໆໆໆໆໆໆໆໆໆໆໆ ຄີຊິບໍ່ໄດ້ຂຽນມາດົນແລ້ວ ພໍດິເປັນບິນສຸດທ້າຍມາຂຽນໃຫ້ຂ້ອຍ ຖືກປັບໄໝ 50.000ກີບ



ສະຫຼຸບ: ຂພຈ ຜິດ ຫຼື ຕຫຼ ຜິດ ໝູ່ໆລອງໃຫ້ຄຳຄິດຄຳເຫັນເບິ່ງດຸ
(ໃນກໍລະນີທີ່ ຂພຈ ຜິດແລະເປັນຫຍັງເຈົ້າໜ້າທີ່ຜູ້ນັ້ນຈຶ່ງບອກວ່າສາມາດຈອດໃດ)
ເວົ້າມາລະເມື່ອຍ

Pookie Ordinary Girl

໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຕາມທຳມະດາ ລົດທີ່ລ້ຽວຂວາ ຈະຕ້ອງຖ້າລົດທີ່ໄປຊື່ໃຫ້ໄປກ່ອນ ແລ້ວຄ່ອຍໄປນຳຫຼັງ ຖືວ່າລົດໄປຊື່ມີສິດໄປກ່ອນ ແລະຖ້າຈະມີຄົນຂ້າມທາງ ກໍຕ້ອງໃຫ້ຄົນຂ້າມໄດ້ຂ້າມກ່ອນ ແຕ່ວ່າຢູ່ລາວ ຄົນລາວລະບຽບວິໄນຕ່ຳ ກໍເລີຍບໍ່ຄ່ອຍເປັນໄປຕາມນັ້ນປານໃດ ຫຼາຍເທື່ອເຫັນຄົນຊິລ້ຽວຂວາພະຍາຍາມບຽດຄົນຊິໄປຊື່ ເຊິ່ງຖືວ່າໄປຍາດສິດຂອງຄົນໄປຊື່

ເຄີຍໄປ San Francisco ເຂົາກໍໃຫ້ລ້ຽວໄດ້ຕະຫຼອດຄືກັນ ແຕ່ຕ້ອງລະວັງ ໂດຍໃຫ້ສິດຄົນໄປຊື່ ແລະຄົນຂ້າມທາງກ່ອນສະເໝີ ເຊິ່ງເຂົາກໍເຮັດໄດ້ ເພາະເຂົາເຮັດມາດົນແລ້ວ ແລະມີລະບຽບວິໄນ

ປະເທດເຮົາຍັງໜຸ່ມນ້ອຍ ຍັງຄົງຈະຕ້ອງໃຊ້ເວລາອີກຫຼາຍສິບຫຼາຍຊາວປີ ຈຶ່ງຈະສາມາດເຮັດໄດ້ ໂດຍສະເພາະຖ້າໜ່ວຍງານພາກລັດບໍ່ເອົາໃຈໃສ່ຫຼາຍກວ່ານີ້.


ແມ່ນຄັກ ເຮົາກະມີໂອກາດມາຮຽນຕ່າງປະເທດ ລະໄດ້ເຫັນການຂັບຂີ່ຂອງບ້ານເຂົາ ໂຄດດດດເປັນລະບຽບ ລົດທາງຊື່ໄປກ່ອນ ເຖິງເຮົາຊິລ້ຽວໄດ້ກໍ່ຕາມ ເວລາຄົນຊິຂ້າມທາງມ້າລາຍກໍ່ຕ້ອງໄດ້ຫຍຸດໃຫ້ເຂົາຂ້າມກ່ອນ ບໍ່ມີການຂີ່ຄາບເສັ້ນ ເວລາແຊງກະເບິ່ງເສັ້ນຢູ່ພື້ນນຳວ່າແຊງໄດ້ບໍ່ ຖ້າມີລົດຖີບຢູ່ທາງຫນ້າເຖິງກະເຈົ້າຢາກຂະແຊງແຈ່ຖ້າເປັນເຂດແຊງບໍ່ໄດ້ເຂົາກະບໍ່ແຊງ ໄດ້ຂີ່ນຳກົ້ນລົດຖີບ ຮະຮະຮະ ເພາະຖ້າເປັນຫຍັງມາ ເຂົາຈະຖືກຕັດຄະແນນໃບຂັບຂີ່ ໃບເສຍຄ່າປັບຈະຖືກສົ່ງຮອດບ້ານເລີຍ ຖ້າຫມົດກໍ່ຈະບໍ່ໄດ້ຂັບລົດ ເພາະກວ່າທີ່ຈະຕະແນນກັບມາຄືນກໍ່ເປັນເວລາດົນເຕີບ ອີກຢ່າງ ໄຟເຫລືອງຕ່າງປະເທດແມ່ນກຽມຈອດ ຢູ່ລາວລະແມ່ນເລັ່ງໃສ່ໃຫ້ທັນ
ຖ້າຂ້ອຍກັບໄປລະຂ້ອຍຂິຂັບລົດໃຫ້ຖືກຕ້ອງທີ່ສຸດ ຊ່ວຍກັນຄົນລະຫນ້ອຍ ມື້ໃດມື້ຫນຶ່ງມັນຫາກຊິເປັນລະບຽບ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>