ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ການເຮັດສີລົດໃຫຍ່

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ທ່ານໃດທີ່ຮູ້ຈັກຮ້ານເຮັດສີລົດໃຫຍ່ດີໆ ແລະ ຮ້ານເຮັດສີລົດໃຫຍ່ທີ່ບໍ່ຄວນໄປໃຊ້ບໍລິການ ຊ່ວຍແນະນຳໃຫ້ເຈົ້າຂອງກະທູ້ໄດ້ຮູ້ນຳແນ່ເດີ໊.


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ສຳລັບເຈົ້າຂອງກະທູ້ ແມ່ນເຄີຍໄປໃຊ້ບໍລິການຢູ່ ຮ້ານສົມສັກໂອໂຕຊາວຫຼັກ 7, ເຫັນວ່າການບໍລິການຍັງຊັກຊ້າ ນັດຂ້າພະເຈົ້າແລ້ວລົດກໍ່ບໍ່ແລ້ວຕາມກຳນົດ, ສີລົດອອກມາກໍ່ບໍ່ໜ້າປະທັບໃຈ ພໍເທົ່າໃດ, ຊໍ້າບໍ່ໜຳ ເວລາໄປຮັບລົດ ຄືຊິແມ່ນເພິ່ນຟັງເພງຢູ່ລົດຂ້ອຍຈົນໝໍ້ໄຟໝົດຕິເບາະ (ລົດແຕ່ງເຄື່ອງສຽງ) ໄປຮັບແລ້ວໄດ້ໃຫ້ພະນັກງານມາຍູ້ລົດຊ່ວຍຈຶ່ງຕິດໄດ້. ເຫັນລະກະເຊັງ.


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຮ້ານລົດນ້ອຍ ໂພນສະອາດ


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ຮ້ານລົດນ້ອຍ ໂພນສະອາດ



ຮ້ານນີ້ເຮັດສີງາມຫວາ ຂ້ອຍກະຮູ້ຈັກໂພນສະອາດຢູ່ ຫາກຢາກໃຫ້ເຈົ້າຊ່ວຍອະທິບາຍທາງໃຫ້ລະອຽດຕື່ມ ວ່າຕັ້ງຢູ່ບ່ອນໃດກະຄືຊິດີ.


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ metalgear55 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ຮ້ານລົດນ້ອຍ ໂພນສະອາດ



ຮ້ານນີ້ເຮັດສີງາມຫວາ ຂ້ອຍກະຮູ້ຈັກໂພນສະອາດຢູ່ ຫາກຢາກໃຫ້ເຈົ້າຊ່ວຍອະທິບາຍທາງໃຫ້ລະອຽດຕື່ມ ວ່າຕັ້ງຢູ່ບ່ອນໃດກະຄືຊິດີ.


ຮ້ານຢູ່ປ້ຳນ້ຳມັນໂພນສະອາດ ຂະເຈົ້າບໍລິການກາດີໃດ ນັດກົງກັບເວລາດີ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຮ້ານຢູ່ຂ້າງໂຮງຮຽນ ມ.ສ ສີໂຄດກໍ່ໂອເຄ...ແຖມລາຄາຖືກອີກ

ຢູ່ທາງຊອຍບ່ອນຕັດໄປໃສ່ໄຟແດງຂ້າງທະນາຄານພັດທະນາລາວ