ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ຈະລາຈອນ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບັນດາທ່ານຮູ້ບໍ່ວ່າຮ້ານປະດັບຍົນຢູ່ນະຄອນຫຼວງເຮົານີ້ມີຢູ່ໃສແດ່ ແລະ ພວກທ່ານມັກໄປເຮັດຢູ່ຮ້ານໃດ? ລາຄາແພງບໍ່? ເປັນຕົ້ນກະຕິດຟິມລົດ, ຫຸ້ມເບາະ, ໃສ່ເຄື່ອງສຽງ ປະມານນີ້ ຫຼື ອື່ນໆ ມາຮ່ວມກັນແບ່ງປັນຂໍ້ມູນແດ່ເດີ້ ສ່ວນໂຕຂ້າພະເຈົ້າແມ່ນບໍ່ເຄີຍໄປ ໄດ້ຍິນແຕ່ຊື່ ເຊັ່ນວ່າ ດາວວີ ໄຊນຸດ
Always Keep The Faith
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂໍອະໄພ ກົດຕັ້ງກະທູ້ມັນຄືຂື້ນຊ້ຳກັນ ໃຜຮູ້ວິທີລຶບບອກແດ່ເດີ້
Always Keep The Faith
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເວົ້າເປັນຕາຢ້ານເນາະ ບອກວ່າຮ້ານປະດັບຍົນ...ທີ່ແທ້ເປັນຮ້ານຕົບແຕ່ງລົດນີ້ເອງ...ຍົນບິນຢູ່ທ້ອງຟ້າ...ລົດແລ່ນຕາມຖະໜົນ...ປົນກັນໄດ້ຢູ່ຫວາ...ເດັກງົງຫວາ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ... ເວົ້າເປັນຕາຢ້ານເນາະ ບອກວ່າຮ້ານປະດັບຍົນ...ທີ່ແທ້ເປັນຮ້ານຕົບແຕ່ງລົດນີ້ເອງ...ຍົນບິນຢູ່ທ້ອງຟ້າ...ລົດແລ່ນຕາມຖະໜົນ...ປົນກັນໄດ້ຢູ່ຫວາ...ເດັກງົງຫວາ...ກະຂຽນຕາມຊື່ຮ້ານເພິ່ນຫັນແຫຼະ ເພິ່ນຂຽນວ່າ ໄຊນຸດ ປະດັບຍົນ ຊິເດ້ ກະຢາກຖາມເພິ່ນຄືກັນວ່າຄືມີແຕ່ລົດໄປແຕ່ງ ຮິຮິ
Always Keep The Faith
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເວົ້າຍາກນະລາຄາກະສູສີກັນລື່ນກັນ 500-1000 ນີ້ລະ ສ່ວນຄຸນນະພາບກະພໍກັນໆ ເພາະເຂົາຈະມີໃຫ້ເລືອກວ່າ ຍີ່ຫໍ້ນັ້ນຍີ່ຫໍນີ້ດີ ລາຄາເທົ່ານັ້ນເທົ່ານີ້ ແລ້ວແຕ່ງົບເຮົາ ແຕ່ຖ້າໃຫ້ຂ້ອຍເລືອກແທ້ໆ: 1.ຕ້ອງມີຜູ້ຂາຍເປັນຜູ້ຍິງລົມກັນຈັ່ງມ່ວນແນ່ 2.ມີຫ້ອງຮັບລູກຄ້າທີ່ຕິດແອ ເວລາໄປນັ່ງຖ້າຈັ່ງບໍ່ຮ້ອນ. 3.ໃນຮ້ານມີລົດລູກຄ້າຄັນອື່ນກຳລັງຖືກບໍລິການ 2-3 ຄັນ ເພາະວ່າຄັນລູກຄ້າຫລາຍອາດຈະ ໄດ້ລໍຄິວຖ້າດົນ ຄັນບໍ່ມີລູກຄ້າເລີຍກະສະແດງວ່າຮ້ານບໍ່ມີຊື່ສຽງຄົນເຮັດກະຊິບໍ່ຊຳນານ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ... ເວົ້າຍາກນະລາຄາກະສູສີກັນລື່ນກັນ 500-1000 ນີ້ລະສ່ວນຄຸນນະພາບກະພໍກັນໆ ເພາະເຂົາຈະມີໃຫ້ເລືອກວ່າ ຍີ່ຫໍ້ນັ້ນຍີ່ຫໍນີ້ດີ ລາຄາເທົ່ານັ້ນເທົ່ານີ້ ແລ້ວແຕ່ງົບເຮົາ ແຕ່ຖ້າໃຫ້ຂ້ອຍເລືອກແທ້ໆ: 1.ຕ້ອງມີຜູ້ຂາຍເປັນຜູ້ຍິງລົມກັນຈັ່ງມ່ວນແນ່ 2.ມີຫ້ອງຮັບລູກຄ້າທີ່ຕິດແອ ເວລາໄປນັ່ງຖ້າຈັ່ງບໍ່ຮ້ອນ. 3.ໃນຮ້ານມີລົດລູກຄ້າຄັນອື່ນກຳລັງຖືກບໍລິການ 2-3 ຄັນ ເພາະວ່າຄັນລູກຄ້າຫລາຍອາດຈະ ໄດ້ລໍຄິວຖ້າດົນ ຄັນບໍ່ມີລູກຄ້າເລີຍກະສະແດງວ່າຮ້ານບໍ່ມີຊື່ສຽງຄົນເຮັດກະຊິບໍ່ຊຳນານ. ເຫັນດີນຳ |