ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຈະລາຈອນ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຈະລາຈອນ » ເຄີຍເຫັນລົດແບບນີ້ນຳທາງໃນນະຄອນຫລວງບໍ່

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກບໍ່ ເມືອທຽບກັບ Vigo ?


















ຮູບມັນຄືໃຫຍ່ແທະ


໔ ກະທູ້
໑໐໓ ໂພສ
ນັກການກະທູ້
ລຸ່ນນີ້ແລ່ນໃນເມືອງຈະດີກວ່າ ແລ່ນນິ່ມກວ່າ ເຂົ້າໂຄ້ງໄດ້ດີກວ່າແບບວ່າບັງຄັບງ່າຍນະ

ສ່ວນວີໂກ້ໃຊ້ບັນທຸກຈະດີກວ່າຄັນນີ້

ຄວາມເຫັນສ່ວນໂຕເດີ້ ຈາກທີ່ເຄີຍຂັບມານະ ແຕ່ບໍ່ຮູ້ວ່າຄົນອື່ນຈະເປັນຄືກັນບໍ່


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ເຫັນຄົນຂີ່ເລີ່ມຫລາຍແລ້ວໃນ ນະຄອນຫລວງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໍຄັກກະຄັກ ບໍ່ມີເງິນຊື້ນຳເທື່ອດອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກກະຄັກ ບໍ່ມີເງິນຊື້ນຳເທື່ອດອກ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ MusicFreedom ຂຽນວ່າ...
ລຸ່ນນີ້ແລ່ນໃນເມືອງຈະດີກວ່າ ແລ່ນນິ່ມກວ່າ ເຂົ້າໂຄ້ງໄດ້ດີກວ່າແບບວ່າບັງຄັບງ່າຍນະ

ສ່ວນວີໂກ້ໃຊ້ບັນທຸກຈະດີກວ່າຄັນນີ້

ຄວາມເຫັນສ່ວນໂຕເດີ້ ຈາກທີ່ເຄີຍຂັບມານະ ແຕ່ບໍ່ຮູ້ວ່າຄົນອື່ນຈະເປັນຄືກັນບໍ່



ຕາມMusicFreedom
ວີໂກ້ແຂົງ ນັ່ງໄກໆບໍ່ໄຫວ ມັນກະໂດດ ເມື່ອຍ ແຕ່ປະຫຍັດນ້ຳມັນກວ່າໝູ່
ອິຊູຊຸ ນິ່ມ ຊ່ວງລ່າງດີ ແຕ່ເລື່ອງປະຫຍັດນ້ຳມັນບໍ່ສູ້ວີໂກ້

ແຕ່ຄູ່ຫູຂ້ອຍ ມິຊູ ໄທທັ່ນພັສ ຊ່ວງລ່າງດີ ເຂົ້າໂຄ້ງສະບາຍ
ນິ່ມກວ່າວີໂກ້ ແຕ່ບໍ່ສູ້ອິຊູຊຸ ຂ້ອຍເນ້ນແລ່ນທາງໄກ ບໍ່ເນ້ນບັນທຸົກ ໃຊ້ກ້າດເປັນຫລັກ ປະຫຍັດ


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ເຫັນຮູບແລ້ວ
ຄິດຢາກໄດ້ລົດຖີບ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຄັກເນາະ!....


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແມ໋ກແລະໃນບັນດາລົດກະບະໂຄດເທ໋


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
IsuZu ອືດ ແຕ່ປະຢັດນ້ຳມັນ ເຂົ້າປ່າບໍ່ໄດ້ດີ
Nissan ແລ່ນໄດ້ໃຈ ຄືລົດເກງ 4w ໄດ້ດີ ແຕ່ເຂົ້າປ້່າບໍຄັກ
Toyota ສູງດີ ເຂົ້າປ້າໄດ້ດີ ແຕ່ແລ່ນທາງລຽບມັກປີ້ນ



໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
wave ຈີນນິຄັກຂ້ອຍຂີ່ມາຕັ້ງແຕ່ສະໄໝເປັນນັກຮຽນ ຍັງບໍ່ເພ ບໍ່ມີທາງປີ້ນ ປະຢັດນ້ຳມັນສຸດໆ ໃຊ້ທຽວຽກ ສີ່ມື້ຕໍ່ສິບພັນ ແຕ່ບໍ່ມີກ້ອງຫຼັງ ມີສີ່ເກຍ ເຂົ້າປ່າທາງແຄບນິສະບາຍເລີຍ ແຖມລາຄາບໍ່ແພງອີກ ມີລະບົບ ຈີພີເອັດ ບອກທາງ (ຈອດລົດແລ້ວຖາມເອົາໄດ້ ຊັດເຈນສຸດໆ ) ລະບົບເບກ ໜ້າແລະຫຼັງ ມີລະບົບປ້ອງກັນນອນຫຼັບຂະນະຂັບລົດ ເພາະມີສຽງຕະຫຼອດ ສຽງດັ່ງກ່າວແມ່ນເກີດຈາກທຳມະຊາດ ເພາະບັງລົມບໍ່ແໜ້ນ ຕົກຂຸມນິ ບໍ່ໃຫ້ເວົ້າ ເມົາຈັງໃດ ກະບໍ່ຫຼັບໃນແນ່ນອນ ຂໍ້ເສຍມີຢ່າງດຽວ ບໍ່ມີ ຖົງລົມນິລະໄພ ຂ້ອຍວ່າສິເອົາໄປຕິດ ຢູ່ ໃຜຮູ້ຮ້ານບອກແດ່ເດີ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ບໍ່ຮູ້ເລື່ອງລົດ ຮູ້ແຕ່ຂີ່ຢ່າງດຽວດ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອີຊຸຊຸ ຊ່ວງລ່າງວີໂກ້ທຽບບໍ່ຕິດ ແຖມປະຫຍັດນ້ຳມັນກວ່າອີກ ແຕ່ອາດຈະຕ່ຳໄປໜ້ອຍໜຶ່ງສຳຫລັບຄົນທີ່ມັກແບບລຸຍໆ ຖ້າມັກແບບລຸຍໆ ແນະນຳລົດຟອດເອົາມາໃສ່ຕີໜາມ ລຸຍພູຜາທາງທຸລະກັນດານສຸດຍອດ ສ່ວນວີໂກ້ເອົາໄວ້ຂີ່ໂຊສາວຊື່ໆດອກ ເຮັດຫຍັງຫລາຍບໍໄດ້ ແບບວ່າເປັນລົດກະບະປະຈຳບ້ານຊື່ໆ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆມັກໆ...ແຕ່ເງິນບໍ່ພໍຊື້ດອກ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?